10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017

(VOVWORLD) - ວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ
10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 1

1. ຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC 2017 ສຳເລັດຜົນ

ປີ APEC 2017 ດ້ວຍຫົວຂໍ້ວ່າ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ” ດ້ວຍ 243 ເຫດການທີ່ໄດ້ຮັບການຈັດຕັ້ງຢູ່ 10 ແຂວງ, ນະຄອນໃນທົ່ວປະເທດ, ເຊິ່ງສຸດຍອດແມ່ນສັບປະດາຂັ້ນສູງ ຖືກດຳເນີນຢູ່ນະຄອນດ່ານັ້ງ ໃນລະຫວ່າງວັນທີ 06 – 11 ພະຈິກ. ບໍ່ພຽງແຕ່ບັນລຸຜົນສຳເລັດໃນການຈັດຕັ້ງດ້ວຍບົດບາດເປັນປະເທດເຈົ້າພາບເທົ່ານັ້ນ, ຫາກຫວຽດນາມ ຍັງເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການປະສານງານບັນດາການເຄື່ອນໄຫວ; ຍົກອອກບັນດາຂໍ້ລິເລີ່ມ, ມາດຕະການແກ້ໄຂອັນລ້ຳຄ່າ ປະກອບສ່ວນຍົກສູງບົດບາດຂອງ AEPCອີກດ້ວຍ; ອັນໄດ້ສະແດງໃຫ້ເຫັນທີ່ຕັ້ງ ແລະ  ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ອາຊີ - ປາຊີຟິກ. ໃນສັບປະດາຂັ້ນສູງ APEC ໄດ້ດຳເນີນບັນດາການຢ້ຽມຢາມ 2 ຝ່າຍ, ໃນນັ້ນມີການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ ແລະ ມີການເຈລະຈານັບສີບຄັ້ງ, ການພົບປະເຈລະຈາ 2 ຝ່າຍລະຫວ່າງການນຳພັກ, ລັດຫວຽດນາມ ກັບບັນດາປະເທດ, ບັນດາພື້ນຖານເສດຖະກິດອີກ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 2

2. ກອງປະຊຸມສູນກາງຄັ້ງທີ 5 ແລະ ທີ 6 ສືບຕໍ່ຫັນເປັນລະອຽດບັນດາໜ້າທີ່ຈຸດສຸມເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ

ບັນດາມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 5 ແລະ 6 ໄດ້ເຕື້ອງເຖິງຫຼາຍບັນຫາໃຫຍ່, ສຳຄັນຂອງປະເທດຊາດ, ທັງຮີບດ່ວນ, ທັງມີລັກສະນະຍຸດທະສາດຍາວນານ. ນັ້ນແມ່ນສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ; ສືບຕໍ່ສ້າງໂຄງປະກອບຄືນໃໝ່, ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ; ພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຕາມກຳນົດທິດສັງຄົມນິຍົມ; ສືບຕໍ່ປ່ຽນແປງໃໝ່, ຊັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ; ຍົກສູງ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ; ວຽກງານພົນລະເມືອງໃນສະພາບການໃໝ່ ແລະ ຫຼາຍບັນຫາສຳຄັນອື່ນໆ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 3

3. ພັກ, ລັດມີຄວາມຕັດສິນໃຈຢ່າງແຮງໃນການຕໍ່ສູ້, ປ້ອງກັນຕ້ານການສໍ້ລາດບັງຫຼວງ, ຫຍໍ້ທໍ

ຄວາມຕັດສິນໃຈດ້ານການເມືອງຢ່າງແຮງ, ຂ້ຽວຂາດ, ຈະແຈ້ງຂອງພັກ, ລັດ, ເຊິ່ງນຳໜ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ໄດ້ຮັບການສະໜັບສະໜູນ, ຕອບສະໜອງຈາກ ທົ່ວປວງຊົນ, ທົ່ວກອງທັບ. ມີພະນັກງານຫຼັກແຫຼ່ງຫຼາຍຄົນ, ນັບທັງພະນັກງານໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການຖືກສືບສວນໜ້າທີ່ຮັບຜິດຊອບກ່ຽວກັບການກະທຳສໍ້ລາດບັງຫຼວງ, ຕັ້ງໃຈກະທຳຜິດກໍ່ຄວາມເສຍຫາຍຢ່າງໜັກໜ່ວງ. ມີຫຼາຍ ຄະດີເສດຖະກິດໃຫຍ່, ສັບສົນຖືກຍົກອອກມາພິພາກສາ.

ຄຳເວົ້າຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່ຽວກັບຄວາມຕັດສິນໃຈໃນການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງແມ່ນ “ເມື່ອເຕົາໄຟຮ້ອນແລ້ວ, ໄມ້ສົດກໍ່ຖືກໄຟໄໝ້” ໄດ້ກາຍເປັນຄຳສັ່ງຕ້ານສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 4

4. ຫວຽດນາມ ໄດ້ປະຕິບັດສຳເລັດແລະລື່ນກາຍ 13 ຄາດໝາຍເຊິ່ງສະພາແຫ່ງຊາດມອບໝາຍໃຫ້, GDP ບັນລຸ 6,81%

ປີ 2017, ການເຕີບໂຕດ້ານເສດຖະກິດຂອງປະເທດໄດ້ຮັບການປັບປຸງ, ຫຼຸດຜ່ອນສະພາບຂຶ້ນກັນການສົ່ງອອກຊັບພະຍາກອນແຮ່ທາດ. ດັດຊະນີຄວາມສະດວກໃນການດຳເນີນທຸລະກິດປີ 2017 ໄດ້ເພີ່ມຂຶ້ນ 14 ຂັ້ນ, ຢືນອັນດັບ 68 ໃນຈຳນວນ 190 ພື້ນຖານເສດຖະກິດໂລກທີ່ໄດ້ຮັບການຕີລາຄາ. ການນຳເຂົ້າສົ່ງອອກສິນຄ້າບັນລຸ 400 ຕື້ USD. ສຳລັບດຸນການຄ້າຂອງຫວຽດນາມ ແມ່ນຫັນຈາກການນຳເຂົ້າເກີນດູນມາເປັນສົ່ງອອກເກີນດູນໃນໄລຍະ 2 ປີ: 2016 ແລະ 2017 ຢ່າງລ້ຽນຕິດ. ສະເພາະປີ 2017, ການສົ່ງອອກມີບາດກ້າວບຸກທະລຸທັງ 3 ຂົງເຂດແມ່ນ: ກະສິກຳ, ການບໍລິການ ແລະ ອຸດສາຫະກຳປຸງແຕ່ງ. ບັນລຸໄດ້ໝານຜົນດັ່ງກ່າວແມ່ນຍ້ອນມີການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ, ມີຫົວຄິດປະດິດສ້າງຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ການຮ່ວມເດີນທາງຂອງວິສາຫະກິດ ແລະ ທົ່ວສັງຄົມ. ມີການປ່ຽນໃໝ່ຫຼາຍຢ່າງ, ມີການຫັນປ່ຽນທີ່ໜ້າປະທັບໃຈ, ໂດຍສະເພາະແມ່ນໃນລະບອບລະບຽບການ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນ 5.000 ລະບຽບການບໍລິຫານ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 5

5. ແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງເໜືອ-ໃຕ້  ເຊິ່ງສະພາແຫ່ງຊາດຮັບຮອງເອົາ

ໂຄງການກໍ່ສ້າງທາງບົກທີ່ມີຄວາມໄວສູງເໜືອ - ໃຕ້ ທິດຕາເວັນອອກໄລຍະ 2017 – 2020 ດ້ວຍຍອດຈຳນວນທຶນກວ່າ 118.000 ຕື້ດົ່ງ, ມີລວງຍາວ 654 ກ.ມ ໄປຜ່ານ 13 ແຂວງ, ນະຄອນ. ເສັ້ນທາງຄວາມໄວສູງຈະສ້າງກຳລັງໜູນໃໝ່ຊຸກຍູ້   ການພັດທະນາເສດຖະກິດ, ຍົກສູງກຳລັງແກ່ງແຍ້ງ. ຍັງມີໂຄງການຄົມມະນາຄົມໃຫຍ່ໜຶ່ງອີກທີ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດນັ້ນແມ່ນກະກຽມບັນດາຂັ້ນຕອນ ເພື່ອກໍ່ສ້າງທ່າອາກາດສະຍານສາກົນລອງແທ່ງ ດ້ວຍຍອດຈຳນວນເງິນຂຶ້ນເຖິງ 23.000 ຕື້ດົ່ງ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 6

6. ຈັດຕັ້ງບັນດາວັນບຸນໃຫຍ່ສຳຄັນຂອງປະເທດຊາດສຳເລັດຜົນ

        ປີ 2017, ທົ່ວປະເທດໄດ້ດຳເນີນການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍຫຼາຍຢ່າງຄື: ສະເຫຼີມສະຫຼອງ 70ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2017); ສະເຫຼີມສະຫຼອງ 100 ປີແຫ່ງການຕິວັດເດືອນຕຸລາລັດເຊຍ (01 ພະຈິກ 1917 – 27 ພະຈິກ 2017); ປີສາມັກຄີມິດຕະພາບຫວຽດນາມ - ລາວ; ປີມິດຕະພາບຫວຽດນາມ - ກຳປູເຈຍ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 7

7. UNESCO ເຊີດຊູຂັບບ່າຍຈ່ອຍ, ຂັບຊວານ ຢູ່ບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ເປັນຕົວແທນຂອງມວນມະນຸດ

        ເລື່ອງຫວຽດນາມມີມໍລະດົກວັດທະນະທຳທີ່ໄດ້ຮັບການຮັບຮອງຈາກ  UNESCO ຕື່ມອີກ ນັ້ນໄດ້ມີຄວາມໝາຍສຳຄັນຍິ່ງ, ປະກອບສ່ວນໂຄສະນາ ແລະ ຢືນຢັນສີສັນວັດທະນະທຳຂອງຫວຽດນາມ ຕໍ່ເພື່ອນມິດສາກົນ; ຢືນຢັນບັນດາຄຳໝັ້ນສັນຍາຂອງຫວຽດນາມ ສຳລັບວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຫວຽດນາມ ແລະ ມວນມະນຸດ; ເຄົາລົບວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ, ຕິດພັນກັບປະຊາຄົມ, ສົ່ງເສີມການເຈລະຈາລະຫວ່າງບັນດາສ່ວນບຸກຄົນ, ບັນດາປະຊາຄົມ ແລະ ບັນດາເຜົ່າແຕກຕ່າງກັນ… ຖືກຕາມຄະຕິທິດແລະ ຈຸດໝາຍອັນສູງສົ່ງຂອງ UNESCO.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 8

8. ການເຄື່ອນໄຫວກິລາຢູ່ພາຍໃນປະເທດ,ພາກພື້ນແລະສາກົນບັນລຸໄດ້ບັນດາຜົນງານສູງ

        ຄະນະນັກກິລາຫວຽດນາມ ຮັກສາລະດັບທີ 3 ທົ່ວຄະນະຢູ່ SEA Games 29, ທີ່ຄວ້າໄດ້ 169 ຫຼຽນ (ໃນນັ້ນມີຫຼຽນຄຳ 59 ຫຼຽນ). ພິເສດແມ່ນປະເພດກິລາ ແລ່ນ ແລະ ລານ, ຫວຽດນາມ ໄດ້ບື່ນຕົວຂຶ້ນຢືນອັນດັບໜຶ່ງຂອງພາກພື້ນດ້ວຍຫຼຽນຄຳ 17 ຫຼຽນ. ທີ່ Para Games, ຄະນະນັກກິລາຫວຽດນາມ ເປັນຄັ້ງທີ 2 ຢືນອັນດັບທີ 4 ທົ່ວຄະນະທີ່ຄວ້າໄດ້ 161 ຫຼຽນ, ໃນນັ້ນຄວ້າໄດ້ຫຼຽນຄຳ 40 ຫຼຽນ.

        ແລະກໍ່ໃນປີຜ່ານມາ, ກິລາຫວຽດນາມ ໄດ້ຮັບຮູ້ຜົນງານທີ 9 ຂອງທົ່ວຄະນະກິລາຢູ່ງານມະຫາກຳລິລາໃນຮົ່ມ ແລະ ມວຍສິລະປະອາຊີ, ໃນນັ້ນຜົນງານໃຫຍ່ກວ່າໝູ່ແມ່ນຂອງນັກກິລາປະເພດໝາກຮຸກສາກົນ ເລກວາງລຽມ, ທີ່ຄ້ວາໄດ້ຫຼຽນຄຳ 3 ຫຼຽນ. ຫວຽດນາມ ກໍ່ຈັດຕັ້ງງານແຂ່ງຂັນ Futsal ຊິງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ ແລະ ງານແຂ່ງຂັນຊິງຊະນະເລີດ Futsal ທົ່ວປະເທດ ສ້າງທ່ວງທ່າໃຫ້ແກ່ບານເຕະໃນຮົ່ມຫວຽດນາມ ພັດທະນາຢ່າງແຮງ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 9

9. ນ້ຳຖ້ວມ ແລະ ພາຍຸມີຄວາມແຮງບໍ່ເຄີຍມີມາກ່ອນໄດ້ກໍ່ຄວາມສາຍຫາຍຢ່າງໜັກໜ່ວງຈາກພາກເໜືອຕະຫຼອດຮອດພາກໃຕ້

        ລູກພາຍຸ ແລະ ຝົນຕົກໜັກສືບຕໍ່ເກີດຂຶ້ນຢ່າງລຽນຕິດນັບແຕ່ຕົ້ນເດືອນ ສິງຫາ ຮອດເດືອນ ພະຈິກ, ໄດ້ກໍ່ໃຫ້ເກີດນ້ຳຖ້ວມ, ດິນເຊາະເຈື່ອນ ຢ່າງໜັກໜ່ວງຢູ່ບັນດາທ້ອງຖິ່ນທິດຕາເວັນຕົກສ່ຽງເໜືອ ແລະ ພາກກາງ. ໄລ່ສະເພາະພາຍຸລູກທີ 12 ພັດເຂົ້າແຂວງແຄ໋ງຮ່ວາ ໄດ້ເຮັດໃຫ້ 100 ຄົນເສຍຊີວິດ, ຫຼາຍສິບຄົນຫາຍສາບສູນ. ປີ 2017 ໃກ້ຈະໝົດແລ້ວ, ແຕ່ພາຍຸລູກທີ 15, 16 ພ້ອມກັບຝົນຕົກໜັກຍັງຄົງສືບຕໍ່ພັດເຂົ້າເຂດທະເລ ແລະ ບັນດາແຂວງທາງພາກໃຕ້. ຄິດໄລ່ທັງປີ 2017, ໄພພິບັດທຳມະຊາດ, ພາຍຸ, ນ້ຳຖ້ວມ ໄດ້ເຮັດໃຫ້ 380 ຄົນເສຍຊີວິດ; ເນື້ອທີ່ຜະລິດກະສິກຳ ແລະ ລ້ຽງປຸກສິນໃນນ້ຳ, ສັດຖືກເສຍຫາຍເປັນຈຳນວນຫຼວງຫຼາຍ; ບັນດາກິດຈະກຳ ກໍ່ສ້າງພື້ນຖານໂຄງລ່າງ ແລະ ເຮືອນຊານຂອງປະຊາຊົນຖືກເຊາະເຈື່ອນ, ເປ່ຫເພ, ຖືກນຳ້ຊຸໄປຫຼາຍ. ຄວາມເສຍຫາຍແມ່ນຂຶ້ນເຖິງນັບໝື່ນຕື້ດົ່ງ.

10 ເຫດການ, ບັນຫາພົ້ນເດັ່ນພາຍໃນປະເທດປີ 2017 - ảnh 10

 10. ຍັງມີບັນດາຄວາມຜິດພາດ, ຍັງຄົງຄ້າງໃນການກໍ່ສ້າງ, ຄຸ້ມຄອງ, ຂຸດຄົ້ນ BOT ຄົມມະນາຄົມ; ອຸບັດຕິເຫດຍັງບໍ່ທັນຫຼຸດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ