ແຜ່ກະຈາຍວັນປຶ້ມແລະ ວັດທະນະທຳການອ່ານ ສູ່ນັກຮຽນເຂດຫ່າງໄກສອກຫຼີກ

(VOVWORLD) -          ເພື່ອຕອບສະໜອງວັນປຶ້ມແລະວັດທະນະທຳການອ່ານຫວຽດນາມປີ 2023 (ວັນທີ 21 ເມສາ) ຫຼາຍທ້ອງຖິ່ນໃນແຂວງດັກລັກໄດ້ຈັດບັນດາກິດຈະກຳທີ່ມີຄວາມໝາຍມຸ່ງໄປສູ່ນັກຮຽນຢູ່ເຂດຫ່າງໄກສອກຫຼີກ. ຜ່ານນັ້ນກໍ່ເປັນໂອກາດເພື່ອໃຫ້ພວຫກນ້ອງ ໄດ້ສຳຜັດ ກັບປຶ້ມຫຼາຍກວ່າທັງເປັນການປຸກລຸກຄວາມຮັກມັກແລະພັດທະນາວັດທະນະທຳການອ່ານຢູ່ບັນດາໂຮງຮຽນ
ແຜ່ກະຈາຍວັນປຶ້ມແລະ ວັດທະນະທຳການອ່ານ ສູ່ນັກຮຽນເຂດຫ່າງໄກສອກຫຼີກ - ảnh 1ປຶ້ມຖືກນຳໄປໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

     ໃນບໍລິເວນຫ້ອງການຂະແໜງວັດທະນະທ ຳແລະ ຖະແຫຼງຂ່າວເມືອງ ອີອາເຮີແລວ ແຂວງດັກລັກເຊິ່ງໄດ້ຈັດສັນເປັນບັນດາເຂດທີ່ແຕກຕ່າງກັນຄືເຂດວາງສະແດງປຶ້ມ, ເຂດວາງສະແດງພາບຖ່າຍສິລະປະຕາມຫົວຂໍ້, ເຂດເຄື່ອນໄຫວຄົ້ນຄວ້າຊອກຮູ້ປຶ້ມ ແລະ ວັດທະນະທຳການອ່ານ, ພົບປະແລກປ່ຽນແນະນຳຜູ້ຂຽນ, ບົດປະພັນ ແລະ ງານແຂ່ງຂັນເລົ່າເລື່ອງຕາມປຶ້ມ. ແຕ່ລະເຂດກໍ່ລ້ວນແຕ່ດຶງດູດນັກຮຽນ ແລະ ຄູອາຈານພໍ່ແມ່ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. ນ້ອງບຸ່ຍເຈິ່ນບ໋າວທື ນັກຮຽນຫ້ອງ ມໍ1 ສັງກັດໂຮງຮຽນມັດທະຍົມຕອນຕົ້ນເລກຸ໊ຍໂດນ ເທດສະບານ ອີອາຣັງ ເມືອງ ອີອາເຮີແລວ ແບ່ງປັນວ່າ:

      “ນັບແຕ່ເຊົ້າມາຮອດຂະນະນີ້ ນ້ອງໄດ້ຮັບປຶ້ມ,ໄດ້ພົບປະແລກປ່ຽນກັບພວກອາວອາທີ່ເປັນນັກປະພັນ,ໄດ້ຊອກຮູ້ວັດທະນະທຳການອ່ານ. ໃນບັນດາການເຄື່ອນໄຫວ ນ້ອງຊົມຊອບທີ່ສຸດແມ່ນການຫຼິ້ນເກມຊອກຮູ້ວັດທະນະທຳການອ່ານເພາະວ່າມີບັນດາລະດັບຄວາມຮູ້ທີ່ນຳມາເຊິ່ງຜົນປະໂຫຍດແລະສ້າງມ່ວນຊື່ນ”.

     ບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເບີກບານມ່ວນຊື່ນນຳມາເຊິ່ງຜົນໂຫຍດເທົ່ານັ້ນ, ພວກນ້ອງນັກຮຽນທີ່ໄດ້ເຂົ້ຮ່ວມລາຍການຍັງໄດ້ຮັບປຶ້ມວັນນະຄະດີສິລະປະທີ່ສະຫງວນໃຫ້ແກ່ເດັກນ້ອຍ.  ບັນດາເນື້ອໃນແບ່ງປັນຈາກແຂກຖືກເຊີນກໍ່ໄດ້ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈເລິກກວ່າກ່ຽວກັບຄຸນຄ່າຂອງການອ່ານປຶ້ມ ຈາກນັ້ນກໍ່ເພີ່ມຄວາມຊົມຊອບການອ່ານ ແລະ ຊອກຮູ້ດ້ານພູມປັນຍາຜ່ານປຶ້ມອ່ານ. ນ້ອງ ຟານທິເຟືອງຖຸຍ  ນັກຮຽນຫ້ອງມໍ4 ສັງກັດໂຮງຮຽນສາມັນກິນນອນຊົນເຜົ່າເມືອງອີອາ ເຮແລວ ເປີດເຜີຍວ່າ:

       “ນ້ອງໄດ້ຟັງບັນດານັກກະວີນັກປະພັນກ່າວຄຳເຫັນເປັນໜ້າປະທັບໃຈທີ່ສຸດ ແລະ ເຫັນວ່າມີຄວາມນິຍົມນັບຖືຕໍ່ພວກອາວອາ. ທຳມະດາແລ້ວ ນ້ອງກໍ່ບໍ່ເຄີຍອ່ານປຶ້ມນ້ອງອ່ານສ່ວນຫຼາຍແມ່ນປຶ້ມຈິດຕະ, ສ່ວນປຶ້ມວັນນະຄະດີນ້ອງກໍ່ບໍ່ເຄີຍອ່ານ. ແຕ່ປັດຈຸບັນພາຍຫຼັງໄດ້ຮັບຟັງພວກອາວອາ ນັກປະພັນແບ່ງປັນນັ້ນ ນ້ອງກໍ່ຮູ້ສຶກມີແຫຼ່ງບັນດານໃຈ ພາໃຫ້ນ້ອງມັກອ່ານປຶ້ມຫຼາຍກວ່າ”.

     ເພື່ອຊຸກຍູ້ວັດທະນະທຳການອ່ານໃນຊຸມຊົມ, ທ່ານຫງວຽນຮຸຍຢຸ໊ງຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວ ເມືອງອີອາຮີແລວ, ປີນີ້ທາງທ້ອງຖິ່ນໄດ້ຜັນຂະຫຍາຍການເຄື່ອນໄຫວຄືພິທີໄຂວັນບຸນດ້ວຍຫົວຂໍ້ “ປຶ້ມແລະໄວໜຸ່ມ”; ວາງສະແດງຮັບໃຊ້ປຶ້ມ 2.500 ຫົວດ້ວຍຫຼາຍປະເພດຈາກປຶ້ມວັນນະຄະດີໄວເດັກ, ປຶ້ມວິທະຍາສາດ,ປຶ້ມທັກສະໃນການດຳລົງຊີວິດ ຕະຫຼອດຮອດປຶ້ມວິທະຍາສາດເຕັກນິກ, ກົດໝາຍ... ພ້ອມກັນນັ້ນ ທາງເມືອງກໍ່ມີຄວາມເອົາໃຈໃສ່ເຖິງພວກນັກຮຽນຢູ່ເຂດປະສົບກັບຄວາມຫຍຸ້ງຍາກ. ທ່ານຫງວຽນຮຸຍຢຸ໊ງໃຫ້ຮູ້ຕື່ມອີກວ່າ:

      “ພວກຂ້າພະເຈົ້າຍັງມີແຜນການແຜ່ກະຈາຍໄປສູ່ບັນດາໂຮງຮຽນ, ບັນດາທ້ອງຖິ່ນ ໃນນັ້ນກໍ່ໄດ້ມີລາຍການມອບປຶ້ມໃຫ້ບັນດາຫໍສະໝຸດກໍ່ຄືການແຜ່ບໍລິຈາກປຶ້ມ ແລ້ວກໍ່ມອບໃຫ້ພວກຫຼານນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ລາຍການຈະແກ່ຍາວໃນຕະຫຼອດເດືອນເມສາແລະ ໃນເວລາຕໍ່ໄປ”.

      ການນຳເອົາປຶ້ມໄປຮອດມືຂອງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກແມ່ນບໍ່ພຽງແຕ່ມີການເຂົ້າຮ່ວມຂອງອຳນາດການປົກຄອງຂັ້ນຕ່າງໆເທົ່ານັ້ນ ຫາກຍັງດຶງດູດຄວາມເອົາໃຈໃສ່ຂອງບັນດາສະຫະສະມາຄົມ, ໃນນັ້ນ ມີສະມາຄົມວັນນະຄະດີສິລະປະແຂວງດັກລັກ. ນາງ ນີເອແທັງມາຍ ປະທານສະມາຄົມວັນນະຄະດີສິລະປະ ແຂວງດັກລັກ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ນຳເອົາປຶ້ມໄປຍັງເຂດຫ່າງໄກສອກຫຼີກ ແລະ ມອບປຶ້ມເພື່ອແຜ່ກະຈາຍຄວາມຮັກອ່ານປຶ້ມໃຫ້ແກ່ນັກຮຽນຢູ່ແຫ່ງນີ້.  ພິເສດປີນີ້ດ້ວຍໂຄງການມອບປຶ້ມໃຫ້ເດັກຢູ່ເຂດຫ່າງໄກສອກຫຼີກ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍນັ້ນ ທາງສະມາຄົມນັກປະພັນຫວຽດນາມກໍ່ຄືສະມາຄົມວັນນະຄະດີສິລະປະແຂວງດັກລັກໄດ້ມອບປຶ້ມ 4.000 ຫົວໃຫ້ແກ່ບັນດາໂຮງຮຽນໃນບໍລິເວນເມືອງ”.

     ການນຳເອົາປຶ້ມໄປຍັງໂຮງຮຽນແຕ່ລະແຫ່ງ ພວມເປັນການສົ່ງເສີມແລະພັດທະນາວັດທະນະທຳການອ່ານໃນຊຸມຊົນທັງເປັນການສ້າງຄວາມລື້ງເຄີຍອ່ານປຶ້ມ ປະກອບສ່ວນພັດທະນາວັດທະນະທຳການອ່ານທີ່ນັບມື້ນັບມີປະສິດທິຜົນ ແລະ ຕິດແທດຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ