ຮ່າຢາງອະນຸລັກຮັກສາບັນດາເຮືອນທີ່ເປັນປະເພນີ

(VOVWORLD) -ແຕ່ດົນນານມາແລ້ວ ບັນດາເຮືອນທີ່ເປັນປະເພນີດ້ວຍຫຼັງຄາຖືກມຸງດ້ວຍດິນຂໍມີກຳແພງຫີນອ້ອມຮອບໃນແຂວງຮ່າຢາງໄດ້ກາຍເປັນຮູບພາບ ຍາກທີ່ຈະຈືດຈາງໄດ້ໃນຈິດໃຈຂອງແຂກທ່ອງທ່ຽວກໍ່ຄືຊາວທ້ອງຖິ່ນ. ແຕ່ໃນຊຸມປີມໍ່ໆມານີ້ຈຳນວນເຮືອນສູງຫຼາຍຊັ້ນດ້ວຍສະຖາປັດຕະຍາກຳແບບໃໝ່ ໄດ້ ແລະພວມຖືກທົດແທນດ້ວຍບັນດາເຮືອນທີ່ເປັນປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ. ປັດຈຸບັນອຳນາດການປົກຄອງຂັ້ນຕ່າງໆໃນແຂວງຮ່າຢາງໄດ້ມີບັນດາວິທີການແກ້ໄຂໃນວຽກງານອະນຸລັກຮັກສາບັນດາເຮືອນທີ່ເປັນປະເພນີຢູ່ທ້ອງຖິ່ນ
ຮ່າຢາງອະນຸລັກຮັກສາບັນດາເຮືອນທີ່ເປັນປະເພນີ - ảnh 1ເຮືອນຮ້ານທີ່ເປັນປະເພນີໃນແຂວງຮ່າຢາງ

    ມາຮອດແຂວງຮ່າຢາງແຂກທ່ອງທ່ຽວຈະໄດ້ພົບເຫັນທັດສະນີຍະພາບທີ່ລື້ງເຄີຍ ນັ້ນແມ່ນເຮືອນຮ້ານຖືກກໍ່ຕັ້ງເປັນບັນດາໝູ່ບ້ານທີ່ອົບອຸ່ນຢູ່ຫຼາຍເມືອງຄືບັກກວາງ,ກວ໋າງບິງ,ວິຊວຽນ, ຮວ່າງຊູຟີ່, ບັກເມ... ດ້ວຍປະເພນີດຳເນີນຊີວິດແລະເພື່ອເຊື່ອມໂຍງເຂົ້າກັບທຳມະຊາດ,ຕ້ານຢັນກັບໄພນາບຂູ່ຈາກທຳມະຊາດພໍ່ແມ່ພີ່ນ້ອງບັນດາເຜົ່າໄດ້ມີວິທີກໍ່ຕັ້ງເຮືອນຮ້ານດ້ວຍບັນດາວັດຖຸດິບທີ່ມີມາຈາກທຳມະຊາດຄືໄມ້,ຫວາຍ, ໃບຕາມ, ໄມ້ໄຜ່, ຫຍ້າຄາ...ເຮືອນຮ້ານທີ່ເປັນປະເພນີຂອງຫຼາຍຊົນເຜົ່າ, ພິເສດແມ່ນເຜົ່າໄຕມີລວງສູງຫ່າງຈາກໜ້າດິນປະມານ 2 ຫາ 2,2 ແມັດທັງເປັນການປ້ອງກັນການບຸກໂຈມຕີຂອງສັດຮ້າຍທັງໃຊ້ເປັນບ່ອນສະສົມສະບຽງອາຫານແລະພ້ອມກັນນັ້ນກໍ່ແມ່ນຮູບແບບຄົບວົງຈອນທີ່ມີເຮືອນຄົວຢູ່ທາງໃນທັງສະດວກທັງອົບອຸ່ນ. ການດຳລົງຊີວິດຂອງປະຊາຊົນນັບມື້ນັບປ່ຽນແປງເຖິງວ່າຢູ່ບັນດາໝູ່ບ້ານເຂດບ້ານນາບັນດາຜູ້ຄົນທີ່ເປັນໄວໝຸ່ມມັກຫັນໄປສູ່ປຸກສ້າງທົດແທນການສ້ອມແປງເຮືອນຮ້ານ.ສິ່ງນີ້ໄດ້ເລີ່ມມາຈາກສາເຫດບາງຢ່າງຄືວັດຖຸເຮັດເຮືອນຮ້ານນັບມື້ນັບຫາຍາກແລະນາຍຊ່າງເຮັດເຮືອນຮ້ານກໍ່ນັບມື້ນັບຫຼຸດໜ້ອຍຖອຍລົງ, ເນື້ອທີ່ດິນກໍ່ນັບມື້ນັບຮັດແຄບ. ແຕ່ໃນຕົວຈິງຢູ່ບັນດາໝູ່ບ້ານຈຳນວນເຮືອນຮ້ານຍັງກວມເປັນສ່ວນຫຼາຍພິເສດສຳຄັນແມ່ນບັນດາໝູ່ບ້ານຂອງຊົນເຜົ່າໄຕ, ນຸ່ງ. ຢູ່ຫຼາຍແຫ່ງຄືຕາແສງກວາງວິງ, ຫວໍດ໊ຽມ, ກີມງອກໃນເມືອງບັກຢາງ ຕາແສງຊວັນຢາງ ບັງລາງ ໃນເມືອງກວ໋າງບິ່ງ ຈຳນວນເຮືອນຮ້ານກວມເອົາແຕ່ 70 ຫາ 90% ຈຳນວນເຮືອນຂອງປະຊາຊົນ. ຢູ່ບ້ານລາວຊາ ຕາແສງຊຸ່ງລາ ເມືອງດົ່ງວັນ ເມື່ອບໍ່ດົນມານີ້ໄດ້ປາກົດມີເຮືອນໃໝ່ຖືກປຸກສ້າງຕາມແບບທັນສະໄໝແລະພວມຄ່ອຍໆເຮັດໃຫ້ຄວາມງາມຂອງໝູ່ບ້ານທີ່ເປັນປະເພນີຖືກຫຼຸດລົງ. ຕໍ່ໜ້າຄວາມຈິງດັ່ງກ່າວອຳນາດການປົກຄອງທ້ອງຖິ່ນພວມຕັດສິນໃຈກໍ່ສ້າງບ້ານລາວສ໊າໃຫ້ບັນລຸມາດຕະຖານຊົນນະບົດໃໝ່ ຜ່ານນັ້ນພັດທະນາໝູ່ບ້ານອາຊີບລໍ່ເງິນໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູພຽງຫີນດົ່ງວັນ. ປັດຈຸບັນຢູ່ຕາແສງ ຊຸ່ງລາ ມີ 10 ໝູ່ບ້ານແຕ່ຍັງເຫຼືອພຽງບ້ານ ຫຼຸງເກິ່ມ ພຽງໝູ່ບ້ານດຽວຍັງຮັກສາບັນດາເຮືອນທີ່ເປັນປະເພນີແລະໄດ້ຮັບການຢັ້ງຢັນແມ່ນໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ບັນລຸມາດຕະຖານ OCOP ກ່ຽວກັບທ່ອງທ່ຽວ. ທ່ານ ລ່າມີຄາ ປະທານຄະນະກຳມະການປະຊາຊົນຕາແສງຊຸ່ງລາໃຫ້ຮູ້ວ່າ:

   “ສຳລັບການຮັກສາສີສັນບັນດາເຜົ່ານັ້ນ ມີບາງຄົນຢາກປຸກສ້າງເຮືອນແບບຖາວອນ ກໍ່ໄດ້ກໍ່ສ້າງຕາມຮູບແບບຂອງປະເທດເພື່ອນບ້ານ.  ທາງຕາແສງກໍ່ໄດ້ໂຄສະນາໃຫ້ປະຊາຊົນເພື່ອຮັກສາສີສັນບັນດາເຜົ່າ ແຕ່ກໍ່ບໍ່ສາມາດແກ້ໄຂໄດ້ ໃນສະເພາະໜ້າພຽງແຕ່ໂຄສະນາເພື່ອຮັກສາສີສັນ ບໍ່ໃຫ້ກໍ່ສ້າງຕາມຮູບແບບໃໝ່ ເພາະວ່າແຂກທ່ອງທ່ຽວ ເຂົາເຈົ້າຍັງຊົມຊອບບັນດາເຮືອນບູຮານຢູ່”.

   ເພື່ອຮັກສາສີສັນບັນດາເຜົ່າ, ແຂວງຮ່າຢາງໄດ້ມີໂຄງການ 1953 ແນໃສ່ໜູນຊ່ວຍປະຊາຊົນອະນຸລັກຮັກສາສ້ອມແປງບັນດາເຮືອນທີ່ເປັນປະເພນີ. ສະເລ່ຍແຕ່ລະຄອບຄົວໄດ້ຮັບການໜູນຊ່ວຍ 60 ລ້ານດົ່ງ. ບາງໝູ່ບ້ານໄດ້ຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວຄືໝູ່ບ້ານຫຼຸງເກິ່ມເຈນຢູ່ຕາແສງຊຸ່ງລາ. ທ່ານ ຫງວຽນວັນຈິ໊ງ ຮອງປະທານຄະນະກຳມະການປະຊາຊົນເມືອງດົ່ງວັນ ໃຫ້ຮູ້ວ່າ:

   “ມີນະໂຍບາຍໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ເຂດພູພຽງຫີນ ກ່ອນອື່ນໝົດແມ່ນໜູນຊ່ວຍກ່ຽວກັບດິນຂໍ ກໍ່ຄືບັນດາວັດຖຸດິບ ດ້ວຍໄມ້ ເພາະວ່າເຮັດເຮືອນຮ້ານກໍ່ສິ້ນເປືອງເງິນທຶນຫຼາຍພໍ່ສົມຄວນ. ປັດຈຸບັນ, ມີ 4 ເມືອງເຂດພູສູງມີນະໂຍບາຍໜູນຊ່ວຍເພື່ອອະນຸລັກຮັກສາບັນດາເຮືອນທີ່ເປັນປະເພນີ”.

   ໃນການດຳລົງຊີວິດທີ່ນັບມື້ນັບຟົດເດືອດໃນປັດຈຸບັນ ຖ້າຫາກວ່າມີເວລາຄົ້ນຫາການດຳລົງຊີວິດ ໃນທ່າມກາງເຮືອນຮ້ານທີ່ເປັນປະເພນີຈຶ່ງຈະເຫັນວ່າມີຄວາມໝາຍສຳຄັນທີ່ສຸດ ອັນໄດ້ຊ່ວຍໃຫ້ແຕ່ລະຄົນມີສະຕິຮັກສາບັນດາຄຸນຄ່າວັດທະນະທຳອັນເປັນປະເພນີຂອງບັນດາເຜົ່າຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ