ເຂົ້າຕົ້ມພໍ່, ເຂົ້າຕົ້ມແມ່ທີ່ເປັນເອກະລັກຂອງຊາວເຜົ່າໄຕ່ໃນແຂວງກວ໋າງນິງ

(VOVWORLD) -ບຸນປີໃໝ່ປະເພນີຢູ່ແຕ່ລະທ້ອງຖິ່ນ ແຕ່ລະເຜົ່າຕ່າງກໍ່ມີຄວາມເປັນເອກະລັກສະເພາະ. ບຸນເຕັດສຳລັບຊາວເຜົ່າໄຕ່ຢູ່ເມືອງບິ່ງລຽວແຂວງກວ໋າງນິງກໍ່ມີບັນດາຮີດຄອງປະເພນີສະເພາະຂອງຕົນ. ໃນລະຫວ່າງວັນທີ 25 ຫາວັນທີ 28 ເດືອນ 12 ໄລ່ຕາມຈັນທະປະຕິທິນ ບັນດາຄອບຄົວເຄີຍຫໍ່ເຂົ້າຕົ້ມ ແຕ່ນອກຈາກເຂົ້າຕົ້ມຍາວທົ່ວໄປແລ້ວ ຊາວເຜົ່າໄຕຍັງຫໍ່ເຂົ້າຕົ້ມພໍ່ ແລະ ເຂົ້າຕົ້ມແມ່ອີກດ້ວຍ 
ເຂົ້າຕົ້ມພໍ່, ເຂົ້າຕົ້ມແມ່ທີ່ເປັນເອກະລັກຂອງຊາວເຜົ່າໄຕ່ໃນແຂວງກວ໋າງນິງ - ảnh 1ທັງຄອບຄົວນັ່ງຫໍ່ເຂົ້າຕົ້ມ

     ຊາວເຜົ່າໄຕຫໍ່ເຂົ້າຕົ້ມເພື່ອກິນໃນຕະຫຼອດຊຸມວັນບຸນເຕັດ. ເຂົ້າເຈົ້າມີຄວາມສຳນຶກວ່າ ເມື່ອໃດເຂົ້າຕົ້ມກິນໝົດແລ້ວ ບຸນເຕັດຈຶ່ງຈະສິ້ນສຸດລົງ. ນອກຈາກຫໍ່ເຂົ້າຕົ້ມຍາວ, ບາງວົງຕະກຸນຊາວເຜົ່າໄຕ່ກໍ່ຍັງຫໍ່ເຂົ້າຕົ້ມພໍ່ ມີຮູບຄືໝາກບານແລະເຂົ້າຕົ້ມແມ່ມີຮູບຍາວ. ວຽກງານກະກຽມ ແລະ ຫໍ່ເຂົ້າຕົ້ມໂດຍພວກແມ່ປ້າ, ເອື້ອຍນ້ອງແມ່ຍິງເປັນຜູ້ຮັບຜິດຊອບ. ສຳລັບເຂົ້າຕົ້ມພໍ່ແລະເຂົ້າຕົ້ມແມ່ເຄີຍມີຂະໜາດໃຫຍ່ກວ່າເຂົ້າຕົ້ມຍາວທົ່ວໄປ ນອກຈາກນັ້ນມີບາງຄົນມີຄວາມສຳນຶກວ່າ ເຂົ້າສານແຕ່ລະຖ້ວຍເປັນສັນຍາລັກໃຫ້ໜຶ່ງເດືອນ ດັ່ງນັ້ນເມື່ອຫໍ່ເຂົ້າຕົ້ມພໍ່ ແລະເຂົ້າຕົ້ມແມ່ ເຂົາເຈົ້າຈະໃຫ້ເຂົ້າສານ 12 ຖ້ວຍ. ການຫໍ່ເຂົ້າຕົ້ມພໍ່ ແລະເຂົ້າຕົ້ມແມ່ ກໍ່ຮຽກຮ້ອງໃຫ້ມີເຕັກນິກສູງ ແລະ ຄວາມຄ່ອງແຄ້ວຫຼາຍກວ່າ. ວຽກງານນີ້ໂດຍແມ່ນບັນດາຜູ້ມີປະສົບການຫໍ່ເຂົ້າຕົ້ມມາຫຼາຍປີປະຕິບັດ. ລຸງເນືອງທຽມຝູ ຢູ່ບ້ານຈາງນ່າ ເທດສະບານເມືອງບິ່ງລຽວ ແຂວງກວ໋າງນິງໃຫ້ຮູ້ວ່າ ເຂົ້າຕົ້ມພໍ່ມີໄສ້ແມ່ນປາຫ້ວຍໂຕໜຶ່ງ, ສ່ວນໄສ້ຂອງເຂົ້າຕົ້ມແມ່ ແມ່ນໄຂ່ໄກ່ໜ່ວຍໜຶ່ງ. ລຸງຝູເວົ້າວ່າ:

      “ສະເພາະແຕ່ເຂົ້າຕົ້ມພໍ່ ແລະເຂົ້າຕົ້ມແມ່ ຈຶ່ງມີໄສ້ພິເສດເຊັ່ນນັ້ນ, ສ່ວນເຂົ້າຕົ້ມອື່ນໆ ແມ່ນຫໍ່ທຳມະດາ. ເມື່ອບຸນເຕັດວຽນມາ ບັນດາຄອບຄົວເຄີຍຫໍ່ເຂົ້າຕົ້ມພິເສດສອງຫໍ່. ປາເພື່ອເຮັດໄສ້ ຕ້ອງແມ່ນປາຫ້ວຍມີເກັດສີຂາວ”.

    ນາງຫຼີທິຮວາ ຢູ່ເຂດບິ່ງກົງ 2 ເທດສະບານເມືອງບິ່ງລຽວ ແຂວງກວ໋າງນິງໃຫ້ຮູ້ວ່າ ຊາວເຜົ່າໄຕ່ມີຄວາມສຳນຶກວ່າ ປາແມ່ນສັນຍາລັກໃຫ້ແຫຼ່ງນ້ຳແລະຄວາມອີ່ມໜຳສຳລານສົມບູນພູນສຸກ.ສ່ວນໄຂ່ໄກ່ເປັນສັນຍາລັກໃຫ້ແກ່ການເກີດແມ່ແຜ່ລູກ. ການຫໍ່ ເຂົ້າຕົ້ມພໍ່ ແລະເຂົ້າຕົ້ມແມ່ ເພື່ອຖວາຍບູຊາບັນພະບູລຸດ ກໍ່ແມ່ນວິທີສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງລູກຫຼານເພື່ອພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ. ນາງ ຮວາ ໃຫ້ຮູ້ວ່າ:

    “ເຂົ້າຕົ້ມພໍ່ແລະເຂົ້າຕົ້ມແມ່ ຢູ່ທີ່ນີ້ກໍ່ອີງຕາມວົງຕະກຸນຈຶ່ງຫໍ່ ບໍ່ແມ່ນວ່າຄອບຄົວໃດກໍ່ຫໍ່ຄືກັນ. ຊາວເຜົ່າໄຕ່ ມີຄວາມສຳນຶກວ່າ ປາເປັນສັນຍາລັກໃຫ້ແກ່ຄວາມເຂັ້ມແຂງທີ່ລອຍຢູ່ຕາມແມ່ນ້ຳໃຫຍ່ ດັ່ງນັ້ນຕ້ອງເຮັດໄສ້ໃຫ້ເຂົ້າຕົ້ມພໍ່. ໃນທຸກວັນນີ້ຊາວເຜົ່າໄຕ່ຢູ່ ບິ່ງລຽວ ຍັງຄົງຮັກສາການຫໍ່ເຂົ້າຕົ້ມດ້ວຍໄສ້ແມ່ນປາໃນຊຸມວັນບຸນເຕັດນັບແຕ່ໃດໆມາ”.

    ເມື່ອຫໍ່ເຂົ້າຕົ້ມເປັນທີ່ຮຽບຮ້ອຍແລ້ວ ໃນຕອນແລງວັນທີ 30 ບຸນເຕັດກໍ່ຈະຖວາຍຂຶ້ນຕໍ່ແທ່ນບູຊາບັນພະບູລຸດ. ພາຍຫຼັງບຸນເຕັດ, ເຂົ້າຕົ້ມພໍ່ແລະເຂົ້າຕົ້ມແມ່ ຖືກເອົາລົງເພື່ອໃຫ້ທຸກໆຄົນນັງອ້ອມກັນຮັບປະທານ. ທ່ານໂຕດິ່ງຫ້ຽວ ສັງກັດສູນສື່ສານ - ວັດທະນະທຳເມືອງບິ່ງລຽວໃຫ້ຮູ້ວ່າ:

     “ແຕ່ປາງກ່ອນ, ເຂົ້າຕົ້ມພຽງແຕ່ເອົາປາເພື່ອເຮັດໄສ້, ປັດຈຸບັນກໍ່ເອົາຊີ້ນໝູໃສ່ຕື່ມເພື່ອໃຫ້ໄສ້ເຂົ້າຕົ້ມມີສີງາມຕາ. ເຂົ້າຕົ້ມແມ່ຖືກວາງເທິງແທ່ນບູຊາບັນພະບູລຸດຈົນຮອດຫຼັງວັນເດືອນຈຽງ ຈຶ່ງນຳໄປຕົ້ມຄືນ ແລ້ວກໍ່ເຊື້ອເຊີນອ້າຍນ້ອງຢູ່ບ້ານໃກ້ເຮືອນມາພ້ອມກັນຮັບປະທານເພື່ອມີຄວາມໂຊກດີຕະຫຼອດປີ

      ນອກຈາກປະເພນີຂອງຊາວເຜົ່າໄຕ່ໃນຊຸມວັນບຸນເຕັດຄືການຕັ້ງຕົ້ນໄມ້ໄຜ່, ຕິດເຈ້ຍສາໃສ່ແທ່ນບູຊາ, ປະຕູໃຫຍ່, ປະຕູເຮືອນຄົວ, ການທຳພິທີເອົານ້ຳ… ການບູຊາບັນພະບູລຸດດ້ວຍເຂົ້າຕົ້ມພໍ່ ເຂົ້າຕົ້ມແມ່ຍັງຄົງແມ່ນຈຸດວັດທະນະທຳທີ່ເປັນເອກກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ແຫ່ງນີ້.               ໃນວັນນີ້ ເຖິງວ່າ ການດຳລົງຊີວິດມີການປ່ຽນແປງຫຼາຍຢ່າງ ຂອງກິນເຄື່ອງດື່ມ ແລະ ເຂົ້າໜົມປະເພດຕ່າງໆກໍ່ອຸດົມສົມບູນຫຼາຍກວ່າກໍ່ຕາມ ແຕ່ຊາວເຜົ່າໄຕ່ຢູ່ ບິງລຽວ ແຂວງກວ໋າງນິງ ຍັງຫໍ່ເຂົ້າຕົ້ມພໍ່ ແລະເຂົ້າຕົ້ມແມ່ໃນຊຸມວັນບຸນເຕັດ. ທັງນີ້ກໍ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງລູກຫຼານທີ່ມີຕໍ່ບັນພະບູລຸດ, ທັງແມ່ນຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງ  ຊາວເຜົ່າໄຕ່ ໃນແຂວງບິງລຽວອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ