ສ້າງລະບົບມູນຄ່າວັນນະຄະດີສິລະປະທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ

(VOVWORLD) -ວັນນະຄະດີສິລະປະແມ່ນສິ່ງທີ່ຍອດຍິ່ງຂອງວັດທະນະທຳ ແມ່ນຂົງເຂດທີ່ອຸດົມສົມ ບູນ ແລະ ສະດຸ້ງໄວຂອງວັດທະນະທຳ. ໃນໄລຍະໃໝ່ຂະແໜງວັດທະນະທຳສ້າງລະບົບຄຸນຄ່າວັນນະຄະດີສິລະປະ ຫວຽດນາມ ຕາມທິດພື້ນເມືອງ ແລະ ທັນສະໄໝ.
   ສ້າງລະບົບມູນຄ່າວັນນະຄະດີສິລະປະທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ - ảnh 1ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ

    ວັນນະຄະດີສິລະປະແມ່ນຈິດວິນຍານຂອງຊາດ ເພາະວ່າມັນແມ່ນຄວາມງາມທາງດ້ານຈິດໃຈ ແມ່ນວິຖີຊີວິດການປະພຶດຂອງຊາດໜຶ່ງ.  ລະບົບຄຸນຄ່າວັນນະຄະດີສິລະປະ ແມ່ນລະບົບບັນດາຄຸນຄ່າແນວຄິດ ແລະ ສິລະປະທີ່ເຕົ້າໂຮມສິ່ງທີ່ຍອດຍິ່ງ ໃນບັນດາບົດປະພັນວັນນະຄະດີສິລະປະທີ່ມີຄຸນປະໂຫຍດບຳລຸງທາງດ້ານຈິດວິນຍານ ພູມປັນຍາຄຸນນະພາບ ບຸກຄະລິກກະພາບໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງມະນຸດ. ລະບົບຄຸນຄ່າວັນນະຄະດີສິລະປະລວມມີ 10 ປະການ ຄື ການສ່ອງແສງຕົວຈິງ, ປະດິດຄິດສ້າງ,  ວັດທະນະທຳມະນຸດ, ຊົນຊາດຊົນເຜົ່າ, ຄວາມຮັບຮູ້, ຄວາມພໍໃຈຕໍ່ຄວາມງາມ, ການບັນເທີງ, ການຄາດຄະເນ, ການຮັກສາດັ້ງເດີມ, ມະນຸດສຳພັນ.  ຖັນແຖວພະນັກງານທິດສະດີ ຕຳໜິວິຈານວັນນະຄະດີສິລະປະມີບົດບາດສຳຄັນພິເສດໃນລະບົບຄຸນຄ່າວັດທະນະທຳສິລະປະ. ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກເນັ້ນໜັກວ່າ:

     “ສະພາທິດສະດີ ໄດ້ຕຳໜິວິຈານວັນນະຄະດີ, ສິລະປະສູນກາງ ສືບຕໍ່ຮັກສາເສີມຂະຫຍາຍຖ່າຍທອດໃຫ້ແກ່ລຸ້ນລູກລຸ້ນຫຼານໃນພາຍພາກໜ້າ ເປັນຕົ້ນແມ່ນການຖ່າຍທອດໃຫ້ແກ່ໄວໜຸ່ມໃຫ້ສືບທອດການເຄື່ອນໄຫວໃນຂົງທິດສະດີຕຳໜິວິຈານວັນນະຄະດີດ້ວຍຈິດໃຈທັງມີລັກສະນະຕໍ່ສູ້ ທັງມີລັກສະນະວັດທະນະທຳມະນຸດ ທັງຮ່ວມເດີນທາງກັບທຸກສິ່ງທີ່ດີງາມຂອງຊາດ. ພ້ອມກັນນັ້ນ ກໍ່ຕ້ອງເດັດດ່ຽວປະຕິເສດຕໍ່ບັນດາທັດສະນະ ທີ່ຂັດກັບວັດທະນະທຳ ຄຸນທາດຄຸນສົມບັດຂອງຊາວ ຫວຽດນາມ”.

   ສ້າງລະບົບມູນຄ່າວັນນະຄະດີສິລະປະທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ - ảnh 2ທ່ານ ຮອງສາດສະດາຈານ ປອ. ຫງວຽນເຖກີ໋ ປະທານສະພາທິດສະດີ ຕຳໜິວິຈານວັນນະຄະດີສິລະປະສູນກາງ

ຕາມ ທ່ານ ຮອງສາດສະດາຈານ ປອ. ຫງວຽນເຖກີ໋ ປະທານສະພາທິດສະດີ ຕຳໜິວິຈານວັນນະຄະດີສິລະປະສູນກາງແລ້ວ, ການສ້າງລະບົບຄຸນຄ່າຂອງວັນນະຄະດີສິລະປະ ຫວຽດນາມ ໃນປັດຈຸບັນ ບໍ່ພຽງແຕ່ມີຄວາມໝາຍຕໍ່ຊີວິດ ວັດທະນະທຳສິລະປະເທົ່ານັ້ນ ຫາກຍັງປະກອບສ່ວນພັດທະນາວັດທະນະ, ຊາວ ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ. ທ່ານ ຫງວຽນເຖກີ໋ ກ່າວວ່າ:

    “ລະບົບຄຸນຄ່າວັນນະຄະດີສິລະປະ ຫຼື ລະບົບຄຸນຄ່າວັດທະນະທຳເວົ້າລວມ ໄດ້ຖືກສ້າງເປັນຮູບປະທຳ ແຕ່ນັບ 1.000 ປີມານີ້ ຂອງຊາດ ຫວຽດນາມ. ໃນໄລຍະໃໝ່, ລະບົບຄຸນຄ່າວັນນະຄະດີ ກໍ່ໄດ້ຮັບການເພີ່ມເຕີມບັນດາຄຸນຄ່າໃໝ່, ເນື້ອໃນໃໝ່. ຄວາມຮຽກຮ້ອງຕ້ອງການຢ່າງໃຫຍ່ຫຼວງທີ່ສຸດ  ສຳລັບບົດປະພັນວັນນະຄະດີສິລະປະ ແມ່ນສ່ອງແສງເຖິງຊີວິດການເປັນຢູ່ປະເທດຊາດ ປະຊາຊົນ”.

   ຄຸນຄ່າຂອງບົດປະພັນວັນນະຄະດີສິລະປະ ໄດ້ຮັບການຕີລາຄາດ້ວຍຄວາມສູງຂອງອຸດົມການສັງຄົມ, ຄວາມປານີດ ແລະ ຄຸນນະພາບຂອງຮູບປະພັນສິລະປະ ເຊິ່ງນັກສິລະປິນ ໄດ້ທຳການສະແດງ. ວັນນະຄະດີສິລະປະໄດ້ສົ່ງຜົນກະທົບຕໍ່ມວນຊົນ ຕາມທິດສ້າງມະນຸດພັດທະນາຢ່າງຮອບດ້ານ ຈາກສຸຂະພາບຮ່າງກາຍ ຈິດວິນຍານ ບຸກຄະລິກກະພາບ ຄຸນສົມບັດ ຕະຫຼອດຮອດພູມປັນຍາ ຄວາມສາມາດປະດິດຄິດສ້າງ. ນັກສິລະປິນ ປະຊາຊົນ ຜູ້ກຳກັບການສະແດງ ດັ້ງເຢິດມິງ ຖືວ່າ:

  “ຄວນກຳນົດ ແຕ່ລະປະເພດສິລະປະ ຕ້ອງມີລະບົບຄຸນຄ່າສະເພາະ ບໍ່ຄວນຮວບຮວມເຂົ້າໃນລະບົບຄຸນຄ່າລວມ. ຍົກຕົວຢ່າງຄື ລະບົບຄຸນຄ່າຂອງເວທີສະແດງ, ຈິດຕະກຳດົນຕີ, ຮູບເງົາ... ແຕ່ລະປະເພດສິລະປະກໍ່ຕ້ອງມີລະບົບຄຸນຄ່າສະເພາະຂອງມັນ ແລະ ກໍ່ຕ້ອງຫັນເປັນລະອຽດດ້ວຍທິດສະດີ ກໍ່ຄືສົມທົບກັນສ້າງບັນດາລະບົບຄຸນຄ່າສະເພາະ ໃຫ້ແກ່ແຕ່ລະປະເພດສິລະປະ”.

   ທາດແທ້ຂອງວັນນະຄະດີສິລະປະແມ່ນມຸ່ງໄປສູ່ສຸດຈະລິດ. ບົດປະພັນວັນນະຄະສິລະປະໄດ້ນຳມະນຸດມຸ່ງໄປສູ່ ສິ່ງທີ່ສູງສົ່ງດີງາມ.ວັນນະຄະດີສິລະປະໄດ້ສ້າງຄຸນສົມບັດເຊີດຊູ ຄວາມຮັກແພງຈິດໃຈເມດຕາກະລຸນາ, ປົກປ້ອງຄວາມເປັນທຳ... ດັ່ງນັ້ນການສ້າງລະບົບວັນນະຄະດີສິລະປະ ຫວຽດນາມ ໃນປັດຈຸບັນ ແມ່ນເປົ້າໝາຍຂອງວົງຄະນາຍາດ ເປັນຕົ້ນຂອງວົງການນັກຄົ້ນຄວ້າວັນນະຄະດີສິລະປະ. ສາດສະດາຈານ ໂຮ່ສີກຸ໊ຍ ສັງກັດສະຖານບັນດິດວິທະຍາສາດສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

   “ການກຳນົດຄຸນຄ່າວັນນະຄະດີສິລະປະ ເຮັດແນວໃດ ເພື່ອຊອກຫາບັນດາຄຸນຄ່າກຳນົດທິດ ຊີ້ທາງໃຫ້ແກ່ນັກສິລະປິນມີບົດປະພັນ ຫຼື ວົງການນັກສິລະປິນ ນັບມື້ນັບມີຫຼາຍຄົນມີຄວາມເກັ່ງກ້າສາມາດ ປະກອບສ່ວນໃຫ້ແກ່ສິລະປະຢ່າງຫຼວງຫຼາຍທີ່ສຸດ”.

   ປະເທດຊາດກ້າວເຂົ້ົ້າສູ່ໄລຍະພັດທະນາໃໝ່, ວັນນະຄະສິລະປະ ຫວຽດນາມ ຕ້ອງພັດທະນາຢ່າງຮອບດ້ານ ແລະ ແຂງແຮງ, ເຊື່ອມຊຶມຈິດໃຈວັດທະນະທຳມະນຸດຢ່າງເລິກເຊິ່ງ ເຄົາລົບ ແລະ ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອສີສັນຊາດ ພ້ອມທັງຮັບເອົາໂດຍກັ່ນຕອງສິ່ງທີ່ຍອດຍິ່ງວັດທະນະທຳຂອງມວນມະນຸດ. ເຮັດໄດ້ເຊັ່ນນັ້ນຈຶ່ງສາມາດສ້າງລະບົບຄຸນຄ່າ ວັນນະຄະດີສິລະປະຫວຽດນາມ ທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດ.  

ຕອບກັບ

ຂ່າວ/ບົດ​ອື່ນ