ຮ່າໂນ້ຍ ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ

(VOVWORLD) -ປີ 2022 ຮ່າໂນ້ຍ ແມ່ນທ້ອງຖິ່ນທຳອິດໃນທົ່ວປະເທດ ປະກາດໃຊ້ມະຕິຫົວເລື່ອງວ່າດ້ວຍການພັດທະນາອຸດສາຫະກຳວັດທະນະທຳ, ວາງເປົ້າໝາຍພັດທະນາຂະແໜງອຸດສາຫະກຳວັດທະນະທຳນະຄອນຫຼວງຢ່າງຮອບດ້ານ ນັບທັງທາງດ້ານຂອບຂະໜາດ,ຄຸນນະພາບຜະລິດຕະພັນການບໍລິການ ແລະ ຕະຫຼາດ, ນຳອຸດສາຫະກຳວັດທະນະທຳກາຍເປັນຂະແໜງເສດຖະກິດປາຍແຫຼມຂອງນະຄອນຫຼວງ. ຮ່າໂນ້ຍ ໄດ້ ແລະ ພວມມານະພະຍາຍາມຫັນກຳລັງແຮງທາງດ້ານວັດທະນະທຳກາຍເປັນແຫຼ່ງກຳລັງຊຸກຍູ້ການພັດທະນາແບບຍືນຍົງຂອງນະຄອນຫຼວງ.
ຮ່າໂນ້ຍ ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ - ảnh 1ລາຍການສະແດງຟ້ອນມັງກອນຢູ່ຖະໜົນຍ່າງອ້ອມໜອງຮ່ວນກ໋ຽມ
 
 

ມະຕິ “ພັດທະນາອຸດສາຫະກຳວັດທະນະທຳໃນບໍລິເວນຂອງນະຄອນຫຼວງໄລຍະ 2021 – 2025, ກຳນົດທິດຮອດປີ 2030, ວິໄສທັດຮອດປີ 2045” ກຳນົດເປົ້າໝາຍລວມ: ສ້າງບາດກ້າວພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຂອງນະຄອນຫຼວງຢ່າງຮອບດ້ານ ນັບທັງທາງດ້ານຂອບຂະໜາດຄຸນນະພາບຜະລິດຕະພັນ ການບໍລິການ ແລະ ຕະຫຼາດ, ຮັບປະກັນການພັດທະນາແບບຍືນຍົງ ກາຍເປັນຂະແໜງເສດຖະກິດປາຍແຫຼມມີຄວາມໄວມີອັດຕາສ່ວນມູນຄ່າເພີ່ມສູງ; ການເຄື່ອນໄຫວມີລັກສະນະເປັນມືອາຊີບ, ດ້ວຍພື້ນຖານໂຄງລ່າງຄົບຊຸດທັນສະໄໝ ການບໍລິການຜະລິດຕະພັນວັດທະນະທຳຫຼາຍຮູບຫຼາຍແບບ ມີຄຸນນະພາບ ແລະ ມີມູນຄ່າສູງ ມີເຄື່ອງໝາຍການຄ້າຕອບສະໜອງຄວາມຕ້ອງການປະດິດຄິດສ້າງ ຊົມໃຊ້ຂອງປະຊາຊົນຢູ່ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ. ທ່ານ ຫງວຽນວັນຟອງ ຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ທາງນະຄອນ ໄດ້ກຳນົດພັດທະນາວັດທະນະທຳ ແລະ ສ້າງຊາວ ຮ່າໂນ້ຍ ອະລິຍະທຳສີວິໄລຢ່າງແທ້ຈິງ ກາຍເປັນແຫຼ່ງກຳລັງທີ່ສຳຄັນໃນການພັດທະນານະຄອນຫຼວງຢ່າງວ່ອງໄວ ແລະ ຍືນຍົງ. ນີ້ແມ່ນຄວາມຮັບຮູ້ທີ່ໃໝ່ອ່ຽມ”.

    ມະຕິກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳນະຄອນຫຼວງໄດ້ກຳນົດເປົ້າໝາຍເຖິງປີ 2025 ຂະແໜງອຸດສາຫະກຳວັດທະນະທຳນະຄອນຫຼວງກາຍເປັນຂະແໜງເສດຖະກິດທີ່ສຳຄັນສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ; ຜະລິດຕະພັນອຸດສາຫະກຳວັດທະນະທຳມີຄຸນນະພາບສູງ ຫຼາຍຮູບຫຼາຍສີມີເຄື່ອງໝາຍການຄ້າ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຮ່າໂນ້ຍ, ສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນ, ຮັກສາ ແລະ ພັດທະນາເຄື່ອງໝາຍນະຄອນແຫ່ງປະດິດຄິດສ້າງ. ສູ້ຊົນປະກອບສ່ວນ GRDP ຂອງນະຄອນແຕ່ 4 ຫາ 5%. ເຖິງປີ 2030 ປະກອບສ່ວນປະມານ 7% ແລະ ເຖິງປີ 2045 ສູ້ຊົນປະກອບສ່ວນ 10%. ທີ່ກອງປະຊຸມສຳມະນາຄົ້ນຄວ້າຊາບຊຶມ ຮ່ຳຮຽນໂຄສະນາ  ແລະ ຜັນຂະຫຍາຍປະຕິບັດມະຕິ 09 ກ່ຽວກັບ “ການພັດທະນາອຸດສາຫະກຳວັດທະນະທຳໃນບໍລິເວນຂອງນະຄອນຫຼວງໄລຍະ 2021 – 2025, ກຳນົດທິດຮອດປີ 2030, ວິໄສທັດຮອດປີ 2045” ເຊິ່ງຫາກໍ່ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ເມື່ອວັນທີ 16 ສິງຫາ, ທ່ານ ບຸ່ຍຮວ່າຍເຊີນ ກຳມາທິການວັດທະນະທຳການສຶກສາຂອງສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ:

     “ມະຕິ ກ່ຽວກັບການພັດທະນາອຸດສາຫະກຳວັດທະນະທຳແມ່ນບາດກ້າວລະອຽດ ຫັນການສ້າງພັດທະນາວັດທະນະທຳ ແລະ ຊາວນະຄອນຫຼວງ ຮ່າໂນ້ຍ ໃຫ້ປະກົດຜົນເປັນຈິງ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ ບໍ່ພຽງແຕ່ຂອງນະຄອນຫຼວງ ຮ່າໂນ້ຍເທົ່ານັ້ນ ຫາກຍັງຂອງປະເທດຊາດເວົ້າລວມອີກດ້ວຍ.  ເມື່ອເວົ້າເຖິງສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ ຮ່າໂນ້ຍ ກໍ່ແມ່ນຄວາມເອກອ້າງທະນົງໃຈຂອງວັດທະນະທຳ ຫວຽດນາມ, ເພາະສະນັ້ນຕ້ອງຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳຄຸນຄ່າຂອງຊາວ ຮ່າໂນ້ຍ  ເພື່ອສ້າງຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ  ສ້າງກຳລັງແຮງຂອງຊາດໃນໄລຍະທີ່ຈະມາເຖິງ”.

      ພ້ອມກັນນັ້ນ ຮ່າໂນ້ຍ ກໍ່ຍັງເອົາໃຈໃສ່ພັດທະນາຕະຫຼາດອຸດສາຫະກຳວັດທະນະທຳຢູ່ຂົງເຂດມີຄວາມສາມາດບົ່ມຊ້ອນທ່າໄດ້ປຽບຄືຢູ່ເຂດຕົວເມືອງ,  ໝູ່ບ້ານອາຊີບຫັດຖະກຳ, ຜ່ານບັນດາລາຍການບຳລຸງກໍ່ສ້າງ ຫຼື ຮ່ວມສຳພັນກັບນັກຊ່ຽວຊານສາກົນ ເພື່ອຍົກສູງກຳລັງຄວາມສາມາດປະດິດຄິດສ້າງ ມຸ່ງໄປສູ່ຕະຫຼາດສາກົນ. ທ່ານ ຫງວຽນແທັງກວາງ ຫົວໜ້າສູນອະນຸລັກຮັກສາມໍລະດົກ ທັງລອງ ໃຫ້ຮູ້ວ່າ:

      “ເມື່ອມະຕິ 09 ໄດ້ປະກາດໃຊ້ນັ້ນ ບັນດາໂຄງການໂດຍນາຍົກລັດຖະມົນຕິີໄດ້ອະນຸມັດຜ່ານ ຈະໄດ້ຜັນຂະຫຍາຍໂດຍໄວ. ພວກຂ້າພະເຈົ້າກ້າຫານນຳເອົາບັນດາໂຄງການວັດທະນະທຳບໍ່ເປັນວັດຖຸ ໃນຂົງເຂດວັດທະນະທຳຂອງພະລາດຊະວັງ ທັງລອງ ສ້າງເປັນບັນດາເຫດການປະຈຳປີຄື ບຸນເຕັດ, ບູນໄຫວ້ພະຈັນ... ເພື່ອດຶງດູດແຂກທ່ອງທ່ຽວ.ພວກຂ້າພະເຈົ້າຍັງຍູ້ແຮງການຮ່ວມມືສາກົນ ເພື່ອພົວພັນແລກປ່ຽນຮຽນຮູ້”.

       ທາງນະຄອນກໍ່ວາງເປົ້າໝາຍ ວາງແຜນຜັງຈັດສັນທີ່ດິນ, ແຫຼ່ງກຳລັງລົງທຶນຂອງລັດ ແລະ ນອກລັດໃຫ້ແກ່ບັນດາກິດຈະກຳໂຄງການວັດທະນະທຳ ທີ່ມີຄຸນນະພາບສູງ. ປັດຈຸບັນ ຮ່າໂນ້ຍ ມີຫຼາຍກວ່າ 300 ໜູ່ບ້ານອາຊີບຫັດຖະກຳ ແລະ ສະຖານທີ່ວັດທະນະທຳເກືອບ 6.000 ແຫ່ງ ໃນນັ້ນສ່ວນຫຼາຍຄວນໄດ້ຮັບການບູລະນະປະຕິສັງຂອນ ອະນຸລັກ ພ້ອມກັບມໍລະດົກວັດທະນະທຳບໍ່ເປັນວັດຖຸອື່ນໆອີກ. ນີ້ກໍ່ແມ່ນບັນດາຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອຊຸກຍູ້ການພັດທະນາຂະແໜງອຸດສາຫະກຳນະຄອນຫຼວງໃຫ້ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ