ວັນບຸນເຊີດຊູຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຂອງບັນດາເຜົ່າຢູ່ເຂດດົງບັກ ຫວຽດນາມ

(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດດົງບັກ (ເຂດທາງທິດຕາເວັນອອກສ່ຽງເໜືອ) ຄັ້ງທີ 10 ປີ 2018 ໂດຍແຂວງ ຫວິງຟຸກ ເປັນເຈົ້າພາບຈັດຂຶ້ນ ໄດ້ສ້າງຄວາມປະທັບໃຈອັນດີງາມ ໃຫ້ແກ່ບັນດານັກສິລະປະການ ນັກສິລະປິນມາຈາກ 10 ແຂວງທີ່ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງບັນດາເຜົ່າແນະນຳ ໂຄສະນາ ບັນດາຈຸດວັດທະນະທຳ ທີ່ເປັນເອກະລັກຂອງເຜົ່າຕົນ, ພ້ອມທັງແມ່ນໂອກາດເພື່ອ ໃຫ້ເຂົາເຈົ້າໄດ້ພົບປະແລກປ່ຽນ ຊອກຮູ້ວັດທະນະທຳບັນດາເຜົ່າ ໃນແຂວງທີ່ໃກ້ຄຽງໃນເຂດດົງບັກຂອງ ຫວຽດນາມ
ວັນບຸນເຊີດຊູຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຂອງບັນດາເຜົ່າຢູ່ເຂດດົງບັກ ຫວຽດນາມ - ảnh 1

ວັນບຸນເຊີດຊູຄຸນຄ່າວັດທະນະທຳ

ທີ່ເປັນເອກະລັກຂອງບັນດາເຜົ່າເຂດດົງບັກ ຫວຽດນາມ

     ບັນດາອ້າຍບ່າວນາງສາວ ໃນຊຸດອາພອນປະຈຳເຜົ່າ ໄດ້ຂັບລຳທຳເພງ ໂດຍປະສານກັບວາດຟ້ອນຕ່າງໆ ໃນທາມກາງສຽງດົນຕີ, ສຽງກອງ ສຽງຄ້ອງທີ່ຟົດຟື້ນມ່ວນຊື່ນ, ອັນໄດ້ສ້າງບັນຍາການທີ່ຄຶກຄື້ນຂອງງານບຸນ ທີ່ໄດ້ຈັດຂຶ້ນຢູ່ນະຄອນ ຫວິງອຽນ, ແຂວງ ຫວິງຟຸກ. ວັນບຸນໄດ້ເຕົ້າໂຮມພໍ່ແມ່ພີ່ນ້ອງ ບັນດາເຜົ່າທີ່ມາຈາກ 10 ແຂວງເຂດດົງບັກ. ບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງບັນດາເຜົ່າໄດ້ວາດພາບຢ່າງມີຊີວິດຊີວາຜ່ານບັນດາທຳນອງເພງພື້ນເມືອງ, ວາດຟ້ອນທີ່ດູດດື່ມ ໃນທ່າມກາງສຽງຄ້ອງ ສຽງແຄນ ສຽງຂຸ່ຍ ສຽງດົນຕີ ທີ່ຟົດຟື້ນມ່ວນຊື່ນ. ທ່ານ ໂຮ່ຫວຽດເຊີນ ຜູ້ອຳນວຍການ ສູນວັດທະນະທຳແຂວງ ຮ່າຢາງ ໃຫ້ຮູ້ວ່າ:

     “ຮ່າຢາງມີຫຼາຍເຜົ່າ, ດັ່ງນັ້ນພວກຂ້າພະເຈົ້າພະຍາຍາມ   ເລືອກເຟັ້ນບັນດາຈຸດ ວັດທະນະທຳ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ. ໃນລາຍການສະແດງສິລະປະ ວັນນະຄະດີພື້ນເມືອງ, ພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມດ້ວຍ 5 ລາຍການ ຊຶ່ງລວມມີ ລາຍການສະແດງຟ້ອນ ຂອງພວກເດັກເຍົາວະຊົນເຜົ່າມົ້ງ ທີ່ສະແດງວາດຟ້ອນແຄນ, ວາດຟ້ອນຂອງເຜົ່າ ປາແຖນ. ພິເສດພວກຂ້າພະເຈົ້າ ກໍ່ຍັງເລືອກເຟັ້ນເອົາໜຶ່ງລາຍການ ຂັບຮ້ອງເພງຂອງຊົນເຜົ່າ ໂບອີ”.

     ນອກຈາກນັ້ນ ກໍ່ແມ່ນບັນຍາກາດງານບຸນທີ່ເປັນເອກະລັກ ຊຶ່ງຕິດພັນກັບຊີວິດແຫ່ງຈິດວິນຍານ, ການເຫຼື້ືອມໃສຂອງພໍ່ແມ່ບັນດາເຜົ່າ ຢູ່ບັນດາແຂວງເຂດດົງບັກ ຜ່ານການສະແດງຂອງບັນດານັກສິລະປະການ ໃນພິທີປະດັບຍົດຂອງຊາວເຜົ່າ ຢາວ, ພິທີຟ້ອນລຳອ້ອມກອງໄຟຂອງຊົນເຜົ່າ ປາແຖນ, ພິທີພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກຂອງຊົນເຜົ່າໄຕ ພ້ອມກັບການລະຫຼິ້ນກິລາ, ລະຫຼິ້ນພື້ນເມືອງທີ່ເປັນປະເພນີຄື ຍິງໜ້າ, ດຶງເຊືອກ, ແກ່ວງໄມ້ຄ້ອນ. ໃນວັນບຸນບັນດາຈຸດວັນທະນະທຳ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ໄດ້ຖືກກັ່ນຕອງເລືອກເຟັ້ນຈາກແຕ່ລະທ້ອງຖິ່ນ ດ້ວຍຄວາມເປັນເອກະລັກທີ່ສຸດ ເພື່ອແນະນຳໃຫ້ແກ່ບັນດາເຜົ່າອ້າຍນ້ອງ, ພິເສດດ້ວຍການເຂົ້າຮ່ວມ ຂອງບັນດານັກສິລະປະການວັດທະນະທຳ, ນັກສິລະປະການຫັດຖະກຳຊາວຊົນເຜົ່າ, ບົດບາດເປັນເຈົ້າຂອງທາງດ້ານວັດທະນະທຳ ຢູ່ແຫ່ງນີ້ຂອງປະຊາຊົນ ໄດ້ຖືກເສີມຂະຫຍາຍ ໃນລະດັບສູງສຸດ ອັນໄດ້ດຶງດູດຄວາມສົນໃຈຈາກມວນຊົນ. ນັກສິລະປະການ ຂັບແທນພິນຕິງ ຫງວຽນວັນເຖາະ ຊາວເຜົ່າໄຕມາຈາກແຂວງ ຫຼ້າງເຊີນ ເວົ້າວ່າ:

      “ຂ້າພະເຈົ້າມີຄວາມພາກພູມໃຈ ເມື່ອໄດ້ມາຮ່ວມວັນບຸນ. ທີ່ໜຶ່ງແມ່ນໄດ້ມາແລກປ່ຽນພົບປະກັບບັນດາເພື່ອນເກົ່າ ຊຶ່ງຜ່ານບັນດາງານມະໂຫລານຂັບລຳທຳເພງພື້ນເມືອງ, ບັນດາວັນບຸນຄັ້ງກ່ອນໆ ທີ່ໄດ້ພົບປະກັນ. ໄດ້ພົບກັນໃນວັນບຸນເຊັ່ນນີ້ກໍ່ແມ່ນໂອກາດດີທີ່ສຸດ. ທີ່ສອງແມ່ນໄດ້ພົບກັບເພື່ອນໃໝ່ ໄດ້ຮຽນຮູ້ຖອດຖອນບົດຮຽນຈາກຄົນລຸ້ນກ່ອນໆ”

      ວັນບຸນແມ່ນໂອກາດເຊີດຊູ ໂຄສະນາບັນດາຄຸນຄ່າ ທີ່ເປັນມູນເຊືອອັນດີງາມບັນດາເຜົ່າໃນເຂດດົງບັກ ໃນພື້ນຖານວັດທະນະທຳເປັນເອກະພາບ, ຫຼາກຫຼາຍສີສັນຂອງວົງຄະນາຍາດບັນດາເຜົ່າ ຫວຽດນາມ. ພ້ອມທັງແມ່ນໂອກາດ ເພື່ອໂຄສະນາໃຫ້ແກ່ປະຊາຊົນ ກ່ຽວກັບການຍົກສູງລະດັບຄວາມຮັບຮູ້, ສະຕິໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ ເພື່ອຈະຊ່ວຍຮັດແໜ້ນນ້ຳໃຈສາມັກຄີ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຢູ່ເຂດດົງບັັກເວົ້າສະເພາະ ວົງຄະນະຍາດ 54 ຊົນເຜົ່າອ້າຍນ້ອງເວົ້າລວມ. ທ່ານ ຮວ່າງວັນຕອ່ງ ຊາວເຜົ່າໄຕ ຢູ່ດົ່ງຮີ ແຂວງ ຖາຍຫງວຽນ ໃຫ້ຮູ້ວ່າ:

     “ການເຄື່ອນໄຫວນີ້ຖືກຈັດຂຶ້ນ ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ພວກຂ້າພະເຈົ້າໄດ້ພົບປະແລກປ່ຽນຖອດຖອນບົດຮຽນ. ນີ້ກໍ່ແມ່ນວັນບຸນວັດທະນະທຳ ທີ່ມີລັກສະນະສຶກສາອົບຮົມ, ປະກອບສ່ວນຮັກສາສີສັນ ຂອງບັນດາເຜົ່າສ່ວນໜ້ອຍ, ຈາກນັ້ນສ້າງຄວາມສາມັກຄີໃນລະຫວ່າງບັນດາເຜົ່າອ້າຍນ້ອງ”.

     ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດດົງບັກ ໄດ້ກາຍເປັນອູ່ວັດທະນະທຳ, ແມ່ນໂອກາດເພື່ອພັດທະນາ ແລະ ບຳລຸງບັນດາຜູ້ດີເດັ່ນທາງດ້ານສິລະປະພື້ນເມືອງ, ແມ່ນແຫ່ງເພື່ອໃຫ້ນັກສິລະປິການ, ນັກສະແດງ, ນັກກິລາມະຊົນໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ