10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

(VOVWORLD) -  ກອງປະຊຸມສູນກາງພັກຄັ້ງທີ 5 ແລະ ຄັ້ງທີ 6 ຊຸດທີ XIII ໄດ້ຕັດສິນໃຈຫຼາຍເນື້ອໃນສຳຄັນຄື: ກຳນົດທິດການວາງແຜນສັງລວມແຫ່ງຊາດ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050, ສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນທັນສະໄໝ, ປ່ຽນແປງໃໝ່ວິທີການນຳພາຂອງພັກ;



1. ເສດ ຖະ ກິດ ຫວຽດ ນາມ ໄດ້ ຟື້ນ ຟູ ໂດຍ ໄວ, ນອນ ໃນ ກຸ່ມ ບັນ ດາ ປະ ເທດ ບັນ ລຸ ລະດັບ  GDP ເພີ່ມ ຂຶ້ນ ສູງກ່ ວາ ໝູ່    

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 1

 ໂດຍຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງຈາກພະຍາດໂຄວິດ - 19 ແລະ ການຜັນແປຂອງໂລກ, ຫວຽດນາມ ໄດ້ປະຕິບັດບັນດາເປົ້າໝາຍ, ໜ້າທີ່ ທັງປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ - 19, ທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໄດ້ຢ່າງມີໄຊ ແລະ ຮອບດ້ານພໍສົມຄວນ,

ກໍ່ສ້າງພື້ນຖານເສດຖະກິດເອກະລາດ,ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ຮັກສາເສດຖະກິດມະຫາກເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນໃນເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການເຕີບໂຕ GDP ປີ 2022 ຄາດວ່າບັນລຸ  8,02%. ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບ 3,15%. ຍອດວົງເງິນສົ່ງອອກ, ນຳເຂົ້າໃນທົ່ວປະເທດບັນລຸປະມານ 732,5 ຕື້ USD, ເພີ່ມຂຶ້ນ 9,5%.

ຫວຽດ ນາມຕັດ ສິນຫຼາຍ ບັນ ຫາ ສຳ ຄັນທີ່ມີ ຄວາມ ໝາຍ ທາ ຍຸດ ທະ ສາດດຕໍ່ ການ ພັດ ທະ ນາ ຂອງ ປະ ເທດ ຊາດ     

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 2

  ກອງປະຊຸມສູນກາງພັກຄັ້ງທີ 5 ແລະ ຄັ້ງທີ 6 ຊຸດທີ XIII ໄດ້ຕັດສິນໃຈຫຼາຍເນື້ອໃນສຳຄັນຄື: ກຳນົດທິດການວາງແຜນສັງລວມແຫ່ງຊາດ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050, ສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນທັນສະໄໝ, ປ່ຽນແປງໃໝ່ວິທີການນຳພາຂອງພັກ;

ສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມໃຫ້ສົມບູນແບບ, ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນ, ບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ, ເສດຖະກິດລວມໝູ່, ຍົກສູງຄຸນນະພາບຖັນແຖວສະມາຊິກພັກ ໃນໄລຍະໃໝ່…ກົມການເມືອງໄດ້ປະກາດໃຊ້ ມະຕິ 6 ສະບັບກ່ຽວກັບເຂດພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຮອດປີ 2030, ວິໄສທັດຮອດປີ 2045, ສ້າງຄວາມເຫັນດີ ເປັນເອກະພາບສູງ ກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ. ບົນພື້ນຖານນັ້ນ, ສະພາແຫ່ງຊາດ, ລັດຖະບານໄດ້ຫັນບັນດາລາຍການ, ໂຄງການ, ຂໍ້ຕົກລົງ ເປັນລະບອບລະບຽບການຢ່າງ ລະອຽດ ແລະ ຈັດຕັ້ງຜັນຂະຫຍາຍໃນພຶດຕິກຳຕົວຈິງໃນທັນທີ, ເປີດກາລະໂອກາດໃນການພັດທະນາປະເທດຊາດແບບຍືນຍົງ ແລະ ຮອບດ້ານໃນສະເພາະໜ້າ ແລະ ຍາວນານ

ວຽກ ງານ ກໍ່ ສ້າງ, ປັບ ປຸງ ພັກ, ປ້ອງ ກັນ,  ຕ້ານ ການ ສໍ້ ລາດ ບັງຫຼວງ, ໄພ ຫຍໍ້ ທໍ້ນັບ ມື້ ນັບ ໄດ້ ຮັບ ການ ປະ ຕິ ບັດ ຢ່າງເດັດດ່ຽວຂ້ຽວຂາດ     

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 3

 ປີ 2022, ວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງໄດ້ເຂົ້າສູ່ລວງເລິກ, ສົມທົບກັບການກໍ່ສ້າງ, ປັບປຸງພັກ, ຕ້ານການເສຍທາດາດຄຸນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຢ່າງແໜ້ນແຟ້ນ. ການສ້າງຕັ້ງຄະນະຊີ້ນຳກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫຼວງໄພຫຍໍ້ທໍ້ຢູ່ 63 ແຂວງ, ນະຄອນ ບັນລຸໄດ້ປະສິດທິຜົນໃນເບື້ອງຕົ້ນ. ການປະຕິບັດລະບຽບວິໄນຕໍ່ພະນັກງານ, ສະມາຊິກພັກທີ່ລະເມີດໄດ້ຮັບການດຳເນີນຢ່າງລະມັດລະວັງ, ພາວະວິໄສ, ຍຸຕິທຳຊື່ກົງ, ຖືກຕ້ອງຕາມຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ.

ບັນດາອົງການດຳເນີນຄະດີ ໄດ້ດຳເນີນການຮ້ອງຟ້ອງ, ສືບສ່ວນຄະດີກ່ຽວກັບໂທດສໍ້ລາດບັງຫຼວງ, ເສດຖະກິດ, ສວຍໃຊ້ສິດອຳນາດຕຳແໜ່ງ ເກືອບ 2500 ຄະດີ ໃນນັ້ນຄະດີສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ທີ່ຮ້າຍແຮງເປັນພິເສດ, ສັບສົນ ມີຫຼາຍຄະດີການເຄື່ອນໄຫວປ້ອງກັນຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ໄພຫຍໍ້ທໍ້ ສືບຕໍ່ປະກອບສ່ວນປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ພະນັກງານ, ສະມາຊິກພັກ ທີ່ມີຕໍ່ການນຳພາຂອງພັກ ແລະ ລະບບ.

 ຂະ ຫຍາຍ ການ ເຄື່ອນ ໄຫ  ການ ຕ່າງ ປະ ເທດ, ຍົກ ສູງ ທີ່ ຕັ້ງ ບົດ ບາດ ແຫ່ງ ຊາດ

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 4
 

ການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 1 ພະຈິກຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແມ່ນເຫດການສຳຄັນພິເສດ, ບັນລຸໄດ້ໝາກຜົນຢ່າງຮອບດ້ານ, ປະກອບສ່ວນປັບປຸງ, ພັດທະນາການພົວພັນ ຫວຽດນາມ - ຈີນ. ພ້ອມກັນນັ້ນແມ່ນການຢ້ຽມຢາມທາງລັດຖະກິດປະເທດ ສ.ເກົາຫຼີ, ອິນໂດເນເຊຍ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ການຢ້ຽມຢາມ ອາເມລິກາ, ໂຮນລັງ, ແບນຊິກ, ລຸກຊຳບວກ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ການຢ້ຽມຢາມ ຮຸງກາຣີ, ອັງກິດ, ອົດສະຕາລີ, ນິວຊີແລນ, ຟີລິບປິນ ຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສພາກພື້ນ ແລະ ສາກົນຢ່າງມີປະສິດທິພົນຄື: ອາຊຽນ, ໄອປາ, ເອເປັກ, ສປຊ…

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 5

ປີ 2022 ກໍ່ເປັນປີສ້າງຂີດໝາຍແຫ່ງການຈັດຕັ້ງສຳເລັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ. ຫວຽດນາມ ສືບຕໍ່ຢັ້ງຢືນນະໂຍບາຍພົວພັນຕ່າງປະເທດເປີດກວ້າງ, ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບເພື່ອພັດທະນາປະເທດຊາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງ ຂອງປະເທດຊາດ.

5. ຫວຽດ ນາມ ໄດ້ ຮັບໄຊຊະນະໃນ ການ ເລືອ  ຕັັ້ງ ເປັນ ສະ ມາ ຊິກ ຂອງ ສະ ພາ ສິດ ທິ ມະ ນຸດ   

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 6

        ວັນທີ 11 ຕຸລາ 2022, ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກຊອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຢູ່ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 77, ທີ່ດຳເນີນຢູ່ ນິວຢອກ, ອາເມລິກາ ດ້ວຍບັດສະໜັບສະໜູນສູງທີ່ສຸດ. ໝາກຜົນຂອງການເລືອກຕັ້ງແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ກັບຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່ງແຮງຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. 

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 7
ດ້ວຍຄວາມຮັບຜິດຊອບຢູ່ ສະພາສິດທິມະນຸດ ສປຊ, ຫວຽດນາມ ຈະມີໂອກາດປະກອບສ່ວນເຂົ້າໃນການຊຸກຍູ້ສິດທິມະນຸດບົນພື້ນຖານພາວະວິໄສ, ຮ່ວມມື ແລະ ການໂອ້ລົມສົນທະນາ, ເຈລະຈາ ຮັບປະກັບການປະຕິບັດສິດທິມະນຸດໃນທຸກຂົງເຂດໃຫ້ນັບມື້ນັບດີຂຶ້ນ.

ຈັດ ຕັ້ງ ສຳ ເລັດ ງານ ມະ ຫາ ກຳ ກິ ລາ ອາ ຊີ ຕາ ເວັນ ອອກ ສ່ຽງ ໃຕ້ ຄັ້ງ ທີ 31 (SEA Games 31)

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 8
ດ້ວຍຄຳຂວັນທີ່ວ່າ: “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ແຂງແຮງກ່ວາ”, ຫວຽດນາມ ໄດ້ຈັດຕັ້ງສຳເລັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ໃນລະຫວ່າງວັນທີ 12 – 23 ພຶດສະພາ 2022. ພາຍຫຼັງການແຂ່ງຂັນເປັນເວລາ 14 ວັນ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 205 ຫຼຽນ, ຫຼຽນເງິນ 125 ຫຼຽນ ແລະ ຫຼຽນທອງ 116 ຫຼຽນ. ຫວຽດນາມ ຄ້ວາໄດ້ອັນດັບທີ 1 ໃນການແຂ່ງຂັນຄັ້ງນີ້ ດ້ວຍຜົນງານທີ່ເປັນໜ້າປະທັບໃຈ, ໄດ້ຮັບປະກັນການແຂ່ງຂັນ SEA Games 31 ຢ່າງມີຄວາມຍຸຕິທຳ, ເປີດເຜີຍ, ສະແດງໃຫ້ເຫັນນ້ຳໃຈກິລາອັນສູງສົ່ງ, ນ້ຳໃຈສາມັກຄີຂອງປະຊາຄົມອາຊຽນ. ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດ ສະມາຊິກ ອາຊຽນ ທີ່ເປັນມິດ, ຮັກແພງແຂກຄົນ, ຮອບຄອບ, ໄດ້ ຮັບການຟື້ນຟູ ແລະ ພວມພັດທະນາຢ່າແຂງແຮງ.

ຕະຫຼາດ ທຶນ, ອະ ສັງ ຫາ ລິ ມະ ຊັ ມີ ການ ຜັນແປ ຜິດ ປົກ ກະ ຕິຫຼາຍ ຢ່າງ, ຕ້ອງ ໄດ້ ຮັບ ການ ແກ້ ໄຂ

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 9

ປີ 2022 ໄດ້ເຫັນປະຈັກຕາ ການຜັນແປຢ່າງແຮງຂອງບັນດາຕະຫຼາດຄື: ອະສັງຫາລິມະຊັບ, ພັນທະບັດວິສາຫະກິດ, ຕະຫຼາດຫຼັກຊັບ, ຕະຫຼາດນ້ຳມັນ… ຕະຫຼາດຫຼັກຊັບຂຶ້ນລົງຜິດປົກກະຕິ, ມີການເພີ່ມຂຶ້ນບັນລຸລະດັບສະຖິຕິໃນຊຸມເດືອນຕົ້ນປີ ແລະ ຫຼຸດລົງຢ່າງລຽນຕິດໃນຊຸມເດືອນທ້າຍປີ. ຍ້ອນຜົນກະທົບຈາກຕະຫຼາດໂລກ, ລາຄານ້ຳມັນພາຍໃນປະເທດເພີ່ມຂຶ້ນບັນລຸລະດັບສະຖິຕິ, ພ້ອມກັນນັ້ນແມ່ນສະພາບການຕັດຂາດ ຂອງແຫຼ່ງສະໜອງ ເຮັດໃຫ້ປ້ຳນ້ຳມັນຫຼາຍແຫ່ງຕ້ອງປິດປະຕູ ຫຼືເປີດຂາຍພຽງຮູບການ. ສາຍເຫດ ຂອງປະກົດການນີ້ສ່ວນໜຶ່ງແມ່ນຍ້ອນການຕັດສິນໃຈແກ້ໄຂຂໍ້ບົກຜ່ອງ, ຂໍຄົງຄ້າງທີ່ຄົງຕົວ ມາແຕ່ດົນນານຂອງການເຄື່ອນໄຫວດຳເນີນທຸລະກິດຢູ່ວິສາຫະກິດໃຫຍ່ບາງແຫ່ງ, ທັງໃຫ້ບຸລິມະສິດຕ້ອງສືບຕໍ່ແກ້ໄຂຢ່າງຂ້ຽວຂາດ, ເດັດຂາດໃນປີ 2023.

ສະພາບການຂາດເຂີນຢຸກຢາ, ວັດຖຸອຸປະກອນການແພດເຮັດໃຫ້ວຽກງານປິ່ນປົວພະຍາດປະສົບກັບຄວາມຫຍຸ້ງຍາກ

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 10
 

ມີໂຮງໝໍຫຼາຍແຫ່ງໃນທົ່ວປະເທດໄດ້ຕົກເຂົ້າສູ່ສະພາບການຂາດເຂີນຢຸກຢາ, ທາດເຄມີ, ວັດຖຸອຸປະກອນການແພດແກ່ຍາວ ຍ້ອນຫຼາຍເຫດຜົນ, ໃນນັ້ນມີບັນດາຂໍ້ຕິດຂັດໃນບັນດາເອກະສານທີ່ກ່ຽວຂ້ອງເຖິງການຈັດຊື້, ປະມູນຢຸກຢາ, ວັດຖຸອຸປະກອນການແພດພາໄປເຖິງການເຂົ້າໃຈ, ວິທີການເຮັດວຽກທີ່ແຕກຕ່າງກັນ. ສະພາບການນີ້ໄດ້ ສົ່ງຜົນສະທ້ອນເຖິງຄຸນນະພາບໃນການກວດ, ປິ່ນປົວພະຍາດ, ສົ່ງຜົນສະທ້ອນເຖິງບັນຫາຍຸຕິທຳ ແລະ ການຊ່ວຍເຫຼືອສັງຄົມ. ນີ້ແມ່ນ ບຸລິມະສິດໜຶ່ງໃນການແກ້ໄຂຂອງລັດຖະບານ, ກະຊວງສາທາລະນະສຸກ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າດ້ານວັດທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຂອງຄົນ ຫວຽດນາມໃນສະໄໝໃໝ

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 11
ເມື່ອຫວນຄືນໝາກຜົນ 1 ປີແຫ່ງການປະຕິບັດບົດສະຫຼຸບຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ຢູ່ກອງປະຊຸມວັດທະນະນຳທົ່ວປະເທດ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນ ກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າດ້ານວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຂອງຄົນ ຫວຽດນາມໃນສະໄໝໃໝ່”, ວັນທີ 17 ທັນວາ ຢູ່ແຊວງບັກນິງ ໄດ້ດຳເນີນກອງປະຊຸມສຳມະນາວັດທະນະທຳ 2022 ດ້ວຍຫົວຂໍ້ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງ ກຳລັງໃຫ້ແກ່ການພັດທະນາວັດທະນະທຳ”. ກອງປະຊຸມສຳມະນານີ້ໄດ້ດຳເນີນພາຍຫຼັງ 1 ປີທີ່ຈັດກອງປະຊຸມ ວັດທະນະທຳທົ່ວປະເທດ ສະແດງໃຫ້ເຫັນບຸລິມະສິດຂອງພັກ, ລັດ ແລະ ທົ່ວສັງຄົມໃນການ ຕັດສິນໃຈ ກໍ່ສ້າງ ພື້ນຖານວັດທະນະທຳຫວຽດນາມ ໃຫ້ມີຄວາມກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍ ສີສັນຊາດ, ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ, ເປັນພື້ນຖານດ້ານຈິດໃຈ ແລະ ກຳລັງຜັກດັນພັດທະນາຂອງປະເທດຊາດຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກຢ່າງແທ້ຈິງ.

ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດ ປີ 2022 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 12

        ວັນທີ 22 ເມສາ ປີ 2022, ນາຍົກລັດຖະມົນຕີໄດ້ປະກາດໃຊ້ມະຕິເລກທີ 505 ໂດຍຖືເອົາວັນທີ 10 ເດືອນຕຸລາ ຂອງທຸກປີ ແມ່ນວັນຫັນເປັນດີຈີຕອນແຫ່ງຊາດ. ປີ 2022 ແມ່ນປີເຫັນປະຈັກຕາຕາບັນດາໝາກຜົນທີ່ພົ້ນເດັ່ນໃນການສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ການພົວພັນແລກປ່ຽນການຄ້າທາງເອເລັກໂຕນິກ. ການຫັນເປັນດີຈີຕອນໄດ້ກາຍເປັນຂອງທົ່ວປວງຊົນ, ຮອບດ້ານ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ມະຕິສູນກາງພັກຄັ້ງທີ 6 ຖືການຫັນເປັນດີຈີຕອນແມ່ນວິທີການພັດທະນາໃໝ່ຢ່າງເປັນທາງການ ທີ່ມີລັກສະນະບຸກທະລຸ, ຊ່ວຍຍູ້ໄວ, ຫຼຸດຂັ້ນຕອນການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ເປັນທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ