ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ປະກອບສ່ວນໂຄສະນາວັນນະຄະດີຫວຽດນາມ ອອກສູ່ໂລກ

ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ຖືກຈັດຂຶ້ນໃນລະຫວ່າງວັນທີ 16 ຫາ 21 ກຸມພາ ເຊິ່ງມີການສົມທົບພ້ອມກັບກອງປະຊຸມໂຄສະນາວັນນະຄະດີ ຫວຽດນາມສາກົນຄັ້ງທີ 4, ງານມະໂຫລານກາບກອນສາກົນຄັ້ງທີ 3 ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ສອງແຂວງ ກວ໋າງນິງ ແລະ ບັກຢາງ. ການເຄື່ອນໄຫວກາບກອນພິເສດນີ້ໄດ້ປະກອບສ່ວນໂຄສະນາວັນນະຄະດີ ຫວຽດນາມ ແລະ ນຳວັນນະຄະດີກາບກອນ ຫວຽດນາມ ເຈືອຈານເຂົ້າກັບພື້ນຖານວັດທະນະທຳຂອງໂລກ.
ວັນກາບກອນ ຫວຽດນາມ ຄັ້ງທີ 17 ປີ 2019 ປະກອບສ່ວນໂຄສະນາວັນນະຄະດີຫວຽດນາມ ອອກສູ່ໂລກ - ảnh 1 ວັນກາບກອນຫວຽດນາມຄັ້ງທີ 17 ປີ 2019

ວັນກາບກອນ ຫວຽດນາມ ຄັ້ງທີ 17 ຖືກຈັດຂຶ້ນ ພ້ອມກັບສອງເຫດການວັນນະຄະດີກາບກອນໃຫຍ່ລະດັບສາກົນ ແມ່ນເຫດການພົວພັນແລກປ່ຽນວັດທະນະທຳໃຫຍ່ຂອງ ຫວຽດນາມ, ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນໃນໂລກຈຳນວນ 200 ຄົນ ເຊິ່ງແມ່ນບັນດານັກກາວີ ນັກປະພັນວັນນະຄະດີ, ນັກແປພາສາ, ນັກຄົ້ນຄວ້າ,… ວັນກາບກອນ ຫວຽດນາມ ຄັ້ງທີ 17 ຖືກດຳເນີນຢູ່ສາມທ້ອງຖິ່ນຄື ນະຄອນຫຼວງຮ່າໂນ້ຍ, ນະຄອນຮ້າລອງ ແຂວງ ກວ໋າງນິງ ແລະ ນະຄອນບັກຢາງ ແຂວງ ບັກຢາງ ດ້ວຍການເຄື່ອນໄຫວທີ່ຟົດຟື້ນ ແລະ ອຸດົມສົມບູນ. ເປີດສາກແມ່ນກອງປະຊຸມໂຄສະນາວັນນະຄະດີຫວຽດນາມ ສາກົນຄັ້ງທີ 4 ຖືກດຳເນີນໃນວັນທີ 16 ກຸມພາຢູ່ຮ່າໂນ້ຍ. ວັນກາບກອນ ຫວຽດນາມ ຄັ້ງທີ 17 ຖືກໄຂຂຶ້ນໃນວັນທີ 17 ກຸມພາ ຢູ່ ວັນໝຽວກ໋ວກຕືຢາມ ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ : “ພູຜາປ່າໄມ້ແມ່ນ້ຳລຳເຊ, ມຸ່ງໄປສູ່ເຂດຊາຍແດນ, ເຂດທະເລໝູ່ເກາະຂອງປະເທດຊາດ ແລະ ສະເຫຼີມສະຫຼອງ 40 ປີ ແຫ່ງສົງຄາມປົກປັກຮັກສາເຂດຊາຍແດນພາກເໜືອ (ວັນທີ 17 ກຸມພາ 1979 - ວັນທີ 17 ກຸມພາ 2019). ພ້ອມກັນນັ້ນ, ຄ່ຳຄືນຂັບກາບກອນສາກົນ ໄດ້ດຶງດູດການເຂົ້າຮ່ວມຂອງນັກກາວີທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍເຊິ່ງຖືກຈັດຂຶ້ນໃນຄ່ຳຄືນວັນທີ 18 ກຸມພາຢູ່ນະຄອນຮ້າລອງ ແລະ ວັນກາບກອນ ຫວຽດນາມ ຄັ້ງທີ 17 ຢູ່ນະຄອນບັກຢາງ ດ້ວຍຫົວຂໍ້ “ຊາວພາກເໜືອ” ຖືກດຳເນີນໃນວັນທີ19 ກຸມພາ. ທ່ານປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຮິວທິ້ງ ໃຫ້ຮູ້ວ່າ:

    “ພວກເຮົາໄດ້ດຳເນີນກອງປະຊຸມສຳມະນາ, ການໂອ້ລົມສົນທະນາຫົວເລື່ອງຢ່າງເປີດອົກເປີດໃຈ ແລະ ໄດ້ບັນລຸຄວາມເຫັນດີເຫັນພ້ອມຢ່າງສູງ ກ່ຽວກັບຄວາມຈຳເປັນຕ້ອງຊອກຫາບັນດາວິທີການແກ້ໄຂ ເພື່ອແນະນຳບັນດາບົດປະພັນທີ່ດີເດັ່ນຂອງວັນນະຄະດີ ຫວຽດນາມ ອອກສູ່ໂລກພາຍນອກ. ສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ໄດ້ຮັບເອົາການປະກອບຄຳຄິດເຫັນຂອງບັນດາເພື່ອນມິດສາກົນ ເພື່ອສ້າງໂຄງການທີ່ອາດສາມາດປະຕິບັດໃຫ້ສົມບູນແບບ ເພື່ອຊອກຫາວິທີການແກ້ໄຂດີທີ່ສຸດ ເພື່ອນຳບັນດາຄຸນຄ່າວັນນະຄະດີ ຫວຽດນາມ ໄປສູ່ຜູ້ອ່ານໃນໂລກ”.

     ວັນກາບກອນ ຫວຽດນາມ ປີນີ້ບໍ່ພຽງແຕ່ຖືກຈຳກັດໃນຂົງເຂດກາບກອນເທົ່ານັ້ນ ຫາກຍັງມຸ່ງໄປສູ່ການເປີດກວ້າງອອກສູ່ບົດຮ້ອຍແກ້ວ, ການຄົ້ນຄວ້າ, ການແປພາສາ… ພິເສດແມ່ນເປົ້າໝາຍແນະນຳໂຄສະນາ, ນຳວັນນະຄະດີ ຫວຽດນາມ ອອກສູ່ໂລກ. ເນື່ອງໃນໂອກາດນີ້, ສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ໄດ້ຮຽບຮຽງປຶ້ມສາມຫົວ: ແນະນຳລວມກ່ຽວກັບວັນນະຄະດີ ຫວຽດນາມ ຜ່ານ 10 ສະຕະວັດ ໂດຍຜູ້ແຕ່ງແມ່ນ ຟອງເລ; ຊຸດກາບກອນຂອງ ຫວຽດນາມ “ພູຜາປ່າໄມ້ແມ່ນ້ຳລຳເຊ” ລວມມີບັນດາບົດກາບກອນຂອງນັກກາວີ 44 ຄົນ ແລະ ຊຸດເລື່ອງສັ້ນ ຫວຽດນາມ ທັນສະໄໝດ້ວຍບັນດາເລື່ອງລາວຂອງຜູ້ແຕ່ງ 22 ຄົນ. ປຶ້ມເຫຼົ່ານີ້ກໍ່ແຕ່ພິມເປັນສອງພາສາ ຫວຽດນາມ ແລະ ອັງກິດ ເພື່ອແນະນຳວັນນະຄະດີ ຫວຽດນາມ ໃຫ້ແກ່ບັນດາຜູ້ແທນທີ່ເຂົ້າຮ່ວມໃນການເຄື່ອນໄຫວ ນອນໃນຂອບເຂດວັນການກອນ ປີ 2019. ທ່ານ ຮິວທິ້ງ ໃຫ້ຮູ້ອີກວ່າ:

      “ບັນດາການພົບປະແລກປ່ຽນວັດທະນະທຳ ແລະ ກາບກອນໄດ້ຖືກຈັດຂຶ້ນໃນວັນກາບກອນ ຫວຽດນາມ ຄັ້ງທີ 17 ແລະ ບັນດາມະຫາວິທະຍາໄລວັດທະນະທຳ, ມະຫາວິທະຍາໄລສ້າງຄູ… ແມ່ນຊຸມວັນບຸນກາບກອນພິເສດ, ອັນໄດ້ສ້າງຂອບເຂດວັດທະນະທຳກາບກອນທີ່ດີເລີດ ລະຫວ່າງບັນດານັກກາວີ, ນັກປະພັນວັນນະຄະດີສາກົນ. ບັນດາເພື່ອນມິດສາກົນບໍ່ພຽງແຕ່ນຳກາບກອນຂອງຕົນມາສູ່ ຫວຽດນາມເທົ່ານັ້ນ ຫາກຍັງລະຫວ່າງບັນດາຜູ້ຄົນ ກໍ່ໄດ້ນຳກາບກອນຂອງຕົນມາແລກປ່ຽນນຳກັນອີກດ້ວຍ. ຫວຽດນາມໄດ້ກາຍເປັນສະຖານທີ່ເຕົ້າໂຮມກາບກອນຂອງໂລກ”.

      ໃນວັນກາບກອນ ຫວຽດນາມ ປີນີ້, ມີຜູ້ທີ່ມີຄວາມເກັ່ງກ້າສາມາດ ຫຼາຍຄົນຢູ່ໃນໂລກ ກໍ່ໄດ້ມີໜ້າຢູ່ ຫວຽດນາມ ອັນໄດ້ຢັ້ງຢືນນ້ຳໃຈມິດຕະພາບ ລະຫວ່າງ
ຫວຽດນາມ ກັບເພື່ອນມິດສາກົນ. ເຂົ້າຮ່ວມໃນວັນກາບກອນ ຫວຽດນາມ ປີນີ້, ນັກກາວີ ກີມໂກຊູນ ຂອງ ສ ເກົາຫຼີ ໄດ້ແບ່ງປັນວ່າ:

         “ຫວຽດນາມແມ່ນປະເທດທີ່ສວຍສົດງົດງາມ. ວັນກາບກອນ ຫວຽດນາມ ຄັ້ງທີ 17 ແມ່ນເຫດການທີ່ມີຄວາມໝາຍ ແລະ ມີປະໂຫຍດ. ບັນດານັກກາບກອນທີ່ມາຈາກຫຼາຍປະເທດໃນໂລກໄດ້ເຕົ້າໂຮມກັນຢູ່ທີ່ນີ້ ແລະ ໄດ້ພ້ອມກັນແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືກ່ຽວກັບການພັດທະນາວັນນະຄະດີໂລກ”.

      ການເຄື່ອນໄຫວກາບກອນໃນໂອກາດນີ້ ໄດ້ຊ່ວຍໃຫ້ບັນດານັກປະພັນວັນນະຄະດີ ຫວຽດນາມ ຍູ້ແຮງການເຄື່ອນໄຫວ ແປພາສາ, ພິມຈຳໜ່າຍ ແລະ ນຳບົດປະພັນຂອງຕົນອອກສູ່ພາຍນອກ. ພິເສດໃນວັນນີ້, ການເຄື່ອນໄຫວ ວັນນະຄະດີກາບກອນຂອງ ຫວຽດນາມ ນັບມື້ນັບປ່ຽນແປງໃໝ່, ພ້ອມກັນນັ້ນກໍ່ຍັງຄົງຕິດພັນກັບບັນດາຄຸນຄ່າ ກົກເຄົ້າເຫງົ້າກໍຂອງຊາດ, ສ້າງເປັນລັກສະນະພິເສດສະເພາະ, ເຮັດໃຫ້ພື້ນຖານວັນນະຄະດີກາບກອນຂອງໂລກເພີ່ມຄວາມອຸດົມສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ