ຫ້ອງຮຽນ ແຄກ໊າ ປະກອບສ່ວນຮັກສາວັດທະນະທຳ ເຜົ່າຢ້າວ.

(VOVWORLD) -ຢູ່ແຂວງ ອຽນບ໊າຍ ເຂດພູດອຍທາງພາກເໜືອມີຫ້ອງຮຽນພິເສດ ໂດຍບັນດານັກສິປະການ ແລະ ບັນດາບຸກຄົນທີ່ມີຄວາມກະຕືລືລົ້ນສ້າງຕັ້ງຂຶ້ນ ແນໃສ່ຮັກສາ ແລະ ເສີມຂະຫຍາຍວັດທະນະທຳບັນດາເຜົ່າ.  ຫ້ອງຮຽນຢູ່ບ້ານ ແຄກ໊າ ຕາແສງ ເລືອງທິ້ງ ເມືອງ ເຈິ໊ນອຽນ ແຂວງ ອຽນບ໊າຍກໍ່ແມ່ນຕົວຢ່າງໜ່ຶງ.

ຫ້ອງຮຽນ ແຄກ໊າ ປະກອບສ່ວນຮັກສາວັດທະນະທຳ ເຜົ່າຢ້າວ. - ảnh 1ຫ້ອງຮຽນພິເສດຢູ່ບ້ານ ແຄກ໊າ

      ເຖິງວ່າອາກາດຮ້ອຍເອົ້າກໍ່ຕາມ ແຕ່ນັກຮຽນຫຼາຍກວ່າ 50 ຄົນ ເຊິ່ງລວມທັງເພດຍິງ ແລະ ເພດຊາຍຢູ່ໃນຫຼາຍເກນອາຍຸທີ່ແຕກຕ່າງກັນແມ່ນ ເຜົ່າຢ້າວ ຢູ່ບ້ານ ແຄກ໊າ ຕາແສງ ເລືອງທິ້ງ ເມືອງ ເຈິ໊ນອຽນ ຍັງຄົງດຸໝັ່ນພາກພຽນເຂົ້າຮ່ວມຫ້ອງຮຽນພິເສດ. ນາງ ເຢືອງທິມາຍ ເລຂາໜ່ວຍພັກບ້ານ ແຄກ໊າ ໃຫ້ຮູ້ວ່າ 99% ຈໍານວນຄອບຄົວຢູ່ ແຄກ໊າ ແມ່ນ ເຜົ່າຢ້າວ. ເຂົາເຈົ້າສ່ວນຫຼາຍ ກໍ່ລ້ວນແຕ່ເວົ້າພາສາຂອງເຜົ່າຕົນໄດ້ດີ ແຕ່ກ່ຽວກັບຕົວໜັງສື ແລະ ຄວາມໝາຍ, ວິທີ ແລະ ຮີດຄອງປະເພນີ ກໍ່ມີຜູ້ຮູ້ຈັກບໍ່ພໍເທົ່າໃດຄົນ. ຍ້ອນເຫດນີ້ເອງຫ້ອງຮຽນໜັງສື ເຜົ່າຢ້າວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຊຸມວັນທຳອິດ ໄດ້ຮັບການຕອບສະໜອງຢ່າງແຂງແຮງຈາກປະຊາຊົນ.  ນາງ ເຢືອງທິມາຍ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າຮູ້ສຶກມີປະໂຫຍດທີ່ສຸດ. ຍົກຕົວຢ່າງ ແຕ່ລະຕົວໜັງສືກ່ຽວກັບຕົວໜັງສືກ່ຽວກັບການສຶກສາ, ກ່ຽວກັບມະນຸດ, ກ່ຽວກັບວຽກງານກຸສົນ, ກ່ຽວກັບຮີດຄອງປະເພນີບັນດາຂອງບັນດາເຜົ່າ“.

       ສຳລັບຕົວໜັງສືຢ້າວເດີມ ແມ່ນລະບົບເຄື່ອງໝາຍ, ຕົວອັກສອນ, ພະຍັນສະນະ. ຜູ້ສາມາດເວົ້າພາສາຢ້າວໄດ້ ກໍ່ບໍ່ໝາຍຄວາມວ່າແມ່ນສາມາດຂຽນໄດ້. ເມື່ອຮຽນຕົວອັກສອນສຳເລັດແລ້ວ ນັກຮຽນຈຶ່ງຮຽນປະກອບເປັນສັບເປັນປະໂຫຍກ. ອ້າຍ ຈ້ຽວຊິງລວນ ນັກຮຽນຄົນໜຶ່ງໃຫ້ຮູ້ວ່າ:

       “ຫ້ອງຮຽນກໍ່ມີນັກຮຽນຫຼາຍກວ່າ 50 ຄົນຮຽນໃນວັນອັງຄານ ແລະ ວັນເສົາ. ເຖິງວ່າຍັງຂ້ອງຄາກັບວຽກໄຮ່ການນາກໍ່ຕາມ ແຕ່ພວກນັກຮຽນກໍ່ລ້ວນແຕ່ຂຶ້ນຫ້ອງຢ່າງຄົບຖ້ວນ“.

       ເມື່ອຮຽນໄດ້ຕົວໜັງສືນັກຮຽນສາມາດອ່ານປຶ້ມໄດ້. ບັນດາປຶ້ມອ່ານຢູ່ຫ້ອງຮຽນກໍ່ດູູດດື່ມທີ່ສຸດ ຊ່ວຍໃຫ້ຜູ້ອ່ານສາມາດເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບດາພິທີໄຫ້ວບູຊາ ພາວະນາ ແລະ ບັນດາພິທີກຳ ໃນຊີວິດວັດທະນະທຳ ແລະ ຈິດໃຈຂອງຊາວເຜົ່າຢ້າວ. ອ້າຍ ຈ້ຽວວັນເວືອງ ນັກຮຽນໃນຫ້ອງໃຫ້ຮູ້ວ່າ:

        “ນີ້ແມ່ນສີສັນຂອງຊົນເຜົ່າຢ້າວ. ພວກເຮົາຕ້ອງການອະນຸລັກ ແລະ ຮັກສາສີສັນຂອງຊົນເຜົ່າ ດັ່ງນັ້ນໄດ້ເຂົ້າຮ່ວມຊອກຮູ້ ແລະ ຮ່ຳຮຽນ“.

       ໃນຫ້ອງຮຽນພິເສດນີ້ພວກນັກຮຽນໄດ້ຮັບການສິດສອນ ຖ່າຍທອດຢ່າງສຸດໃຈ ຈາກນັກສິລະປະການ ຈ້ຽວກຸຍຕິ໊ນ ເຊິ່ງຜູ້ທີ່ມີຄວາມຮູ້ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາສາ ຢ້າວເດີມຂອງທ້ອງຖິ່ນ. ການສ້າງຕັ້ງ ແລະ ຮັກສາຫ້ອງຮຽນພາສາ ຢ້າວເດີມ ບໍ່ພຽງແຕ່ແມ່ນລູກກະແຈ ເພື່ອອະນຸລັກພື້ນຖານວັດທະນະທຳຂອງບັນດາເຜົ່າເທົ່ານັ້ນ ຫາກຍັງຊ່ວຍຊາວທ້ອງຖິ່ນຢູ່ແຫ່ງນີ້ ພັດທະນາເສດຖະກິດ ໂດຍອີງໃສ່ລະດັບຄວາມຮູ້ຂອງຕົນ. ນັກສິລະປະການ ຈ້ຽວກຸຍຕິ໊ນ ແບ່ງປັນວ່າ ການສອນໜັງສືພາສາ ເຜົ່າຢ້າວ ແມ່ນປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາພິທີກຳ ຮີດຄອງປະເພນີອັນດີງາມຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ. ນັກສິລະປະການ ຈ້ຽວກຸຍຕິ໊ນ ໃຫ້ຮູ້ວ່າ:

       “ນັບຕັ້ງແຕ່ມື້ໄຂຊຸດຮຽນມາຮອດປັດຈຸບັນ ເວົ້າລວມແລ້ວພວກນັກຮຽນພໍ່ແມ່ປະຊາຊົນມີຄວາມພາກພຸມໃຈມາຮ່ຳຮຽນຢ່າງຄົບຖ້ວນ ແລະ ຖືກກັບເວລາ“.

     ຫ້ອງຮຽນຕົວໜັງສືຢ້າວເດີມຂອງພໍ່ແມ່ພີ່ນ້ອງບ້ານ ແຄກ໊າ ບໍ່ພຽງແຕ່ປຸກລຸກ ແລະ ສ້າງຄວາມເມົາມົວຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າເທົ່ານັ້ນ ຫາກຍັງຊ່ວຍຊາວທ້ອງຖິ່ນຢູ່ແຫ່ງນີ້ ເພີ່ມຄວາມສາມັກຄີ ຮ່ວມແຮງຮ່ວມໃຈໃນການປະຕິບັດໜ້າທີ່ວຽກງານ ແລະ ໃນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ ແລະ ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ