ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດປີ 2018

(VOVWORLD) -    ເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາເຜົ່າຫວຽດນາມ ແລະ ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃນຊຸມມື້ຕົ້ນລະດູບານໃໝ່, ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມໄດ້ຈັດວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນໃນທົ່ວປະເທດຊາດ. ນີ້ແມ່ນການເຄືື່ອນໄຫວຖືກຈັດຂຶ້ນເພື່ອແນໃສ່ແນະນຳຈຸດວັດທະນະທຳ, ຮີດຄອງປະເພນີອັນເປັນເອລັກສະເພາະຂອງ 54 ຊົນເຜົ່າອ້າຍນ້ອງໃນທຸກແຖບຖິ່ນຂອງປະເທດຊາດ
ວັນບຸນສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດປີ 2018  - ảnh 1ມີການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນໃນໂອກາດວັນບຸນ 

ແຕ່ວັນທີ 1 ຫາວັນທີ 28 ກຸມພາປີ 2018, ໝູ່ບ້ານວັດທະນະທທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ(ເຊີນໄຕ-ຮ່າໂນ້ຍ) ໄດ້ຈັດບັນດາການເຄື່ອນໄຫວຕ້ອນຮັບ ລະດູບານໃໝ່ປີຈໍ 2018 ດ້ວຍຫົວຂໍ້ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດ ”. ເຂົ້າຮ່ວມງານບຸນ ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດ ” ມີຜູ້ແທນກວ່າ 200 ຄົນທີ່ເປັນຜູ້ຕາງໜ້າເຈົ້າກົກເຈົ້າເຫຼົ່າ, ນາຍບ້ານຜູ້ດີເດັ່ນ, ຜູ້ຊົງຄຸນວຸດທິ ປັນຍາຊົນຂອງ 21 ເຜົ່າທີ່ມາຈາກ 14 ແຂວງ ແລະ ນະຄອນຊຶ່ງເປັນຕົວແທນໃຫ້ແກ່ບັນດາເຜົ່າ, ເຂດ ແລະ ພາກໃນຂອບເຂດທົ່ວປະເທດ. ໃນຂອບເຂດງານບຸນ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ມາອວຍພອນບຸນເຕັດປະຊາຄົມບັນດາເຜົ່າຫວຽດນາມ.  ທ່ານຊີ້ແຈ້ງວ່າ : ໃນຕະຫຼອດໄລຍະປະຫວັດສາດ, 54 ຊົນເຜົ່າອ້າຍນ້ອງໄດ້ຮ່ວມສຸກຮ່ວມທຸກ, ສາມັກຄີ, ຜູກພັນກັນຢ່າງກົມກ່ຽວໜຽວແໜ້ນ, ນຳປະເທດຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ສ້າງເຈດຈຳນົງຫວຽດນາມ,ແ ວັດທະນະທຳຫວຽດນາມ, ປະເທດຫວຽດນາມ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ເຊື່ອໝັ້ນ ແລະ ຫວັງວ່າ ບັນດາ ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີຍົກສັກຕຳແໜ່ງທາງສາສະໜາ, ຜູ້ມີອິດທິພົນຊື່ສຽງທີ່ດີເດັ່ນ, ເປັນຕົວແທນໃຫ້ແກ່ບັນດາເຜົ່າ, ເຂດແຄ້ວນ ຈົ່ງສືບຕໍ່ໂຄສະນາ, ປະຕິບັດວຽກງານອະນຸລັກ, ຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດເປັນຢ່າງດີ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງເພື່ອ ສີສັນລະດູບານໃໝ່ແຜ່ລາມອອກສູ່ທຸກແຖບຖິ່ນທົ່ວປະເທດຊາດ.

    ໃນບັນຍາກາດວັນບຸນວັດທະນະທຳທີ່ເປັນເອກະລັກ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ຂຶ້ນລັ່ນຄ້ອງໄຂງານບຸນ. ຢູ່ບ້ານເຜົ່າມົ້ງ ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ເຂົ້າຮ່ວມພິທີເປີດງານບຸນກິນຈຽງຊຶ່ງແມ່ນງານບຸນອັນເປັນເອກະລັກຂອງຊາວເຜົ່າມົ້ງ. ທ່ານ ຫງວຽນຮົ່ງຫາຍ ຫົວໜ້າພະແນກວັດທະນະທຳ ທອ່ງທ່ຽວແຂວງຮ່າຢາງ ໃຫ້ຮູ້ວ່າ : 

      “ງານບຸນກິນຈຽງແມ່ນມີຄວາມໝາຍສຳຄັນໃນການດຳລົງຊີວິດຂອງພໍ່ແມ່ພີນ້ອງຊາວເຜົ່າມົ້ງ, ສະແດງອອກຜ່ານການຕັ້ງຕົ້ນກັນຖິນ, ຈັດພິທີໄຫວ້ບູຊາທີ່ມີຄວາມໝາຍພາວະນາດິນຟ້າອາກາດ, ບັນພະບູລຸດໃຫ້ການຊ່ວຍເຫຼືອຊາວເຜົ່າມົ້ງມີສຸຂະພາບເຂັ້ມແຂງ, ມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ ”

   ງານບຸນກິນຈຽງແມ່ນງານບຸນປະເພນີຂອງຊາວເຜົ່າມົ້ງ ແລະ ປະຊາຄົມຊາວເຜົ່າມົ້ງທີ່ຂຶ້ນກັບແຂວງ ລ່າວກາຍ, ຮ່າຢາງຮັກສານັບແຕ່ກ່ອນຈົນຮອດທຸກວັນນີ້. ຕາມຄວາມສຳນຶກຂອງຊາວເຜົ່າມົ້ງແລ້ວ, ຖ້າຄອບຄົວຊາວເຜົ່າມົ້ງບໍມີລູກ, ຫຼືເຈັບເປັນ, ທຳມາຫາກິນບໍ່ໄດ້ຮັບຜົນດີ, ເຂົາເຈົ້າກໍໄປໂນນ ເກົາຕາວໄຫວ້ບູຊາ ພາວະນາຂໍໃຫ້ເທວະດາຟ້າແຖນໃຫ້ການຊ່ວຍເຫຼືອ. ເມື່ອຄຳພາວະນາປະກົດຜົນເປັນຈິງ, ເຂົາເຈົ້າກໍພິທີສົມມະນາຄຸນເທວະດາຟ້າແຖນ. ທ່ານ ຢາງມີຕ້າວ ຊາວເຜົ່າມົ້ງ ໃຫ້ຮູ້ວ່າ : 

    “ງານບຸນກິນຈຽງແມ່ນງານບຸນທີ່ເປັນເອກະລັກສະເພາະທີ່ສຸດຂອງຊາວເຜົ່າມົ້ງ. ນີ້ແມ່ນງານບຸນທີ່ມີມາແຕ່ດົນນານຂອງຊາວເຜົ່າມົ້ງທີ່ພວກຂ້າພະເຈົ້າສືບຕໍ່ຮັກສາ. ງານບຸນຖືກຈັດຂຶ້ນເພື່ອຕ້ອນຮັບລະດູບານໃໝ່, ດັ່ງນັ້ນຈຶ່ງມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບພໍ່ແມ່ປະຊາຊົນ. ນີ້ກໍແມ່ນວັນບຸນທີ່ເບີກບານມ່ວນຊື່ນທີ່ສຸດຂອງພໍ່ແມ່ພີນ້ອງຊາວເຜົ່າມົ້ງ ”

 ໃນຂອບເຂດງານບຸນ“ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນທົ່ວປະເທດຊາດ ” ກໍຍັງຈັດໃຫ້ມີການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະຄື ການລະຫຼິ້ນພື້ນເມືອງ, ອາຫານການກິນ…ທັງນີ້ກໍເພື່ອແນະນຳຈຸດວັດທະນະທຳຮີດຄອງປະເພນີຂອງປະຊາຊົນ, ພ້ອມກັນບັນດາການເຄື່ອນໄຫວລົງຕົວຈິງ “ຊາຍຄາຮ່ວມ” ຂອງວົງຄະນະຍາດ 54 ຊົນເຜົ່າຫວຽດນາມ, ອັນໄດ້ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາຊົນເຜົ່າ ແລະ ດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ