ສິລະປະຂຽນຕົວໜັງສື - ຄວາມງາມທາງດ້ານ ວັດທະນະທຳພື້ນເມືອງຢູ່ ຫວຽດນາມ

(VOVWORLD) -ສິລະປະຂຽນຕົວໜັງສື ແມ່ນວິທີຂຽນຕົວໜັງສືທີ່ຊັດເຈນ ມີຄວາມງາມ ແຕ່ກໍ່ພ້ອມກັບການເວລາ ການຂຽນຕົວໜັງສື ໄດ້ພົ້ນອອກຈາກຄວາມໝາຍໃນເບື້ອງຕົ້ນ ແລະ ໄດ້ກາຍເປັນສິລະປະຂຽນຕົວໜັງສື. ສິລະປະຂຽນຕົວໜັງສື ໄດ້ເຊື່ອມໂຍງເຂົ້າກັບຊີວິດທາງດ້ານສິລະປະຂອງຊາດ ຫວຽດນາມ ແລະ  ສົ່ງຜົນສະທ້ອນຫຼາຍພໍສົມຄວນ ເຖິງຊີວິດສັງຄົມ
ສິລະປະຂຽນຕົວໜັງສື - ຄວາມງາມທາງດ້ານ ວັດທະນະທຳພື້ນເມືອງຢູ່ ຫວຽດນາມ - ảnh 1ສິລະປະຂຽນຕົວໜັງສືຢູ່ຫວຽດນາມ

    ສິລະປະຂຽນຕົວໜັງສືໄດ້ເລີ່ມມາຈາກ ຈີນ ແລະ ເຂົ້າສູ່ ຫວຽດນາມ ນັບແຕ່ຊຸມປີທຳອິດ ຫຼັງ ຄສ ໃນສະໄໝລາດຊະວົງ ຫັນ. ປະຫວັດຄວາມເປັນມາຂອງສິລະປະຂຽນຕົວໜັງສື ຫັນ ຢູ່ ຫວຽດນາມ ກໍ່ຄ້າຍຄືກັບພາກວິຊາຂຽນຕົວໜັງສືຢູ່ ຈີນ ແຕ່ການສະແດງຄວາມງາມພັດມີບັນດາຈຸດແຕກຕ່າງກັນ ເຊິ່ງເປັນຂີດໝາຍສ່ວນຕົວຂອງສິລະປິນ ກັບຈິດວິນຍານຫວຽດນາມ. ສິລະປະຂຽນຕົວໜັງສືຢູ່ ຫວຽດນາມ ແມ່ນໄດ້ຮັບຖືວ່າ ແມ່ນພາກວິຊາສິລະປະພື້ນເມືອງ ແລະ ປະເພດສິລະປະນີ້ ໄດ້ສືບທອດຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ຄຸນຄ່າຂອງບັນດາປະເພດສິລະປະນີ້ ບໍ່ພຽງແຕ່ເຕົ້າໂຮມສິ່ງທີ່ຍອດຍິ່ງ ທາງດ້ານເຕັກນິກການຂຽນຕົວໜັງສືເທົ່ານັ້ນ ຫາກຍັງນອນຢູ່ໃນລະດັບວຸດທິການສຶກສາ ຄຸນລັກສະນະ, ກຽດສັກສີຂອງມະນຸດ ແລະ ແນວຄິດປັດຊະຍາ. ການຂຽນຕົວໜັງສື ຫວຽດນາມ ຍັງໄດ້ສະແດງອອກຜ່ານບັນດາວັດຖຸຄື ເຈ້ຍ ແພ ໄມ້ ໄມ້ໄຜ່ ຫີນ ທອງ ເຄື່ອງປັ້ນດິນເຜົາເຄືອບ... ການຂຽນຕົວໜັງສື ຫວຽດນາມ ແມ່ນການປະສົມປະສານຢ່າງກົມກຽວ ລະຫວ່າງໜັງສື ແລະ ພາບແຕ້ມອັນໄດ້ສ້າງເປັນຜະລິດຕະພັນວິຈິດຕະກຳ ທີ່ເປັນເອກະລັກສະເພາະ. ນັກຂຽນຕົວໜັງສື  ຫງວຽນກວາງຖັງ ພະນັກງານຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້າຕົວໜັງສື ຫວຽດເດີມ ເປີດເຜີຍວ່າ:

    “ສິລະປະຂຽນຕົວໜັງສື ຢູ່ ຫວຽດນາມ ໃນປັດຈຸບັນ ຖືກຈັດແບ່ງເປັນສາມປະເພດ. ປະເພດທີ່ໜຶ່ງ ເອີ້ນວ່າ ແມ່ນການຂຽນຕົວໜັງສື ອົງໂດ່.ສິລະປະຂຽນຕົວໜັງສືນີ້ໄດ້ຮັບຜົນສະທ້ອນເລັກນ້ອຍ ຈາກສິລະປະຂຽນຕົວໜັງສືແບບບູຮານ ແລະ ຕົວໜັງສືພື້ນເມືອງ. ໝາຍຄວາມວ່າທຸກໆຄົນຖ່າຍທອດໃຫ້ກັນ ແລະ ຮັບໃຊ້ສາມັນຊົນ. ສູງກວ່ານັ້ນໜ້ອຍໜຶ່ງ  ແມ່ນບັນດາຜູ້ຮຽນສິລະປະຂຽນຕົວໜັງສືກໍ່ມີແບບແຜນຫຼາຍກວ່າ, ເຂົາເຈົ້າສາມາດຂຽນແຜ່ນຄຳພະຫຍາ ຄຳກອນ ທີ່ນຳໃຊ້ໃນບັນດາປູຊະນີຍະສະຖານ ປະຫວັດສາດວັດທະນະທຳຄື ວິຫານວັດວາອາຮາມ. ປັດຈຸບັນ ຫວຽດນາມ ພວມຢູ່ໃນໄລຍະເຊື່ອມໂຍງສາກົນ ດັ່ງນັ້ນກໍ່ໄດ້ເກີດມີປະເພດສິລະປະຂຽນຕົວໜັງສືອີກອັນໜຶ່ງ ເຊິ່ງເອີ້ນວ່າ ສິລະປະຂຽນຕົວໜັງສື ຊາລົງ ຫຼື ເອີ້ນວ່າ ສິລະປະຂຽນຕົວໜັງສືໃນງານວາງສະແດງ”.

  ໂດຍມີຄວາມແຕກຕ່າງກັບສິລະປະຂຽນຕົວໜັງສືຫັນ, ການຂຽນຕົວໜັງສື ຫວຽດນາມ ບໍ່ນອນໃນຂອບເຂດໃດໜຶ່ງ ແຕ່ມັນຂຽນແບບເສລີ ແລະ ມີວິທີຂຽນໃໝ່. ເນື້ອໃນໃນສິລະປະຂຽນຕົວໜັງສື ຫວຽດນາມ ເຄີຍແມ່ນຄຳພະຫຍາ ຄຳສຸພາສິດ ບັນດາຄຳສັງສອນຂອງນັກທຸລະກິດ ບັນດາບົດກາບກອນທີ່ເປັນໜ້າຈັບໃຈ. ນັກຂຽນຕົວໜັງສື ຫງວຽນເຖເຊີນ ຖືວ່າ:

    “ສິລະປະຂຽນຕົວໜັງສື ຮັບຜົນສະທ້ອນຈາກສາສະໜາ ຂົງຈື໋ ຝ່າຍຕາເວັນອອກຢ່າງຫຼວງຫຼາຍ. ການຂຽນຕົວໜັງສື ກໍ່ປຽບເໝືອນສິ່ງໜຶ່ງທີ່ສຳຄັນໃນຂົງເຂດສິລະປະຈັກຂຸສຳຜັດ”

    ໃນຊຸມປີມໍ່ໆມາມານີ້ ສິລະປະຂຽນຕົວໜັງສື ຫວຽດນາມ ໄດ້ເລີ່ມຂະຫຍາຍຕົວ ແລະ ໄດ້ກາຍເປັນຂະບວນການພັດທະນາຢ່າງແຂງແຮງພໍສົມຄວນ.   ສິລະປະຂຽນຕົວໜັງສື ຫວຽດນາມ ບໍ່ພຽງແຕ່ປາກົດອອກຜ່ານບັດອວຍພອນໝູ່ເພື່ອນ ໃນໂອກາດຕົ້ນລະດູບານໃໝ່, ຜ່ານບັນດາຜະລິດຕະພັນປະດັບປະດາໃນຄອບຄົວ, ຫຼື ໃນບັນດາງານບຸນຂຽນຕົວໜັງສືໃນໂອກາດບຸນເຕັດເທົ່ານັ້ນ ຫາກຍັງໄດ້ນຳໃຊ້ໃນບໍລິເວນຕ່າງໆຄື ຮ້ານຂາຍນ້ຳຊາ, ສະໂມສອນສິລະປະພື້ນເມືອງ... ອີກດ້ວຍ. ນັກຂຽນຕົວໜັງສື ຟ້າມວັນຕ໊ວນ ຖືວ່າ:

    “ຄວາມເມົາມົວທາງດ້ານສິລະປະຂຽນຕົວໜັງສືສາມາດສ້າງແຫຼ່ງບັນດານໃຫ້ແກ່ພວກເຮົາຮ່ຳຮຽນໃຫ້ດີກວ່າ ລົງເລິກເຂົ້າສູ່ຂົງເຂດຄົ້ນຄວ້າວິຊາສະເພາະ.ສິລະປະຂຽນຕົວໜັງສື ສາມາດຊ່ວຍຄົນເຮົາສາມາດອ່ານບັນດາເອກະສານທີ່ແຕກຕ່າງກັນ ໃນສະໄໝກ່ອນນີ້ ກໍ່ຄືບັນດາເອກະສານທີ່ພວກເຮົາເຄີຍພົບເຫັນ  ໃນວົງຕະກຸນຕະຫຼອດຮອດ ພະລາຊະດຳລັດ”. 

  ສິລະປະຂຽນຕົວໜັງສືຫວຽດນາມ ຮຽກຮ້ອງໃຫ້ຕ້ອງມີການຝຶກແອບຢ່າງລຳບາກ ເຊີດຊູຈິດໃຈຈິດວິນຍານຂອງຜູ້ຂຽນ. ການຝຶກແອບຂຽນຕົວໜັງສື ກໍ່ແມ່ນການຫຼໍ່ຫຼອມທາງດ້ານບຸກຄະລິກກະພາບຂອງມະນຸດ. ສິລະປະນີ້ໄດ້ຍືນຍົງຄົງຕົວໃນວັນນະຄະດີຂອງຊາດ ຈາກວັນນະຄະດີພື້ນເມືອງ ຕະຫຼອດຮອດຂົງເຂດສິລະປະຄົ້ນຄວ້າ. ສິລະປະຂຽນຕົວໜັງສື ຫວຽດນາມ ໄດ້ກາຍເປັນປະເພດສິລະປະ ໄດ້ຮັບຄວາມຊົມຊອບຈາກຜູ້ຄົນທັງຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ