10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

(VOVWORLD) -ເຖິງວ່າໂລກລະບາດໂຄວິດ - 19 ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງກໍ່ຕາມ, ແຕ່ດ້ວຍການ ບໍລິຫານຢ່າງຂ້ຽວຂາດ, ມີໄຫວພິບຂອງລັດຖະບານ, ຄວາມເປັນຈິດຫນຶ່ງໃຈດຽວ ຄວາມຕັດສິນໃຈຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ, ຄາດຄະເນວ່າ GDP ຂອງ ຫວຽດນາມປີ 2021 ຍັງມີການເຕີບໂຕເປັນບວກ; ວົງເງິນການສົ່ງອອກ, ນຳເຂົ້າບັນລຸລະດັບສະຖິຕິກວ່າ 600 ຕື້ USD. ປີ 2021 ກໍ່ແມ່ນຂີດໝາຍການພັດທະນາຢ່າງກະໂດດຂັ້ນຂອງການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ.

1.ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມ

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 1
ພາບປະກອບ: vov.vn

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢັ້ງຢືນວ່າ: “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມ”. ກອງປະຊຸມໄດ້ວາງອອກ 6 ຫນ້າທີ່ຈຸດສຸມ ແລະ 3 ບາດກ້າວບຸກທະລຸຍຸດທະສາດ: ຕັດສິນທິດທາງ, ເປົ້າໝາຍ, ຫນ້າທີ່ຂອງການປະຕິວັດ ຫວຽດນາມ ໃນໄລຍະ 5 ປີຈະມາເຖິງ, ນັ້ນແມ່ນ ຮອດປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄຫມ, ຫຼຸດພົ້ນອອກຈາກລາຍຮັບລະດັບປານກາງຕ່ຳ, ວາງອອກທິດທາງຮອດປີ 2030, ສະເຫລີມສະຫລອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄຫມ, ລາຍຮັບຢູ່ໃນລະດັບປານກາງສູງ ແລະ ວິໄສທັດຮອດປີ 2045, ສະເຫລີມສະຫລອງ 100 ປີແຫ່ງວັນສະຖາປະນາປະເທດ, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

2. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ປະສົບຜົນສຳເລັດໃນສະພາບໂລກລະບາດໂຄວິດ 19 ລະບາດຂຶ້ນຢ່າງຮ້າຍແຮງ

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 2
ພາບປະກອບ: vov.vn

ວັນທີ 23 ພຶດສະພາປີ 2021, ຜູ້ມີສິດເລືອກຕັ້ງເກືອບ 70 ລ້ານຄົນຢູ່ຫວຽດນາມ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງ (ບັນລຸອັດຕາ 99,6% ຜູ້ມີສິດເລືອກຕັ້ງໄປປ່ອນບັດ) ເພື່ອເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV  ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026 ແມ່ນຫລາຍກວ່າກ່ຽວກັບຈຳນວນ ແລະ ສູງກວ່າ ກ່ຽວກັບອັດຕາເມື່ອທຽບໃສ່ການເລືອກຕັ້ງຊຸດກ່ອນ

ການເລືອກຕັ້ງໄດ້ດຳເນີນໄປຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ສະເຫມີພາບ, ຮັບປະກັນຄວາມປອດໄພ, ປະຢັດ ແລະ ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນທັງຊາດ.

3. ໂລກລະບາດໂຄວິດ - 19 ກໍ່ຜົນຮ້າຍຢ່າງໜັກໜ່ວງ. ຫວຽດນາມ ຜັນຂະຫຍາຍບັ້ນ ສັກວັກຊິນໃຫຍ່ທີ່ສຸດໃນປະຫວັດສາດ.

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 3
ພາບປະກອບ: vov.vn

        ໂລກລະບາດ ໂຄວິດ - 19 ແຜ່ລະບາດຮອບທີ 4, ສ່ວນຫຼາຍແມ່ນສາຍພັນ Delta ຂອງໄວລັດ SARS-CoV-2, ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງ ທັງທາງດ້ານມະນຸດ ແລະ ຊັບສິນຂອງບັນດາແຂວງ, ນະຄອນ, ພິເສດແມ່ນນະຄອນ ໂຮ່ຈີມີນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ. ໂລກລະບາດໄດ້ເຮັດໃຫ້ ເກືອບ 30.000 ຄົນເສຍຊີວິດ, ຜົນເສຍຫາຍດ້ານເສດຖະກິດແມ່ນ 346.000 ຕື້ດົງ.

        ໄປຄຽງຄູ່ກັບການສ້າງກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດ “ການທູດວັກຊິນ”, ຜັນຂະຫຍາຍ ບັ້ນສັກວັກຊິນໃຫຍ່ທີ່ສຸດໃນປະຫວັດສາດແຫ່ງການສັກວັກຊິນ. ສິ້ນສຸດປີ 2021, ຫວຽດນາມ ໄດ້ສຳເລັດການສັກວັກຊິນ 2 ເຂັມໃຫ້ຜູ້ມີອາຍຸ 18 ປີຂຶ້ນໄປ, ສຳເລັດການສັກວັກຊິນເຂັມທຳອິດໃຫ້ເດັກອາຍຸແຕ່ 12 ຫາ 18 ປີ.

ວຽກງານການປ້ອງກັນ, ຕ້ານໂລກລະບາດໄດ້ຫັນປ່ຽນຈາກທິດນຳ “zero ໂຄວິດ” ໄປເປັນການ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມຢ່າງມີປະສິດທິຜົນ ກັບໂລກລະບາດໂຄວິດ - 19”. ຫຼາຍນະໂຍບາຍຮັບປະກັນຊີວິດສັງຄົມ ໄດ້ຜັນຂະຫຍາຍ, ໜູນຊ່ວຍຜູ້ອອກແຮງງານ, ຜູ້ມີຄວາມສ່ຽງຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.

        ດ້ວຍບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ສຸມກຳລັງ, ມາຮອດປະຈຸບັນ, ໂລກລະບາດໂຄວິດ 19 ເຖິງວ່າຍັງຜັນແປຢ່າງສັບສົນກໍ່ຕາມ, ແຕ່ກໍ່ໄດ້ຄວບຄຸມດີພໍສົມຄວນ.

4. ຜ່ານຜ່າ “ພາຍຸ” ໂຄວິດ - 19, GDP ຫວຽດນາມ ຍັງຄົງບັນລຸການເຕີບໂຕເປັນບວກ. ມີຫຼາຍປັດໄຈຕັ້ງໜ້າໄດ້ສ້າງທ່ວງທ່າການຟື້ນຟູເສດຖະກິດໃນປີ 2022.

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 4
ພາບປະກອບ: vov.vn

ເຖິງວ່າໂລກລະບາດໂຄວິດ - 19 ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງກໍ່ຕາມ, ແຕ່ດ້ວຍການ ບໍລິຫານຢ່າງຂ້ຽວຂາດ, ມີໄຫວພິບຂອງລັດຖະບານ, ຄວາມເປັນຈິດຫນຶ່ງໃຈດຽວ ຄວາມຕັດສິນໃຈຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ, ຄາດຄະເນວ່າ GDP ຂອງ ຫວຽດນາມປີ 2021 ຍັງມີການເຕີບໂຕເປັນບວກ; ວົງເງິນການສົ່ງອອກ, ນຳເຂົ້າບັນລຸລະດັບສະຖິຕິກວ່າ 600 ຕື້ USD. ປີ 2021 ກໍ່ແມ່ນຂີດໝາຍການພັດທະນາຢ່າງກະໂດດຂັ້ນຂອງການຄ້າເອເລກໂຕນິກ ແລະ ເສດຖະກິດດີຈີຕອນ.

        ບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນ ຫວຽດນາມ ໄດ້ນຳໃຊ້ ແລະ ປັບປຸງບັນດານະໂຍບາຍການເງິນ ແລະ ເງິນຕາກໍ່ຄືບັນດານະໂຍບາຍມະຫາພາກອື່ນໆຢ່າງຄົບຊຸດ. ສະພາແຫ່ງຊາດກໍ່ວາງອອກຫຼາຍມະຕິກ່ຽວກັບການເງິນງົບປະມານ, ການລົງທຶນພາກລັດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ລັດຖະບານກໍ່ໄດ້ສ້າງລາຍການສັງລວມເພື່ອຟື້ນຟູເສດຖະກິດ - ສັງຄົມຕາມທິດນຳຮັບມືຢ່າງປອດໄພ ແລະ ມີໄຫວພິບ; ກໍ່ສ້າງຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

5. ຍູ້ແຮງບັນດາການເຄື່ອນໄຫວດ້ານການທູດ, ຍົກສູງທີ່ຕັ້ງຂອງປະເທດຊາດໃນເວທີສາກົນ.

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 5
ພາບປະກອບ: vov.vn

ປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຍັງຜັນແປຢ່າງສັບສົນໃນໂລກກໍ່ຕາມ, ແຕ່ບັນດາການເຄື່ອນໄຫວການຕ່າງປະເທດ ຫລາຍຝ່າຍ ແລະ 2 ຝ່າຍຂອງ ຫວຽດນາມ ຍັງໄດ້ດຳເນີນຢ່າງຕໍ່ເນື່ອງ. ພົ້ນເດັ່ນແມ່ນເຫດການ ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບກັບບັນດາການນຳຕ່າງປະເທດ, ຕ້ອນຮັບແຂກຕ່າງປະເທດຫຼາຍຄະນະ; ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ສະຫະພັນ ລັດເຊຍ, ກູບາ, ກຳປູເຈຍ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38, 39 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ; ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ແລະ ພົບປະ 2 ຝ່າຍກັບປະມຸກລັດບັນດາປະເທດ, ໄປຢ້ຽມຢາມເຮັດວຽກຢູ່ ລາຊະອານາຈັກ ອັງກິດ, ຢ້ຽມຢາມ ສາທາລະນະລັດ ຝລັ່ງ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ໄດ້ໄປຢ້ຽມຢາມ ເອີລົບ, ສ.ເກົາຫຼີ, ອິນເດຍ…

        ປີ 2021, ກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທຳອິດໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດໜ້າທີ່ລະອຽດໃນວຽກງານພົວພັນຕ່າງປະເທດຂອງພັກ, ການທູດລັດ, ການທູດປະຊາຊົນ.

6. ກອງປະຊຸມວັດທະນະທຳທົ່ວປະເທດ ປຸກລຸກຄວາມຄາດຫວັງຂອງຊາດ, ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ກຳລັງແຮງຂອງຊາວ ຫວຽດນາມ

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 6
ພາບປະກອບ: vov.vn

ພາຍຫລັງ 75 ປີ, ນັບແຕ່ກອງປະຊຸມວັດທະນະທຳທົ່ວປະເທດປີ 1946, 1948, ກອງປະຊຸມວັດທະນະທຳທົ່ວປະເທດປີ 2021 ສືບທອດ “ວັດທະນະທຳເຍືອງທາງໃຫ້ ປະເທດກ້າວເດີນໄປ”, ຖືດ້ານວັດທະນະທຳໃຫ້ເທົ່າທຽມກັບດ້ານການເມືອງ, ເສດຖະກິດ, ສັງຄົມ. ກອງປະຊຸມໄດ້ເປີດໄລຍະພັດທະນາໃຫມ່, ວາງອອກບັນດາມາດຕະການພັດທະນາພື້ນຖານວັດທະນະທຳ ຫວຽດນາມ ກ້າວຫນ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ສ້າງຂີດໝາຍໃຫມ່ໃນເສັ້ນທາງວັດທະນາຖາວອນ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ໃນໄລຍະໃຫມ່.

7. ພາລະກິດກໍ່ສ້າງ, ປັບປຸງພັກ ສືບຕໍ່ໄດ້ຍູ້ແຮງຢ່າງຮອບດ້ານ, ມີບາດກ້າວໃຫມ່

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 7
ພາບປະກອບ: vov.vn

ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIII ໄດ້ປະກາດໃຊ້ບົດສະຫລຸບ ເລກທີ 02 ໃນນັ້ນ ຕິດພັນວຽກງານກໍ່ສ້າງ ປັບປຸງພັກ ໃສ່ກັບການສ້າງລະບົບການເມືອງ; ເພີ່ມເຕີມບັນດາປະກົດການຫຍໍ້ທໍ້ຂອງການເສື່ອມທາດຂາດຄຸນກ່ຽວກັບດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ. ກົມການເມືອງເປັນເອກະພາບເພີ່ມເຕີມເນື້ອໃນ “ການຫຍໍ້ທໍ້”, ບູລະນະຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງກາຍເປັນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້.

 8. ເປີດການດຳເນີນຄະດີ, ນຳຫລາຍຄະດີໃຫຍ່ມີລັກສະນະສັບສົນ, ຮ້າຍແຮງ ມາພິພາກສາຢ່າງເຂັ້ມງວດ

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 8
ພາບປະກອບ: vov.vn
ປີ 2021, ບັນດາຄະດີເສດຖະກິດ, ການສໍ້ລາດບັງຫລວງ ລ້ວນແຕ່ໄດ້ຮັບການແກ້ໄຂຈາກສານທຸກຂັ້ນ, ປັບໄຫມລົງໂທດຢ່າງເຂັ້ມງວດຕໍ່ຜູ້ບົງການ, ຫົວໂປ່, ສວຍໃຊ້ຖານະຕຳແຫນ່ງ, ສິດອຳນາດ ເພື່ອຢຶດເອົາຊັບສິນຂອງລັດ.
9. ສາຍທາງລົດໄຟຟ້າຕົວເມືອງ ກາດລິງ - ຮ່າດົງ ນຳເຂົ້າເຄື່ອນໄຫວຢ່າງເປັນທາງການພາຍຫລັງຖືກໂຈະໄວ້ມາຫລາຍຄັ້ງ
10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 9
ພາບປະກອບ: vov.vn

ພາຍຫລັງ 10 ປີ, ແລະ ຖືກໂຈະໄວ້ມາ 4 ຄັ້ງ, ວັນທີ 6 ພະຈິກ ປີ 2021, ສາຍທາງລົດໄຟຟ້າຕົວເມືອງ ກາດລິງ - ຮ່າດົງ ແມ່ນໂຄງການສາຍທາງລົດໄຟຟ້າຕົວເມືອງຕອນທຳອິດຂອງ ຮ່າໂນ້ຍ ແລະ ຂອງທົ່ວປະເທດ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ.

ຈາກລະດັບການລົງທຶນເບື້ອງຕົ້ນແມ່ນກວ່າ 8.770 ຕື້ດົ່ງ,  ໂຄງການໄດ້ໃຊ້ທຶນ ກໍ່ສ້າງກວ່າ 18.002 ຕື້ດົ່ງ. ຕາມຄວາມຄືບຫນ້າຂອງໂຄງການລົງທຶນໃນເບື້ອງຕົ້ນໄດ້ກຳນົດວ່າ ຈະນຳເຂົ້າໃຊ້ງານແຕ່ເດືອນ ມີຖຸນາ ປີ 2015 ເຖິງຢ່າງໃດກໍຕາມ ຮອດຕົ້ນເດືອນພະຈິກປີ 2021 ສາຍທາງລົດໄຟຟ້າຕົວເມືອງຕອນ ກາດລິງ - ຮ່າໂນ້ຍ ຈຶ່ງໄດ້ນຳເຂົ້າເຄື່ອນໄຫວ.

10. ເປັນຄັ້ງທຳອິດໃນປະຫວັດສາດ, ທິມບານເຕະແຫ່ງຊາດ ຫວຽດນາມ ໄດ້ລອດເຂົ້າຮອບຄັດເລືອກທີ 3  World Cup 2022 ພາກພື້ນ ອາຊີ

10 ເຫດການທີ່ພົ້ນເດັ່ນພາຍໃນປະເທດປີ 2021 ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 10
ພາບປະກອບ: vov.vn

ປີ 2021 ເປັນຄັ້ງທຳອິດ ທີ່ທິມບານເຕະ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກສຸດທ້າຍ World Cup ພາກພື້ນ ອາຊີ. ນີ້ບໍ່ພຽງແຕ່ແມ່ນການຮັບຮູ້ດ້ານຜົນງານເທົ່ານັ້ນ ຫາກຍັງເປັນຂີດໝາຍແຫ່ງການພັດທະນາຂອງພື້ນຖານບານເຕະ. ເລື່ອງໄດ້ທົດສອບກັບບັນດາທິມບານເຕະແຖວຫນ້າທະວີບໄດ້ຊ່ວຍໃຫ້ນັກເຕະ ຫວຽດນາມ ຍິ່ງມີບົດຮຽນ, ປະສົບການ, ຈັນຍາບັນກວ່າ ພ້ອມທັງສ້າງປະຖົມປັດໄຈເພື່ອໃຫ້ທິມບານເຕະ ຫວຽດນາມ ມີຄວາມເຊື່ອໝັ້ນກວ່າເມື່ອເຂົ້າຮ່ວມການແຂ່ງຂັນຄັ້ງໃຫຍ່ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ