ລາຍການສິລະປະຂັບແຈ່ວ ຢູ່ເດີ່ນໂຮງຮຽນທີ່ເປັນເອກະລັກ

(VOVWORLD) -ດ້ວຍວິທີເຮັດທີ່ມີໄຫວພິບ ການນຳໃຊ້ວິທີທາງດ້ານການສຶກສາໃໝ່, ໂຮງຮຽນມັດທະຍົມຕອນຕົ້ນ ຢຸຍເຕິນ ທີ່ເທດສະບານ ກິ່ງໂມນ ແຂວງ ຫ໋າຍເຢືອງ ໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນໃນການຖ່າຍທອດສິດສອນທັງດ້ານສິລະປະຂັບແຈ່ວໃຫ້ແກ່ນັກຮຽນ. ສະໂມສອນ “ນ້ອງຮັກທຳນອງເພງພື້ນເມືອງ” ຂອງໂຮງຮຽນໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍສະມາຊິກຫຼາຍກວ່າ 50 ຄົນ. ແຕ່ລະອາທິດພວກນ້ອງໄດ້ຮັບການແນະນຳບັນດາທຳນອງເພງຂັບແຈ່ວໃໝ່ ຊອກຮູ້ບາງທຳນອງຂັບແຈ່ວບູຮານ ແລະ ພ້ອມກັນຝຶກແອບ
ລາຍການສິລະປະຂັບແຈ່ວ ຢູ່ເດີ່ນໂຮງຮຽນທີ່ເປັນເອກະລັກ - ảnh 1ພວກນັກຮຽນຫ້ອງ ມໍ 3A ໂຮງຮຽນມັດທະຍົມຕອນຕົ້ນ ຢຸຍເຕິນພວມຮຽນຂັບແຈ່ວ

     ຊົ່ວໂມງຮຽນນອກລະບົບຂອງຫ້ອງ ມໍ 3A ໂຮງຮຽນມັດທະຍົມຕອນຕົ້ນ ຢຸຍເຕິນ ແມ່ນຟົດຟື້ນມ່ວນຊື່ນທີ່ສຸດ.  ນັກຮຽນພ້ອມກັນຝຶກແອບຂັບຮ້ອງບົດເພງ ດ່າວຫຼຽວ ເຊິ່ງບັນດານັກສິລະປິນສະໂມສອນຂັບແຈ່ວ ຕາແສງ ຢຸຍເຕິນ ໄດ້ສອນໃຫ້. ເຖິງວ່າທາງດ້ານເຕັກນິກການຂັບຮ້ອງຍັງບໍ່ທັນໄດ້ມາດຕະຖານກໍ່ຕາມ ແຕ່ຄວາມເມົາມົວໃນແຕ່ລະຄຳປະໂຫຍກຂອງບົດເພງ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງພວກນັກຮຽນໃນການຊອກຮູ້ ແລະ ຮັກສາປະເພດສິລະປະພື້ນເມືອງ. ນັກຮຽນ ເຈິ່ນມິງດຶກ ແລະ ເລຮວິ່ງແອັງ ໃຫຮູ້ວ່າ:

      “ທຳນອງເພງຂັບແຈ່ວ ແມ່ນອຸດົມສົມບູນຫຼາຍຮູບຫຼາຍແບບ ອັນໄດ້ຊ່ວຍທຸກໆຄົນສາມາດເຂົ້າໃຈກ່ຽວກັບບ້ານເກີດເມືອງ ນອນຂອງຕົນຫຼາຍກວ່າເກົ່າ. ລູກມັກສິລະປະຂັບແຈ່ວ ຍ້ອນວ່າ ຂັບແຈ່ວ ສາມາດຊ່ວຍໃຫ້ລູກບັນເທົາຄວາມອິດເມື່ອຍ ພາຍຫຼັງຊົ່ວໂມງຮຽນທີ່ໜັກໜາ”.

      “ລູກໄດ້ຮັບການສິດສອນຈາກພວກເອື້ອຍຄູ ກ່ຽວກັບທຳນອງເພງຂັບແຈ່ວຜ່ານຊົ່ວໂມງຮ່ວມຊີວິດ ຫຼື ຊົ່ວໂມງຮຽນນອກລະບົບ. ນີ້ແມ່ນປະເພດສິລະປະຄວນໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍ ເພື່ອໃຫ້ຄົນລຸ້ນຫຼັງຮູ້ໄດ້ເຖິງຄຸນຄ່າທາງດ້ານສິລະປະ ຂອງປູ່ຍ່າຕາຍາຍເມື່ອກ່ອນນີ້”.

      ຜູ້ນຳເອົາຂັບແຈ່ວເຂົ້າໃນໂຮງຮຽນ, ສ້າງຄວາມເມົາມົວໃຫ້ແກ່ນັກຮຽນໃນໂຮງຮຽນມັດທະຍົມຕອນຕົ້ນ ຢຸຍເຕິນ ກໍ່ແມ່ນເອື້ອຍ ຫງວຽນທິຖຸຍ ໂດຍແມ່ນເອື້ອຍຄູສອນວິຊາພູມສາດ ແຕ່ເອື້ອຍຄູ ຖຸຍ ບໍ່ຄິດຈັກເທື່ອວ່າ ຕົນເອງສາມາດຢືນຢູ່ເວທີສະແດງສອນຂັບແຈ່ວ ໃຫ້ແກ່ພວກນ້ອງນັກຮຽນ. ເອື້ອຍຄູ ຖຸຍ ເວົ້າວ່າ:

        “ສຳລັບໂຮງຮຽນ ຂ້າພະເຈົ້າດີໃຈທີ່ສຸດ ຍ້ອນວ່າຄະນະອຳນວຍການໂຮງຮຽນ ແລະ ພວກອ້າຍເອື້ອຍຄູໄດ້ສະໜັບສະໜູນ. ເມື່ອໄດ້ຮັບການສະໜັບສະໜູນແລ້ວ ເຮົາກໍ່ສາມາດເປີດບັນດາຊຸດຮຽນ. ອັນທີສອງແມ່ນຈັດຕັ້ງບັນດາການພົບປະແລກປ່ຽນນອກລະບົບ ກ່ຽວກັບຂັບແຈ່ວ, ສົ່ງນັກຮຽນໄປພົບປະແລກປ່ຽນກັບກອງສິລະປະຂັບແຈ່ວຂອງທ້ອງຖິ່ນ ແລະ ໃຫ້ນັກຮຽນໄປສະແດງໃນບັນດາງານບຸນ”.

        ບັນດາສະມາຊິກໃນສະໂມສອນ “ນ້ອງຮັກທຳນອງເພງພື້ນເມືອງ” ຂອງໂຮງຮຽນໄດ້ກາຍເປັນບັນດາແກ່ນສານແຜ່ກະຈາຍ ແລະ ຖ່າຍທອດທຳນອງເພງຂັບແຈ່ວ ໃຫ້ແກ່ພວກນ້ອງນັກຮຽນໃນຫ້ອງ. ທາງສະໂມສອນຍັງສ້າງ ແຟນເປສ “ນ້ອງຮັກທຳນອງເພງພື້ນເມືອງ” ແລະ ຊ່ອງຢູທູບ ເພື່ອແນະນຳໂຄສະນາ ແລະ ແຜ່ກະຈາຍຄວາມຮັກວັດທະນະທຳສິລະປະພື້ນເມືອງ. ຕາມເອື້ອຍຄູ ຖຸຍ ແລ້ວ ບັນດາວິທີການນີ້ໄດ້ຊ່ວຍໃຫ້ພວກນ້ອນັກຮຽນເຂົ້າເຖິງສິລະປະຂັບແຈ່ວຢ່າງວ່ອໄວ. ເອື້ອຍຄູ ຖຸຍ ໃຫ້ຮູ້ຕື່ມອີກວ່າ:

     “ສິ່ງທີ່ໃຫຍ່ຫຼວງກວ່າ ນັ້ນແມ່ນການຮັກສາວັດທະນະທຳພື້ນເມືອງຂອງບ້ານເກີດເມືອງນອນ ແລະ ປະເທດຊາດ ແລະ ນັບທັງໃນທ້ອງຖິ່ນຂອງຕົນ. ຂ້າພະເຈົ້າຢາກໃຫ້ນັກຮຽນຮູ້ວ່າ ຕົນເອງຕ້ອງຮັກສາສີສັນວັດທະນະທຳຂອງຊາດ ແຕ່ອະນຸລັກພຽງເທົ່ານັ້ນ ແມ່ນບໍ່ຄົບຖ້ວນ, ອະນຸລັກແລ້ວກໍ່ຕ້ອງະພັດທະນາອີກ”.

      ບໍ່ພຽງແຕ່ສ້າງໂອກາດໃຫ້ແກ່ພວກນ້ອງນັກຮຽນໄດ້ຂັບຮ້ອງ ຟ້ອນທຳນອງຂັບແຈ່ວ ຢູ່ເວທີສະແດໃນບັນດາງານບຸນຢູ່ທ້ອງຖິ່ນເທົ່ານັ້ນ, ທາງໂຮງຮຽນຍັງເຊື້ອເຊີນບັນດາສະໂມສອນຂັບແຈ່ວຢູ່ທ້ອງຖິ່ນ ມາພົບປະແລກປ່ຽນສອນພວກນ້ອງກ່ຽວກັບບາງທຳນອງເພງຂັບແຈ່ວບູຮານ. ນາງ ຫງວຽນທິຮັ່ງ ສັງກັດສະໂມສອນຂັບແຈ່ວຕາແສງ ຢຸຍເຕິນ ໃຫ້ຮູ້ວ່າ:

       “ຜ່ານການຖ່າຍທອດສິດສອນ, ຂ້າພະເຈົ້າເຫັນວ່າ ພວກນ້ອງນັກຮຽນມີຄວາມກະຕືລືລົ້ນ ແລະ ເມົາມົວກັບປະເພສິລະປະນີ້, ນັກຮຽນໄດ້ຕັ້ງໜ້າເຂົ້າຮ່ວມການສອນຂອງສະໂມສອນ”.

     ໃນທ່າມກາງຄວາມເນືອງນັນ ຟ້າວຟັ່ງ ຂອງການດຳລົງຊີວິດຍຸກທັນສະໄໝ, ສຽງເພງຂັບແຈ່ວໄດ້ກັງວານຂຶ້ນຢູ່ເດີນໂຮງຮຽນດ້ວຍທຳນອງທີ່ເຂັ້ມຂົ້ນໄປດ້ວຍສີສັນບ້ານເກີດເມືອງນອນ. ນັ້ນແມ່ນການເດີນທາງອວ່າຍໜ້າເມືອຫາກົກເຄົ້າເຫົ້ງາກໍ ແລະ ວັດທະນະທຳແຫ່ງຊາດຂອງຄູອາຈານ ແລະ ນັກຮຽນສັງກັດໂຮງຮຽນ ຢຸຍເຕິນ. 

ຕອບກັບ

ຂ່າວ/ບົດ​ອື່ນ