ຮູບເງົາ “ຫວຽດນາມ: 30 ວັນຢູ່ ໄຊງ່ອນ”, ແງ່ມູມອື່ນກ່ຽວກັບໄຊຊະນະ 30/4

(VOVWORLD) - ວັນທີ 30/4/1975 ແມ່ນເຫດການສຳຄັນຍິ່ງໃນປະຫວັດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ກໍ່ແມ່ນເຫດການທີ່ສ້າງຂີດໝາຍຢ່າງຈະແຈ້ງໃນບັນດາບົດເພງ, ວັນນະຄະດີ, ເວທີສະແດງ ແລະ ຮູບເງົາ. ເຖິງຢ່າງໃດກໍ່ຕາມ, ຫ່ວາງແລ້ວນີ້ຮູບເງົາເອກະສານ “ຫວຽດນາມ: 30 ວັນຢູ່ ໄຊງ່ອນ“,  ຂອງຜູ້ກຳກັບການສະແດງ Jean-Pierre Moscardo ໄດ້ຊ່ວຍໃຫ້ຜູ້ຊົມເຫັນໄດ້ແງ່ມູມພິເສດສະເພາະທີ່ສຸດກ່ຽວກັບໄຊຊະນະ 30/4 ດ້ວຍຮູບພາບພາກໃຕ້ໃນຈຸດເວລາປະຫວັດສາດ, ໂດຍນັກຂ່າວ, ນັກຜະລິດຮູບເງົາ ຝລັ່ງຖ່າຍທຳ.

ຮູບເງົາ “ຫວຽດນາມ: 30 ວັນຢູ່ ໄຊງ່ອນ”, ແງ່ມູມອື່ນກ່ຽວກັບໄຊຊະນະ 30/4 - ảnh 1ຮູບເງົາ “ຫວຽດນາມ: 30 ວັນຢູ່ ໄຊງ່ອນ”, ແງ່ມູມອື່ນກ່ຽວກັບໄຊຊະນະ 30/4

(ພາບ: ອິນເຕີແນັດ)


“ຫວຽດນາມ: 30 ວັນຢູ່ ໄຊງ່ອນ“, ໂດຍຜູ້ກຳກັບການສະແດງ Jean-Pierre Moscardo ປະຕິບັດໃນປີ 1975 ດ້ວຍເວລາ 60 ນາທີ 44 ວິນາທີ, ເຊິ່ງປະຈຸບັນພວມຮັກສາໄວ້ຢູ່ສະຖາບັນຮູບເງົາແຫ່ງຊາດ ຝລັ່ງ. ນີ້ແມ່ນຮູບເງົາເອກະສານທີ່ຖ່າຍທຳກ່ຽວກັບຊຸມວັນສຸດທ້າຍຂອງສົງຄາມຢູ່ ພາກໃຕ້ ຫວຽດນາມ ກໍ່ຄືຮູບພາບ ໄຊງ່ອນໃນຊຸມວັນທຳອິດທີ່ໄດ້ຮັບການປົດປ່ອຍ. ທ່ານ ຮ່ວາງເຈື່ອງ, ຮອງຫົວໜ້າກົມສຳເນົາເອກະສານ, ໃຫ້ຮູ້ວ່າ:

“ນັບແຕ່ປີ 1975 ມາຮອດປະຈຸບັນ, ພວກເຮົາໄດ້ມີຮູບເງົາຫຼາຍເລື່ອງ, ມີເອກະສານຫຼາຍຢ່າງ, ນັບທັງຂ່າວພາບຂອງສຳນັກຂ່າວສານຕ່າງໆທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຢູ່ ໄຊງ່ອນ ທາງພາກໃຕ້ ຫວຽດນາມ ໃນຊຸມປີ 1975 ແລະ ກ່ອນນັ້ນ. ແຕ່ວ່າຮູບເງົາ ແລະ ພາບເຫຼົ່ານັ້ນແມ່ນລິຂະສິດຂອງເຂົາເຈົ້າ, ສ່ວນຢູ່ ຫວຽດນາມ ຍັງບໍ່ທັນມີບັນດາຮູບເງົາເອກະສານຄົບຖ້ວນພໍສົມຄວນ ກ່ຽວກັບໂສມໜ້າຂອງປະເທດ, ຂອງພາກໃຕ້ ໃນໄລຍະ 1975 ໂດຍຕ່າງປະເທດສະໜອງໃຫ້ເທື່ອ. ນີ້ແມ່ນຮູບເງົາເອກະສານອັນລ້ຳຄ່າທີ່ສຸດ, ເຊິ່ງປະຈຸບັນຍັງມີຄວາມໝາຍສະຖານະການຢູ່“.

ຮູບເງົາບໍ່ເຕື້ອງເຖິງການບຸກໂຈມຕີຂອງກອງທັບ ຫວຽດນາມ, ຫາກຖ່າຍທຳຈຸດເວລາປະຫວັດສາດຢູ່ທຳນຽບເອກະພາບ, ດ້ວຍຮູບພາບຊາວອົບພະຍົບເປັນຈຳນວນຫຼວງຫຼາຍຢູ່ຕໍ່ໜ້າປະຕູສະຖານທູດ ອາເມລິກາ, ຫຼື ພາບຮູບປັ້ນທະຫານເຮືອສູ້ຮົບເທິງບົກຂອງສາທາລະນະລັດ ຫວຽດນາມຖືກທົກດຶງລົງ. ພິເສດແມ່ນ, ຜູ້ກຳກັບການສະແດງ Jean-Pierre Moscardo ມີຄວາມຄ່ອງແຄ້ວທີ່ສຸດເມື່ອພັນລະນາຊຸມວັນໃກ້ຈະຮອດວັນທີ 30/4, ເມື່ອປະຊາຊົນພວມມີຄວາມຫວັງຕໍ່ພື້ນຖານສັນຕິພາບ. ຮູບເງົາວາດພາບຮູບພາບ, ຈິດຕະຂອງປະຊາຊົນຕໍ່ໜ້າການປ່ຽນແປງຢ່າງໃຫຍ່ຫຼວງເຊິ່ງພື້ນຖານເອກະລາດໄດ້ນຳມາໃຫ້. ຮູບພາບທີ່ເປັນສານອັນເລິກເຊິ່ງ ແລະ ເຕັມໄປດ້ວຍວັດທະນະທຳມະນຸດນັ້ນແມ່ນຂະບວນນັກຮຽນ, ນັກສຶກສານະຄອນຮຽກຮ້ອງ ແລະ ພ້ອມກັນເຮັດອະນາໄມຢູ່ຕາມຖະໜົນຫົນທາງ, ແລະ ຊ່ວຍເຫຼືອທຸກຄົນຮັກສາສະຖຽນລະພາບໃນການດຳລົງຊີວິດ. ທ່ານ ຮ່ວາງເຈື່ອງ, ໃຫ້ຮູ້ຕື່ມອີກວ່າ:

“ນີ້ແມ່ນໜຶ່ງໃນບັນດາວິທີເພື່ອສັງເກດເຫດການໜຶ່ງ ແລະ ສຳລັບປະຫວັດສາດຂອງຊາດນັ້ນ, ຍິ່ງໄກຈາກເຫດການນັ້ນເທົ່າໃດ, ພວກເຮົາຍິ່ງມີການສັງເກດສັງລວມກວ່າ, ຮອບດ້ານກວ່າ ແລະ ດ້ວຍຫຼາຍທັດສະນະທີ່ແຕກຕ່າງກັນ, ເພື່ອສັງເກດເຫດການປະຫວັດສາດ. ພາຍຫຼັງ 40 ປີແຫ່ງການປົດປ່ອຍ, ພວກເຮົາໄດ້ມີການສັງເກດດ້ວຍວິໄສທັດຂອງການປະຕິວັດ ຫວຽດນາມ, ຂອງລັດສັງຄົມນິຍົມ. ແຕ່ພວກເຮົາຈະເພີ່ມເຕີມຕື່ມອີກເພື່ອມີຄວາມຮັບຮູ້ກ່ຽວກັບເຫດການໜຶ່ງ. ເຂົາເຈົ້າກໍ່ໄດ້ສັງເກດໃນແງ່ມູມຂອງບັນດານັກຂ່າວ, ນັກກຳກັບການສະແດງ. ຂ້າພະເຈົ້າຄິດວ່າ, ສິ່ງເຫຼົ່ານັ້ນເປັນໜ້ານັບຖືທີ່ສຸດ“.

ຮູບເງົາແມ່ນແງ່ມູມກ່ຽວກັບບັນດາເຫດການທີ່ດຳເນີນໃນວັນທີ 30/4/1975 ພ້ອມກັບຄຳວິຈານພາວະວິໄສຂອງຜູ້ບໍ່ເຂົ້າຮ່ວມສົງຄາມ. ເຖິງຢ່າງໃດກໍ່ຕາມ, ຮູບເງົາຊຸດນີ້ຍັງສະແດງໃຫ້ເຫັນວິໄສທັດວັດທະນະທຳມະນຸດ ເມື່ອກອງທັບ ຫວຽດນາມຮັບເອົາ ແລະ ບໍລິຫານ ໄຊງ່ອນ, ຮູບພາບຂອງປະຊາຊົນໄດ້ຮັບການວາດພາບຢ່າງຄ່ອງແຄ້ວຜ່ານແວວຕາ, ຮອຍຍີ້ມທີ່ເຕັມໄປດ້ວຍຄວາມສຸກ. ຕາມທ່ານນາງ ຫງວຽນທິຮ່າ, ຜູ້ອຳນວຍການສູນວິທະຍາສາດ ແລະ ເຕັກໂນໂລຢີສຳເນົາເອກະສານແລ້ວ, ບັນດາຮູບພາບທີ່ມີຊີວິດຊີວາ ແລະ ຊື່ຕົງໃນຮູບເງົາເອກະສານ“ຫວຽດນາມ: 30 ວັນຢູ່ ໄຊງ່ອນ“ ໄດ້ຊ່ວຍໃຫ້ລຸ້ນຕ່າງໆທີ່ບໍ່ເຫັນປະຈັກຕາເຫດການສຳຄັນຍິ່ງນີ້ ມີໂອກາດໄດ້ສຳຜັດກັບປະຫວັດສາດ ຫວຽດນາມ, ພາຍໃຕ້ແງ່ມູມຕ່າງໆຂອງຄົນຕ່າງປະເທດ.

“ແງ່ມູມນີ້ແມ່ນມ່ວນຫຼາຍເພື່ອໃຫ້ຕົນເອງສາມາດເຫັນໄດ້ວ່າ, ບັນດາຜູ້ບໍ່ເຂົ້າຮ່ວມສົງຄາມຈະມີທັດສະນະແນວໃດກ່ຽວກັບບັນຫານີ້, ເຂົາເຈົ້າໄດ້ຖ່າຍທຳຮູບພາບຊາວໜຸ່ມໄຊງ່ອນ ເກັບຂີ້ເຫຍື່ອ, ດ້ວຍຄວາມໝາຍກຳຈັດທຸກສິ່ງທຸກຢ່າງທີ່ບໍ່ຈົບບໍ່ງາມ. ນັ້ນແມ່ນວັດທະນະທຳມະນຸດທີ່ສະແດງອອກໃນຮູບເງົາເອກະສານນີ້“.

ພ້ອມກັບບັນດາຮູບເງົາເອກະສານອື່ນໆຂອງຜູ້ກຳກັບການສະແດງຫວຽດນາມ. ຮູບເງົາ “ຫວຽດນາມ: 30 ວັນຢູ່ ໄຊງ່ອນ“ ຂອງຜູ້ກຳກັບການສະແດງ Jean-Pierre Moscardo ຈະຊ່ວຍໃຫ້ລຸ້ນໜຸ່ມໃນ ປະຈຸບັນມີຄວາມເຂົ້າໃຈກວ່າກ່ຽວກັບບັນດາຊຸມເດືອນປີແຫ່ງການຕໍ່ສູ້ອັນສະຫງ່າອົງອາດຂອງທະຫານ ແລະ ປະຊາຊົນ ຫວຽດນາມ ເພື່ອພື້ນຖານເອກະລາດຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ