10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

(VOVWORLD) - ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກ້າວເຂົ້າສູ່ປີທີສອງດ້ວຍຄວາມດຸເດືອດທີ່ຍັງບໍ່ຫລຸດລົງເທື່ອ. ມາຮອດປະຈຸບັນ, ຍັງບໍ່ມີສັນຍານດ້ານການທູດໃດໆ ທີ່ສະແດງໃຫ້ເຫັນວ່າ ລັດເຊຍ ແລະ ຢູແກຼນ ຈະດຳເນີນການເຈລະຈາເພື່ອຢຸດຕິການປະທະກັນ.
 
10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 1(ພາບປະກອບຈາກ Reuters)

1. ສົງຄາມ, ການປະທະກັນເກີດຂຶ້ນຢູ່ຫຼາຍແຫ່ງໃນໂລກ

ວັນທີ 7 ຕຸລາ, ຂະບວນການຊາວອິດສະລາມ ຮາມາດ, ກຳລັງກຳອຳນາດຢູ່ເຂດ ກາຊາ ໄດ້ເປີດການບຸກໂຈມຕີເຂົ້າ ອິດສະຣາແອນ, ເຂັ່ນຂ້າກ່ວາ 700 ຄົນ ແລະ ຈັບຕົວພົນລະເມືອງ ອິດສະຣາແອນ ກ່ວາ 100 ຄົນ. ເພື່ອໂຕ້ຕອບຄືນ, ລັດຖະບານ ອິດສະຣາແອນ ໄດ້ເປີດບັ້ນບຸກໂຈມຕີການທະຫານຄັ້ງໃຫຍ່ສຸດນັບແຕ່ປີ 1973 ເຂົ້າໃສ່ເຂດ ກາຊາ, ດ້ວຍຈຸດປະສົງ ດັບສູນກຳລັງຮາມາດ ຢ່າງສົມບູນ. ການປະທະກັນລະຫວ່າງຮາມາດ - ອິດສະຣາແອນ ຍັງຄົງສືບຕໍ່ຜັນແປໄປນັບມື້ນັບດຸເດືອດ, ເຮັດໃຫ້ກ່ວາ 20.000 ຄົນເສຍຊີວິດຢູ່ທັງ 2 ຝ່າຍ, ກໍ່ໃຫ້ເກີດສະພາບວິກິດການມະນຸດສະທຳທີ່ໜັກໜ່ວງ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກ້າວເຂົ້າສູ່ປີທີສອງດ້ວຍຄວາມດຸເດືອດທີ່ຍັງບໍ່ຫລຸດລົງເທື່ອ. ມາຮອດປະຈຸບັນ, ຍັງບໍ່ມີສັນຍານດ້ານການທູດໃດໆ ທີ່ສະແດງໃຫ້ເຫັນວ່າ ລັດເຊຍ ແລະ ຢູແກຼນ ຈະດຳເນີນການເຈລະຈາເພື່ອຢຸດຕິການປະທະກັນ.

ບັນດາການປະທະກັນອື່ນໆທີ່ເກີດຂຶ້ນຢູ່ ຊູດັງ, ມຽນມາ, ເຢເມນ… ພ້ອມກັບເລື່ອງ ສປປ ເກົາຫຼີ ຍິງທົດລອງລູກສອນໄຟຢ່າງຕໍ່ເນື່ອງນັ້ນ, ຫຼາຍປະເທດກໍ່ໄດ້ຍູ້ແຮງການລົງທຶນດ້ານການທະຫານ ເຊິ່ງສະແດງໃຫ້ເຫັນວ່າ ໂລກເຕັມໄປດ້ວຍຄວາມຂາດສະຖຽນລະພາບ. ການປະທະກັນເກີດຂຶ້ນຢ່າງຕໍ່ເນື່ອງ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງຄວາມໝັ້ນຄົງທົ່ວໂລກ, ສົ່ງຜົນສະທ້ອນຢ່າງແຮງຕໍ່ເສດຖະກິດການເມືອງໂລກ.

2. ເສດຖະກິດທົ່ວໂລກຊັກຊ້າ, ມືດມົວ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 2(ພາບປະກອບຈາກ Reuters)

        ຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ -19, ບັນດາການປະທະກັນ, ຄວາມຂາດສະຖຽນລະພາບດ້ານການເມືອງຢູ່ຫຼາຍແຫ່ງໃນໂລກ ເຮັດໃຫ້ປີ 2023 ສືບຕໍ່ແມ່ນປີທີ່ເສດຖະກິດໂລກມືດມົວ. ການຄ້າສິນຄ້າຫລຸດລົງ, ໄພເງິນເຟີ້ເພີ່ມຂຶ້ນ, ໜີ້ສາທາລະນະຂອງຫຼາຍປະເທດເພີ່ມຂຶ້ນສູງ. ທະນາຄານໂລກ (WB) ຖືວ່າ: ການເຕີບໂຕຂອງເສດຖະກິດທົ່ວໂລກບໍ່ເກີນ 2,1%, ສ່ວນກອງທຶນເງິນຕາສາກົນ (IMF) ຄາດວ່າ ລະດັບການເຕີບໂຕຈະບັນລຸພຽງແຕ່ປະມານ 3% ເທົ່ານັ້ນ. ບັນດາຄວາມຫຍຸ້ງຍາກຍັງບໍ່ທັນສາມາດແກ້ໄຂໄດ້ ເຮັດໃຫ້ການຄາດຄະເນເສດຖະກິດໂລກປີ 2024 ອາດຈະມືດມົວກ່ວາ.

3. ວິນາດສະກຳ, ໄພທຳມະຊາດນັບມື້ນັບຮ້າຍແຮງກ່ວາ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 3(ພາບປະກອບຈາກ Reuters)

        ເຫດແຜ່ນດິນໄຫວຢູ່ ຕວກກີ, ຊີຣີ, ມາຣົກ, ອາບການິດສະຖານ ແລະ ຈີນ ເຮັດໃຫ້ນັບໝື່ນໆຄົນເສຍຊີວິດ; ໄພນ້ຳຖ້ວມຢູ່ ລີບີ ເຮັດໃຫ້ກ່ວາ 10.000 ເສຍຊີວິດ; ໄຟໄໝ້ປ່າ ຢູ່ ຮາວາຍ, ໄພແຫ້ງແລ້ງຢູ່ອາຊີ ກາງ… ປີ 2023, ກາຍເປັນປີທີ່ໄດ້ເກີດໄພທຳມະຊາດຫຼາຍ ແລະ ແມ່ນປີທີ່ມີອາກາດຮ້ອນທີ່ສຸດໃນປະຫວັດສາດ. ການປ່ຽນແປງຂອງດິນຟ້າອາກາດມີການຜັນແປຢ່າງຮ້າຍແຮງ ແລະ ສົ່ງຜົນກະທົບເຖິງທຸກໆປະເທດ, ເຊິ່ງຮຽກຮ້ອງໃຫ້ບັນດາການເຄື່ອນໄຫວພັດທະນາເສດຖະກິດ - ສັງຄົມ ຕ້ອງຄິດໄລ່ຊັ່ງຊາເຖິງຜົນຮ້າຍຢ້ອນຫຼັງ ທີ່ແກ່ຍາວຕໍ່ສິ່ງແວດລ້ອມ.

4. ເປີດກ້ວາງບັນດາອົງການຫຼາຍຝ່າຍ: ເພີ່ມທະວີບົດບາດຂອງບັນດາປະເທດ ພວມພັດທະນາ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 4(ພາບປະກອບຈາກ Reuters)

        ສະຫະພາບ ອາຟຣີກາ ໄດ້ຮັບເຂົ້າເປັນສະມາຊິກຂອງ G20 (ກຸ່່ມບັນດາພື້ນຖານໃຫຍ່ສຸດຂອງໂລກ) ທີ່ກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນໃນວັນທີ 9 ກັນຍາ 2023 ຢູ່ ອິນເດຍ; ກຸ່ມ BRICS (ເຊິ່ງລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟຣີກາໃຕ້) ຕັດສິນໃຈຈະຮັບອີກ 6 ປະເທດເຂົ້າເປັນສະມາຊິກ ນັບແຕ່ຕົ້ນປີ 2024. ເລື່ອງບັນດາອົງການຫຼາຍຝ່າຍເປີດກ້ວາງນັ້ນ ໄດ້ຮັບຖືວ່າ ແມ່ນການກະທຳທີ່ສຳຄັນ, ສະແດງບົດບາດທີ່ນັບມື້ນັບເພີ່ມຂຶ້ນ ຂອງບັນດາປະເທດພວມພັດທະນາ ແລະ ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ໃນການຊຸກຍູ້ລັດທິຫຼາຍຝ່າຍ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດໂລກ ໃຫ້ເໝາະສົມກັບສະພາບການຕົວຈິງຂອງໂລກໃນປະຈຸບັນກ່ວາອີກ.

5. ກອງປະຊຸມສຸດຍອດ ອາເມລິກາ - ຈີນ: ມານະພະຍາຍາມຄວບຄຸມສົງຄາມຍຸດທະສາດ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 5(ພາບປະກອບຈາກ Reuters)

        ວັນທີ 15 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຈັດການພົບປະຄັ້ງສຸດຍອດ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຊອກຫາການຮ່ວມມືທີ່ແໜ້ນແຟ້ນກ່ວາ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນການພົບປະເຊິ່ງໜ້າລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານປະທານປະເທດ ຈີນ ໃນໜຶ່ງປີມານີ້, ໃນສະພາບຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ - ຈີນ ສືບຕໍ່ເພີ່ມຂຶ້ນ ຍ້ອນກ່ຽວຂ້ອງເຖິງບັນຫາ ໄຕ້ຫວັນ, ເຫດການ ອາເມລິກາ ຍິງໜ່ວຍບາລູນຂອງຈີນ ຕົກ ແລະ ບັນດາການປະທະກັນທີ່ກ່ຽວຂ້ອງດ້ານການຄ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງທາງອິນເຕີເນັດ. ເຖິງວ່າ ບັນລຸໄດ້ການດັດປັບຫຼາຍພໍສົມຄວນແລ້ວ, ແຕ່ທ່າອ່ຽງແກ່ງແຍ້ງ, ຍາດແຍ່ງອິດທິພົນສົ່ງຜົນກະທົບລະຫວ່າງສອງປະເທດໃນທຸກຂົງເຂດ, ຢູ່ບັນດາພາກພື້ນສຳຄັນນັ້ນ ຄາດວ່າຈະສືບຕໍ່ເພີ່ມຂຶ້ນ.

6. ການກໍ່ລັດຖະປະຫານເກີດຂຶ້ນຢ່າງລຽນຕິດຢູ່ບັນດາປະເທດ ອາຟຣີກາ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 6(ພາບປະກອບຈາກ Reuters)

        ໃນເວລາພຽງໜຶ່ງປີ, ການກໍ່ລັດຖະປະຫານ 2 ຄັ້ງໂດຍກຳລັງການທະຫານນຳໜ້າໄດ້ເກີດຂຶ້ນຢູ່ ນີເຊ ແລະ ກາບົງ ໄດ້ເຊື່ອມຕໍ່ກະແສຟອງກໍ່ລັດຖະປະຫານຢູ່ ອາຟຣີກາ ທີ່ເກີດຂຶ້ນໃນຕະຫຼອດ 70 ປີຜ່ານມາ, ກໍ່ໃຫ້ເກີດຫຼາຍຜົນຕາມມາຢ່າງໜັກໜ່ວງ, ເຮັດໃຫ້ລະບອບອະທິປະໄຕຢູ່ທະວີບນີ້ ອ່ອນແອລົງ, ສົ່ງຜົນກະທ້ອນຫຍໍ້ທໍ້ເຖິງເສດຖະກິດ ແລະ ມີຄວາມສ່ຽງເກີດການກໍ່ການຮ້າຍເພີ່ມຂຶ້ນ. ຄວາມຂາດສະຖຽນລະພາບດ້ານການເມືອງ ຍິ່ງເຮັດໃຫ້ບັນຫາຄວາມທຸກຍາກອຶດຫິວ, ສະພາບຂາດຄວາມສະເໝີພາບທາງສັງຄົມ ນັບມື້ນັບຮ້າຍແຮງ. ອາຟຣີກາ ຍັງຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ຄື: ການປະທະກັນ, ການແບ່ງແຍກດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ເຊື້ອຊາດຜິວພັນ.

7. ປັນຍາປະດິດ (AI) ພັດທະນາກະໂດດຂັ້ນ: ໂອກາດ ແລະ ຄວາມສ່ຽງ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 7(ພາບປະກອບຈາກ Reuters)

         ປີ 2023, ພາຍຫຼັງການພັດທະນາເລີ່ມຕົ້ນຂອງ Chat GPT, ບັນດາແອັບພຣີເຄຊັ່ນ ປັນຍາປະດິດ (AI) ຄື: Google Bard, Microsoft Bing, Whisper, Codex, Midjourney, DALL-E… ໄດ້ສ້າງການກະທົບແບບທີ່ບໍ່ເຄີຍມີມາກ່ອນເຖິງບັນດາຂົງເຂດຂອງຊີວິດການເປັນຢູ່ໃນໂລກ. ເຖິງວ່າ, ລັດຖະບານຂອງຫຼາຍປະເທດ ໄດ້ມານະພະຍາຍາມຫັນການຄຸ້ມຄອງ AI ເປັນນິຕິກຳແລ້ວກໍ່ຕາມ, ແຕ່ການພັດທະນາຢ່າງວ່ອງໄວຂອງ AI ຍັງເຮັດໃຫ້ເພີ່ມຄວາມວິຕົກວັງວົນ ກ່ຽວກັບຫຼາຍດ້ານທີ່ອາດຈະສົ່ງຜົນສະທ້ອນຫຍໍ້ທໍ້ເຖິງມະນຸດ ແລະ ສັງຄົມ, ນັ້ນແມ່ນການຂາດຄວາມໝັ້ນຄົງ, ການສໍ້ໂກງ, ຕົວະຍົວະທາງອິນເຕີເນັດ, ຄວາມວິຕົກວັງວົນ AI ອາດຈະບັນລຸຄວາມກ້າວໜ້າຄື ປັນຍາຂອງມະນຸດ ຫຼື ສະຫຼາດກ່ວາມະນຸດ. ເລື່ອງເຮັດແນວໃດໃຫ້ການພັດທະນາຂອງ AI ແມ່ນເພື່ອຮັບໃຊ້ຄວາມກ້າວໜ້າຂອງມວນມະນຸດ, ຈຳກັດຜົນກະທົບຫຍໍ້ທໍ້ຂອງເຕັກໂນໂລຊີນີ້ ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດຂອງໂລກ.

8. COP28 ກັບຂໍ້ຕົກລົງປະຫວັດສາດກ່ຽວກັບເຊື້ອເພີງຟອກຊິວ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 8(ພາບປະກອບຈາກ Reuters)

        ວັນທີ 13 ທັນວາ 2023, ແມ່ນບາດກ້າວ “ປະຫວັດສາດ”, ໃນຂະນະທີ່ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 28 (COP28) ຈັດຂຶ້ນຢູ່ ດູໄບ ໄດ້ຮັບຮອງເອົາຂໍ້ຕົກລົງພິເສດ ໂດຍຮຽກຮ້ອງຕ້ອງຫັນປ່ຽນການນຳໃຊ້ເຊື້ອເພີງຟອກຊິວ ໃນບັນດາລະບົບພະລັງງານຢ່າງຍຸຕິທຳ, ເປັນລະບຽບຮຽບຮ້ອຍ ແລະ ເໝາະສົມ, ກ້າວໄປເຖິງການຫລຸດຜ່ອນອາຍພິດລົງລະດັບ 0 ໃນປີ 2050, ເພີ່ມຂຶ້ນທົບ 3 ເທົ່າສະມັດຕະພາບພະລັງງານທົດແທນໃນທົ່ວໂລກ ໃນປີ 2030. ຂໍ້ຕົກລົງນີ້ໄດ້ຢັ້ງຢືນວ່າ: ມວນມະນຸດໄດ້ເປີດສັງກາດ ອຳລາການນຳໃຊ້ພະລັງງານຟອກຊິວ, ເພື່ອແນໃສ່ປົກປັກຮັກສາໜ່ວຍໂລກ ໃຫ້ຫລຸດພົ້ນອອກຈາກການເພີ່ມຂຶ້ນຂອງອຸ່ນຫະພູມໜ່ວຍໂລກ, ກັບບັນດາຜົນຮ້າຍຢ້ອນຫຼັງທີ່ເກີນການຄວບຄຸມ. ຂໍ້ຕົກລົງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກ 200 ປະເທດສະມາຊິກທີ່ເຂົ້າຮ່ວມ COP28, ແຕ່ບັນຫາຕໍ່ໄປ ນັ້ນແມ່ນບັນດາກະທຳທີ່ມີປະສິດທິຜົນເພື່ອປະຕິບັດ.

9. ອິນເດຍ ຕັ້ງຄວາມຫວັງສູງຢາກກາຍເປັນປະເທດມະຫາອຳນາດພິຊິດຈັກກະວານ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 9(ພາບປະກອບຈາກ Reuters)

        ວັນທີ 23 ສິງຫາ 2023, ເປັນຄັ້ງທຳອິດ, ຍານອາວະກາດຂອງ ອິນເດຍ ໄດ້ລົງຈອດຢູ່ຂົ້ວໃຕ້ຂອງ ດວງຈັນ ສຳເລັດຜົນ, ນຳ ອິນເດຍ ກາຍເປັນປະເທດທີ 4 ທີ່ລົງຈອດຢູ່ດວງຈັນ ຖັດຈາກ ອາເມລິກາ, ຈີນ ແລະ ໂຊວຽດ (ເກົ່າ) ແລະ ກໍ່ແມ່ນປະເທດທຳອິດທີ່ປະສົບຜົນສຳເລັດໃນການນຳຍານອາວະກາດລົງຈອດຢູ່ຂົ້ວໃຕ້ຂອງດວງຈັນ, ເຊິ່ງເປັນເຂດທີ່ໄດ້ຮັບຖືວ່າ ແມ່ນ “ເຂດມືດຂອງດວງຈັນ”. ຫຼັງຈາກນັ້ນ, ຄືວັນທີ 2 ກັນຍາ, ອິນເດຍ ພັດໄດ້ຍິງລູກສອນໄຟນຳຍານອາວະກາດຂຶ້ນໄປຄົ້ນຄ້ວາກ່ຽວກັບດວງຕາເວັນ. ບັນດາຜົນສຳເລັດດັ່ງກ່າວນີ້ ໄດ້ນຳ ອິນເດຍ ກາຍເປັນປະເທດມະຫາອຳນາດໃນຂົງເຂດອາວະກາດ.

10. ໂລກຜ່ານຜ່າໄລຍະໂລກລະບາດໂຄວິດ  - 19: ຜົນຕາມມາ ແລະ ບົດຮຽນ

10 ເຫດການ, ບັນຫາສາກົນພົ້ນເດັ່ນປີ 2023 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 10(ພາບປະກອບຈາກ Reuters)

        ວັນທີ 5 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ປະກາດຢຸດຕິສະພາບສຸກເສີນທົ່ວໂລກສຳລັບ ໂລກລະບາດໂຄວິດ - 19. ນີ້ແມ່ນຂີດໝາຍທາງການ ເພື່ອຢຸດຕິວິກິດການການແພດທົ່ວໂລກ ທີ່ໃຫຍ່ທີ່ສຸດໃນຮອບເວລາກ່ວາໜຶ່ງສະຕະວັດຜ່ານມາ, ພາຍຫຼັງ 3 ປີທີ່ເກີດໂລກລະບາດ. ກ່ວາ 765 ລ້ານກໍລະນີຕິດໂຄວິດ - 19 ນັບແຕ່ເວລາໂລກລະບາດເກີດຂຶ້ນ, ມີເກືອບ 7 ລ້ານຄົນເສຍຊີວິດ. ບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງໂລກລະບາດໂຄວິດ - 19 ໄດ້ຕັ້ງຄຳຖາມໃຫຍ່ໃຫ້ໂລກ ກ່ຽວກັບຄວາມສາມາດຂອງມະນຸດ ເມື່ອຮັບມືກັບໂລກລະບາດຄັ້ງໃຫຍ່ ແລະ ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງ ກ່ຽວກັບດ້ານເສດຖະກິດ, ສັງຄົມ, ການເມືອງ… ເຊິ່ງໂລກລະບາດກໍ່ຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ