ຂີດໝາຍແຫ່ງການທ່ອງທ່ຽວ ຫວຽດນາມ ໃນປີ 2012

(vovworld) - ປີ 2012 ຜ່ານ​ມາ​ແມ່ນ​ປີ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາ​ຍຢ່າງ ​ແຕ່​ຂະ​ແຫນງ​ທ່ອງ​ທ່ຽວ ຫວຽດນາມ ຍັງ​ຄົງ​ບັນລຸ​​​​​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ ດ້ວຍ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາກົນມາ​ຢ້ຽມຢາມ ຫວຽດນາມ ບັນລຸ​ກວ່າ 6,8 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 14% ​ເມື່ອ​ທຽບ​ໃສ່​ປີ 2011. ​ແລະ​ໃນປີ 2012 ມີວາລະສານ​ຫລາຍ​ສະບັບ ​ແລະ  ອົງການ​ຮັບຜິດຊອບ​ສະ​ເພາະ​ກ່ຽວ​ກັບ​ການທ່ອງທ່ຽວ​ສາກົນ ​ແລະ ພາກ​ພື້ນ ​ໄດ້​ຈັດ ຫວຽດນາມ ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ທີ່​ສຸດ​ສຳລັບ​ນັກ​ທ່ອງ​ທ່ຽວ​ສາກົນ.

        ​ເຫດການທີ່​ເປີດ​ສາດ​​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ ຫວຽດນາມ ​ແມ່ນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ປີ​ທ່ອງ​ທ່ຽວ​ເຂດ​​ແຄມ​ທະ​ເລ​ທາງ​ທິດ​ເຫນືອ​ພາກ​ກາງ - ​ເຫ້ວປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ທ່ອງ​ທ່ຽວ​ມໍລະດົກ. ມີ​ເກືອບ 30 ​ເຫດການ​ວັດທະນະທຳ, ກິລາ, ການທ່ອງທ່ຽວ​ທີ່​ພົ້ນ​ເດັ່ນ​ຖືກ​ດຳ​ເນີນ​ໄປ​ໃນ​ຕະຫລອດ​ປີ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ບັນດາ​ແຂວງ​ທາງ​ທິດ​ເຫນືອ​ພາກ​ກາງ, ພິ​ເສດ​ແມ່ນ​ວັດທະນະທຳ​ເຫ້ວ​ໃນ​ການ​ປະສົມ​ປະສານ​ກັບ​ວັດທະນະທຳ ຫວຽດນາມ. ​ແຂວງ​ເທື່ອ​ທຽນ​ເຫ້ວ ສືບ​ຕໍ່​ຢືນຢັນ​ເຄື່ອງໝາຍ​ທ່ອງ​ທ່ຽວ​ຂອງ​ຕົນ​ດ້ວຍ​ງານ​ບຸນ​ປະ​ເພນີ​ຕ່າງໆຄື: Festival ​ເຫ້ວ, Festival ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ເຫ້ວ, ງານ​ບຸນ ຮ່ວຽນ​ເຈີ​ນ, ງານ​ບຸນ​ບັ້ງ​ໄຟ​ດອກ​ຢູ່​ແມ່​ນ້ຳ​ເຮືອງ.... ຂະ​ແຫນງ​ວັດທະນະທຳ​ກິລາ ​ແລະທ່ອງ​ທ່ຽວ ​ແຂວງ​ເທື່ອ​ທຽນ​ເຫ້ວ ກໍ​ໄດ້​ສ້າງ​ບໍ​ລິ​ການທ່ອງທ່ຽວ​ໃຫມ່​ຫລາຍ​ຢ່າງ, ຂຸດ​ຄົ້ນ​ຄວາມ​ສາມາດ​ບ່ົມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ​ທະ​ເລ, ບື​ງ​, ຄວາມ​ງາມ​ຂອງ​ແມ່​ນ້ຳ​ລຳ​ເຊ, ພູຜາ​ປ່າ​ໄມ້.. ຍ້ອນ​ເຫດ​ນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ​ເຫ້ວ ​ເພີ່ມ​ຂຶ້ນ​ເກືອບ 25%​ເມື່ອ​ທຽບ​ໃສ່​ປີ 2011, ລາຍ​ຮັບ​​ເກັບ​ມາ​ໄດ້ຈາກ​ການທ່ອງທ່ຽວ​ບັນລຸ​ເກືອບ 1.800 ຕື້​ດົ່ງ. ທ່ານ ​ໂງ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ​:

        “​ເຫ້ວ ​ແມ່ນ​ນະຄອນ​ແຫ່ງ Festival, ງານ​ບຸນ​ຕ່າງໆ. ສະ​ນັ້ນ ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ, ສີສັນ​ວັດທະນະທຳ​ຂອງ​ເຂດ​ດິນ​ແດນ, ພວກ​ຂ້າພະ​ເຈົ້າ​ຈະ​ອອກ​ແບບ​ເພື່ອ​​ເຮັດ​ແນວ​ໃດ​​ໃຫ້ງານ​ບຸນ​ວັດທະນະທຳ, ງານ​ບຸນ​ການ​ເຫລື້ອມ​ໃສ, ງານ​ບຸນ​ວັດທະນະທຳ​ຈິດ​ວິນ​ຍານ​ຈະ​ໄດ້​ຮັບ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.”

ຂີດໝາຍແຫ່ງການທ່ອງທ່ຽວ ຫວຽດນາມ ໃນປີ 2012 - ảnh 1
ຄຸ້ມເມືອງເກົ່າ ໂຮ້ຍອານ
ພາບ:internet

        ປີ 2012 ກໍ​ເປັນ​ປີ​ທີ່​ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຂອງ​ບັນດາ​ແຂວງ​ຄື: ດາ​ຫນັງ, ບີ່​ນທ້ວນ, ​ແຄນ​ຮ່ວາ...​ມີ​ບາດກ້າວ​ບຸກທະລຸ ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ທ່ອງ​ທ່ຽວ ຫວຽດນາມ, ທີ່ດຶງ​ດຸດ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ. ຜົນສຳ​ເລັດ​ໃຫຍ່​ສຸດ​ຂອງ​ຂະ​ແຫ​ນງທ່ອງ​ທ່ຽວ​ ດາ​ຫນັງ​ໃນ​ປີ 2012 ນັ້ນ​ແມ່ນຮັກສາ​ການ​ເຕີບ​ໂຕ​ໄວ້​ໄດ້​ນັບ​ທັງ​ຈຳນວນ​ນັກ​ທ່ອງ​ທ່ຽວ ​ແລະ ລາຍ​ຮັບ​ຈາກ​ການທ່ອງທ່ຽວ ​ໃນ​ຂະນະ​ທີ່ເສດຖະກິດປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊຶ່ງສະ​ແດງ​ໃຫ້​ເຫັນຜ່ານ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ ຄາດ​ວ່າ​ບັນລຸ​ກວ່າ 2,6 ລ້ານ​​ເທື່ອ​ຄົນ, ​ເພີ່​ມຂຶ້ນ 12% ​ເມື່ອ​ທຽບ​ໃສ່​ປີ 2011. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຢືນຢັນ​ລັກສະນະ​ປະສິດທິ​ຜົນ​ຈາກ​ບັນດາ​ມາດ​ຕະການ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ​ໃນ​ການ​ເພີ່ມ​ທະວີ ​ແລະ ​ເຜີ​ຍ​ແຜ່​ໂຄສະນາ​ພາບ​ພົດ “ດາ​ຫນັງ - ນະຄອນ​ທ່ອງ​ທ່ຽວ” ອອກ​ສູ່​​ໂລກ. ທ່ານ ຫງວຽນ​ແມ້ນ​​ເກື​ື່ອງ, ຮອງຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ດາ​ຫນັງ ກໍ​ແມ່ນ​ສະຖານ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ​ໃນ​ປີຜ່ານມາ, ສ້າງ​ບັນດາ​ພາບ​ພົດ​ອັນ​ດີງາມ ​ແລະ ​ສ້າງຜະລິດ​ຕະພັນ​ທ່ອງ​ທ່ຽວ​ຫລາຍ​ຢ່າງ. ຢູ່ ​ແຄງ​ຮ່ວາ ​ໄດ້​ດຳ​ເນີນ​ຫລາຍ​ເຫດການ​ສາກົນ ​ແລະ ຄາດ​ວ່າ ປີ 2013, ງານ​ມະ​ໂຫລານ​ສາກົນ​ກ່ຽວ​ກັບ​ທະ​ເລ​ຈະ​ຖື​ກຈັດ​ຂຶ້ນ​​ເປັນ​ຄັ້ງ​ທຳ​ອິດ​ຢູ່ ຫວຽດນາມ ​ໂດຍ​​​ແຄງ​ຮ່ວາ ​ເປັນ​ເຈົ້າພາບ. ​ໃນ​ງານ​ມະ​ໂຫລານ​ສາກົນກ່ຽວ​ກັບ​ທະ​ເລ​ຄັ້ງ​ນີ້ ຈະ​ຈັດ​ງາ​ນຕະຫລາດນັດ​ສາກົນ​ພ້ອມ​ກັບ​ບັນດາ​ເຫດການ​ອື່ນ​ຂອງ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ຫວຽດນາມ. ປະ​ຈຸ​ບັນ ວຽກ​ງານ​ກະກຽມ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ແຄງ​ຮ່ວາ​ແມ່ນ​ສູງ​ທີ່​ສຸດ”

        ປີ 2012 ກໍ​ເປັນ​ປີ​ທີ່​ຂະ​ແຫນງ​ທ່ອງ​ທ່ຽວ ​ແຂວງ ບີ່​ນທ້ວນ ປະສົບ​ຜົນສຳ​ເລັດ ດ້ວຍ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ກວ່າ 3,1 ລ້ານ​ເທ່ືອ​ຄົນ, ​ເພີ່ມ​ຂຶ້ນກວ່າ 11% ​ເມື່ອ​ທຽບ​ໃສ່​ປີ 2011. ​ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊຍ ຍັງ​ນຳ​ຫນ້າ​​ດ້ານ​ຈຳນວນ, ​ໄລຍະ​ເວລາ​ພັກ​ອາ​ໄສ ​ແລະ ລາຍ​ຈ່າຍ. ທ່ານ Nikolay Surkov ນັກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊຍ​ມາ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ແຂວງ ບີ່​ນທ້ວນ ​ໃຫ້​ຮູ້​ວ່າ:

        “ຂ້າພ​ະ​ເຈົ້າ​ມັກ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ທີ່​ນີ້. ທະ​ເລ​ພຽງ​ຫ່າງ​ຈາກ​ບ່ອນ​ທີ່​ຂ້າພະ​ເຈົ້າ​ພັກຜ່ອນ​ພຽງປະມານ 10 ​​ແມັດ​. ສະ​ນັ້ນ ຂ້າພະ​ເຈົ້າ​ສາມາດ​ຕາກ​ແດດ​​ໃນ​ຕະຫລອດ​ມື້. ຢູ່​ທີ່​ນີ້ ຂ້າພະ​ເຈົ້າຍັງ​ໄດ້​ຮັບ​ປະທານ​ເຍື່ອງ​ອາຫານ​​ທະ​ເລ​ສົດ​ຫລາຍ​ເຍື່ອງ ​ແລະ ໝາກ​ໄມ້​ທ້ອງ​ຖິ່ນ​ຫລາຍ​ແນວ​ທີ່​ແຊບອີກ​ດ້ວຍ. ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຫລາຍ​ເມື່ອ​ໄປ​ຢ້ຽມຢາມ​ບັນດາ​ສະຖາປັດ​ຕະຍະ​ກຳ​ຂອງ​ຊາວ​ເຜົ່າ​ຈຳ. ​ໄລຍະ​ຈະ​ມາ​ເຖິງ ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ບີ່​ນທ້ວນ ພ້ອມ​ກັບ ລູກ​ຫລານ​ຂອງ​ຕົນ.”

ຂີດໝາຍແຫ່ງການທ່ອງທ່ຽວ ຫວຽດນາມ ໃນປີ 2012 - ảnh 2
ອ່າວ ຮ້າລອງ
ພາບ: internet

        ​ເຫດການ​ພົ້ນ​ເດັ່ນ​ຫນຶ່ງ​ອີກທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ ນັ້ນ​ແມ່ນ ອ່າວ​ຮ້າ​ລອງ ຢູ່​ແຂວງ ກວ໋າງນີງ ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ແຫ່ງ​ໃຫມ່​ຂອງ​ໂລກ​ຢ່າງ​ເປັນ​ທາງ​ການ, ​ອັນ​ໄດ້​ເພີ່ມນາມມະຍົດລະດັບ​ສາກົນ​ຕື່ມ​ອີກ​ແຫ່ງ​ຫນຶ່ງກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ອ່າວ​ຮ້າ​ລອງ, ​ປະກອບສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາ​ຢ້ຽມຢາມ​ທັດສະນີ​ຍະ​ພາບ​ນີ້​ນັບມື້​ນັບ​ຫລາຍ. ​ ດ້ວຍ​ນາມມະຍົດ​ດັ່ງກ່າວ ອ່າວ​ຮ້າ​ລອງ ​ໄດ້​ກາຍ​ເປັນ​ເຄື່ອງໝາຍ​ທ່ອງ​ທ່ຽວ​ຂອງ ຫວຽດນາມ. ທ່ານ ​ຈີ້​ງດັງ​ແທນ, ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ຮັກສາ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ໄວ້ ​ແລະ ​ເຮັດ​​ແນວ​ໃດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ສູງ​ກວ່າ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຮ້າ​ລອງ ນັບ​ມື້​ນັບ​ຫລາຍ​ກວ່າ, ພ້ອມ​ກັນ​ນັ້ນ ກໍ​ຢາກ​ເຮັດ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ ມີ​ຄວາມ​ຮັກ ຫວຽດນາມ​ກວ່າ ​ແລະ ຢາກ​ມາ​ຢ້ຽມຢາມ ຫວຽດນາມ ຫລາຍກວ່າອີກ. ​”

        ​ແລະ​ກໍ​ໃນ​ປີ 2012, ​ໂຮງ​ແຮມ 3 ​ແຫ່ງ​ຂອງ ຫວຽດນາມ ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​​ໂຮງ​ແຮມ​ມີ​ຄຸນ​ນະພາ​ບທີ່​ສຸດ​ຂອງ​ໂລກ. ວາລະສານ Travel + Leisure ຊຶ່ງ​ແມ່ນ​ວາລະສານ​ທ່ອງ​ທ່ຽວ​ໃຫຍ່​ສຸດ​ຂອງ​ໂລກ ​ໃຫ້​ຮູ້​ວ່າ ​ໂຮງ​ແຮມ 3 ​ແຫ່ງ​ຂອງ ຫວຽດນາມ ນັ້ນ​ແມ່ນ The Nam Hai (ນາມ​ຫ໋າຍ) ຢູ່ ​ໂຮ້ຍອານ, Sofitel Legend Metropole ຮ່າ​ໂນ້ຍ ​ແລະ Park Hyatt ​​​ໄຊ​ງ່ອນ ມີຫນ້າ​ໃນ​ບັນຊີ​ລາຍ​ຊື່ “T+L 500” ຄັ້ງ​ຫລ້າ​ສຸດ. ນອກ​ນັ້ນ ໝາກຜົນ​​ແຫ່ງ​ການສຳ​ຫລວດ​ໂດຍ​​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ ​​ປະກາດ​ວ່າ: ຫວຽດນາມ ນຳ​ຫນ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຊຶ່ງ​ນັກ​ທ່ອງ​ທ່ຽວ​ຢາກ​ເລືອກ​ເຟັ້ນ​ໃນ​ປີ 2012. ຫນ້າ​ເວັບ The Huffington Post ຜ່ານ​ຜູ້ນຳ​ໃຊ້ Facebook ​ໃຫ້​ຮູ້​ວ່າ: ຫວຽດນາມ ນອນ​ໃນ​ຈຳນວນ​ສະຖານ​ທີ່​ທ່ອງ​ທ່ຽວ 10 ​ແຫ່ງ​ດີ​ສຸດ​ໃນ​ໂລກ.

        ປີ 2012 ​ແມ່ນ​ປີ​ທີ່​ປະສົບ​ກັບ​ຄວາ​ມຫຍຸ້ງຍາກດ້ານ​ເສດຖະກິດ ​ແຕ່​ດ້ວຍ​ບັນດາ​ຂີດ​ໝາຍ​​ເຊິ່ງຂະ​ແຫນງທ່ອງທ່ຽວ ຫວຽດນາມ ບັນລຸ​​ໄດ້ ນັບ​ທັງຈຳນວນ​ນັກ​ທ່ອງ​ທ່ຽວສາກົນ​ມາ​ຢ້ຽມຢາມ ຫວຽດນາມ ພ້ອມ​ກັບ​ລາຍ​ຮັບ​ເກັບ​ມາ​ໄດ້​ຈາ​ກການທ່ອງທ່ຽວ ​ແມ່ນ 160.000 ຕື້​ດົ່ງ ​​ເປັນ​ການ​ຢືນຢັນ​ວ່າ ຂະ​ແຫນງ​ທ່ອງ​ທ່ຽວ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ເສດຖະກິດ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ