ແຂວງ ລາຍເຈົາ ອະນຸລັກສີສັນວັດທະນະທຳບັນດາເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວ

(VOVWORLD) -ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ  ແຂວງ ລາຍເຈົາ ຍັງມີພື້ນຖານວັດທະນະທຳຫຼາກຫຼາຍສີສັນຂອງຊາວຊົນເຜົ່າ. ໂດຍເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແມ່ນດິນແດນແຫ່ງວັດທະນະທຳອຸດົມສົມບູນ, ແຂວງ ລາຍເຈົາໄດ້ອະນຸລັກຮັກສາສີສັນວັດທະນທຳບັນດາເຜົ່າຕິດພັນກັບການພັດທະນາການທ່ອງທ່ຽວ
ແຂວງ ລາຍເຈົາ ອະນຸລັກສີສັນວັດທະນະທຳບັນດາເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 1ແຈໜຶ່ງໃນແຂວງລາຍເຈົາ

    ແຕ່ລະເຜົ່າໃນແຂວງ ລາຍເຈົາ ມີສີສັນວັດທະນະທຳຕ່າງຫາກ ແລະ ເປັນເອກະລັກ. ຄຸນຄ່າວັດທະນະທພພື້ນເມືອງຂອງບັນດາເຜົ່າ ແມ່ນແຫ່ງກຳລັງທີ່ສຳຄັນເພື່ອໃຫ້ແຂວງພັດທະນາການທ່ອງທ່ຽວ. ຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໄດ້ນຳໃຊ້ ແຜນ “ອະນຸລັກຮັກສາ ເສີມຂະຫຍາຍສີສັນວັດທະນະທຳອັນດີງາມຂອງບັນດາເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວ ໄລຍະ 2021 – 2025, ກຳນົດທິດເຖິງປີ 2030”. ຕາມນັ້ນແລ້ວທາງແຂວງໄດ້ປຸກລະດົມທຸກໆ ແຫຼ່ງກຳລັງລົງທຶນ, ຂຸດຄົ້ນ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ  ປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມ. ທ່ານ ເຈິ່ນກວາງຂາງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

   “ໄລຍະ 2021 – 2025 ແຂວງ ລາຍເຈົາ ໄດ້ສູ້ຊົນໃຫ້ມີ 5 ບ້ານທ່ອງທ່ຽວຊຸມຊົນທີ່ດີເດັ່ນ  ຕິດພັນກັບການຄົ້ນຫາວັດທະນະທຳຂອງ 5 ເຜົ່າ. ລະອຽດແມ່ນບ້ານ ຫວ່າງແພວ ຂອງເມືອງ ຟອງໂຖ໋ ພັດທະນາການທ່ອງທ່ຽວຊຸມຊົນ ຕິດພັນກັບອາກາກິນ ແລະ ວັດທະນະທຳທີ່ເປັນເອກະລັກຂອງເຜົ່າ ຜູ້ໄທ. ບ້ານຊິນສວຍໂຮ່ ຢູ່ເມືອງ ຟອງໂຖ໋ ແມ່ນຄົ້ນຫາທຳມະຊາດ ຕິດພັນກັບວັດທະນະທຳຂອງຊາວເຜົ່າ ມົ້ງ. ບ້ານ ສີເທົາຈ່າຍ ຂອງເມືອງ ຕາມເດື່ອງ ແມ່ນຄົ້ນຫາວັດທະນະທຳຂອງຊາວຂອງຊາວເຜົ່າຢ້າວ. ພວກຂ້າພະເຈົ້າສູ້ຊົນເຖິງປີ 2025 ບ້ານ ຊິນສວຍໂຮ່ ແມ່ນບ້ານທ່ອງທ່ຽວຊຸມຊົນທີ່ດີຂອງ ອາຊຽນ”. 

  ປັດຈຸບັນແຂວງ ລາຍເຈົາ ມີ 5 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ເຊິ່ງລວມມີສິລະປະຟ້ອນແຊ, ການແຂ່ງຂັນດຶງເຊືອກຂອງເຜົ່າ ຜູ້ໄທ, ພິທີ ຕູ່ກ່າຍ ຂອງເຜົ່າຢ້າວ, ງານບຸນ ເກົາຕ່າວ ຂອງຊາວເຜົ່າມົ້ງ ແລະ ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ລື້. ພິເສດສິລະປະຂັບແທນຂອງເຜົ່າຜູ້ ໄທ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກວັດທະນະທຳບໍ່ເປນວັດຖຸເປັນຕົວແທນຂອງມວນມະນຸດ. ທ່ານ ນາງ ມາຍທິຮົ່ງຊີມ ຮອງປະທານຄະນະກຳມະການປະຊາຊົນເມືອງ ຟອງໂຖ໋ ໃຫ້ຮູ້ວ່າ:

  “ຢູ່ຕາແສງ ເມືອງຊໍ ໃນແຕ່ລະປີ ກໍ່ມີງານບຸນ ນາງ ອານ, ນາງ ອານ ແມ່ນວິລະສະຕີຂອງເຜົ່າ ຜູ້ໄທ. ງານບຸນ ນາງ ອານ ຖືກຈັດຂຶ້ນໃນໃນວັນທີ 15 ເດືອນ ຍີ່ ໄລ່ຕາມຈັນທະປະຕິທິນ.  ຮອດວັນທີ 10 ເດືອນ ສາມ ໄລ່ຕາມຈັນທະປະຕິທິນແຕ່ລະປີ ຢູ່ແຫ່ງນີ້ກໍ່ຈັດງານບຸນປະເພນີ ຂອງຊາວເຜົ່າຜູ້ໄທ ນັ້ນແມ່ນງານບຸນ ແທນກິນປາງ ຫຼືເອີ້ນວ່າ  ບຸນຫົດນ້ຳ”.

ອາຊີບຫັດຖະກຳຄື ຕ່ຳແຜ່ນ, ທັກແຊ່ວ, ເຮັດເຄື່ອງຈັກສານ, ຕີເຫຼັກ... ຢູ່ໝູ່ບ້ານຕ່າງໆໃນແຂວງ ລາຍເຈົາ ກໍ່ໄດ້ຜະລິດອອກບັນດາຜະລິດຕະພັນຫັດຖະກຳ ອັນລະອຽດອ່ອນ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມນິຍົມຊົມໃຊ້. ນອກຈາກນັ້ນ ບັນດາເຍື່ອງອາຫານທ້ອງຖິ່ນຢູ່ແຂວງລາຍເຈົາ ກໍ່ແມ່ນທ່າແຮງຂອງແຂວງ. ອົງການສະຖີຕິ ຫວຽດນາມ ໄດ້ຮັບຮອງເອົາບັນດາເຍື່ອງອາຫານຢູ່ທີ່ນີ້ ຖືກຈັດເຂົ້າໃນ 100 ເຍື່ອງອາຫານພິເສດ ຂອງ ຫວຽດນາມ (2021-2022). ນາງ ລໍ່ທິຍຸງ ເຈົ້າຂອງໂຮມສະເຕ ເຕິມຍຸງ ຢູ່ບ້ານ ພ່າງແພວ ຕາແສງ ເມື່ອງຊໍ ເມືອງ ຟອງໂຖ໋ ໃຫ້ຮູ້ວ່າ:

  “ບັນດາເຍື່ອງອາຫານທຂອງເຜົ່າຜູ້ໄທ ແມ່ນອຸດົມສົມບູນທີ່ສຸດຄື ປ່າປູ່ຝັງຂີ້ເຖົ່າ, ປີ້ງປາ... ມາຮອດບ້ານແຂກທ່ອງທ່ຽວຈະໄດ້ຄົ້ນຫາວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທຄື  ຟ້ອນແຊ ຟ້ອນສາບ ພ້ອມກັນນັ້ນແຂກທ່ອງທ່ຽວ ຈະໄດ້ລອງສະຜົມແບບເຜົ່າຜູ້ໄທ”.

  ປັດຈຸບັນແຂວງ ລາຍເຈົາ ພວມຍູ້ແຮງການໂຄສະນາບັນດາຜະລິດຕະພັນທ່ອງທ່ຽວ, ເຊື່ອມຕໍ່ກັບບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຢູ່ເຂດ ເຕິຍບັກ ແລະ ທົ່ວປະເທດ. ທາງແຂວງເອົາໃຈໃສ່ຍົກລະດັບພື້ນຖານດ້ານວັດຖຸ ເປີດບັນດາລາຍການທ່ອງທ່ຽວສາຍທ່ອງທ່ຽວ ພ້ອມທັງມີນະໂຍບາຍ ໃຫ້ບູລິມາສິດດຶງດູດນັກລົງທຶນວິສາຫະກິດ.  ທ່ານ ຕົ໊ງແທັງຫ໋າຍ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໃຫ້ຮູ້ວ່າ:

   “ແຂວງ ລາຍເຈົາໄດ້ຍື່ນສະເໜີຕໍ່ ລັດຖະບານ ກ່ຽວກັບນະໂຍບາຍກໍ່ສ້າງສະໜາມບິນ ລາຍເຈົາ. ປັດຈຸບັນພວກຂ້າພະເຈົ້າໄດ້ອະນຸມັດຜ່ານໂຄງການ ສວນເດັຍດ່າງ  ເມືອງ ຕາມເດື່ອງ ມີ 6 ເຂດ ດ້ວຍເນື້ອທີ່ຫຼາຍກວ່າ 100 ເຮັກຕາ ຈຸດທີ່ພົ້ນເດັ່ນຢູ່ແຫ່ງນີ້ ມີເຂດແລ່ນເທິງຫິມະກາງແຈ້ງ. ພວກຂ້າພະເຈົ້າຍັງມີໂຄງການນ້ຳຕົກຕາດ ຕາກຕິ່ງ, ໂຄງການຫ້ວຍນ້ຳອຸ່ນ ຟຽງຟາດ ເມືອງ ເຕິນອວຽນ, ໂຄງການສະໜາມແຂ່ງມ້າ, ເດີນກອຟ,ພັດທະນາຕົ້ນໂສມ ລາຍເຈົາ”.

  ແຂວງ ລາຍເຈົາ ໄດ້ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກດູດດື່ມ ສຳລັບແຂກທ່ອງທ່ຽວເທື່ອລະກ້າວ, ການທ່ອງທ່ຽວຕິດພັນກັບວັດທະນະທຳ ແລະ ແຜ່ກະຈາຍສິສັນວັດທະນະທຳເຖິງແຂກທ່ອງທ່ຽວໃນອະນາຄົດອັນໃກ້ໆນີ້ ແຂວງ ລາຍເຈົາ ຈະກາຍເປັນຈຸດທີ່ພົ້ນເດັ່ນ ໃນແຜນທີ່ທ່ອງທ່ຽວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ