ລາຍການສະແດງດົນຕີພື້ນເມືອງໃນຍາມຄ່ຳຄືນຢູ່ຖະຫນົນເກົ່າຮ່າໂນ້ຍ

(vovworld)- ໃນ​ໂອ​ກາດ​ທ້າຍ​ອາ​ທິດ,​ຢູ່ຖ​ະ​ຫ​ນົນ​ເກົ່າຫລາຍ​ສາຍ ຢູ່ ຮ່າ​ໂນ້ຍ, ບັນ​ດາ​ປະ​ເພດດົນ​ຕີ​ພື້ນ​ເມືອງ​ຄື: ຂັບແຈ່ວ, ຂັບ​ຕ່ວງ, ​ຂັບ​ລຳພື້ນ​ເມືອງ ແລະ ດົນ​ຕີ​ໃນ​ພິ​ທີເຂົ້າ​ຊົງໄດ້​ຮັບ​ການ​ສະ​ແດງ​ຢ່າງມີ​ຊີ​ວິດ​ຊິ​ວາ​ ​ອັນໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຊົມເປັນ​ຈຳ​ນວນ​ຫລວງ​ຫລາຍ. ບັນ​ດາ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ ບໍ່​ພຽງ​ແຕ່ເຮັດ​ໃຫ້​ທັດ​ສະ​ນິ​ຍະ​ພາບຢູ່ຮ່າ​ໂນ້ຍ​ຍິ່ງ​ອຸ​ດົມ​ສົມ​ບູນ​ດູດ​ດື່ມກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫ​ຍາຍ ແລະ ໂຄ​ສະ​ນາ​ບັນ​ດາ​ປະ​ເພດ​ດົນ​ຕີ​ທີ່ເປັນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ອີກ​ດ້ວຍ.
ລາຍການສະແດງດົນຕີພື້ນເມືອງໃນຍາມຄ່ຳຄືນຢູ່ຖະຫນົນເກົ່າຮ່າໂນ້ຍ - ảnh 1
ບັນ​ດາ​ນັກ​ສິ​ລະ​ປິນ​ສະ​ແດງ​ລາຍ​ການ​ສິ​ລະ​ປະ​ພື້ນ​ເມືອງ

ບັນ​ດາ​ທຳ​ນອງ​ເພງ​ຂອງ​ປະ​ເພດ​ດົນ​ຕີ​ຂັບ​​ເຈົາວັນ​ໃນພິ​ທີ​ເຂົ້າ​ຊົງ​ນີ້ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ບັນ​ດາ​ຫໍ​ບູ​ຊາ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄວາມ​ຊີນ​ເຄີຍ​ກັບ​ນັກ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ​ອີກ​ດ້​ວຍ. ໃນ​ໂອ​ກາດ​ທ້າຍ​ອາ​ທິດ, ໃນ​ຖະ​ຫ​ນົນ​ຫລາຍ​ສາຍ​ຢູ່​ຮ່າ​ໂນ້ຍ, ບັນ​ຍາ​ກາດ​ອຶກ​ກະ​ທຶກ​ຄຶກ​ໂຄມ, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ຮັບ​ຟັງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ, ສຽງ​ດົນ​ຕີ​ພື້ນ​ເມືອງ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປີນ​ອາ​ຊີບ​ສະ​ແດງຢ່າງ​ຫລວງ​ຫລາຍ. ສຽງ​ເພງ, ສຽງ​ດົນ​ຕີນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມ​ກ່ຽວ​ກັບ​​ວັດ​ທະ​ນະ​ທຳສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.

        ດ້ວຍ​​ປະ​ເພດດົນ​ຕີ​ໃນ​ການ​ຂັບ​​ເຈົາ​ວັນ, ກ່ອນ​ນີ້ ບໍ່​ມີ​ຫລາຍ​​ຄົນ​ນິ​ຍົມ​ປະ​ເພດ​ສິ​ລະ​ປະ​ນີ້, ​ຜູ້​ມາ​ຊົມສ່ວນ​ຫລາຍ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່ ແລະ ຜູ້​ນິ​ຍົມ​ສິ​ລະ​ປະ​ພື້ນ​ເມືອງ. ແຕ່​​ບັດ​ນີ້ ລາຍ​ການຂັບ​ເຈົາ​ວັນ​ທີ່​ສະ​ແດງ​ຢູ່​ຖະ​ຫ​ນົນ​ເກົ່າ​ພັດ​ມີ​ຄວາມ​ດູດ​ດື່ມ​ທີ່​ສຸດ. ຜູ້​ມາ​ຊົມ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ ມີ​ທັງ​ຜູ້​ເຖົ້າ​ຜູ້​ແກ່​ຕະ​ຫລອດ​ຮອດ​ເດັກ​ນ້ອຍ. ພາຍ​ຫລັງ​ລາຍ​ການ​ສະ​ແດງ​ຂັບ​ເຈົາ​ວັນ​ຢູ່​ຖະ​ຫ​ນົນ​ເກົ່າ, ນັກ​ສິ​ລະ​ປິນ ພື້ນ​ເມືອງ ຫງວຽນ​ທິ​ຢ້ຽວ​ຮົ່ງ ໃຫ້​ຮູ້​ວ່າ ດ້ວຍ​ການ​​ສະ​ແດ​ງ​ໃນ​ຕົວ​ຈິງ ໄດ້​ດຶງ​ດູດ​ ​ໄວ​ຫ​ນຸ່ມ​ມາ​ຊົມ​ລາຍ​ການ​ສະ​ແດງສິ​ລະ​ປະ​ນີ້​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ວາດ​ຟ້ອນ​ຂອງ​ນາ​ງ​ທຽມ, ທ້າວ​ທຽມ​ໃນ​ພິ​ທີ​ເຂົ້າ​ຊົມ ​ເປັນ​ການດຶງ​ດູດແຂກ​ມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ປະ​ຈຸ​ບັນ ບໍ່​ສະ​ເພາະ​ຜູ້​ເຖົ້າ​ຜູ້​ແກ່ເທົ່າ​ນັ້ນ ຫາກ​ລຸ້ນ​ຫ​ນຸ່ມ​ກໍ​ນິ​ຍົມ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງນີ້​ອີກ​ດ້ວຍ.”

ລາຍການສະແດງດົນຕີພື້ນເມືອງໃນຍາມຄ່ຳຄືນຢູ່ຖະຫນົນເກົ່າຮ່າໂນ້ຍ - ảnh 2
ນັກ​ສິ​ລະ​ປິ​ນ​ສະ​ແດງ​ການ​ຂັບ​ແຈ່ວ

        ດ້ວຍ​ເວ​ທີ​ສະ​ແດງ​​ຂະ​ຫ​ນາດ​ນ້ອຍ​ຕັ້ງ​ຢູ່​ກ່າງ​ແຈ້ງ, ບັນ​ດາ​ນັກ​ສິ​ລະ​ປິນ​ຂັບ​ສຳ ບາງ​ເທື່ອ​ນັ່ງ​ລົງ, ບາງ​ເທື່ອ​ລຸກ​ຂຶ້ນ ​ທັງ​ເສບດົນ​ຕີ ທັງ​ຮ້ອງ​ລຳ​ທຳ​ເພງ​ດ້ວຍ​ຄວາມ​ເມົາ​ມົວ. ດ້ວຍ​​ເຄື່ອງ​ດົນ​ຕີ ແລະ ຊໍ, ຜ່ານ​ບັນ​ດາ​ທຳ​ນອງ​ເພງໃ​ນ​ບັນ​ດາ​ບົດ​ຂັບ​ສຳ, ນັກ​ສິ​ລະ​ປິນ​ພື້ນ​ເມືອງ ໄດ້​ເຮັດ​ໃຫ້​ຜູ້​ຊົມ​​ວາດ​ພາບເຖິງຊີວິດ​ຂອງ​ຊາວ​ຮ່າ​ໂນ້ຍ​ໃນ​ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ 20. ສຽງ​ຂັບ​ສຳ​ໃນ​ຖະ​ຫ​ນົນ​ເກົ່າ​ຢູ່​ ຮ່າ​ໂນ້ຍ ທີ່​ຄັບ​ຄາ​ຫ​ນາ​ແຫ​ນ້ນ ແລະ ທັນ​ສະ​ໄຫມ ໄດ​້​ເຮັດ​ໃຫ້​ຜູ້​ຊົມ​​ຄິດ​ເຖິງ​ຮູບ​ພາບ​ຜູ້​ຂັບ​ສຳ​​​ສະ​ແດງ​ຢູ່ຕໍ່​ຫ​ນ້າ​ປະ​ຕູ​ເຂົ້າ​ຕະ​ຫລາດ​ບ້ານ​ນາ​ໃນ​ເມື່ອ​ກ່ອນ. ເອື້ອຍ ກາວ​ທູ​ຮ່າ, ນັກ​ທ່ອງ​ທ່ຽວ​ມາ​​ຢ້ຽມ​ຢາມ​ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ບັນ​ດາ​ສຽງ​ດົນ​ຕີ​ທີ່​ມີ​ຊີ​ວິ​ດ​ຊີ​ວາ​ອ່ອນ​ຊອນ ​ຜ່ານ​ການ​ສະ​ແດງຂອງ​ບັນ​ດານັກ​ສິ​ລະ​ປິນ ແລະ ​ການ​ເສບເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ປະ​ເພດ​ຕ່າງໆ ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​ທີ່​ສຸດ. ​ເມື່ອ​ໄດ້​ຮັບ​ຟັງ​ດົນ​ຕີ​ໃນ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ຖະ​ຫ​ນົນ​ເກົ່າ ຮ່າ​ໂນ້ຍ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມັນ​ແຕກ​ຕ່າງ​ກັບ​ສຽງ​ດົນ​ຕີ​ພື້ນ​ເມືອງ​ຜ່ານ​ປະ​ເພດ​ອື່ນ.”

        ການ​ເຄື່ອນ​ໄຫວ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ ເບື້ອງ​ຕົ້ນ​ໂດຍ​ບັນ​ດາ​ກຸ່ມ​ນິ​ຍົມ​ດົນ​ຕີ​ພື້ນ​ເມືອງ ແລະ ມີ​ຄວາມ​ຮັກ​ຕໍ່​ຮ່າ​ໂນ້ຍ ສະ​ແດງ ດ້ວຍ​ຈຸດ​ປະ​ສົງ​​ແມ່ນຢາກ​ໂຄ​ສະ​ນາ​​ສິ່ງ​ທີ່ຍອດ​ຢ້ຽມ​ໃນດົນ​ຕີ​ພື້ນ​ເມືອງ​ຂອງ​ຊາດ​ໂດຍບໍ່​ເກັບ​ຄ່າ. ​ຫລັງ​ຈາກນັ້ນ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ຮັບ​​ການ​ຕອບ​ສະ​ຫນອງ ແລະ ລະ​ດົມກຳ​ລັງ​ໃຈ​ບໍ່​ພຽງ​ແຕ່​ຈາກ​ຜູ້​ຊົມ​ເປັນ​ຈຳ​ນວນຫລວງ​ຫລາຍເທົ່າ​ນັ້ນ ຫາກ​ນັບ​ທັງ​ບັນ​ດາ​ອົງ​ການ​ອື່ນ​ອີກ​ດ້ວຍ. ປີ 2015 ກ​ອງ​ດົນ​ຕີ ພື້ນ​ເມືອງ ດົງ​ກີງ ໄດ້​ຮ່ວມ​ມື​ກັບ​ຄະ​ນະ​ຄຸ້ມ​ຄອ​ງ​ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ດົນ​ຕີ​ໃນ​ຖະ​ຫ​ນົນ​ເກົ່າ” ເພື່ອ​ແນະ​ນຳ​​ໂດຍ​ສັງ​ເຂບໃຫ້​ສາ​ທາ​ລະ​ນະ​ຊົນກ່ຽວ​ກັບ​ດົນ​ຕີ​ໃນ​ເມື່ອ​ກ່ອນ ແລະ ປະ​ຈຸ​ບັນ ຂອງ​ເຂດ​ດິນ​ແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ.” ລາຍ​ການ​ຍັງໄດ້​ເຊື້ອ​ເຊີນ​ບັນ​ດາ​ນັກ​ສິ​ລະ​ປິນ​ດົນ​ຕີ​ພື້ນ​ເມືອງ​ແຖວ​ຫ​ນ້າ​ຄື: ນັກສິ​ລະ​ປີນປະ​ຊາ​ຊົນ ຊວນ​ແຫກ, ນັກສິ​ລະ​ປີນ​ດີ​ເດັ່ນ ດັ້ງ​ກວາງ​ຮືງ, ນັກ​ສິ​ລະ​ປິນ ແທງ​ຮ່​ວາຍ. ລາຍ​ການ​ສະ​ແດງ​ແມ່ນ​ດຳ​ເນີນ​ຕາມ​ຮູບ​ການ​ທີ່​ເປັນ​ມູນ​ເຊື້ອ, ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ເສບ​ດົນ​ຕີ ນັ່ງ​ເທິງ​ສາດ ທັງ​ເສບ​ດົນ​ຕີ, ທັງ​ຮ​້ອງ​ລຳ​ທຳ​ເພງ, ບໍ່​ມີ micro ແລະ ໂທ​ລະ​ໂຄ່ງ. ອ້າຍດັ້ງ​ຊວນ​ເຄ, ຜູ້​ນິ​ຍົມ​ດົນ​ຕີ​ພື້ນ​ເມືອງ ແລະ ​ເມົາ​ມົວ​ຕໍ່​ຄວາມ​ງາມ​ຂອງ​ຮ່າ​ໂນ້ຍ ໄດ້​ແບ່ງ​ປັນ​ວ່າ:

        “ເມື່ອ​ໄດ້​ຮັບ​ຟັງ​ສຽງ​ດົນ​ຕີ​ໂດຍ​ນັກ​ສິ​ລະ​ປິນ​ສະ​ແດງ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ທຳ​ນອງ​ເພງ​ແມ່ນ​ອ່ອນ​ຊອນ, ດູດ​ດື່ມ​ທີ່​ສຸດ.”

        ຖ້າ​ວ່າ ດົ​ນ​ຕີ​ເວົ້າ​ລວມ ແມ່ນ​ສິ​ລະ​ປະ​ນຳ​ໃຊ້​ທຳ​ນອງ​ເພງແມ່ນ​ນ້ຳສຽງ ເພື່ອ​ສະ​ແດງ​ອາ​ລົມ​ຈິດ, ຄວ​າມ​ຮູ້​ສຶກ​ຂອງ​ມະ​ນຸດ, ດົນ​ຕີ​ພື້ນ​ເມືອງ​ແມ່ນ​ນ້ຳ​ສຽງສະ​ແດງ​ໃຫ້​ເຫັນ​ດ້ານ​ຈິດ​ວິນ​ຍານ, ວັດ​ທະ​ນະ​ທຳ, ພູມ​ປັນ​ຍາ​ຂອງ​ຊາດ. ດົນ​ຕີ​ພື້ນ​ເມືອງ​ນັບ​ມື້​ນັບ​ດຶງ​ດູດ​ຜູ້​ຊົມ​ຜ່ານ​ການ​ສະ​ແດງ​ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ພື້ນ​ເມືອງ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ພິ​ເສດ​ໄດ້​ສະ​ແດງ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ​ຮ່າ​ໂນ້ຍ. ເມື່ອ​ໄປຢ້ຽມຢາມ ຖະ​ຫ​ນົນ 36 ສາຍ​ຢູ່ ຮ່າ​ໂນ້ຍ, ທ່ານ​ຢ່າ​ລື​ມ​ແວ່​ຢ້ຽມ​ຊົມ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ