ຫໍພິພິທະພັນ ດັກລັກ ບ່ອນເກັບຮັກສາວັດທະນະທຳເຂດດິນແດນໄຕງວຽນ

(vovworld)- ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ ບວນ​ມາ​ທວດ, ຫໍ​ພິ​ພິ​ທະ​ພັນ ດັກ​ລັກ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຫໍ​ພິ​ພິ​ທະ​ພັນ​​ແຫ່ງນີ້​ແມ່ນ​ບ່ອນ​​ເກັບຮັກ​ສາ, ວາງ​ສະ​ແດງ ແລະ ແນະ​ນຳ​ປະ​ຫວັດ​ສາດແຫ່ງ​ການ​ພັດ​ທະ​ນາ, ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮູບ​ພ​າບ​ທຳ​ມະ​ຊາດ​​ທີ່ສວຍ​ງາມ​ຂອງ​ເຂດ​ດິນ​ແດນ ໄຕ​ງວຽນ. ບົດ​ຂຽນ​ຂອງ ນັກ​ຂ່າວ ເຮືອງ​ລີ ທີ່​ມີ​ຫົວ​ຂໍ້​ວ່າ: ຫໍ​ພິ​ພິ​ທະ​ພັນ ດັກ​ລັກ ​ບ່ອນ​ເກັບຮັກ​ສາ​ວັດ​ທະ​ນະ​ທຳ​ເຂດ​ດິນ​ແດນ​ໄຕ​ງວຽນ

ຫໍພິພິທະພັນ ດັກລັກ ບ່ອນເກັບຮັກສາວັດທະນະທຳເຂດດິນແດນໄຕງວຽນ - ảnh 1
ຫໍ​ພິ​ພິ​ທະ​ພັນ ດັກ​ລັກ 
ພາບ:huyenthoaiviet


         ໂດຍ​ໄດ້​ຮັບ​ຄຳ​​ປຶກ​ສາ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ ຝ​ລັ່ງ ແລະ ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ສະ​ນັ້ນ ຂອ​ບ​ເຂດ​ວາງ​ສະ​ແດງ, ວຽກ​ງານ​ຮັກ​ສາ​ສຳ​ເນົາ, ອະ​ນຸ​ລັກ​ຮັກ​ສາ​ວັດ​ຖຸ​ພັນ​ຂອງ​ຫໍ​ພິ​ພິ​ທະ​ພັນ ດັກ​ລັກ ຈຶ່ງໄດ້​ຈັດ​ວາງ​ເປັນ​ລະ​ບົບ. ໃນ​ຈຳ​ນວນ​ວັດ​ຖ​ຸ​ພັນ​ກວ່າ 12.000 ຢ່າງ​ທີ່​ໄດ້​ຮັບ​ການ​ສະ​ສົມ ແລະ ເກັບ​ຮັກສານັ້ນ, ມີ​ປະ​ມານ 1000 ຢ່າງ​ໄດ້​ຮັບ​ການ​ຄັດ​ເລືອກ​ນຳວາງ​ສະ​ແດງ​ເປັນ​ປະ​ຈຳ. ບັນ​ດາ​ວັດ​ຖຸ​ພັນ​ແມ່ນ​ວາງ​ສະ​ແດງ​ຕາມ 3 ຫົວ​ເລື​່ອງ​ຄື: ຊີ​ວະ​ນາ​ໆ​ພັນ, ວັດ​ທະ​ນະ​ທຳ​ຊົນ​ເຜົ່າ, ປະ​ຫວັດ​ສາດ. ​ພ້ອມ​ກັນນັ້ນ ຍັງ​ມີ​ລະ​ບົບ​ຂໍ້​ມູນ​ຂ່າວ​ສາ​ນ​ກ່ຽວ​ກັບ​ບັນ​ດາ​ວັດ​ຖຸ​ພັນ​ຜ່ານ​ບົດ​ແນະ​ນຳ, ຮູບ​ເງົາ, ພາບ​ປະ​ກອບ​ໄດ້​ຮັບ​ການ​​ສະ​ເຫນີຢ່າງ​ຄົບ​ຖ້ວນ. ໃນ​ນັ້ນ ເຂດ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ດ້ວຍ​ວັດ​ຖຸ​ພັນ​ກວ່າ 450 ຢ່າງ​ແມ່ນວາດ​ພາບ​ເຖິງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊ​າ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ. ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ງານ​ບຸນ​ກໍ​ຄື​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ​ກໍ​ໄດ້​​​ສະ​ແດງ​ອອກໃຫ້​ເຫັນ​ຜ່ານ​ບັນ​ດາ​ວັດ​ຖຸ​ພັນ​ຄື: ກອງ, ຄ້ອງ, ເຫລົ້າ​ໄຫ ແລະ ບັນ​ດາ​ເຄື່ອງດົນ​ຕີພື້ນ​ເມືອງ​ອື່ນ. ຫໍ​ພິ​ພິ​ທ​ະ​ພັນ ດັກ​ລັກ ໄດ້​ສ້າງ​ເປັນ​ຮູບ​ພາບ​ສະ​ເພາະ ແລະ ໃຫມ່​ອ່ຽມ ​ເພື່ອ​ດຶງ​ດູດ​ແຂກ​ເຂົ້າ​ຊົມ. ອ້າຍ ຫງວຽນ​ແທງ​ເອີນ, ແຂກ​ມາ​ຊົມ​ຫໍ​ພິ​ພິ​ທະ​ພັນ ດັກ​ລັກ ເວົ້າ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ເຂດ​ວາງ​ສະ​ແດງ​ໃນ​ຫໍ​ພິ​ພິ​ທ​ະ​ພັນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫ້ອງວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ. ພິ​ເສດ​ແມ່ນ​ບັນ​ດາ​ຮູບ​ພາບ​ຂ​າວ​ດຳ ໄດ້​ວາດ​ພາບ​ເຖິງ​ຊີ​ວິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ​ໄຕ​ງວຽ​ນໃນ​ຊຸມ​ປີ 1950. ນີ້​ແມ່ນ​ເຂດ​ວາງ​ສະ​ແດງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

        ພ້ອມ​ກັບ​ການ​ວາງ​ສະ​ແດງ​ເປັນ​ປະ​ຈຳ, ຫໍ​ພິ​ພິ​ທະ​ພັນ​ດັກ​ລັກ ຍັງ​ຈັດ​ຕັ້ງ​ການ​ແນະ​ນຳ​ຫລາຍ​ຫົວ​ເລື່ອງ​​ສະ​ເພາະຄື: ເຂດ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ກອງ ຄ້ອງ, ດັກ​ລັກ​ ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ, ຄວາມ​ຊົງ​ຈຳ ບວນ​ມາ​ທວດ.. ຫໍ​ພິ​ພິ​ທ​ະ​ພັນ ດັກ​ລັກ ໄດ້​ນຳ​ຫນ້າ​ໃນ​ການ​ນຳ​ໃຊ້​ພາ​ສາ​ປາກ​ເວົ້າ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ກັບ​ທີ່​ໃນ​ເຂດ​ວາງ​ສະ​ແດງ. ທ່ານ ເຈີນ​ວັນ​ນຳ, ຫົວ​ຫນ້າ​ຫ້ອງ​​ສະ​ສົ​ມ ແລະ ຄົ້ນ​ຄ້​ວາ​ວັດ​ຖຸ​ພັນ, ຫໍ​ພິ​ພິ​ທ​ະ​ພັນ ດັກ​ລັກ ໃຫ້​ຮູ້​ວ່າ:

        “ວັດ​ຖຸ​ພັນ​ທັງ​ໝົດ​ທີ່​ວາງ​ສະ​ແດງ​ຢູ່​ທີ່ນີ້​ລ້ວນ​ແຕ່​ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ໂດຍ​ຊາວ​ຊົນ​ເຜົ່າ​ເຮ​ັດ​ເອງ. ບັນ​ດາ​ນັກ​ສິ​ລະ​ປະ​ການ ຊາວ ເອ​ເດ, ຢາ​ຣາຍ, ເມີ​ນົງ ເຂົາ​ເຈົ້າ​ຜະ​ລິດ​ບັນ​ດາ​ວັດ​ຖຸ​ພັນ​​ເຫລົ່ານັ້ນ. ປະ​ຈຸ​ບັນ ​ບັນ​ດາ​ວັດ​ຖຸ​ພັນທີ່ວາງ​ສະ​ແດງ​ໃນ ຫໍ​ພິ​ພິ​ທ​ະ​ພັນດັກ​ລັກ ລ້ວນ​ແຕ່​ໄດ້​ຮັບ​ການ​ແນະ​ນຳ​ດ້ວຍ​ພາ​ສາ ອັງ​ກິດ, ຝ​ລັ່ງ, ຫວຽດ​ນາມ ແລະ ເອ​ເດ. ພາ​ສາ ເອ​ເດ ໄດ້​ນຳ​ໃຊ້​ໃນຫໍ​ພິ​ພິ​ທ​ະ​ພັນ ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ທ້ອງ​ຖິ່ນ.”

ຫໍພິພິທະພັນ ດັກລັກ ບ່ອນເກັບຮັກສາວັດທະນະທຳເຂດດິນແດນໄຕງວຽນ - ảnh 2
ເຂດ​ວາງ​ສະ​ແດງ​ໃນ​ຫໍ​ພິ​ພິ​ທະ​ພັນ
ພາບ:ອິນ​ເຕີ​ແນັດ

        ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ເນື້ອ​ໃນ​ວາງ​ສະ​ແດງ​ເພື່ອ​ຮັບ​ໃຊ້​ແຂກ​ເຂົ້າ​ຊົມ, ໄລ​ຍະ​ຈະ​ມາ​ເຖິງ, ຫໍ​ພິ​ພິ​ທ​ະ​ພັນ ດັກ​ລັກ ຈະ​ສືບຕໍ່​ເປີດກວ້າງ​ບັນ​ດາ​ຫົວ​ເລື່ອງວາງ​ສະ​ແດງ. ທ່ານ ດັ້ງ​ຢາ​ຢ​ວ໋ນ, ຮອງ​ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ດັກ​ລັກ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ປຸກ​ສ້າງ​ສາ​ລາ​ບ້ານແບບດັ້ງ​ເດີມ​ຂອງ​ຊາວ​ເຜົ່າ ເອ​ເດ, ຄຽ​ງ​​ຂ້າງ​ນັ້ນ ແມ່ນ​ການ​ເຄື່ອນ​ໄຫວ​ຕີກອງ​ ຄ້ອງ, ບັນ​ດາ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ໂດຍ​ນັກ​ສິ​ລະ​ປະ​ການ​ຊາວ​ເຜົ່າ ເອ​ເດ ປະ​ຕິ​ບັດ​ໂດຍ​ກົງ. ​ສ້າງ​ຮູບ​ຈຳ​ລອງທ່າ​ນ້ຳ, ນີ້​ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ. ​ນອກນັ້ນ ຍັງກໍ່​ສ້າງ​ສວນ​ພາບ​​ແກະ​ຄວັດ​ສະ​ຫລັກ​ດ້ວຍ​ໄມ້ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ໄຕ​ງວຽນ.”

        ຫໍ​ພິ​ພິ​ທ​ະ​ພັນ ດັກ​ລັກ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ຂອງຫໍ​ພິ​ພິ​ທ​ະ​ພັນ​ທີ່​ທັນ​ສະ​ໄຫມ ແຕ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ. ມາ​ຢ້ຽມ​ຢາມຫໍ​ພິ​ພິ​ທ​ະ​ພັນດັກ​ລັກ, ຊື່ງ​ແມ່ນຫນຶ່ງ​ໃນ​ບັນ​ດາຫໍ​ພິ​ພິ​ທ​ະ​ພັນໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​​ຫລາຍແງ່​ມູມ​ສັງ​ເກດກວ່າກ່ຽວ​ກັບສີ​ສັນ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​​ເຂດໄຕ​ງວຽນ​​. ຫໍ​ພິ​ພິ​ທ​ະ​ພັນ​ດັກ​ລັກ​ປຽບ​ເຫມືອນ “ເຂດໄຕ​ງວຽ​ນຮັບ​ແຄບ”, ຊື່ງ​ແມ່ນ​ບ່ອນ​ເກັບ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນ​ແດນ ໄຕ​ງວຽນ.


ຕອບກັບ

ຂ່າວ/ບົດ​ອື່ນ