ລາຍການສິລະປະຂັບຕ່ວງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ

(vovworld)- ໂດຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ກະ​ຊວງວັດ​ທະ​ນ​ະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວຫວຽດ​ນາມ, ນັບ​ແຕ່​ເດືອນ 9/2016 ເປັ​ນ​ຕົ້ນ​ໄປ, ບັນ​ດາ​ກອງ​ສິ​ລະ​ປະ​ກອນ​ທີ່​ເປັນ​ມູນ​ເຊື້ອ​ຄື: ຂັບ​ແຈ່ວ, ຂັບ​ກ໋າຍ​ເລືອງ, ຕຸກ​ກະ​ຕາ​ນ້ຳ ​ໄດ້ຜັດ​ປ່ຽນ​ກັນ​ມາ​ສະ​ແດ​​​ງ ຢູ່​ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ຜູ້​ຊົມ​ໃນ​ທົ່ວ​ປະ​ເທດ. ສຳ​ລັບ​ໂຮງ​ລະ​ຄອນ​ຂັບ​ຕ່ວງ​ຫວຽດ​ນາມ, ເຫດ​ການນີ້​ໄດ້​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ, ນັກ​ເສບ​ດົນ​ຕີ. ສິ​ລະ​ປະ​ຂັບ​ຕ່​ວງ​ມີ​ເງື່ອນ​ໄຂ​ໄດ້ໃກ້​ຊິດ​ຕິດ​ແທດ​ກັບ​ສາ​ທາ​ລະ​ນະ​ຊົນ​ຫວຽດ​ນາມກວ່າ.

ລາຍການສິລະປະຂັບຕ່ວງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ - ảnh 1
ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ
ພາບ: internet

        ໂດຍ​ປະ​ກົດ​ຕົວ ແລະ ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ສັດ​ຕະ​ວັດ​ທີ 16, ສິ​ລະ​ປະ​ຂັບ​ຕ່ວງແມ່ນ​ປະ​ເພດ​ສິ​ລະ​ປະ​ເວ​ທີ​ສະ​ແດງ​ classic ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ຫວຽດ​ນາມ. ຖ​້າ​ຫາກ​ບັນ​ດາ​ປະ​ເພດ​ສິ​ລະ​ປະ​ຂັບ​ແຈ່ວ, ຂັບ​ກວານ​ຫໍ້​ຢູ່ ພາກ​ເຫ​ນືອ ແມ່ນ​ບັນ​ດາປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ, ສາ​ລາ​ບ້ານ, ຂັບ​ຕ່ວງ ແມ່ນ​ສິ​ລະ​ປະ​ classic, ພະ​ລາດ​ຊະ​ວັງ. ທຳ​ນອງ​ເພງ​ຂອງ​ສິ​ລະ​ປະ​ຂັບ​ຕ່ວງ ແມ່ນ​ວັນ​ນະ​ຄະ​ດີ classic ​ໂດຍສົມ​ທົບ​​ລະ​ຫວ່າງວັນ​ນະ​ຄະ​ດີ​ຂຽນ​ດ້ວຍ​ພາ​ສາ​ຈີນ ກັບ​ພາ​ສາຫວຽດ ​ບູ​ຮານ. ສະ​ນັ້ນ ໃນ​ປະ​ຫວັດ​ສາດ, ສິ​ລະ​ປະ​ຂັບ​ຕ່ວງ​ໄດ້​ຮັບ​ການ​ສະ​ແດງ​ໃນ​ພະ​ລາດ​ຊະ​ວັງ,ໃນ​ທຳ​ນຽບ​ໃຫ້​ຜູ້​ນ​ລັດ​ສັກ​ດີ​ນາ ແລະ ອາ​ດ​ຍາ​ເຈົ້າ​ນາຍຮັບ​ຊົມ. ມາ​ຮອດ​ໄລ​ຍະ ​ທີ່ຫວຽດ​ນາມ ຍາດ​ເອົາ​ເອ​ກະ​ລາດ​ຈາກ​ການ​ປະ​ຕິ​ວັດ​ເດືອນ 8 ປີ 1945, ສິ​ລະ​ປະ​ຂັບ​ຕ່ວງ ຈຶ່ງ​ໄດ້​ນຳ​ເອົາ​ ​ສະ​ແດງ​ຢູ່ນອກ​ພະ​ລາດ​ຊະ​ວັງ ແລະ ນຳມາ​ໃຫ້​ສາ​ທາ​ລະ​ນະ​ຊົນ ​ຄວາມ​ປະ​ທັບ​ໃຈຄື​​ດັ່ງບັນ​ດາ​ປະ​ເພດ​ສິ​ລະ​ປະ​ອື່ນ.

        ສຳ​ລັບ​ບັນ​ດາ​ນັກ​ສິ​ລະ​ປິນ​ຂອງ​ໂຮງ​ລະ​ຄອນ​ຂັບ​ຕ່ວງ​ຫວຽດ​ນາມ​ແລ້ວ, ເຖິງວ່າ​ໄດ້​ສະ​ແດງ​ສອງ​ຄັ້ງ​ໃນ​ສັບ​ປະ​ດາ​ຫ​ນຶ່ງ​ຢູ່ ໂຮງ​ລະ​ຄອນ ຮົ່ງ​ຮ່າ, ຮ່າ​ໂນ້ຍ​ກໍ​ຕາມ, ແຕ່​ຄັ້ງ​ນີ້ ມາ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ໃຫ​ຍ່​ຮ່າ​ໂນ້ຍ, ບັນ​ຍາ​ກາດ​​ການຝຶກ​ແອບ, ຄວາມ​ຮູ້​ສຶກ​ໃນ​ການ​ສະ​ແດງມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ. ນັກ​ສິ​ລະ​ປິນ ​ຫ​ນຸ່ມ ຫງວຽ​ນ​ທິ​ໂລກ​ຮ່​ວຽນ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ໂຮງ​ລະ​ຄອນ​ຂັບ​ຕ່ວງ​ໄດ້​ເວົ້າ​ດ້ວຍ​ຄວາມ​ໃນ​ໃຈ​ວ່າ: ມາ​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ຂັບ​ຕ່ວງ​ຄັ້ງ​ນີ້​ຂ້າ​ພະ​ເຈົ້າ​​ມີ​ຄວາມ​ຮູ້​ສຶກ​ຕ່າງ​ກັບ​ຄັ້ງ​ກ່ອນ​ຫລາຍ ນີ້​​ແມ່ນ​ເວ​ທີ​ສະ​ແດງ​ຊື່ງ​ນັກ​ສິ​ລະ​ປິນ​ຫລາຍ​ຄົນ​ມີ​ຄວາມ​ໄຝ່​ຝັນ​​ຢາກໄດ້​ມາສະ​ແດງຢູ່​ທີ່​ນີ້.

        “ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ຂັບ​ແຈ່ວ, ຂັບ​ກ໋າຍ​ເລືອງ, ສຳ​ລັບ​ນັກ​ສິ​ລະ​ປິນ ບໍ່​ວ່າ​​ໃນເວ​ທີ​ສະ​ແດງ​ໃດ​ກໍ​ສາ​ມາດ​ສະ​ແດງ​ໄດ້ ແຕ່​ໂຮງ​ລະ​ຄອນ​ໃຫ​ຍ່​ຮ່າ​ໂນ້ຍ ແມ່ນ​ເວ​ທີ​ສະ​ແດງ​ອັນ​ກວ້າງ​ໃຫ​ຍ່ ແລະ ມີ​ຊື່​ສ​ຽງ​ຂອງ​ຫວຽດ​ນາມ. ເມື່ອ​ໄປ​ສະ​ແດງ​ຢູ່ຕ່າງ​ປະ​ເທດ ຖ້າ​ເວົ້າ​ເຖິງ​ໂຮງ​ລະ​ຄອນ​ໃຫ​ຍ່ ​ເຂົາ​ເຈົ້າ​ກໍ​ຮູ້​ຈັກ​ເຖິງ​ຫວຽດ​ນາມ. ນັ້ນ​ແມ່ນ​ຄວາມ​ເປັນ​ກຽດ ແລະ ຄວາມ​ຜາ​ສຸກ​ຂອງ​ນັກ​ສິ​ລະ​ປິນ​ພວກ​ຂ້າ​ພະ​ເຈົ້າ.”

ລາຍການສິລະປະຂັບຕ່ວງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ - ảnh 2
ລາຍ​ການ​ສະ​ແດງ​ຂັບ​ຕ່ວງ
ພາບ​ປະ​ກອບ:internet


        ທ່ານ ຟ້າມງອກ​ຕວນ, ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ຂັບ​ຕ່ວງ ໄດ້​ແບ່ງ​ປັນ​ວ່າ ຖ້າ​ຫາກ​ສະ​ແດງ​ສິ​ລະ​ປະ​ຢູ່​ໂຮງ​ລະ​ຄອນ​ໃຫ​ຍ່ ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ສິ​ລະ​ປິນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ສະ​ແດງ​ຕົວ​ລະ​ຄອນ​ຂອງ​ຕົນ​ກວ່າ.”

        “​ພວກ​ຂ້າ​ພະ​ເຈົ້າ​ສະ​ແດງ​ຢູ່ໂຮງ​ລະ​ຄອນ​ຂັບ​ຕ່ວງ​ຫວຽດ​ນາມຫລາຍ​ຄັ້ງ​ແລ້ວ ແຕ່​ປະ​ຕິ​ບັດ​ຕາມ​ລາຍ​ການ​ຂອງ​ໂຮງ​ລະ​ຄອນ​ໂທ​ລະ​ພາບ. ເລື່ອງ​ເຂົ້າ​ມາ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ໃຫ​ຍ່​ຄັ້ງ​ນີ້​ມີ​ຄວາມ​ແຕກ​ຕ່າງ. ໂຮງ​ລ​ະ​ຄອນ​ໃຫ​ຍ່​ຮ່າ​ໂນ້ຍ​ແມ່ນ​ໂຮງ​ລະ​ຄອນ​ທີ່​ມີ​ຊື່​ສຽງ, ສະ​ຖາ​ປັດ​ຕະ​ຍະ​ກຳ​ສວຍ​ງາມ. ຜູ້​ຊົມ​ມານີ້ ບໍ່​ພຽງ​ແຕ່​​ໄດ​້ຊົມ​ສິ​ລະ​ປະ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຫ​ັ​ນ​ປະ​ຈັກ​ຕາ​ສະ​ຖາ​ປັດ​ຕະ​ຍະ​ກຳ​​ທີ່ສວຍ​ງາມ​ຂອງ​ໂຮງ​ລະ​ຄອນ​ໃຫ​ຍ່​ຮ່າ​ໂນ້ຍ ອີກ​ດ້ວຍ. ນັ້ນ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ສິ​ລະ​ປະ​ເສີມ​ຂະ​ຫ​ຍາຍ​ໄດ້​ປະ​ສິດ​ທິ​ຜົນ ແລະ ພ້ອ​ມ​ທັງ​ກໍ​ເປັນ​ການ​ດຶງ​ດູດ​ຜູ້​ຊົມ​ນັບ​ມື້​ນັບ​ຫລາຍກວ່າ.”

        ລາຍ​ການ​ສະ​ແດງ​ສິ​ລະ​ປະຂັບ​ຕ່​ວງ​ຄັ້ງ​ນີ້​ໄດ້​ນຳ​ມາ​ໃຫ້​ສາ​ທາ​ລະ​ນະ​ຊົນ​ບົດ​ລະ​ຄອນ “ ຫອຍກັບ​ກີ້, ຫອຍ​ແຄງ, ຫອຍ​ແມງ​ຜ​ູ່”. ​ມາ​ຮອດ​ປະ​ຈຸ​ບັນ, ບົດ​ລະ​ຄອນນີ້​ຍັງ​ຄົງ​ມີ​ຄຸນ​ຄ່າດັ້ງ​ເດີ​ມ​ກ່ຽວ​ກັບ​ເນື້ອ​ໃນ, ຫົວ​ເລື່ອງ​ແນວ​ຄິດ ແລະ ຄຸນ​ຄ່າດ້ານ​ສິ​ລະ​ປະ. ບົດ​ລະ​ຄອນ ຫອຍກັບ​ກີ້, ຫອຍ​ແຄງ, ຫອຍ​ແມງ​ຜູ່ ກໍ​ມີ​ລັກ​ສະ​ນະ​ບັນ​ເທິງ​ສູງ. ຜູ້​ຊົມ​ເມື່ອ​ຊົມ​ບົດ​ລະ​ຄອນແລ້ວ​ກໍ​ຮູ້​ສຶກ​ປະ​ທັບ​ໃຈ ແລະ ນິ​ຍົມ​ສິ​ລະ​ປະ​ຂັບ​ຕ່ວງກວ່າ.

        “ໃນ​ສະ​ພາບ​ການ​ປະ​ຈຸ​ບັນ ເມື່ອ​ພວກ​ເຮົາ​ພວມ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃຫມ່ ແລະ ເຊື່ອມ​ໂຍງ, ສິ່ງ​ດັ່ງ​ກ່າວ​ກໍ​​ເຮັດ​ໃຫ້​ຜູ້​ຊົມ​ເມື່ອ​ມາ​ຊົມ​ບົດ​ລະ​ຄອນ​ນີ້ຈະ​ເຫັນ​ໄດ້​ຊີ​ວິດ​ປະ​ຈຸ​ບັນ. ບົດ​ລະ​ຄອນ​ແມ່ນ​ສານ​​ເພື່ອສ່ອງ​ແສງ​ໃຫ້​ເຫັນ​ຊີ​ວິດ​ໃນ​ປະ​ຈຸ​ບັນ ແລະ​ ກໍ​ນຳ​ມາ​ເຊິ່ງ​ບົດ​ຮຽນທີ່​ມີ​ລັກ​ສະ​ນະ​ສັງ​ຄົມ​​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ.”

        ສິ​ລະ​ປະ​ຂັບ​ຕ່​ວງ ແມ່ນ​ປະ​ເພດ​ສິ​ລະ​ປະ​ຊື່ງ​​ຜູ້ນິ​ຍົມບໍ່​ຫລາຍ​​ເມື່ອ​ທຽບ​ໃສ່​ປະ​ເພດ​ສິ​ລະ​ປະພື້ນ​ເມືອງ​ອື່ນ. ບໍ່​ແມ່ນ​ວ່າຜູ້​ໃດ​ຊົມ​ສິ​ລະ​ປະ​ຂັບ​ຕ່ວງ​ກໍ​ເຂົ້າ​ໃຈ​ໄດ້​ໝົດ, ແຕ່​ຜູ້​ໃດ​ໄດ້​ຮັບ​ຊົມ​​ກໍ​ລ້ວນ​ແຕ່​ຖືກ​ດຶງ​ດູດ​ໃຈ. ບົດ​ລະ​ຄອນ“ຫອຍກັບ​ກີ້, ຫອຍ​ແຄງ, ຫອຍ​ແມງ​​ຜູ່” ໂດຍ​ໂຮ​ງ​ລະ​ຄອນ​ຂັບ​ຕ່ວງ​ຫວຽດ​ນາມ ​ຈັດ​ການ​ສະ​ແດງ​ເມື່ອ​ປີ 1959. ຜ່ານ​ຫລາຍ​ລຸ້ນ​ຄົນ, ​ແຕ່​ບົດ​ລະ​ຄອນ​ທີ່​ີ​ມີ​ຊື່​ສຽງ​ນີ້ ​ຍັງ​ຄົງ​​ໄດ້​ຮັບ​ການຮັກ​ສາ​ໄວ້ ຄື​ເກົ່າ, ບໍ່​ໄດ້ດັດ​ແປງ ຫາກ​ພຽງ​ແຕ່​ຍົກ​ສູງ​ສິ​ລະ​ປະ​ການ​ສະ​ແດງ​ຄື: ການ​ປະ​ດັບ​ປະ​ດາ, ດົນ​ຕີ, ໄຟ​ແສງ​ສີ…

        ເມື່ອ​ບົດ​ລະ​ຄອນ “ຫອຍກັບ​ກີ້, ຫອຍ​ແຄງ, ຫອຍ​ແມງ​​ຜູ່” ໄດ້​ຮັບ​ການ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ໃຫ​ຍ່, ນັ້ນ​ກໍ​ແມ່ນ​ຈຸດ​ເວ​ລາ​ສິ​ລະ​ປະ​ຂັບ​ຕ່ວງ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ສິ່ງຍອດ​ຍິ່ງ​ຢູ່​ເວ​ທີ​ສະ​ແດງ​ທີ່ກວ້າງ​ໃຫ​ຍ່ ແລະ ບັນ​ດາ​ນັກ​ສິ​ລະ​ປິນ​ກໍ​ມີ​ໂອ​ກາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມສຸດ​​ຈິດ​ສຸດ​ໃຈ ແລະ ຄວາມ​ສາ​ມາດ​​ຂອງ​ເຂົາ​ເຈົ້າ. ແລະ ກໍ​ເປັນ​ການຢັ້ງ​ຢືນ​ພະ​ລັງ​ຊີ​ວິດ​, ຄຸນ​ຄ່າ​ແບບ​ຍືນ​ຍົງ​ຂອງ​ສິ​ລະ​ປະ​ຂັບ​ຕ່ວງ.


ຕອບກັບ

ຂ່າວ/ບົດ​ອື່ນ