ວັນກາບກອນຫວຽດນາມປີ 2015 – ຂົວເຊື່ອມຕໍ່ລະຫວ່າງກາບກອນຫວຽດນາມກັບໂລກ

ໂດຍໄດ້​ເປັນ​ທຳ​ນຽມ​ແລ້ວ, ຮອດ​ໂອ​ກາດ​ວັນ​ເພັງ​ເດືອນ​ຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນໃນ​ແຕ່​ລະ​ປີ, ພ້ອມ​ກັບບັນ​ດາ​ງານ​ບຸນຍາມ​ລະ​ດູ​ບານ​ໃໝ່, ບັນ​ດາ​ນັກ​ກະ​ວີ, ຜູ້​ນິ​ຍົມ​ກາບກອນ​ຫວຽດ​ນາມ ພັດ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຮັບ​ຕ້ອນ​ວັນ​ກາບກອນ​ຫວຽດ​ນາມ. ປີນີ້, ວັນ​ບຸນ​ກາບກອນ​ຫວຽດ​ນາມ ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 13 ແລ້ວ ດ້ວຍ​ບັນ​ດາ​ຈຸດ​ໃໝ່, ອັນ​ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ເຊີດ​ຊູ​ບັນ​ດາ​ຜົນ​ງານ, ຄວາມ​ງາມ​ຂອງ​ກາບກອນ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ. ວັນ​ກາບກອນ​ຫວຽດ​ນາມ​ໄດ້​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 6/3 ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ, ແນ​ໃສ່​ໂຄ​ສະ​ນາ, ແນະ​ນຳ​ຮູບ​ພາບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ໃຫ້​ເພື່ອ​ນມິດ​ສາ​ກົນ. ຈຸດ​ທີ່​ພົ້ນ​ເດັ່ນ​ຂອງວັນ​ກາບກອນ​ຫວຽດ​ນາມ​ປີນີ້ ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ກະ​ວີ​ສາ​ກົນ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ກະ​ວີ​ຫວຽດ​ນາມ​ໄດ້​ພົບ​ປະ​ແລກ​ປ່ຽນ, ແບ່ງ​ປັນ​ຄວາມ​ໃນ​ໃຈ​ຂອງ​ຕົນ​ຜ່ານ​ບັນ​ດາ​ບົດ​ກາບກອນ​ຂອງ​ບັນ​ດາ​ນັກ​ກະ​ວີ​ທີ່​ມາ​ຈາກກວ່າ 40 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.  ​

ວັນກາບກອນຫວຽດນາມປີ 2015 –  ຂົວເຊື່ອມຕໍ່ລະຫວ່າງກາບກອນຫວຽດນາມກັບໂລກ - ảnh 1

ວັນ​ກາບກອນ​ຫວຽດ​ນາມປີ 2015 –ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ກາບກອນ​ຫວຽດ​ນາມ​ກັບ​ໂລກ

    ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ, ມີສະ​ຖານ​ທີ່ກວ່າ 100 ແຫ່ງ​ໄດ້​ຈັດ​ເຫດ​ການ ວັນ​ກາບກອນ​ຫວຽດ​ນາມ. ແຕ່​ສະ​ເພາະ​ຢູ່ ວັນ​ມ້ຽວ​ກ໋ວກ​ຕື​ຢ້າມທີ່​ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມນັ້ນ, ເຫດ​ການນີ້​ເປັນ​ພິ​ເສດກວ່າ ຂະ​ນະ​ທີ່​ມີ​ການ​ເຂົ​້າຮ່ວມຂອງ​ນັກ​ກະ​ວີ, ນັກ​ແປ​ພາ​ສາ ແລະ ນັກ​ປະ​ພັນ​ວັນ​ນະ​ຄະ​ດີທີ່ມ​ີ​ຊື່​ສຽງກວ່າ 150 ຄົນຊຶ່ງ​ມາ​ຈາກ 43 ປະ​ເທດ ແລະ​ເຂດ​ແຄ້ວນ​ໃນ​ໂລກ, ໃນ​ນັ້ນ, ມີ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຂອງ​ບາງ​ປະ​ເທດ​ໃນ​ໂລກ. ນັກ​ກະ​ວີ​ ຮິ້ວ​ຖິງ ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີຫວຽດ​ນາມ​ໃຫ້​ຮູ້​ວ່າ : (ເທບ) : “ ເຂົາ​ເຈົ້າ​ແມ່ນ​ບັນ​ດາ​ຜູ້​ທີ່​ມີ​ລະ​ດັບ​ວິ​ຊາ​ສະ​ເພາະ​ສູງ, ມີ​ຊື່​ສຽງ. ໃນ​ຕະຫຼອດ​ເວ​ລາ​ຢູ່​ຫວຽດ​ນາມ, ເຂົາ​ເຈົ້າ​ໄດ້​ນຳ​ກາບກອນ ແລະ ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ມາ​ແລກ​ປ່ຽນ​ກັບ​ພວກ​ເຮົາ, ພິ​ເສດ ຢູ່​ໃສ​ເຂົາ​ເຈົ້າຕ່າງ​ກໍ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ມີວ​ັດ​ທະ​ນະ​ທຳ​ມີ​ມາ​ແຕ່​ດົນ​ນານ. ເຂົາ​ເຈົ້າ​ຈິງ​ໃຈ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບໍ່​ມີ​ວັນ​ກາບກອນ​ຫວຽດ​ນາມເທື່ອ​ໃດ ພັດ​ໄດ້​ເຕົ້າໂຮ​ມ​ບັນ​ດາ​ນັກປະ​ພັນ​ວັນ​ນະ​ຄະ​ດີທີ່​ດີ​ເດັ່ນ​ຫຼາຍ​ຄົນຂອງຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ຄື​ຄັ້ງ​ນີ້”

    ວັນ​ກາບກອນ​ຫວຽດ​ນາມປີ 2015 ຖືກ​ຈັດ​ແບ່ງ​ເປັນ 2 ປະ​ເພດ​ກາບກອນ, ນັ້ນ​ແມ່ນກາບກອນ​ພື້ນ​ເມືອງ ແລະ ກາບກອນ​ສາ​ກົນ ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ບ​ັນ​ດາ​ນັກ​ກະ​ວີ​ສາ​ກົນ ແນະ​ນ​ຳ​ບັນ​ດາ​ບົດ​ກາບກອນຂອງ​ຕົນ​ຢູ່​ປະ​ເທດ​ຫວຽດ​ນາມ ກໍ​ຄື​ໄດ້​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ກະ​ວີ​ຫວຽດ​ນາມ. ໂດຍ​ຖືກ​ປະ​ສານ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມນັ້ນ, ບັນ​ດານັກ​ກະ​ວີ​ຫວຽດ​ນາມ ແລະ ສາ​ກົນ​ໄດ້​ຜັດ​ປ່ຽນ​ກັນ​ຂຶ້ນ​ແນະ​ນຳ​ບັນ​ດາ​ບົດ​ປະ​ພັນກາບກອນຂອງ​ຕົນ. ນັກ​ກະ​ວີ Neeva Mukova ຊາວ​ສະ​ໂລ​ວາ​ເກຍ ໄດ້​ແບ່ງ​ປັນ​ວ່າ : 

    “ ບັນ​ຍາ​ກາດ​ແມ່ນ​ພິ​ເສດ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈຫຼາຍ. ບັນ​ດາ​ເພື່ອນ​ຕ່າງ​ປະ​ເທດ​ຂຶ້ນ​ອ່ານ​ບົດ​ກາບກອນ​ຂອງ​ຕົນ, ​ສິ່ງ​ທີ່ຂ້າ​ພະ​ເຈົ້າມັກທີີ່​ສຸດແມ່ນ​ໃນ​ເມື​ອ່ ເຂົາ​ເຈົ້າ​ອ່ານ ​ກາບກອນ ​ດ້ວຍ​ພາ​ສາ​ແມ່​ຂອງເຂົາ​ເຈົ້າ​ເພາະ​ສາ​ມາດ​ຮູ້​ສຶກ​ເຖິງ​ສຽງ​ສຳ​ນຽງ​ຂອງ​ແຕ່​ລະ​ພາ​ສາ. ຂ້າ​ພະ​ເຈົ້າ​ມັກ​ກາບກອນ​ຫວຽດ​ນາມ​ທີ່​ສຸດ ແລະ ຈະ​ເລີ່ມ​ແຕ່ງ​ກາບກອນເປັນ​ພາ​ສາ​ຫວຽດ​ນາມ​ອີກ​ດ້ວຍ ”

    ໃນວັນ​ກາບກອນ​ຫວຽດ​ນາມ, ວັນ​ນະ​ຄະ​ດີ​ຫວຽດ​ນາມ​ໄດ້​ເຊື່ອມ​ຕໍ່​ກັບຫຼາຍ​ປະ​ເທດ​ໃນ​ໂລກ, ບັນ​ດາ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ກາບກອນ ພັດ​ໄດ້​ກາຍ​ເປັນ​ບັນ​ດາ​ທູດ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ. ເຫດ​ການນີ້​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ບັນ​ດາ​ເພື່ອນ​ມິດສາ​ກົນເຂົ​້າ​ໃຈ​ຕື່ມ​ກ່ຽວ​ກັ​ບ​ພື້ນ​ຖານ​ກາບກອນຫວຽດ​ນາມ. ນັກ​ກະ​ວີ Gjeke Marinaj ຊາວ​ອາ​ເມ​ລິ​ກາ ໄດ້​ແບ່ງ​ປັນ​ວ່າ :

    “​ກາບກອນຫວຽດ​ນາມ​ມີ​ຄວ​າມ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ແຕ​ກ​ຕ່າງ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ໃນ​ກາບກອນ​ຫວຽດ​ນາມ ກໍ​ມີ​ສິ່ງ​ທີ່​ດີ, ທີ່​ມ່ວນ, ທັງ​ມີ​ຄວາມ​ອ່ອນ​ຍົນ ແລະ ລະ​ອຽດ​ອ່ອນ. ພວກ​ເພື່ອນ​ສາ​ມາດ​ຮູ້​ສຶກ​ໄດ້​ວ່າ ​ກາບກອນມີ​ຄວ​າມ​ງາມສະ​ເພາະ. ການ​ຊ້ອນ​ແຝງ, ປະ​ດິດ​ຄິດ​ແຕ່ງ​ຢ່າງ​ລະ​ອຽດ​ອ່ອນ, ທຳ​ມະ​ຊາດ, ມະ​ນຸດ, ຄວາມ​ຮັ​ກ ຕ່າງ​ກໍ​ເປັນ​ບັນ​ດາ​ເຄື່ອງ​ມື​ເພື່ອ​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃຫ້ ​ກາບກອນ​ຫວຽດ​ນາມ ”

    ໂດຍ​ໄດ້​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ​ດ້ານ​ພາ​ສາ ແລະ ຄວາມ​ຫ່າງໄກ​ດ້ານ​ພູມ​ສາດ, ​ກາບກອນມີ​ກຳ​ລັງ​ແຮງ​ມະ​ຫັດ​ສະ​ຈັນ ໄດ້​ຜູກ​ຮັດ​ລະ​ຫວ່າງ​ມະ​ນຸດ​ດ້ວຍ​ກັນ. ວັນ​ກາບກອນ​ຫວຽດ​ນາມ ກໍ​ເປັນ​ອະ​ນຸ​ສອນ​ທີ່​ໜ້າ​ຈົດ​ຈຳ​ສຳ​ລັບ​ ນັກ​ກະ​ວີ​ຕ່າງ​ປະ​ເທດ​ແຕ່​ລະ​ຄົ​ນ​ເມື່ອ​ມາ​ຫວຽດ​ນາມ. ນັກ​ກະ​ວີ​ຊາວ​ອີ​ຣັກ Naseer Flaiih Hassan ເວົ້າ​ວ່າ : 

   “ ຂ​້າ​ພະ​ເຈົ້າດີ​ໃຈຫຼາຍ ເມື່ອ​ໄດ້​ເຂົ້າ​ຮ່ວມ ວັນ​ກາບກອນ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ສວຍ​ງາ​ມ, ມີ​ບັນ​ດາ​ວາດ​ຟ້ອນ​ເປັນ​ໜ້າ​ຈັບ​ໃຈ, ທຳ​ມະ​ຊາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ. ຂ້າ​ພະ​ເຈົ້າ​ມີ​ແນວ​ຄວາມ​ຄິດຫຼາຍ​ຢ່າງ​ກ່ຽວ​ກັ​ບ​ຊາວ​ຫວຽດ​ນາມ ແລະ ກ່ຽວ​ກັບ​ ​ກາບກອນຫວຽດ​ນາມ ”

   ພ້ອມ​ກັບ​ການ​ແນະ​ນຳ​ກ່ຽວ​ກັບ​ກາບກອນ​ແລ້ວ, ວັນ​ກາບກອນ​ຫວຽດ​ນາມປີ 2015, ຍັງ​ມີ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກຫຼາຍ​ຢ່າງ​ເຊັ່ນ: ງານ​ວາງ​ສະ​ແດງ, ການ​ພົ​ບ​ປະ​ແລກ​ປ່ຽນ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ​ສາກົນ, ບັນ​ດາ​ບົດ​ປະ​ພັນ ວັນ​ນະ​ຄະ​ດີຫວຽດ​ນາມ​ຖືກ​ແປ​ເປັນ​ພາ​ສາ​ຕ່າງ​ປະ​ເທດ ແລະ ຖືກ​ພິ​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ, ການ​ວາງ​ສະ​ແດງ, ແນະ​ນຳ​ປຶ້ມ, ຄຸ້ມ​ຖະ​ໜົນ​ສິ​ລະ​ປະ….ນີ້​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ໃຫ້​ເພື່ອນ​ມິດ​ສາ​ກົນ. ນັກ​ກະ​ວີ​ ຮິ້ວ​ຖິງ ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ ພວກ​ເຮົາ​ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ນຳ​ວັດ​ທະ​ນະ​ທຳ​ຂອງ​ໂລກ​ເຂົ້າ​ຫວຽດ​ນາມ, ປະ​ຈຸ​ບັນ​ແມ່ນ​ຈຸດ​ເວ​ລາ​ທີ່​ພວກ​ເຮົາ​ຄວນ​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່ຍອດ​ຍິ່ງ​ຂອງ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ ກໍ​ຜ່ານ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ພວກ​ເຮົາ​ສາ​ມາດ​ຮັບ​ເອົາ ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່ຍອດ​ຍິ່ງ​ຂອງໂລກ​ອີກ​ດ້ວຍ ”

    ໃນ​ຂອບ​ເຂດ ວັນ​ກາບກອນ​ຫວຽດ​ນາມປີ 2015, ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີຫວຽດ​ນາມ​ໄດ້​ພິມ​ຈຳ​ໜ່າຍ​ຊຸດ​ກາບກອນ “ຄວາມຄາດ​ຫວັງ​ສັນ​ຕິ​ພາບ” ຊຶ່ງ​ປະ​ກອບ​ດ້ວຍ 108 ບົດກາບກອນຂອງ​ບັນ​ດານັກ​ກະ​ວີ​ຫວຽດ​ນາມໃນ 10 ສະ​ຕະ​ວັດ​ແຫ່ງ​ກາ​ນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຊຸດ​ກາບກອນ “ຄວາມຄາດ​ຫວັງ​ສັນ​ຕິ​ພາບ” ຖືກ​ແປ​ ແລະ ພິມເປັນ​ພາ​ສາ​ອັງ​ກິດ​ເພື່ອ​ໃຫ້​ບັນ​ດາ ນັກ​ກະ​ວີ​ຫວຽດ​ນາມ, ສຳ​ນັກ​ພິມ, ນັກ​ຄົ້ນ​ຄ້​ວາ​ໃນ​ໂລກ​ສາ​ມາດ​ເຂົ້າໃຈ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ນ້ຳ​ໃຈ​ເອ​ກະ​ລາດ ແລະ ຄວາມຄາດ​ຫວັງ​ສັນ​ຕິ​ພາບຂອງ​ຊາວ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ