ຫືວບ໋າວ - ນັກຖ່າຍຮູບທີ່ມີຊື່ສຽງກ່ຽວກັບນະຄອນຫລວງ

(vovworld)- ຮ່າ​ໂນ້ຍ ສະ​ຫງົບ​ງຽບ​ຫລື​ອຶກ​ກະ​ທຶກ​ຄຶກ​ໂຄມ, ຮ່າ​ໂນ້ຍ ເກົ່າ​ແກ່ ຫລື ທັນ​ສະ​ໄຫມ, ສີ​ວິ​ໄລ… ນັ້ນ​ແມ່ນ ບັນ​ດາ​ແງ່​ມູມສັງ​ເກດ​ກ່ຽວ​ກັບ ຮ່າ​ໂນ້ຍ ຜ່ານ​​ເລນ​ກ້ອງຂອງ​ນັກ​ສິ​ລະ​ປິນ​ຖ່າຍ​ຮູບ ຫືວ​ບ໋າວ, ຮ່າ​ໂນ້ຍ​ຍາມ​ໃດ​ກໍ​ແມ່ນ​ແຫລ່ງດຶງ​ດູດ​​ຈິດ​ໃຈທ່ານ. ​ ນັກ​ຖ່າຍ​ຮູບ ຫືວ​ບ໋າວ ກຳ​ເນີດ​ຢູ່ ຮ່າ​ໂນ້ຍ ສະ​ນັ້ນ​ທ່ານ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປ່ຽ​ນ​ແປງ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຜ່ານ​​ເຮືອນ​ແຕ່​ລະ​ຫລັງ ກໍ​ຄື ຖະ​ຫ​ນົນ​ສາຍ​ຕ່າງໆ ແລະ ບັນ​ດາ​​ພາບຖ່າຍ​ຂອງ​ທ່ານ​ຍາມ​ໃດ​ກໍ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ.
ຫືວບ໋າວ - ນັກຖ່າຍຮູບທີ່ມີຊື່ສຽງກ່ຽວກັບນະຄອນຫລວງ - ảnh 1

                                                                       ຂົວ​ລອງ​ບຽນ

                                                                       ພາບ:ຫືວ​ບ໋າວ


ຮ່າ​ໂນ້ຍ ແມ່ນ​ຫົວ​ເລື່ອງ ແລະ  ​ດຶງ​ດູດ​ການປະ​ດິດ​ຄິດ​ແຕ່ງ​ໃນ​ຊີ​ວິດ​ຂອງ​ນັກ​ຖ່າຍ​ຮູບ ຫງວຽນ​ຫືວ​ບ໋າວ. ອາ​ລົມ​ຈິດ​ທີ່​ທ່ານ​ສະ​ຫງວນ​ໃຫ້​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ທັງ​ແຮງ​ກ້າ, ທັງ​ມີ​ຄວາມ​ຮູ້​ສຶກ​ຫລາຍ​ຢ່າງ, ໃນ​ນັ້ນ ລວມ​ມີ​ທັງຄວາມ​ພໍ​ໃຈ, ຄວາມ​ອະ​ນຸ​ໂລມ. ໃນ​ການ​ຖ່າຍ​ຮູບ​ແຕ່​ລະ​ຄັ້ງ​ນັ້ນ ຍາມ​ໃດ​ທ່ານ​ກໍ​ຝ​າກ​ຝັງ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເຂົ້າ​ໃນ​ພາບ​ຖ່າຍ​ແຕ່​ລະ​ແຜ່ນ. ເມື່ອ​​ຍ່າງຈາກ​ເຮືອນ​ໄປ​ເຖິງ​ຫນອງ ໂຮ່​ເກືອມ ເພື່ອ​ຊື້​ຢາ​ສູບ, ທ່ານ​ກໍ​ຖື​ກ້ອງ​ຖ່າຍ​ຮູບ​ໄປ​ນຳ, ເພາະ​ທ່ານ​ຄິດ​ວ່າ ມີ​ເລ​ື່ອງ​ຫ​ຍັງ​​ທີ່ ​​ປະ​ທັບ​ໃຈ ຖ້າບໍ່​ຖ່າຍ​ຮູບ​ໄດ້​​ຈະ​ຮູ້​ສຶກ​ເສຍ​ດາຍ​ທີ່​ສຸດ. ຕາມ​ທ່ານ​ແລ້ວ, ເພື່ອ​ຮູ້​ຈັກ​ເຖິງ​ຮ່າ​ໂນ້ຍ ຕ້ອງ​ມີ​ຮູບ​ພາບ​ຂອງ​ຫນອງ ໂຮ່​ເກືອມ ແລະ ຮູ​ບ​ພາບ​ຜູ້​ອາ​ຍຸ​ສູງ​ພວມຫັດ​ກາຍ​ໃນ​ຕອນ​ເຊົ້າ ຫລື​ຮູບ​ພາບ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ທີ່ສະ​ຫງົບ​ສຸກ ຜ່ານ​ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຮ່າ​ໂນ້ຍ. ນອກນັ້ນ ຮູບ​ການ​ທຳ​ມາ​ຫາ​ກິນ​ຂອງ​ຄົນ​ງານ ຫລື ຝົນ​ຕົກ​ຫ​ນັກ​ເຮັດ​ໃຫ້​​ຖະ​ຫ​ນົນ​ສາຍ​ຕ່າງໆ​ຖືກ​ນ້ຳ​ຖ້ວມ​. ສ​ຳ​ລັບ ນັກ​​ຖ່າຍ​ຮູບ ຫືວ​ບ໋າວ​ແລ້ວ, ຖ້າບໍ່​ມີສິ່ງ​ດັ່ງ​ກ່າວ ​ແມ່ນຈະ​ບໍ່​ມີ​ຫ​ຍັງ​ເພື່ອ​ພັນ​ລະ​ນາ​ກ່ຽວ​ກັບ ​​ຮ່າ​ໂນ້ຍ ປະ​ຈຸ​ບັນ.

        “ ຂ້າ​ພະ​ເຈົ້າ ຖ່າຍ​ຮູ​ບ​ກ່ຽວ​ກັບ ຮ່າ​ໂນ້ຍ ແມ່ນ​ເລີ່ມ​ຈາກ​ຄວາ​ມ​ໃນ​ໃຈ. ແຕ່​ລະ​ເທື່ອ​ເມື່ອ​ອອກຈາກ​ບ້ານ ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຖື​ກ້ອ​ງ​ຖ່າຍ​ຮູບ​ໄປ​ນຳ. ເພາະ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຖ່າຍ​ຮູບ​ຕາມ​ຫົວ​ເລື​່ອງ ຫາກ​ຖ່າຍ​ຮ​ູບ​ ​ບໍ່​ວ່າໃນ​ສິ່ງ​ໃດ​ຫ​ນຶ່ງ, ແຕ່​ຮູບ​ພ​າບນັ້ນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ.”

        ໃນ​ເວ​ລາກວ່າ 40 ປີເປັນ​ນັກ​ຖ່າຍ​ຮູບ, ທ​່ານ ຫືວ​ບ໋າວ ເຄີຍ​ເລືອກ​ເຟັ້ນ​ຮູບ​ພາບ​ຖະ​ຫ​ນົນ, ຮູບ​ພາບ​ຊາວ​ຮ່າ​ໂນ້ຍ ແມ່ນ​ຫົວ​ເລື່ອງ​ຕົ້ນ​ຕໍ​ໃນ​ພາບ​ຖ່າຍ​ຂອງ​ທ່ານ. ບັນ​ດາ​ພາບ​ຖ່າຍ​ດ້ວຍ​ສີຂາວ​ດຳຂອງ​ທ່ານ​ລ້ວນ​ແຕ່​ພັນ​ລະ​ນາ​ເຖິງ​ນະ​ຄອນ​ຫລວ​ງ​ຮ່າ​ໂນ້ຍ​ໃນ​ແງ່​ມູມ​ທີ່​ແຕກ​ຕ່າງ. ສຳ​ລັບທ່ານ​ແລ້ວ, ຖ່າຍ​ຮູບ​ແມ່ນ​ຂັ້ນ​ຄອນ​ສຸດ​ທ້າຍ​ເພື່ອ​ສິ້ນ​ສຸດ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ຊີ​ວິດ, ຖ່າຍ​ຮູບ​ແມ່ນ​ການ​ບັນ​ທຶກ​ສິ່ງ​ພິ​ເສດ​ສະ​ເພາະ​ຂອງ​ນັກ​ສິ​ລ​ະ​ປິນ. ຕົວ​ຢ່າງ​ຄື: ຝາ​ຜະ​ນັງ​ຖືກ​ໄຄ​ນ້ຳ​ປົ່ງ​ຂຶ້ນ, ໃນ​ສາຍ​ຕາ​ຂອງ​ນັກ​ຖ່າຍ​ຮູບ​ຜູ້​ຫ​ນຶ່ງ​ອາດ​ຈະ​ມີ​ພາບ​ຖ່າຍ​ແຕກ​ຕ່າງ​ກັນ ຫລື​​ບັນ​ຍາ​ກາ​ດ​ຕາມຖະ​ຫ​ນົນ​ສາຍ​ຕ່າງໆ ​ຈະ​​ສ​ອ່ງ​ແສງ​ເຖິງ ​ ອະ​ດີດ​ຕະ​ການ ແລະ ​ປະ​ຈຸ​ບັນ. ນັກ​ຖ່າຍ​ຮູບ ຫືວ​ບ໋າວ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “ເມື່ອ​ມີ​ຄວາມ​ຮູ້​ສຶກ ແລະ ພູມ​ປັນ​ຍາ​ຂຶ້ນ​ສູງ​ຕາມ​ປົກ​ກະ​ຕິ, ນັກ​ຖ່າຍ​ຮູບ​ພົບ​ເຫັນ​ສິ່ງ​ໃດ​ຫ​ນຶ່ງ​ກໍ​​ຖ່າຍ​ເອົາໝົດ. ໃນ​ພາບ​ຖ່າຍ​ແຕ່​ລະ​ແຜ່ນ​, ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ​ຄວາມ​ຮູ້​ສຶກ ຫາກບໍ່​ແມ່ນ​ຄວາມ​ງາມ”

        ຖ້າ​ຫາກ​ຫລາຍ​ຄົນ​ຄິດ​ເຖິງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ດ້ວຍ​ຄວາມ​ງາມ​ແບບ​ເກົ່າ​ແກ່ ຫລື ຄວາມ​ສຸ​ພາບ​ຂອງ​ຊາວ​ຮ່າ​ໂນ້ຍ, ແຕ່​ສຳ​ລັບ ນັກ​ຖ່າຍ ຫືວ​ບ໋າວ​ແລ້ວ, ຮ່າ​ໂນ້ຍ ແມ່ນ​ຄວາມ​ລຽບ​ງ່າຍ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ, ເພື່ອນ​ສະ​ຫ​ນິດ​ສະ​ຫ​ນົມ​ຂອງ​ນັ​ກ​ສິ​ລະ​ປິນ ຫືວ​ບ໋າວ ຖື​ວ່າ ເມື່ອ​ຊົມ​ພາບ​ຖ່າຍ​ຂອງ​ນັກ​ຖ່າຍ​ຮູບ ຫືວ​ບ໋​າວ ຍາມ​ໃດ​ຜູ້​ຊົມ​ກໍ​ມ​ີ​ຄວາມ​ປະ​ທັບ​ໃຈ. ບາງ​ຄົນ​ແມ່ນ​ຜູ້​ທຳ​ມະ​ດາ ບໍ່​ມີ​ຕຳ​ແຫ​ນ່ງ​ໃນ​ສັງ​ຄົມ ແຕ່​ຮູບ​ພາບ​ຂອ​ງ​ເຂົາ​ເຈົ້າ​ແມ່ນນອນ​ໃນ​ພາບ​ຖ່າຍ​ຂອງ​ນັກ​ຖ່າຍ​ຮູບ ຫືວ​ບ໋​າວ ແລະ ກາຍ​ເປັນ​ສິ່ງ​ຫ​ນຶ່ງ​ຂອງ​ປະ​ຫວັດ​ສາດ.

        “ຫືວ​ບ໋າວ ໄດ້​​ບັນ​ທຶກ​ໄວ້ບັນ​ດາ​ສິ່ງ​ທີ່​ສະ​ຫງົບ​ສຸກ​ທີ່​ສຸດ​ຂອງ​ຮ່າ​ໂນ້ຍ. ພາບ​ຖ່າຍ​ຂອງ​ນັກ​ສິ​ລະ​ປີນ ຫືວ​ບ໋າວ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຜ່ານ​ຮູບ​ພາບ​ຂອງ​ຖະ​ຫ​ນົນ​ສາຍ​ຕ່າງໆ, ບັນ​ດາ​ຫລັງ​ຄາ​ເຮືອນ​ທີ່​ເກົ່າ​ແກ່, ຫລື​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ ຮ່າ​ໂນ້ຍ.”

ຫືວບ໋າວ - ນັກຖ່າຍຮູບທີ່ມີຊື່ສຽງກ່ຽວກັບນະຄອນຫລວງ - ảnh 2
ນັກ​ຖ່າຍ​ຮູບ ຫືວ​ບ໋​າວ

        ສິ່ງ​​ທີ່ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ນັກ​ຖ່າຍ​ຮູບ ແມ່ນ​ການ​ເກັບ​ຮັກ​ສາ​ໄວ້​ສິ່ງ​​ພິ​ເສດໃນ​ຊີ​ວິດ​ຕະ​ຫລອດ​ໄປ. ພາບ​ຖ່າຍ​ແຕ່​ລະ​ແຜ່ນ​ຂອງ​ນັກ​ຖ່າຍ​ຮູບ​ຫືວ​ບ໋າວ​ລ້ວນ​ແຕ່​ສະ​ແດ​ງ​ໃຫ້​ເຫັນ​ຄວາມ​ຮູ້​ສຶກ​ໃດ​ຫ​ນຶ່ງ ອາດ​​ຈະແມ່ນ​ການ​ຫວນ​ຄືນ​ສິ່ງ​ໃດ​ຫ​ນຶ່ງ ຄື​ດັ່ງ​ປື້ມ​ບັນ​ທຶກ​ ແລະ  ແບ່ງ​ປັນ​ຄວາມ​ຊົງ​ຈຳ​ນັ້ນ​ໃຫ້​ຜູ້​ອື່ນ ແລະ ໄດ້​ກາຍ​ເປັນ​ປະ​ຫວັດ​ສາດໃນ​ທັ​ນ​ທີ​. ສະ​ນັ້ນ ພ້ອມ​ກັບ​ ​​ບັນ​ດາ​ນັກ​ສິ​ລະ​ປິນມີ່ຊື່​ສຽງ​ກ່ຽວ​ກັບ​ຫົວ​ເລື່ອງ ຮ່າ​ໂນ້ຍ ຄື: ນັກ​ຖ່າຍ​ຮູບ ເລ​ເວື້ອງ, ກວາງ​ຟູ່ງ, ນັກ​ສິ​ລະ​ປິນ ຫືວ​ບ໋າວ ໄດ້​ເຮັດ​ໃຫ້​ສາງ​ພາບ​ຖ່າຍ​ອັນ​ລ້ຳ​ຄ່າ​ຂອງ ຮ່າ​ໂນ້ຍ ໃນ​ຍຸກ​ປະ​ຈຸ​ບັນ ມີບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ລັກ​ສະ​ນະ​​ເປັນເອ​ກະ​ສານ​ປະ​ຫວັດ​ສາດ​ຕື່ມ​ອີກ. ນັ້ນ​ແມ່ນ​ບັນ​ດາ​ເລື່ອງ​ລາວ​ຂອງ​ສ່ວນ​ບຸກ​ຄົນ ແຕ່​ອ​າດ​ຈະ​ແມ່ນບັນ​ດາຄຸນ​ຄ່າ​ເພື່ອ​ປະ​ໄວ້​ໃຫ້​ຄົນ​ລຸ້ນ​ຫ​ລັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ