ລາຍເຈົາເສີມຂະຫຍາຍຄຸນຄ່າວັດທະນະທຳ ເພື່ອຊຸກຍູ້ການທ່ອງທ່ຽວພັດທະນາ

(VOVWORLD) -ດ້ວຍຈຳນວນ 20 ເຜົ່າດຳລົງຊີວິດຢູ່ຮ່ວມກັນ, ແຂວງລາຍເຈົາແມ່ນດິນແດນຫຼາກຫຼາຍສີສັນວັດທະນະທຳ. ພາຍຫຼັງປະຕິບັດມະຕິຂອງແຂວງ ວ່າດ້ວຍການອະນຸລັກເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງອັນດີງາມຂອງບັນດາເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວໄລຍະ 2021 – 2025, ກຳນົດທິດເຖິງປີ 2030 ເປັນເວລາເກືອບ 3 ປີ, ມາຮອດປັດຈຸບັນບັນດາໝູ່ບ້ານຢູ່ແຂວງລາຍເຈົາ ໄດ້ຟື້ນຟູບັນດາຮິດຄອງປະເພນີງານບຸນວັດທະນະທຳພື້ນເມືອງ. ຫຼາຍເຫດການວັດທະນະທຳທີ່ມີຂອບຂະໜາດທ້ອງຖິ່ນ, ຂົງເຂດໄດ້ຖືກຈັດຂຶ້ນປະກອບສ່ວນໂຄສະນາການທ່ອງທ່ຽວກໍ່ຄືພາບພົດທີ່ສວຍງາມກ່ຽວກັບດິນແດນແລະຊາວແຂວງລາຍເຈົາແລະໄດ້ນຳແຂວງນີ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ
ລາຍເຈົາເສີມຂະຫຍາຍຄຸນຄ່າວັດທະນະທຳ ເພື່ອຊຸກຍູ້ການທ່ອງທ່ຽວພັດທະນາ - ảnh 1ຕະຫຼາດນັດຊານທ່າງ ຂອງຊາວເຜົ່າໄຢ້

     ບ້ານຊານທ່າງໜຶ່ງຕາແສງຊານງທ່າງນະຄອນລາຍເຈົາຫຼາຍປີມານີ້ໄດ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມີໂອກາດມາຢາມແຂວງລາຍເຈົາ ເພາະວ່າຢູ່ແຫ່ງນີ້ຍັງຮັກສາບັນດາອາຊີບຫັດຖະກຳຕິດພັນກັບວັດທະນະທຳທີ່ເປັນເອກະລັກສະເພາະ. ທ່ານຕະຫວຽດຮຸ່ງແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ:

       “ຂ້າພະເຈົ້າກໍ່ໄດ້ຮັບຟັງຫຼາຍກ່ຽວເຍື່ອງອາຫານແມນແມ໊ນແຕ່ເປັນຄັ້ງທຳອິດຂ້າພະເຈົ້າກໍ່ໄດ້ເຫັນປະຈັກຕາຊາວທ້ອງຖິ່ນໄດ້ແຕ່ງອາຫານເຍື່ອງນີ້ ແລະໄດ້ຮັບປະທານ. ຂ້າພະເຈົ້າຮູ້ສຶກເຍື່ອງອາຫານນີ້ມີຄວາມແຕກຕ່າງກັບຄວາມນຶກຄິດເມື່ອກ່ອນນີ້ຂອງຂ້າພະເຈົ້າ. ເມື່ອມາແຫ່ງນີ້ຂ້າພະເຈົ້າກໍ່ໄດ້ເຫັນວິທີປຸງແຕ່ງ ຂອງພໍ່ແມ່ພີ່ນ້ອງຊາວທ້ອງຖິ່ນກໍ່ເຫັນວ່າເຍື່ອງອາຫານນີ້ແຊບຫຼາຍ”.

       ດ້ວຍຈຳນວນ 17 ຊົນເຜົ່າ, ນະຄອນລາຍເຈົາ ແມ່ນໜຶ່ງໃນບັນດາຕົວເມືອງທີ່ມີປະຊາຊົນບັນດາເຜົ່າສ່ວນໜ້ອຍດຳລົງຊີວິດຢ່າງໜາແໜ້ນທີ່ສຸດໃນທົ່ວປະເທດ. ນອກຈາກການສ້າງແຜນຜັງພັດທະນາບັນດາໝູ່ບ້ານວັດທະນະທຳ ຕິດພັນກັບການທ່ອງທ່ຽວຊຸມຊົນໂດຍອີງໃສ່ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງແຕ່ລະຕາແສງ, ທາງທ້ອງຖິ່ນໄດ້ປະສົມປະສານແຫຼ່ງເງິນລົງທຶນກໍ່ສ້າງພື້ນຖານໂຄງລ່າງທ່ອງທ່ຽວຢ່າງມີປະສິດທິຜົນ. ຜ່ານນັ້ນກໍ່ທັງຮັກສາບັນດາເຮືອນເກົ່າ, ທາງທ້ອງຖິ່ນພັດມີແຫຼ່ງທຶນເພື່ອໃຫ້ບັນດາກອງສິລະປະກອນຂະຫຍາຍຕົວໄດ້ພົວພັນແລກປ່ຽນສະແດງສິລະປະຮັບໃຊ້ປະຊາຊົນແລະແຂກທ່ອງທ່ຽວ.

      “ປີນີ້ເຮືອນຂ້າພະເຈົ້າກໍ່ແມ່ນຫຼັງທຳອິດທີ່ໄດ້ຮັບການບູລະນະສ້ອມແປງຄືນ. ພວກຂ້າພະເຈົ້າກໍ່ຍັງມີຄວາມຫວັງຢາກເຮັດທ່ອງທ່ຽວຊຸມຊົນ ເພື່ອດຶງດູດແຂກທ່ອທ່ຽວມາຢ້ຽມຊົມທັດສະນະສຶກສາເພື່ອຊ່ວຍຄອບຄົວເພີ່ມລາຍຮັບ”.

      “ກອງສິລະປະກອນໄດ້ຕັ້ງໜ້າຮຽນຮູ້ບັນດາວາດຟ້ອນບົດເພງເພື່ອຮັກສາສີສັນວັດທະນະທຳແລະມູນເຊື້ອຂອງຊາວເຜົ່າ ມົ້ງຢູ່ແຫ່ງນີ້ ເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອເຂົາເຈົ້າມາຢ້ຽມຢາມບ້ານສິນສວຍໂຮ່”.

     ທ່ານ ເລຊວັນຢຸ໊ງ ຫົວໜ້າຂະແໜງວັດທະນະທຳ-ຖະແຫຼງຂ່າວນະຄອນລາຍເຈົາໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າສຸມໃສ່ການອຸນຸລັກຮັກສາສີສັນວັດທະນະທຳບັນດາເຜົ່າໃນບໍລິເວນນະຄອນນັ້ນແມ່ນເຜົ່າມົ້ງ, ຜູ້ໄທ, ໄຢ໊ ແລະ ເຜົ່າຢ້າວ. ສຳລັບຕາແສງຊານທ່າງກໍ່ໄດ້ຮັບຄວາມເອົາໃຈໃສ່ອະນຸລັກຮັກສາຕະຫຼາດນັດທີ່ເປັນປະເພນີ,  ສ້າງບັນດາກອງສິລະປະກອນພື້ນເມືອງຕິດພັນກັບບັນດາໝູ່ບ້ານທ່ອງທ່ຽວ ຊຸມຊົນ. ອະນຸລັກແລະເສີມຂະຫຍາຍບັນດາງານບຸນໃນບໍລິເວນນະຄອນ ພິເສດພວກຂ້າພະເຈົ້າກໍ່ໄດ້ເປີດສອງຊຸດອົບຮົມຖ່າຍທອດວັດທະນະທຳສຳລັບຊົນເຜົ່າໄຢ໊ ນັ້ນແມ່ນຊຸດອົບຮົມສ້າງຊຸດອາພອນປະຈຳເຜົ່າ ແລະ ຖ່າຍທອດການປຸງແຕ່ງອາຫານພື້ນເມືອງ”.

     ພາຍຫຼັງປະຕິບັດມະຕິ 04 ເປັນເວລາ 3 ປີ ມາຮອດປັດຈຸບັນແຂວງລາຍເຈົາໄດ້ມີ 5 ເປົ້ົ້າໝາຍໃນຈຳນວນ 6 ເປົ້າໝາຍໄດ້ຮັບການຜັນຂະຫຍາຍປະຕິບັດ; ບັນດາມໍລະດົກວັດທະນະທຳພື້ນເມືອງຂອງບັນດາເຜົ່າໄດ້ຮັບການອະນຸລັກ. ພ້ອມກັນນັ້ນທາງທ້ອງຖິ່ນກໍ່ໄດ້ສ້າງສຳເນົາເອກະສານວິທະຍາສາດວັດທະນະທຳບໍ່ເປັນວັດຖຸລະດັບຊາດສອງຊຸດ… ຫຼາຍເມືອງກໍ່ໄດ້ມີວິທີປະຕິບັດຢ່າງມີຫົວຄິດປະດິດສ້າງ ແຜ່ກະຈາຍສີສັນວັດທະນະທຳອັນດີງາມຂອງບັນດາເຜົ່າໃນວົງຄະນະຍາດ ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ. ທ່ານ ເຈິ່ນກວາງຂາງ ຮອງຫົວພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງລາຍເຈົາໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າຈະສົມທົບກັບກົມໃຫຍ່ທ່ອງທ່ຽວ ເພື່ອເປີດບັນດາຊຸດອົບຮົມຍົກສູງວິຊາຊີບດ້ານການທ່ອງທ່ຽວໃຫ້ແກ່ຜູ້ນຳທ່ຽວຢູ່ບັນດາໝູ່ບ້ານ. ພິເສດແມ່ນຍົກສູລະດົບຄວາມຮັບຮູ້ຂອງປະຊາຊົນເສີມຂະຫຍາຍບັນດາສີສັນວັດທະນະທຳພື້ນເມືອງອັນດີງາມຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ”.

     ເລື່ອງແຂວງໄດ້ຟື້ນຟູຮັກສາບັນດາສີສັນວັດທະນະທຳນີ້ ໄດ້ສ້າງເປັນພາບພົບວັດທະນະທຳຫຼາກຫຼາຍສີສັນພ້ອມທັງໄດ້ສ້າງຄວາມດູດດື່ມສະເພາະເພື່ອໃຫ້ ລາຍເຈົາພັດທະນາການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ