ເຂດວັດທະນະທຳທີ່ມີຫົວຄິດປະດິດສ້າງນຳບັນດາການເຄື່ອນໄຫວ ວັດທະນະທຳສິລະປະ ທີ່ມີຫຼາຍຮູບຫຼາຍສີມາສູ່ມວນຊົນ

(VOVWORLD) -ເຂດວັດທະນະທຳ ຫົວຄິດປະດິດສ້າງ ຫວຽດນາມແມ່ນໂຄງການ ໂດຍສະພາອັງກິດ ແລະ ສະຖາບັນວັດທະນະທຳ ສິລະປະຫວຽດນາມປະຕິບັດ ເພື່ອແນໃສ່ ສ້າງການເຄື່ອນໄຫວສິລະປະ ໃຫ້ແກ່ບັນດາຜູ້ທີ່ມີຄວາມເມົາມົວ ປະດິດຄິດສ້າງມີເຂດສະແດງ ບັນດາຜະລິດຕະພັນຂອງຕົນ. ໃນໄລຍະທີ່ຜ່ານມາ ໂຄງການເຂດວັດທະນະທຳ ຫົວຄິດປະດິດສ້າງ ຫວຽດນາມ ໄດ້ຮັບການຜັນຂະຫຍາຍ ຢູ່ບັນດາເຂດຕົວເມືອງໃຫ່ຍ ອັນໄດ້ດຶງດູດບັນດາໝາກຜົນທີ່ເປັນໜ້າຊື່ນຊົມ.
ເຂດວັດທະນະທຳທີ່ມີຫົວຄິດປະດິດສ້າງນຳບັນດາການເຄື່ອນໄຫວ ວັດທະນະທຳສິລະປະ ທີ່ມີຫຼາຍຮູບຫຼາຍສີມາສູ່ມວນຊົນ - ảnh 1 ເຂດ Manzi ຢູ່ເຮືອນເລກທີ 14 ຖະໜົນ ຟານຮຸຍອິກ ກໍ່ແມ່ນຮ້ານກາເຟຮ້ານໜຶ່ງທີ່ໜ້າປະທັບໃຈ

ປັດຈຸບັນ ຢູ່ຮ່າໂນ້ຍມີເຂດວັດທະນະທຳ ທີ່ມີຫົວຄິດປະດິດສ້າງເກືອບ 100 ແຫ່ງ ເຊິ່ງໄດ້ສຸມໃສ່ທາງດ້ານສິລະປະ ຍຸກປັດຈຸບັນ ແລະ ບັນດາການບໍລິການຍຸກທັນສະໄໝຄື ບໍລິເວນເຮັດວຽກລວມ, ສູນເຕັກໂນໂລຊີ, ເຕັກໂນໂລຊີຂໍ້ມູນຂ່າວສານ. ຮູບການຂອງບັນດາເຂດວັດທະນະທຳ ຫົວຄິດປະດິດສ້າງ ແມ່ນມີຫຼາຍຮູບຫຼາຍສີ. ນັ້ນອາດຈະແມ່ນ ຮ້ານກາເຟ, ຫ້ອງວາງສະແດງຮູບຖ່າຍ, ຮູບແຕ້ມ, ເວທີສະແດງດົນຕີ, ຫໍສະໝຸດ, ເວັບໄຊ, ໂຮງຮຽນ,…ຢູ່ເຂດເຫຼົ່ານີ້, ກໍ່ມີບັນດາການເຄື່ອນໄຫວອຸດົມສົມບູນ ຫຼາຍຮູບຫຼາຍສີເຊັ່ນ: ຜະລິດ ແລະ ຂາຍບັນດາຜະລິດຕະພັນ ທີ່ມີຫົວຄິດປະດິດສ້າງ, ຈັດຕັ້ງເຫດການໂຄສະນາ, ດຳເນີນການພົບປະ ແລກປ່ຽນຄວາມຮູ້ ແລະ ທັກສະຜ່ານການໂອລົມສົນທະນາ, ກອງປະຊຸມສຳມະນາ… AgoHub ຢູ່ເຮື່ອນເລກທີ 12 ຖະໜົນ ຮວ່າໝາ ຮ່າໂນ້ຍ ແມ່ນຮູບແບບທີ່ມີຫົວຄິດປະດິດສ້າງ ດ້ວຍບັນດາການເຄື່ອນໄຫວຄື: ງານວາງສະແດງ, ຮ້ານຂາຍອຸປະກອບຮັບໃຊ້ຫ້ອງການ, ຫໍສະໝຸດ, ອາຫານການກິນ. ຢູ່ທີ່ນີ້ໃນແຕ່ລະເດືອນ ກໍ່ລ້ວນແຕ່ຈັດບັນດາເຫດການເຊັ່ນ: ງານວາງສະແດງຫົວເລື່ອງ ສະຖາປັດຕະຍະກຳ, ຈິດຕະກຳ, ບັນດາຊຸດຮຽນວິຊາແຕ້ມ, ເຮັດເຂົ້າໝົມທີ່ສະຫງວນໃຫ້ເດັກ. ນາງ ຫງວຽນແທັງຫາຍ ຜູ້ຕາງໜ້າຂອງ AgoHub ແບ່ງປັນວ່າ: 

      “ຈຸດໝາຍຂອງ AgoHub ແມ່ນເພື່ອກາຍເປັນສະຖານທີ່ ທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ປະຊາຄົມສະຖາປັດຕະຍະກຳ, ກໍ່ສ້າງ, ພິເສດແມ່ນໄວໜຸ່ມ ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມຕ້ອງການ ຊອກຫາບັນດາຄວາມຮູ້, ແລກປ່ຽນຂໍ້ມູນຂ່າວສານ. ບັນດາສະມາຊິກຂອງ AgoHub ໄດ້ຊົມໃຊ້ແຫຼ່ງຂໍ້ມູນຢ່າງມະຫາສານ, ໄດ້ຊອກຮູ້ບັນດາແຫຼ່ງວັດຖຸດິບ, ວັດສະດຸຕ່າງໆທີ່ກ່ຽວຂ້ອງເຖິງຂະແໜງ ສະຖາປັດຕະຍະກຳ, ການກໍ່ສ້າງ, ພິເສດແມ່ນວັດສະດຸໃໝ່”.

      ສູນຊ່ວຍໜູນພັດທະນາ ຜູ້ທີ່ມີຄວາມເກັ່ງກ້າສາມາດ ທາງດ້ານຮູບເງົາ (TPD) ຢູ່ເຮືອນເລກທີ 51 ຖະໜົນ ເຈິ່ນຮຶງດ້າວ ກໍ່ລົງເລິກສະເພາະຂົງເຂດຟີມຮູບເງົາ. ບັນດາຊຸດຮຽນຜະລິດຮູບເງົາຢູ່ TPD ແມ່ນດຳເນີນໃນແຕ່ລະຂົງເຂດເຊັ່ນ: ຝຶກແອບການຜັນສຽງ, ຝຶກແອບວິທີສະແດງ, ວິທີຜະລິດຟີມຮູບເງົາ… ສ່ວນເຂດ Kinergie Studio  ຢູ່ຖະໜົນ ຫງວຽງຄ໋ຽນ, ຮ່າໂນ້ຍ ກໍ່ປຽບເໝືອນໂຮງຮຽນ ແລະ ເຂດເຄື່ອນໄຫວສິລະປະຟ້ອນ. ຢູ່ທີ່ນີ້ກໍ່ເປີດຊຸດຮຽນຟ້ອນບາເລ, ຟ້ອນທັນສະໄໝ. ນາງ ບຸ່ຍທິທູຮ່ຽນ ຜູ້ຄຸ້ມຄອງເຂດ Kinergie Studio ໃຫ້ຮູ້ວ່າ: 

       “ດ້ວຍຄວາມຫວັງຢາກນຳສິລະປະຟ້ອນທັນສະໄໝ ແລະ ຟ້ອນບາເລມາສູ່ມວນຊົນໂດຍຜ່ານບັນດາຊຸດຮຽນ ແລະ ບັນດາລາຍການຮ່ວມມື, ທຳການສະແດງພ້ອມກັບບັນດາ ນັກສິລະປິນຫວຽດນາມ ແລະ ສາກົນ. ນີ້ແມ່ນແຫ່ງເພື່ອໃຫ້ທຸກໆຄົນ ສາມາດຮຽນຮູ້, ແບ່ງປັນຄວາມເມົາມົວທາງດ້ານສິລະປະ. ພວກຂ້າພະເຈົ້າ ກໍ່ຍັງເປີດຊຸດຮຽນ ກ່ຽວກັບຟ້ອນບາເລ ແລະ ຟ້ອນທັນສະໄໝ ໃຫ້ແກ່ທັງເດັກນ້ອຍ ແລະ ຜູ້ໃຫ່ຍ”.

      ສ່ວນເຂດ Manzi ຢູ່ເຮືອນເລກທີ 14 ຖະໜົນ ຟານຮຸຍອິກ ກໍ່ແມ່ນຮ້ານກາເຟຮ້ານໜຶ່ງທີ່ໜ້າປະທັບໃຈ ດ້ວຍບັນດາເຫດການສະແດງດົນຕີ, ຈິດຕະກຳ… ສ່ວນເຂດ Work Room For ຢູ່ເມືອງເຕີຍໂຮ່ ຊ້ຳພັດລົງເລິກກ່ຽວກັບຊຸດອາພອນ ແລະ ສິລະປະ. ສຳລັບເຂດ Phu Sa Lab ດ້ວຍຂົງເຂດປະພັນດົນຕີ ແລະ ກາຍຍະສິນ. ນາງ ຫງວຽນໝີລິງ ຜູ້ຕາງໜ້າເຂດ Phu Sa Lab ເປີດເຜີຍວ່າ:

     “ປັດຈຸບັນເຂດ Phu Sa Lab ພວມມີລາຍການໜຶ່ງ ໂດຍກຸ່ມນັກສິລະປິນ ເຄື່ອນໄຫວຢ່າງເປັນເອກະລາດ ທຳການສະແດງ, ນີ້ແມ່ນລາຍການ “ສຽງຂັບຮ້ອງຂອງໄມ້ໄຜ່”. ນັບແຕ່ເດືອນຕຸລານີ້, ລາຍການ ຈະສະເໜີໂຕຕໍ່ຜູ້ຊົມ ກ່ຽວກັບລາຍການໃໝ່ ທີ່ມີຊື່ວ່າ “ໂຕ້ວາທີ”. ພ້ອມກັນນັ້ນ Phu Sa Lab ກໍ່ຍັງມີການເຄື່ອນໄຫວ ອະນຸລັກຮັກສາສິລະປະຂັບກາຈູອີກດ້ວຍ”.

       ປັດຈຸບັນ, ບັນດາເຂດວັດທະນະທຳ ທີ່ມີຫົວຄິດປະດິດສ້າງຢູ່ຮ່າໂນ້ຍ ກໍ່ລ້ວນແຕ່ມີຄວາມເປັນເຈົ້າຕົນເອງ ໃນການດຳເນີນທຸລະກິດ ແລະ ເຊື່ອມຕໍ່ກັບມວນຊົນ ດ້ວຍບັນດາເຫດການທີ່ໜ້າປະທັບໃຈ. ການພັດທະນາແບບຍືນຍົງ ຂອງຮູບແບບເຂດວັດທະນະທຳ ທີ່ມີຫົວຄິດປະດິດສ້າງ ຢູ່ຫວຽດນາມ ຈະປະກອບສ່ວນບໍ່ໜ້ອຍເຂົ້າໃນຊີວິດ ວັດທະນະທຳສິລະປະຂອງປະເທດຊາດ, ອັນໄດ້ນຳບັນດາການເຄື່ອນໄຫວ ວັດທະນະທຳທີ່ມີຫຼາຍຮູບຫຼາຍສີ ມາສູ່ມວນຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ