ສະຖານທີ່ເຊື່ອມຕໍ່ວັດທະນະທຳພື້ນເມືອງບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ

(VOVWORLD) -ສັບປະດາວັດທະນະທຳ, ກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ, ແຂວງ ກວາງນິງ ຄັ້ງທີສອງ ໄດ້ດຳເນີນໃນລະຫວ່າງວັນທີ 10 ຫາ ວັນທີ 14 ຕຸລາ ປີ 2018 ຢູ່ເມືອງ ຕຽນອຽນ ແຂວງ ກວາງນິງ. ນີ້ແມ່ນການເຄື່ອນໄຫວ ນອນໃນບັນດາເຫດການຂອງປີທ່ອງທ່ຽວແຫ່ງຊາດ ປະກອບສ່ວນໂຄສະນາພາບພົດດິນແດນ ແລະ ປະຊາຊົນບັນດາເຜົ່າຢູ່ເຂດທິດຕາເວັນອອກສ່ຽງເໜືອແຂວງ ກວາງນິງ
ສະຖານທີ່ເຊື່ອມຕໍ່ວັດທະນະທຳພື້ນເມືອງບັນດາເຜົ່າ  ເຂດທາງທິດຕາເວັນອອກສ່ຽງເໜືອ - ảnh 1ສັບປະດາວັດທະນະທຳ, ກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ, ແຂວງ ກວາງນິງ ຄັ້ງທີສອງ 

ເມືອງ ຕຽນອຽນ ນອນຢູ່ໃຈກາງເຂດທາງທິດຕາເວັນອອກສ່ຽງເໜືອແຂວງ ກວາງນິງ, ເປັນທາງຜ່ານ ແລະ ໄປຍັງບັນດາສະຖານທີ່ອື່ນໆເຊັ່ນ ຫຼ້າງເຊີນ, ຮ້າລອງ, ດ່ານຊາຍແດນ ໝອງກ໋າຍ, ບິ່ງລຽວ, ທ່າອາກາດສະຍານສາກົນ ເວິນໂດ່ນ. ຕຽນອຽນ ກໍ່ແມ່ນແຫ່ງທີ່ເຕັມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ, ແລະ ບໍ່ພຽງແຕ່ມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວ ທຳມະຊາດເທົ່ານັ້ນ ຫາກຍັງຊ້ອນແຝງຊັບພະຍາກອນການທ່ອງທ່ຽວປະຫວັດສາດ ວັດທະນະທຳທີ່ອຸດົມສູນບູນ ແລະ ເປັນເອກະລັກ. ພາຍຫຼັງດຳເນີນການຈັດຕັ້ງ ສັບປະດາວັດທະນະທຳກິລາທ່ອງທ່ຽວຄັ້ງທີໜຶ່ງ ປີ 2017 ຢ່າງສຳເລັດຜົນນັ້ນ, ໃນສັບປະດາວັດທະນະທຳກິລາບັນດາເຜົ່າ ທາງເຂດທິດຕາເວັນອອກສ່ຽງເໜືອຄັ້ງທີສອງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ຈະໄດ້ຮັບຊົມບັນດາລາຍການ ວັດທະນະທຳສິລະປະຂອງບັນດາເຜົ່າອ້າຍນ້ອງ ດ້ວຍບັນດາລາຍການຂັບລຳທຳເພງພື້ນເມືອງ, ສະແດງດົນຕີວາດຟ້ອນແບບທັນສະໄໝ ຫຼື ການເຕັ້ນກິລາເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມບັນດາງານມະໂຫລານ ວັດທະນະທຳຢູ່ຕາມຄຸ້ມຖະໜົນທີ່ພົ້ນເດັ່ນ. ທີ່ພິທີໄຂສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີສອງ, ທ່ານ ເຈືອງກົງງ່ານ ເລຂາພັກເມືອງ ປະທານຄະນະກຳມະການປະຊາຊົນເມືອງ ຕຽນອຽນ ຢືນຢັນວ່າ:

      “ການຈັດຕັ້ງງານສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີສອງ ແມ່ນການເຕົ້າໂຮມ ແລະ ແຜ່ລາມຄວາມງາມທາງດ້ານວັດທະນະທຳພື້ນເມືອງຂອງບັນດາເຜົ່າໃນເຂດ ຊຶ່ງມີການເຂົ້າຮ່ວມຂອງນັກສະແດງ, ນັກກິລາເກືອບ 1.500 ຄົນ ທີ່ມາຈາກ 14 ຕາແສງ, ເທດສະບານ,  ນະຄອນໃນແຂວງ ກວາງນິງ ແລະ ບັນດາເມືອງ ດິ່ງເລິບ, ກາວລົກ, ລົກບິ່ງ, ນະຄອນຫຼ້າງເຊີນ, ແຂວງ ຫຼ້າງເຊີນ”

     ໃນເຫດການສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອຄັ້ງທີສອງນັ້ນ, ພ້ອມກັບການຮັບຊົມບັນດາ ລາຍການວັດທະນະທຳສິລະປະວັນນະຄະດີ ທີ່ເປັນພື້ນເມືອງທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໄຕ, ຢ້າວ, ສານຈີ… ກໍ່ໄດ້ປຸກລະດົມບັນດານັກກິລານັບ 100 ຄົນ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ໃນງານແຂ່ງຂັນກິລາບັນດາເຜົ່າສ່ວນໜ້ອຍໃນແຂວງ ກວາງນິງ ແລະ ເຂົ້າຮ່ວມບຸນຊ່ວງເຮືອທີ່ເປັນປະເພນີບົນນ້ຳ ຕຽນອຽນ… ການເຄື່ອນໄຫວເຫຼົ່ານັ້ນ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກມາທ່ອງທ່ຽວ, ທັງສ່ອງແສງເຖິງປະຫວັດສາດ ວັດທະນະທຳທີ່ເປັນເອກະລັກ ຂອງບັນດາເຜົ່າທາງເຂດທິດຕາເວັນອອກສ່ຽງເໜືອ. ປ້າ ຫຼູ່ທິຫງວຽດ ແຂກທ່ອງທ່ຽວມາຈາກແຂວງ ລາວກາຍ ໃຫ້ຮູ້ວ່າ:

       “ສີສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອ ກໍ່ມີຄວາມຄ້າຍຄືກັນກັບບັນດາເຜົ່າ ໃນເຂດທາງທິດຕາເວັນຕົກສ່ຽງເໜືອ ຂອງພວກຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າຊົນເຜົ່າ ສານຈີ ກໍ່ມີການນຸ່ງຖື ແລະ   ວາດຟ້ອນເຊັ່ນດຽວກັນກັບຊາວເຜົ່າ ໃສ໋ ພວກຂ້າພະເຈົ້າຢູ່ ຊາປາ, ແຂວງ ລາວກາຍ. ຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈ ເພາະວ່າບັນດາເຜົ່າຢູ່ທີ່ນີ້ ຍັງສາມາດຮັກສາມູນເຊື້ອວັດທະນະທຳຂອງຕົນໄວ້ໄດ້”.
     ບໍໍ່ພຽງແຕ່ມີຄວາມດູດດື່ມດ້ວຍບັນດາລາຍການ ສະແດງສິລະປະພື້ນເມືອງ, ສັບປະດາວັດທະນະທຳກິລາ ກໍ່ນຳມາຊຶ່ງຄວາມປະທັບໃຈ ໃຫ້ແກ່ແຂກທ່ອງທ່ຽວດ້ວຍງານບຸນ ອາຫານການກິນເປັນຕົ້ນແມ່ນເຍື່ອງອາຫານ ໄກ່ຕຽນອຽນ ຊຶ່ງເປັນຄັ້ງທຳອິດຖືກຈັດຂຶ້ນ ແລະ ມີພຽງແຕ່ຢູ່ທ້ອງຖິ່ນນີ້ເທົ່ານັ້ນ ໃນໂອກາດທ້າຍອາທິດ ບັນດາການເຄື່ອນໄຫວສະແດງສິລະປະພື້ນເມືອງ ຢູ່ຕາມທ້ອງຖະໜົນກໍ່ໄດ້ຖືກຈັດຂຶ້ນ ຢູ່ຖະໜົນເກົ່າ ຕຽນອຽນ, ທັງນີ້ກໍ່ຍິ່ງເຮັດໃຫ້ເມືອງເຂດພູດອຍ ຕຽນອຽນ ເພີ່ມຄວາມເປັນເອກະລັກຫຼາຍຂຶ້ນ. ລຸງ ເລເຢືອງວີ ຊາວເຜົ່ານຸ່ງ ຢູ່ເມືອງ ຕຽນອຽນ ເວົ້າວ່າ:

      “ອາທິດໃດກໍ່ເຊັ່ນດຽວກັນ, ຂ້າພະເຈົ້າກໍ່ໄດ້ລົງໄປຖະໜົນຍ່າງຊຶ່ງມີຫຼາຍຄົນມາເຕົ້າໂຮມກັນຢ່າງຄຶກຄື້ນມ່ວນຊື່ນ. ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມ ກໍ່ມາຮ່ວມຢ່າງຟົດຟື້ນມ່ວນຊື່ນ, ນີ້ແມ່ນສີສັນຂອງເຜົ່າຕົນຄວນໄດ້ຮັບການຂະຫຍາຍ ແລະ ເປີດກວ້າງກວ່າເກົ່າ”

    ທ່ານ ເຈືອງກົງງ່ານ ເລຂາພັກເມືອງ  ປະທານປະຊາຊົນເມືອງ ຕຽນອຽນ ໃຫ້ຮູ້ວ່າ, ໃນກວ່າໜຶ່ງປີທີ່ຜ່ານມາ, ເມືອງ ຕຽນອຽນ ໄດ້ຕັ້ງໜ້າລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ, ຍົກລະດັບຕົວເມືອງ, ພັດທະນາການທ່ອງທ່ຽວ, ການບໍລິການ ອະນຸລັກຮັກສາ ພັດທະນາວັດທະນະທຳຊົນເຜົ່າ. ຖະໜົນຍ່າງ ຕຽນອຽນ ດ້ວຍຫົວຂໍ້ “ສີສັນວັດທະນະທຳເກົ່າແກ່” ແມ່ນການເຕົ້າໂຮມສິ່ງທີ່ຍອດຍິ່ງ ທາງດ້ານວັດທະນະທຳບັນດາເຜົ່າ ເຂດທິດຕາເວັນອອກສ່ຽງເໜືອ ໄດ້ເຂົ້າສູ່ການເຄື່ອນໄຫວ, ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ໃນວັນເສົາແຕ່ລະອາທິດ. ນຳ້ຕົກຕາດ ປາກສຸຍ  ສູງ 12 ຊັ້ນພວມໄດ້ຮັບການລົງທຶນການກໍ່ສ້າງພື້ນຖານໂຄງລ່າງ,  ເຂດອະນຸລັກປ່າຊາຍເລນ ດົງຣູຍ,  ຕະຫຼາດນັດເຂດພູສູງ ຮ່າເລົາ, ໂຄງການບ້ານວັດທະນະທຳບັນດາເຜົ່າ ໄຕ, ຢ້າວ, ສານຈີ ພວມໄດ້ຮັບການຜັນຂະຫຍາຍ… ການທີ່ແຂວງ ກວາງນິງ ຈັດຕັ້ງບັນດາສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອຢູ່ ຕຽນອຽນ ໃນແຕ່ລະປີແມ່ນບໍ່ພຽງແຕ່ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳ ທີ່ດີເດັ່ນຂອງທ້ອງຖິ່ນເທົ່ານັ້ນ ຫາກຍັງເປັນວິທີອະນຸຮັກສາ ພື້ນຖານວັດທະນະທຳບັນດາເຜົ່າຂອງຕົນ ເພື່ອໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຂວງ ກວາງນິງ ບໍ່ພຽງແຕ່ຮູ້ເຖິງອ່າວ ຮ້າລອງ ສິ່ງທີ່ມະຫັດສະຈັນທຳມະຊາດໂລກເທົ່ານັ້ນ, ຫາກຍັງຮູ້ຈັກເຖິງສິສັນວັດທະນະທຳບັນດາເຜົ່າ ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ