ຮັກສາສີສັນວັດທະນະທຳທີ່ຕະຫຼາດນັດ ບັກຮ່າ ໃນແຂວງ ລ່າວກາຍ

(VOVWORLD) -ຕະຫຼາດນັດ ບັກຮ່າ ທີ່ມີມາແຕ່ດົນນານ ໄດ້ກາຍເປັນທີ່ຮູ້ຈັກກັນດີ ແມ່ນໜຶ່ງໃນບັນດາຕະຫຼາດນັດທີ່ເປັນເອກະລັກຂອງແຂວງ ລ່າວກາຍ ດ້ວຍບັນດາຈຸດວັດທະນະທຳພື້ນເມືອງ ແລະ ສີສັນການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້. ມາຮອດຕະຫຼາດນັດ ບັກຮ່າ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊີມບັນດາເຍື່ອງອາຫານ, ໄດ້ດື່ມເຫຼົ້າສາລີ, ພິເສດ ໄດ້ດື່ມນ້ຳຊາດອກສາມເຈັດ ດ້ວຍລົດຫອມພິເສດເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບບັນດາລາຍການສະແດງສິລະປະວັນນະຄະດີ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງທ້ອງຖິ່ນອີກດ້ວຍ.
ຮັກສາສີສັນວັດທະນະທຳທີ່ຕະຫຼາດນັດ ບັກຮ່າ ໃນແຂວງ ລ່າວກາຍ - ảnh 1ອ້າຍ ຢ່າງອາຫາຍ, ຜູ້ຮັບຜິດຊອບສະໂມສອນ ຮົ່ງມີ

      ໃນເຮືອນຫຼັງໃຫຍ່ຢູ່ຕະຫຼາດນັດ ບັກຮ່າ, ບັນດາສະມາຊິກສັງກັດສະໂມສອນສິລະປະວັນນະຄະດີພື້ນເມືອງຮົ່ງມີ ທີ່ຕາແສງ ບ້ານໂຝພວມສະແດງບັນດາລາຍການສິລະປະວັນນະຄະດີ. ເຊິ່ງແມ່ນການເຄື່ອນໄຫວປະກອບສ່ວນຮັກສາສີສັນວັດທະນະທຳບັນດາເຜົ່າຢູ່ແຫ່ງນີ້. ອ້າຍ ຫງວຽນວັນຕ໊ວນ ແຂກທ່ອງທ່ຽວມາຈາກແຂວງ ບິ່ງເຢືອງ  ເວົ້າວ່າ:

   “ຂ້າພະເຈົ້າມານີ້ເປັນເທື່ອທີສາມ, ຂ້າພະເຈົ້າຈຶ່ງຊອກຮູ້ກ່ຽວກັບວັດທະນະທຳຂອງຕະຫຼາດນັດ ບັກຮ່າ. ສັງເກດກ່ຽວກັບສີສັນວັດທະນະທຳ, ພວກເຮົາຄ່ອຍໆຊອກຮູ້ຈຶ່ງສາມາດເຂົ້ົ້າໃຈແຈ້ງກ່ຽວກັບສີສັນວັດທະນະທຳຂອງທ້ອງຖິ່ນໄດ້”.

   ສະໂມສອນສິລະປະວັນນະຄະດີພື້ນເມືອງ ຮົ່ງມີ ແມ່ນຕົ້ນກຳເນີດຂອງສະໂມສອນສຽງແຄນເຜົ່າມົ້ງ ບັກຮ່າ ໂດຍອ້າຍ ຢ່າງອາຫາຍ ເປັນຜູ້ຮັບຜິດຊອບ ຢ່າງອາຮ໋າຍ ໄດ້ມີຄວາມຜູກພັນ ແລະ ໄດ້ອຸທິດສ່ວນໃຫ້ແກ່ຂະແໜງວັດທະນະທຳຂອງແຂວງ ລ່າວກາຍ ເປັນເວລາຫຼາຍປີ ແລະ ປັດຈຸບັນ ເປັນພະນັກງານສັງກັດກອງຖະແຫຼງຂ່າວເຄື່ອນທີ່ຂຶ້ນກັບສູນວັດທະນະທຳກິລາ ແລະ ສື່ສານເມືອງບັກຮ່າ. ອ້າຍ ຢ່າງອາຫາຍ ພ້ອມກັບສະມາຊິກ 20 ຄົນສັງກັດສະໂມສອນ ໄດ້ເຮັດໃຫ້ເຂດວັດທະນະທຳແຫ່ງນີ້ ກາຍເປັນສະຖານທີ່ທ່ອງທ່ຽວ ໄດ້ຮັບຄວາມຊົມຊອບຈາກແຂກທ່ອງທ່ຽວທັງຫຼາຍ. ອ້າຍ ຢ່າງອາຫາຍ ໃຫ້ຮູ້ວ່າ:

   “ດ້ວຍຄວາມສຸດຈິດສຸດໃຈ ແລະ ພະຍາຍາມຂອງອ້າຍນ້ອງໃນສະໂມສອນ, ພວກຂ້າພະເຈົ້າໄດ້ຮັບການຕອບສະໜອງຢ່າງສຸດໃຈຂອງຜູ້ຊົມ ແລະ ແຂກທ່ອງທ່ຽວ. ທີ່ຈິງແລ້ວ ນີ້ແມ່ນຄວາມມ່ວນຊື່ນຢ່າງໃຫຍ່ຫຼວງ ເປັນກຳລັງໜູນ ເພື່ອໃຫ້ພວກຂ້າພະເຈົ້າພະຍາຍາມ”.

  ສະມາຊິກເກືອບທັງໝົດໃນສະໂມສອນ ລ້ວນແຕ່ຢູ່ໃນເກນອາຍຸທີ່ໜຸ່ມນ້ອຍ ໂດຍພາຍໃຕ້ການແນະນຳ ແລະ ນຳພາຂອງ ຢ່າງອາຫາຍ, ມາຮອດປັດຈຸບັນພວກນ້ອງກໍ່ລ້ວນແຕ່ສາມາດນຳໃຊ້ບັນດາເຄື່ອງດົນຕີພື້ນເມືອງ ແລະ ສາມາດຟ້ອນບັນດາບົດຟ້ອນຂອງບັນດາເຜົ່າໄດ້ຢ່າງຄ່ອງແຄ້ວ ແລະ ເພີ່ມຄວາມຖະໜຸຖະໜອມຄວາມງາມທາງດ້ານວັດທນະທຳຂອງເຜົ່າຕົນ. ນ້ອງ ຫວ່າງທິທູຮ່າ ສັງກັດສະໂມສອນ ໃຫ້ຮູ້ວ່າ:

   “ພວກຫຼານມີຄວາມຊົມຊອບສະໂມສອນ ຮົ່ງມີ ເພາະວ່າຢູ່ແຫ່ງນີ້ ພວກຫຼານໄດ້ເຄື່ອນໄຫວຖືກກັບສີສັນຂອງບັນດາເຜົ່າ. ຈາກນັ້ນພວກຫຼານຈຶ່ງມີຄວາມຮັກວັດທະນະທຳພື້ນເມືອງຫຼາຍກວ່າ ແລະ ໂຄສະນາໃຫ້ແກ່ທຸກໆຄົນ ເພື່ອພ້ອມກັນມາທັດສະນະສຶກສາ ແລະ ພົວພັນແລກປ່ຽນກັບບັນດາເຜົ່າຂອງພວກຫຼານ”.

   ນັກສິລະປະການເປົ່າແຄນ ຫຼີແຊວຟອງ ແມ່ນໜຶ່ງໃນບັນດານັກສິລະປະການອາຍຸສູງໃນຕາແສງ ບ້ານໂຝ ເມືອງ ບັກຮ່າ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າຫວັງວ່າ ຜ່ານສະໂມສອນນີ້ກໍ່ສາມາດຖ່າຍທອດໃຫ້ໄວໜຸ່ມ,ໃນພາຍພາກໜ້າພວກຫຼານຍັງຈະເປັນຖັນແຖວຜູ້ຮັກສາສິສັນຂອງຊາວເຜົ່າມົ້ງພວກຂ້າພະເຈົ້າ”.

       ອ້າຍ ຢ່າງອາຫາຍ ໃຫ້ຮູ້ວ່າ ພ້ອມກັບການສະແດງປະຈຳອາທິດຢູ່ຕະຫຼາດນັດ ບັກຮ່າ ນັ້ນ, ລາວ ແລະ ສະມາຊິກໃນສະໂມສອນຍັງເຂົ້າຮ່ວມບັນດາລາຍການສິລະປະວັນນະຄະດີຂອງເມືອງ ອັນໄດ້ຊ່ວຍບັນດາໝູ່ບ້ານຢູ່ໃກ້ຄຽງສ້າງບັນດາລາຍການສະແດງ, ສ້າງຕັ້ງສະໂມສອນສິລະປະວັນນະຄະດີເພື່ອຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳພື້ນເມືອງ ທັງເປັນການຊ່ວຍແຂກທ່ອທ່ຽວສາມາດເຂົ້າໃຈແຈ້ງກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກຂອງບັນດາເຜົ່າຢູ່ແຫ່ງນີ້. ໃນທ່າມກາງເຂດພູຜາປ່າໄມ້ ເຕິຍບັກ ສຽງດົນຕີໄດ້ດັງກ້ອງກັງວານຂຶ້ນຈາກຕະຫຼາດນັດ ບັກຮ່າ ກໍ່ເປັນຫຼັກຖານຢັ້ງຢືນວັດທະນະທຳຫຼາກຫຼາຍສີສັນ ແມ່ນຄວາມເອກອ້າງທະນົງໃຈນັບແຕ່ໃດໆມາຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ ບັກຮ່າ ໃນແຂວງ ລ່່າວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ