ວັດທະນະທຳພື້ນເມືອງຜ່ານ 12 ປະເພດພາບພື້ນເມືອງທີ່ພົ້ນເດັ່ນຂອງຫວຽດນາມ

(vovworld)- ບໍ່​ພຽງ​ແຕ່​ແມ່ນ​ພາບ​ທີ່ນຳ​ມາວາງ​ສະ​ແດງ​ເທົ່າ​ນັ້ນ, ງານ​ວາງ​ສະ​ແດງ “ ພາບ​ພື້ນ​ເມືອງ 12 ປະ​ເພດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ” ຖືກ​ຈັດ​ຂຶ້ນ​ຢູ່ ຫໍ​ພິ​ພິດ​ທະ​ພັນ ຮ່າ​ໂນ້ຍ ​ໃຫ້, ສາ​ທາ​ລະ​ນະ​ຊົນ​ທີ່​ນິ​ຍົມ​ສິ​ລະ​ປະ​ພື້ນ​ເມືອງ ໄດ້​ຮັບ​ຊົມ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ, ວິ​ວັດ​ການ​ຜະ​ລິດ​ພາບ​ພື້ນ​ເມືອງ​ແຕ່​ລະ​ປະ​ເພດ. ນອກ​ຈາກ​​ໄດ້ຊົມ​ບັນ​ດາ​ພາບ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ແລ້ວ, ຜູ້​ຊົມ​ຍັງ​ມີ​ໂອ​ກາດ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ພາບ​ພື້ນ​ເມືອງຄື: ພາບ​ດົງ​ໂຮ່, ຮ່າງ​ຈົງ, ກີມ​ຮ່​ວາງ... ທີ່​ງານ​ວາງ​ສະ​ແດງ​ອີກ​ດ້ວຍ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ສາ​ທາ​ລະ​ນະ​ຊົນ​ຈະມີ​ໂອ​ກາດ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ, ຮັບ​ເອົາ​ບັນ​ດາ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ພາບ​ພື້ນ​ເມືອງ​ຫວຽດ​ນາມ ແຕ່​ລະ​ປະ​ເພດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງາ​ບັກ.

ວັດທະນະທຳພື້ນເມືອງຜ່ານ 12 ປະເພດພາບພື້ນເມືອງທີ່ພົ້ນເດັ່ນຂອງຫວຽດນາມ - ảnh 1
ພາບພື້ນເມືອງບ້ານຊີ່ງ
(ພາບປະກອບ)

        ພາບ​ພື້ນ​ເມືອງ ຮ່າ​ງຈົງ ດ້ວຍ​ຂະ​ຫນາດ​ໃຫຍ່ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ເຊິ່ງມີ​ລວງກວ້າງ 1,4 ແມັດ, ລວງ​ຍາວ 1,8 ແມັດ ແມ່ນ​ຈຸດ​ພົ້ນ​ເດັ່ນ​ເປັນ​ຫນ້າ​ສົນ​ໃຈ​ໃນ​ງານ​ວາງ​ສະ​ແດງ “ພາບພື້ນ​ເມືອງ 12 ປະ​ເພດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ”. ນັກ​ສິ​ລະ​ປະ​ການ​ຫນ​ຸ່ມ ເລ​ຮ​ວ່ານ, ລູ​ກ​ຊາຍ​ທັງ​ເປັນ​ຜູ້​ສືບ​ທອດ​ຫນຶ່ງ​ດຽວ​ຂອງ​ນັກ​ສິ​ລະ​ປະ​ການ​ພາບ​ຮ່າງ​ຈົ໋ງ ເລ​ດີງງວຽນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພາບ​ພື້ນ​ເມືອງ​ທີ່​ພົ້ນ​ເດັ່ນ​ຂອງ ພາບຮ່າງ​ຈົ໋ງ, ສ່ອງ​ແສງ​ໃຫ້​ເຫັນ​ການ​ເຊື່ອ​ຖື​ບູ​ຊາ​ພະ​ແມ່​ຂອງ​ປະ​ຊາ​ຊົນ. ຕາມ​ອ້າຍ​ເລ​ຮ່​ວານ ແລ້ວ, ພາບ​ແຕ່​ລະ​ແຜ່ນ​ໃນງານ​ວາງ​ສະ​ແດງພາບ​ພື້ນ​ເມືອງ 12 ປະ​ເພດ​ທີ່​ພົ້ນ​ເດັ່ນ, ​ມີ​ຄວາມ​ງາມ​ພິ​ເສດ​ສະ​ເພາະ, ສ່ອງ​ແສງ​ຈຸດ​ຄ້າຍ​ຄື​ກັນ ແລະ ແຕກ​ຕ່າງ​ກັນ​ໃນ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ດ້ວຍ​ຈິດໃຈ​ຂອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ເຂດ​ພາກ.

        “ຢູ່​ພາກ​ໃຕ້ ສ່ວນ​ຫລາ​ຍ​ແມ່ນ​ບູ​ຊາ​ພະພຸດທະ​ເຈົ້າ, ພາບ​ບູ​ຊາ​, ພາບ​ແກ​້ວຢູ່​ຕະ​ຫລາດ​ໃຫຍ່. ສ່ວນ​ຢູ່​ພາກ​ກາງ,  ພາບ​ແກ້ວ​ພະ​ລາດ​ຊະ​ວັງ ເຫ້ວ ມີ​ສີ​ສັນ​ຂອງ​ພະ​ລາດ​ຊະ​ວັງ ເຫ້ວ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ​ໃນ​ເມື່ອ​ກ່ອນ. ພາບ​ພື້ນ​ເມືອງ​ຂອງ​ໝູ່​ບ້ານ​ຊີ່ງ ສ່ວນ​ຫລາຍ​ແມ່ນ​ພາບທີ່​ໃຊ້​ເພື່ອ​ຂັບ​ໄລ່​ຜີສ​້າງນາງ​ໄມ້ເມື່ອ​ບູ​ຊາ​ແລ້ວ ແມ່ນ​ຈູດ​ເຜົາ. ​ຢູ່​ພາກ​ເຫນືອມີ​ພາບ​ບູ​ຊາ​ພະ​ແມ່. ພາບ​ແຕ່​ລະ​ປະ​ເພດ​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ສະ​ເພາະ ແຕ່​ທັງ​ໝົດ​ລ້ວນ​ແຕ່​ຮັບ​ໃຊ້​ການ​ເຫລື້ອມ​ໃສ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.”

ພາບ​ພື້ນ​ເມືອງທີ່ພົ້ນ​ເດັ່ນ 12 ປະ​ເພດ​ແມ່ນນອນ​ໃນ​​ປະ​ມ​ວນ​ພາບ​ຂອງ​ຫໍ​ພິ​ພິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ຮ່າ​ໂນ້ຍ, ລວມ​ມີ: ພາບ​ດົງ​ໂຮ່, ພາບ​ກີມ​ຮ່​ວາງ, ພາບ​ຮ່າງ​ຈົ໋ງ, ພາບໝູ່​ບ້ານ​ຊີ່ງ ແລະ​ອື່ນໆ. ​ພາບກວ່າ 200 ແຜ່ນ ແລະ ວັດ​ຖຸ​ພັນ​ທີ່​ໄດ້​ນຳ​ມາວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ພຽງ​ແຕ່​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຈຳ​ນວນ​ພາບພື້ນ​ເມືອງ 800 ແຜ່ນ ຊື່ງ​ນັກ​ສະ​ສົມ ຫງວຽນ​ທິ​ທູ​ຮ່​ວາ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ເອ​ກະ​ຊົນ ຮ່າ​ໂນ້ຍ ທ້ອນ​​ໂຮມ​ມາ​ໄດ້​ໃນ​ຫລາຍ​ປີ​ມານີ້. ສ່ວນ​ຫນຶ່ງ​ໃນ​ບັນ​ດາ​ພາບ​ພື້ນ​ເມືອງ​ບູ​ຮານທີ່​ທ່ານ​ນາງ​ຊື້​ມາ​ໄດ້​ຈາກ​ຜູ້​ອື່ນ. ສ່ວນ​​ຫນຶ່ງ​ອີກ​ແມ່ນ​ໄດ້​ຜະ​ລິດ​ຄືນ​ໃຫມ່​ຕາມ​ເອ​ກະ​ສານ​ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 20 ທີ່ພວມ​ໄດ້​ຮັບ​ກາ​ນ​ຮັກ​ສາ​ໄວ້.

ຄຽງ​ຄູ່​ກັນ​ນັ້ນ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ແນະ​ນຳ​ປະ​ມວນ​ພາບ​ພື້ນ​ເມືອງ​ຂອງ​ຫໍ​ພິ​ພິດ​ທະ​ພັນ ຮ່າ​ໂນ້ຍ ຄື: ພາບ​ແຕ້ມ ແລະ ແຜ່ນ​ໄມ້​ພິມ​ພາບ​ຮ່າງ​ຈົງ, ພາບ​ບູ​ຊາ​ຂອງ​ຊາວ​ເຜົ່າ​ຢ້າວ, ພະ​ພຸດ​ທະ​ຮູບ​ບູ​ຮານ.. ສົມ​ທົບ​ກັບ​ການ​ເຄື່ອນ​ໄຫວ​ແຕ້ມ​ພາບ​ພື້ນ​ເມືອງ​ສະ​ຫງວນ​ໃຫ້​ແກ່​ແຂກ​ມາ​ຢ້ຽມຊົມ​ຢູ່​ເຂດ​ວາງ​ສະ​ແດງນີ້. ທ່ານ​ນາງ ຫງວຽນ​ທິ​ງອກ​ຮ່​ວາ, ຫົວ​ຫນ້າ​ພະ​ແນກ​ສຶກ​ສາ, ມະ​ຫາ​ຊົນ ແລະ ສື່​ສານ, ຫໍ​ພິ​ພິດ​ທະ​ພັນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ບັນ​ດາ​ພາບ​ປະ​ເພດ​ທີ່​ມີ​ຊື່​ສຽງ​ແລ້ວ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ແນະ​ນຳ​ພາບ​ບາງ​ປະ​ເພດ​ທີ່​ໄດ້​ພັດ​ທະ​ນາ​ໃນ​ອະ​ດີດ​ຕະ​ການ​.

        ບັນ​ດາ​ນັກ​ສິ​ລະ​ປະ​ການ​ພາບ​ພື້ນ​ເມືອງ, ຟີມ​ເອ​ກະ​ສານທີ່​ໄດ້​ແນະ​ນຳ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ຊ່ວຍ​ໃຫ້​ສາ​ທາ​ລະ​ນະ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ແຫ່ງ​ການ​ພັດ​ທະ​ນາ​ພາບ​ພື້ນ​ເມືອງ​ຢູ່​ຫວຽດ​ນາມ. ໃນ​ສະ​ໄຫມ​ລາດ​ຊະ​ວົງ ມາກ (ສັດ​ຕະ​ວັດ​ທີ 16), ພາບ​ພື້ນ​ເມືອງ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ. ຕາມ​ທ່ວງ​ທ່າ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ພິມ ແລະ ແກະ​ຄວັດ​ສະ​ຫລັກ​ໄມ້​ຢູ່​ຫວຽດ​ນາມ, ການ​ຜະ​ລິດ​ພາບ​ພື້ນ​ເມືອງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ​ຢູ່​ຫລາຍ​ທ້ອງ​ຖິ່ນ, ສຸ​ມ​ໃສ່​ເປັນ​ໝູ່​ບ້ານ​ຫລື​ໂດຍ​ແຕ່​ລະ​ຄອບ​ຄົວ​ພິມ​ຕ່າງ​ຫາກ ແລະ ໄດ້​ໃຊ້​ຊື່​ຕາມ​ຕາ​ແສງ,ເມືອງ… ຄື​ພາບ​ດົງ​ໂຮ່, ແຂວງ ບັກ​ນິງ, ພາບ ຮ່າ​ງ​ຈົ໋ງ ຮ່າ​ໂນ້ຍ, ພາບ​ນາມ​ຮ່​ວາງ ແຂວງ ເງ້​ອານ, ພາບ​ໝູ່​ບ້ານຊີ່ງ, … ພາບ​ພື້ນ​ເມືອງ​ໄດ້​ຮັບ​ການ​ນຳ​ໃຊ້​ເປັນ​ສ່ວນ​ຫລາຍ​ໃນ​ໂອ​ກາດ​ບຸນ​ເຕັດ​ຫລື​ພິທີບູ​ຊາ..ສ່ອງ​ແສງ​ໃຫ້​ເຫັນ​ການ​ເຫລື້ອມ​ໃສ​ຂອງ​ປະ​ຊາ​ຊົນ ແລະ ມີ​ຄວາມ​ມຸ້ງ​ມາດປາດ​ຖະ​ຫນາ​ກ່ຽວ​ກັບ​ຊີ​ວິດທີ່​ອີ່ມ​ໜຳ​ສຳ​ລານ​ພູ​ນ​ສຸກ. ທ່ານ​ນາງ ຫງວຽນ​ທິ​ທູ​ຮ່​ວາ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ເອ​ກະ​ຊົນ ຮ່າ​ໂນ້ຍ ເວົ້າ​ວ່າ:

“ຈຸ​ດ​ປະ​ສົງ​ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ຢາກ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ພາບ​ພື້ນ​ເມືອງ​ຫວຽດ​ນາມ​ໄວ້. ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ຕ້ອງ​ມີ​ການພັດ​ທະ​ນາກວ່າ​ອີກ ຖ້າ​ພຽງ​ແຕ່​ອະ​ນຸ​ລັກ​ຮັກ​ສາ ພາບ​ພື້ນ​ເມືອງ​ຈະຄ່ອຍໆ​ຖ​ືກ​ສູນ​ຫາຍ​ໄປ. “

        ໂດຍ​ການ​ເຕົ້າ​ໂຮມ​ 12 ປະ​ເພດ​ພາບ​ພື້ນ​ເມືອງ​ທີ່​ພົ້ນ​ເດັ່ນ​ຢູ່​ທັງ​ສາມ​ພາກ ຂອງ ຫວຽດນາມຄື: ພາ​ກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້ ກໍ​ຄື​ພາບ​ບູ​ຊາ​ຢູ່​ເຂດ​ພູ​ດອຍ, ງານ​ວາງ​ສະ​ແດງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ແບບ​ຂອງ​ປະ​ເພດ​ພາບ​ພື້ນ​ເມືອງ​ຫວຽດ​ນາມ. ງານ​ວາງ​ສະ​ແດງ​ພາບ​ພື້ນ​ເມືອງ​ທີ່​ພົ້ນ​ເດັ່ນ​ຢູ່​ຫວຽດ​ນາມ ພວມ​ດຳ​ເນີນ​ໄປ​ຢູ່ຫໍ​ພິ​ພິ​ດ​ທະ​ພັນ​ຮ່າ​ໂນ້ຍ ແລະ ຄາດ​ວ່າ​ຈະ​ແກ່​ຍາວ​ຮອດຕົ້ນ​ປີ 2017 ເພື່ອ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ແຂກ​ສາ​ກົນ ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພາບ​ພື້ນ​ເມືອງ ຫວຽດ​ນາມ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ຊາດ. 


ຕອບກັບ

ຂ່າວ/ບົດ​ອື່ນ