ວັນບຸນປຶ້ມ-ວັນບຸນຂອງວັດທະນະທຳການອ່ານ

(VOVWORLD) -ນັບແຕ່ປີ 2014 ມານີ້, ບັນດາເຫດການທີ່ກ່ຽວຂ້ອງ ເຖິງການໂຄສະນາ, ແນະນຳປຶ້ມອ່ານ ໄດ້ຖືກຈັດຂຶ້ນປະຈຳປີ ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ຄິດສະເລ່ຍ ບັນດາງານບຸນປຶ້ມ, ງານວາງສະແດງປຶ້ມ, ງານຕະຫຼາດນັດປຶ້ມກໍໄດ້ຖືກຈັດຂຶ້ນປະມານ 3-4 ເດືອນຕໍ່ຄັ້ງ, ອັນໄດ້ດຶງດູດຜູ້ອ່ານໃນທຸກເກນອາຍຸ ມາຮ່ວມຢ່າງຫຼວງຫຼາຍ. ບັນດາວັນບຸນປຶ້ມ ບໍ່ພຽງແຕ່ແມ່ນສະຖານທີ່ຊື້ຂາຍປຶ້ມເທົ່ານັ້ນ, ຫາກຍັງໄດ້ດຳເນີນແມ່ນເພື່ອແນໃສ່ສ້າງຄວາມລຶ້ງເຄີຍໃນການອ່ານ, ຊື້ປຶ້ມໃຫ້ແກ່ວົງຄະນະຍາດ ໂດຍຜ່ານບັນດາການເຄື່ອນໄຫວເປັນປະຈຳ, ເພີ່ມທະວີຄວາມຜູກຮັດລະຫວ່າງບັນດາຜູ້ອ່ານປຶ້ມ
 ວັນບຸນປຶ້ມ-ວັນບຸນຂອງວັດທະນະທຳການອ່ານ - ảnh 1 ວັນບຸນປຶ້ມ ລະດູໃບໄມ້ຫຼົ່ນ ປີ 2018

ໃນບໍລິເວນທີ່ກວ້າງຂວາງຢູ່ສວນສາທາລະນະ ຖົງເຍິດ ຢູ່ຮ່າໂນ້ຍພວມຈັດ “ວັນບຸນປຶ້ມ ລະດູໃບໄມ້ຫຼົ່ນ ປີ 2018”. ວັນບຸນປຶ້ມຄັ້ງນີ້ໄດ້ດຶງດູດ  50  ຫົວໜ່ວຍພິມຈຳໜ່າຍ, ຈຳໜ່າຍ, ການສຶກສາບຳລຸງສ້າງ ດ້ວຍຮ້ານວາງສະແດງເກືອບ 60 ຮ້ານ. ນີ້ແມ່ນສະຖານທີ່ ທີ່ຜູ້ອ່ານສະມາດຊອກເຫັນ ບັນດາສິ່ງພິມທີ່ຫາກໍພິມຈຳໜ່າຍໃໝ່ສຸດ ຖືກພິມຈຳໜ່າຍຕາມຫຼາຍຫົວເລື່ອງ ທີ່ອຸດົມສົມບູນ ແລະ ໃນຫຼາຍຂົງເຂດເຊັ່ນ: ການເມືອງ, ກົດໝາຍ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ປຶ້ມກ່ຽວກັບການສຶກສາ, ວັດທະນະທຳ, ວັດທະນະທຳ - ສັງຄົມ, ສາສະໜາ… ອັນໄດ້ຕອບສະໜອງຄວາມຕ້ອງການ ຂອງເປົ້າໝາຍຜູ້ອ່ານຫຼາຍຄົນ. ນາງ ຫງວຽນທິເຮືອງ  ຢູ່ຕາແສງ ຫຼາງຫະ, ຮ່າໂນ້ຍ ເວົ້າວ່າ:

    “ຂ້າພະເຈົ້າມັກອ່ານປຶ້ມທີ່ສຸດ, ດັ່ງນັ້ນ ເມື່ອມີບັນດາວັນບຸນປຶ້ມເຊັ່ນນີ້, ແລະ ເມື່ອມີເວລາ, ຂ້າພະເຈົ້າກໍ່ໄດ້ໄປເຂົ້າຮ່ວມ. ວັນບຸນປຶ້ມນີ້ ກໍ່ມີຫຼາຍຫົວໜ່ວຍພິມຈຳໜ່າຍ ເຄີຍມີປື້ມມ່ວນ, ປຶ້ມດີ, ຍົກຕົວຢ່າງເຊັ່ນ  ກີມດົ່ງ ກໍ່ເຄີຍມີປຶ້ມຂອງເດັກ, ແມ່ຍິງກໍ່ແມ່ນຂົງເຂດທີ່ມີປຶ້ມອຸດົມສົມບູນ, ດັ່ງນັ້ນ ຂ້າພະເຈົ້າມານີ້ເພື່ອເລືອກເອົາຫຼາຍຫົວເລື່ອງ, ລາຄາກໍ່ຖືກຫຼຸດລົງອີກ”.

      ພ້ອມກັບບັນດາການເຄື່ອນໄຫວແນະນຳປຶ້ມ, ຢູ່ບັນດາຮ້ານວາງສະແດງ ກໍ່ຍັງຈັດໃຫ້ມີບັນດາລາຍການບໍລິຈາກປຶ້ມເກົ່າເພື່ອມອບໃຫ້ ພວກນັກຮຽນປະຖົມ ແລະ ມັດທະຍົມຕອນຕົ້ນໃນໂຄງການ “ຕູ້ປຶ້ມເຂດພູສູງ” ອັນໄດ້ປະກອບສ່ວນສ້າງ 1000 ຕູ້ປຶ້ມໃຫ້ແກ່ເດັກນ້ອຍຢູ່ເຂດພູສູງ ຕາຢາເຄົາ, ເມື່ອງເຄືອງ, ແຂວງ ລາວກາຍ. ທ່ານ ຫງວຽນ ງອັກ ບາວ ຮອງຫົວໜ້າກົມ ພິມຈຳໜ່າຍ, ການພິມ, ຈຳໜ່າຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໃຫ້ຮູ້ວ່າ: 

     “ພວກຂ້າພະເຈົ້າມີຄວາມຫວັງວ່າ ບັນດາການເຄື່ອນໄຫວ ໃນວັນບຸນປຶ້ມຈະສ້າງ ເປັນຂົວເຊື່ອມຕໍ່ ລະຫວ່າງບັນດາຜູ້ເຮັດວຽກງານ ພິມຈຳໜ່າຍກັບຜູ່ອ່ານ, ພິເສດແມ່ນການຜູກຮັດລະຫວ່າງ ການຜະລິດ ດຳເນີນທຸລະກິດ ແລະ ຕະຫຼາດ. ຈຸດໝາຍຂອງວັນບຸນປຶ້ມແມ່ນບໍ່ຖືເອົາຜົນກຳໄລທາງດ້ານເສດຖະກິດແມ່ນ ສຳຄັນ ແຕ່ຖືປະສິດທິຜົນທາງດ້ານສັງຄົມ ແມ່ນເໜືອກວ່າສ່ິງໃດໝົດ ເພື່ອແນໃສ່ເປົ້າໝາຍ ທີ່ພວກເຮົາຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນ ແລະ ພັດທະນາວັດທະນະທຳວົງຄະນະຍາດ”.

    ວັນບຸນປຶ້ມລະດູໃບໄມ້ຫຼົ່ນ ແມ່ນໜຶ່ງໃນບັນດາວັນບຸນ ຖືກຈັດຂຶ້ນປະຈຳປີ, ນອນໃນບັນດາເຫດການໂຄສະນາປືຶ້ມອ່ານ, ປະກອບສ່ວນ ຍົກສູງຄຸນນະພາບ  ວັດທະນະທຳການອ່ານ ຂອງມວນຊົນ. ໃນແຕ່ລະປີ ກໍ່ອາດຈະເວົ້າເຖິງບາງເຫດການໃຫ່ຍເຊັ່ນ ວັນບຸນປຶ້ມລະດູບານໃໝ່, ວັນບຸນປຶ້ມລະດູໃບໄມ້ຫຼົ່ນ, ວັນບຸນປຶ້ມຫວຽດນາມ, ວັນບຸນປຶ້ມ ຮ່າໂນ້ຍ… ນາງ ຄຸກທິຮວາເຟື້ອງ ຜູ້ອຳນວຍການ ສຳນັກພິມແມ່ຍິງຖືວ່າ: 

    “ນີ້ແມ່ນວັນບຸນຂອງທົ່ວປວງຊົນ ດ້ວຍວັດທະນະທຳ ການອ່ານ ແລະ ວັນບຸນຂອງບັນດາຜູ້ເຮັດປຶ້ມ. ມາຮ່ວມວັນບຸນປຶ້ມເຊັ່ນນີ້, ພວກຂ້າພະເຈົ້າໄດ້ພົບປະ ແລກປ່ຽນທາງດ້ານວິຊາຊີບ ແລະ ຜູ້ອ່ານກໍ່ໄດ້ພົບປະກັນ ເພື່ອແລກປ່ຽນບັນດາເນື້ອໃນ ຂອງບັນດາປຶ້ມອ່ານຕ່າງໆ ແລະ ສາມາດຊອກຫາໄດ້ປຶ້ມອ່ານທີ່ມ່ວນ ທີ່ດີ ດ້ວຍຄວາມສົນໃຈທີ່ສຸດ. ສຳລັບວັນບຸນປຶ້ມໃຫ່ຍ, ທຸກຄົນກໍ່ໄດ້ມານີ້ ເພື່ອເລືອກເອົາປຶ້ມອ່ານຕ່າງໆທີ່ຕົນຊົມຊອບ. ນີ້ກໍ່ແມ່ນຄວາມສຸກສຳລັບບັນດາຜູ້ເຮັດປຶ້ມ”.

     ແຕ່ລະເຫດການກ່ຽວກັບປຶ້ມອ່ານ ກໍ່ລ້ວນແຕ່ຕິດພັນກັບ ຫົວເລື່ອງທີ່ມີຄວາມໝາຍເຊັ່ນ “ປຶ້ມອ່ານ-ພູມປັນຍາສ້າງອະນາຄົດ”. “ປຶ້ມອ່ານ ແລະ ເລີ່ມທຸລະກິດ”, “ປຶ້ມອ່ານກັບຄອບຄົວ”, “ປຶ້ມອ່ານແມ່ນເພື່ອນທີ່ສະໜິດສະໝົມ”, “ປຶ້ມອ່ານ-ພູມປັນຍາ ແລະ ພັດທະນາສັງຄົມ”… ທັງໝົດເຫຼົ່ານີ້ ກໍ່ລ້ວນມຸ່ງໄປສູ່ເປົ້າໝາຍ ເພື່ອຢັ້ງຢືນ, ເຊີດຊູຄຸນຄ່າ, ທີ່ຕັ້ງ ແລະ ຄວາມສຳຄັນຂອງປຶ້ມອ່ານ ທີ່ມີຕໍ່ຊີວິດສັງຄົມ; ເຊີດຊູຜູ້ອ່ານປຶ້ມ ແລະ ບັນດາຜູ້ເຂົ້າຮ່ວມເກັບກຳ, ຮຽບຮຽງ ແຕ່ງປຶ້ມ, ພິມຈຳໜ່າຍ ແລະ ໂຄສະນາປື້ມອ່ານ. ເພື່ອນ ເວືອງເຍິດແອັງ ນັກສຶກສາ ສັງກັດສະຖາບັນຄຸ້ມຄອງການສຶກສາ ໃຫ້ຂໍ້ສັງເກດວ່າ: 

     “ບັນດາສິ່ງພິມ ທີ່ນຳມາວາງສະແດງໃນວັນບຸນປຶ້ມ ກໍ່ລ້ວນແຕ່ໃໝ່ອ່ຽມ, ມີຄຸນນະພາບດີ ແລະ ອຸດົມສົມບູນ. ນ້ອງຄິດວ່າ ໃນຍຸກສະໄໝ ປັດຈຸບັນ, ທຸກໆຄົນກໍ່ເຄີຍເຂົ້າອ່ານໃນລະບົບອິນເຕີເນັດ ແລະ ໄດ້ໃຊ້ໂທລະສັບມືຖືເພື່ອອ່ານປຶ້ມ. ນີ້ກໍ່ແມ່ນສິ່ງທີ່ດີເພື່ອຊ່ວຍໃຫ້ຕົນເອງ ສາມາດຢ່ອນອາລົມ, ທັງປະກອບຄວາມຮູ້ໃຫ້ຕົນເອງ ເພື່ອຮັບໃຊ້ການຮ່ຳຮຽນ ແລະ ຮັບໃຊ້ໃນການດຳລົງຊີວິດ”

         ເຂົ້າຮ່ວມບັນດາເຫດການກ່ຽວກັບປຶ້ມອ່ານ, ຜູ້ອ່ານມີໂອກາດໄດ້ອ່ານປຶ້ມຫຼາຍກວ່າເກົ່າ, ຈາກນັ້ນ ຈະສ້າງເປັນຄວາມລຶ້ງເຄີຍອ່ານປຶ້ມ ແລະ ຈະຮັກປຶ້ມ. ເມ່ືອປະຊາຊົນໄດ້ອ່ານປຶ້ມທີ່ດີທີ່ມ່ວນ, ເຂົາເຈົ້າຈະສາມາດເຂົ້າໃຈໄດ້ເຖິງ ຄຸນຄ່າຂອງປຶ້ມ ແລະ ຮູ້ຈັກເລືອກເອົາປືຶ້ມໃຫ້ແກ່ຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ