ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”

    ການ​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວ​ຽດ​ນາມ” ໂດຍ VOV ຈັດ​ຕັ້ງ 5 ປີ​ເທື່ອ​ໜຶ່ງ, ເລີ່ມ​ຕ​ົ້​ນ​ແຕ່​ປີ 1985. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ຟັງ​ສະ​ແດງ​ອາ​ລົ​ມ​ຈິດ​ຄວາມ​ຮັກ​ແພງ, ຄວາມ​ສະ​ໜິດ​ຕິ​ດ​ພັນ​ຂອງ​ຕົນ​ຕໍ່ VOV ກໍ​ຄື​ປະ​ເທ​ດ​ຊາດ ແລະ​ ຫວຽດ​ນາມ.

   ປີນີ້, ການ​ເສັງ​ໂດຍ​ລະ​ບົບ​ລາຍ​ການ​ກະ​ຈ​າຍສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຫວຽດ​ນາມ VOV 5 ປຸກ​ລະ​ດົມ ເພື່ອ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ VOV (07/09/1945 – 07/09/2015). ພິ​ທີ​ມອບ​ລາງວັນ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/09 ຢູ່​ສຳ​ນັກ​ງານ VOV. ຕໍ່​ໄປ​ນີ້, ເຊີນ​ທ່ານ​ເຂົ້າ​ຮ່ວມບັນ​ຍາ​ກາດ​ຂອງ​ພິ​ທີ​ມອບ​ລາງວັນນີ້.

ຂ່າວ/ບົດ​ອື່ນ