ເຮືອນລວມອະນຸລັກຮັກສາວັດທະນະທຳບັນດາເຜົ່າຫວຽດນາມ

(VOVWORLD) - ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ແມ່ນແຫ່ງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອຂອງວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ. ໝູ່ບ້ານແຫ່ງນີ້ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ, ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ ແລະ ຊອກຮູ້ວັດທະນະທຳບັນດາເຜົ່າ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.
ເຮືອນລວມອະນຸລັກຮັກສາວັດທະນະທຳບັນດາເຜົ່າຫວຽດນາມ - ảnh 1   (ພາບປະກອບ/ອິນເຕີແນັດ)

ເພື່ອວາດພາບສະພາບແວດລ້ອມວັດທະນະທຳບັນດາເຜົ່າ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງສ້າງຕັ້ງໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ເດືອນ10/2010, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ຮັບການເປີດສະຫຼອງກົງກັບໂອກາດສະເຫຼີມສະຫຼອງ 1000 ປີແຫ່ງທັງລອງ - ຮ່າໂນ້ຍ.

ໂດຍຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 40 ຫຼັກ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຂຶ້ນກັບເຂດທ່ອງທ່ຽວ ດົ່ງໂມ, ເທດສະບານ ເຊີນໄຕ, ຮ່າໂນ້ຍ, ມີເນື້ອທີ່ກວ້າງ 1.544 ເຮັກຕາ, ຖືກແບ່ງເປັນ 7 ເຂດ, ໃນນັ້ນຈຸດພົ້ນເດັ່ນແມ່ນເຂດບັນດາບ້ານຊົນເຜົ່າ, ເຊິ່ງແມ່ນແຫ່ງວາດພາບ, ຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງ 54 ຊົນເຜົ່າ ຫວຽດນາມ. ນັກທ່ອງທ່ຽວເມື່ອມາແຫ່ງນີ້ລ້ວນແຕ່ໄດ້ຮັບການແນະນຳໂດຍກົງຈາກບັນດາຄົນຊົນເຜົ່າ, ເຊິ່ງແມ່ນເຈົ້າຂອງວັດທະນະທຳຢູ່ທີ່ນີ້, ກ່ຽວກັບບັນດາມູນເຊື້ອທີ່ດີງາມ ແລະ ໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຂອງເຂົາເຈົ້າ. ທ່ານ ຫງວຽນແທງເຊີນ, ຜູ້ອຳນວຍການຄະນະຄຸ້ມຄອງເຂດບັນດາບ້ານຊົນເຜົ່າ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ໃຫ້ຮູ້ວ່າ:

          “ພວກຂ້າພະເຈົ້າຜັດປ່ຽນກັນນຳປະຊາຊົນບັນດາເຜົ່າມາແຫ່ງນີ້, ຈັດຕັ້ງງານບຸນ, ງານພົບປະແລກປ່ຽນວັດທະນະທຳ, ລາຍການສະແດງສິລະປະ ເພື່ອໃຫ້ປະຊາຊົນບັນດາເຜົ່າແລກປ່ຽນ, ໂຄສະນາສີສັນວັດທະນະທຳຂອງຊົນເຜົ່າຕົນ. ແຕ່ລະປີມີປະຊາຊົນບັນດາເຜົ່າຈາກແຂວງ, ນະຄອນຕ່າງໆປະມານ 1.000 ເທື່ອຄົນມາແຫ່ງນີ້ເພື່ອເຂົ້າຮ່ວມບັນດາລາຍການເຄື່ອນໄຫວວັດທະນະທຳ. ແຕ່ລະປີພວກຂ້າພະເຈົ້າມີ 3 ເຫດການພົ້ນເດັ່ນ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຕັ້ງ. ນັ້ນແມ່ນລາຍການສີສັນລະດູບານໃໝ່ໃນທົ່ວປະເທດທີ່ຖືກຈັດຕັ້ງໃນຕົ້ນປີ; ລາຍການວັນວັດທະນະທຳບັນດາເຜົ່າ ຫວຽດນາມ 19/4 ແລະ ສັບປະດາມໍລະດົກແຫ່ງຄວາມມະຫາສາມັກຄີບັນດາເຜົ່າແຕ່ວັນທີ 18 23/11 ປະຈຳປີ“.

  ແຕ່ລະເດືອນ, ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳວົງຄະນາຍາດຕາມຫົວເລື່ອງສະເພາະຄື: ຫົວເລື່ອງກ່ຽວກັບ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ), ໄຕງວຽນ, ຫຼືຫົວເລື່ອງກ່ຽວກັບຊຸດອາພອນຊົນເຜົ່າ, ເຄື່ອງດົນຕີຊົນເຜົ່າ, ເຄື່ອງມືອຸປະກອນອອກແຮງງານທຳການຜະລິດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ວັດທະນະທຳມີຄວາມອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ແລະ ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ. ນັບແຕ່ມື້ເປີດປະຕູຕ້ອນຮັບແຂກເມື່ອເດືອນ 10/2010 ມາຮອດປະຈຸບັນ, ໄດ້ມີນັກທ່ອງທ່ຽວປະມານ 2 ລ້ານເທື່ອຄົນມາຢ້ຽມຢາມໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ເອື້ອຍ ຫງວຽນທິຮວາ, ນັກແນະນຳໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ໃຫ້ຮູ້ວ່າ:

ເຂດບ້ານບັນດາເຜົ່າຖືກແບ່ງເປັນ 4 ກຸ່ມບ້ານຄື: ກຸ່ມບ້ານທີ 1 ແມ່ນປະກອບມີ 28 ຊົນເຜົ່າເຂດ ດົງບັກ (ທາງທິດຕາເວັນອອກສ່ຽງເໜືອ), ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ). ກຸ່ມບັ້ານທີ 2 ມີ 18 ຊົນເຜົ່າຢູ່ເຂດສາຍພູຫຼວງ, ໄຕງວຽນ. ກຸ່ມບ້ານທີ 3 ມີ 4 ຊົນເຜົ່າຄື: ຊົນເຜົ່າຈຳ, ຂະແມ, ເຈີຣໍ, ແລະ ຈູຣູ. ກຸ່ມບ້ານທີ 4 ມີ 4 ຊົນເຜົ່າ ແມ່ນຊົນເຜົ່າກິງ, ຮວາ, ງ໋າຍ, ຊ໋ານຢີ່ວ. ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ມີ 8 ວົງຄະນາຍາດຊົນເຜົ່າດຳລົງຊີວິດເປັນປະຈຳແມ່ນຊົນເຜົ່າໄຕ, ຊົນເຜົ່າຜູ່ໄທ, ຊົນເຜົ່າເມື່ອງ, ຢ້າວ, ກຶມມຸ, ຕະໂອຍ, ເອເດ ແລະ ຂະແມ. ມາຢ້ຽມຢາມໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳເທົ່ານັ້ນ, ຫາກຍັງໄດ້ຮັບການສະໜອງບັນດາການບໍລິການກິນດື່ມ, ພັກຜ່ອນ, ລະຫຼິ້ນ, ຊື້ເຄື່ອງຂອງ…ອີກດ້ວຍ”.

ເຮືອນລວມອະນຸລັກຮັກສາວັດທະນະທຳບັນດາເຜົ່າຫວຽດນາມ - ảnh 2  (ພາບປະກອບ/ອິນເຕີແນັດ)

ປະຊາຊົນບັນດາເຜົ່າບໍ່ພຽງແຕ່ເຂົ້າຮ່ວມບັນດາງານບຸນຕ່າງໆທີ່ເປັນເອກະລັກສະເພາະ, ການລະຫຼິ້ນພື້ນເມືອງ, ການສະແດງຊຸດອາພອນຊົນເຜົ່າ, ການຂັບຮ້ອງເພງພື້ນເມືອງ, ການເຕັ້ນລຳພື້ນເມືອງ…ເທົ່ານັ້ນ, ຫາກເຂົາເຈົ້າຍັງມອບບັນດາວັດຖຸພັນອັນລ້ຳຄ່າ, ທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ ເພື່ອວາງສະແດງ ແລະ ແນະນຳຢູ່ທີ່ນີ້ອີກດ້ວຍ. ເອື້ອຍ ວຽນທິລວານ, ມາຈາກບ້ານຊົນເຜົ່າ ຕະໂອຍ, ແຂວງ ເທື່ອທຽນເຫວ໋, ໃຫ້ຮູ້ວ່າ:

ມາແຫ່ງນີ້, ຂ້າພະເຈົ້າມີໂອກາດໄດ້ພົວພັນແລກປ່ຽນ, ຊອກຮູ້ວັດທະນະທຳຂອງບັນດາເຜົ່າອື່ນໆໃນທົ່ວປະເທດ. ວັດທະນະທຳບັນດາເຜົ່າຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ແມ່ນອຸດົມສົມບຸນ, ເປັນເອກະລັກສະເພາະ ແລະ ຫຼາຍຮູບຫຼາຍແບບທີ່ສຸດ. ຂ້າພະເຈົ້າຢາກຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້ເພື່ອໃຫ້ນັກທ່ອງທ່ຽວຫຼາຍຄົນຮູ້ຈັກເຖິງ. ຂ້າພະເຈົ້າດີໃຈ ແລະ ຮູ້ສຶກເປັນກຽດທີ່ໄດ້ໂຄສະນາວັດທະນະທຳຂອງຊົນເຜົ່າຕະໂອຍເຖິງປະຊາຊົນບັນດາເຜົ່າອື່ນໆ.“

ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ກາຍເປັນສະຖາທີ່ລຶ້ງເຄີຍຂອງນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ, ເປັນແຫ່ງສະແດງຄວາມສາມັກຄີສະໜິດຕິດພັນລະຫວ່າງບັນດາເຜົ່າຫວຽດນາມ, ປະກອບສ່ວນສ້າງເປັນສີສັນວັດທະນະທຳ ຫວຽດນາມ, ເຊິ່ງແມ່ນພື້ນຖານວັດທະນະທຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ. ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມໄດ້ເຜີຍແຜ່ວັດທະນະທຳທີ່ເປັນມູນເຊື້ອຂອງຊາດໃນວົງຄະນາຍາດບັນດາເຜົ່າ ຫວຽດນາມ, ແລະ ມັນໄດ້ກາຍເປັນ “ເຮືອນລວມ“ ແຫ່ງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ