10 ເຫດການພົ້ນເດັ່ນຂອງໂລກໃນປີ 2017

(VOVWORLD) -ຖະແຫລງການ ດາຫນັງ ໄດ້ຮັບການຮັບຮອງຈາກບັນດາການນຳ 21 ພື້ນຖານເສດຖະກິດສະມາຊິກໃນສັບປະດາຂັ້ນສູງ APEC 

ເຫດການທີ 1. ເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) ອອກຖະແຫລງການ ດາຫນັງ ເພື່ອແນໃສ່ສ້າງປະຊາຄົມ APEC ພັດທະນາກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 1

ຖະແຫລງການ ດາຫນັງ ໄດ້ຮັບການຮັບຮອງຈາກບັນດາການນຳ 21 ພື້ນຖານເສດຖະກິດສະມາຊິກໃນສັບປະດາຂັ້ນສູງ APEC ຊື່ງໄດ້ດຳເນີນຢູ່ ນະຄອນ ດາຫນັງ ແຕ່ວັນທີ 6 ພະຈິກ - 11 ພະຈິກ ປີ 2017. APEC ຕັດສິນໃຈຜັນຂະຫຍາຍບັນດາການຮ່ວມມືຍາວນານໃນບາງຂົງເຂດຄື: ພັດທະນາບັນດາວິສາຫະກິດຂະຫນາດນ້ອຍ, ນ້ອຍສຸດ ແລະ ກາງ; ຊຸກຍູ້ Starup; ພັດທະນາກະສິກຳແບບຍືນຍົງແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາການທ່ອງທ່ຽວແບບຍືນຍົງ, ຢັ້ງຢືນຄືນບັນດາຄຳໝັ້ນສັນຍາສຳເລັດການປະຕິບັດບັນດາເປົ້າໝາຍ Bogor ກ່ຽວກັບການຫັນການຄ້າເສລີ ແລະ ການລົງທຶນ, ສ້າງຄວາມສະດວກໃຫ້ແກ່ການຄ້າເອເລັກໂຕນິກຂ້າມຊາຍແດນ.

 ເຫດການທີ 2. ບັນລຸໄດ້ຂໍ້ຕົກລົງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແທນທີ່ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 2

ຂໍ້ຕົກລົງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP)ໄດ້ຟື້ນຟູທ່າອ່ຽງການຮ່ວມມື ແລະ ຮ່ວມສຳພັນເສດຖະກິດຢູ່ພາກພື້ນ ປາຊິຟິກ ຫາກບໍ່ມີການເຂົ້າຮ່ວມຂອງ ອາເມລິກາ. ດ້ວຍບົດບາດເຊື່ອມຕໍ່ສຳຄັນຂອງ ຍີ່ປຸ່ນ, ລັດຖະມົນຕີບັນດາປະເທດໄດ້ມີຄວາມເຫັນດີເຫັນພ້ອມຮັກສາບັນດາເນື້ອໃນຂອງສັນຍາ TPP ໄວ້ຄືເກົ່າ  ແຕ່ອະນຸຍາດໃຫ້ບັນດາປະເທດສະມາຊິກ ໂຈະໄວ້ບາງມາດຕາ ເພື່ອຮັບປະກັນຜົນປະໂຫຍດລວມ, ຄິດໄລ່ລະດັບການພັດທະນາຂອງແຕ່ລະປະເທດ.

 ເຫດການທີ 3.ກອງປະຊຸມພັກກອມມູນິດ ຈີນ ຄັ້ງທີ XIX ແລະ “ຄວາມໄຝ່ຝັນຈີນ”

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 3 ທ່ານ ສີຈິ້ນຜິງ

ທີ່ກອງປະຊຸມໃຫຍ່, ທ່ານ ສີຈິ້ນຜິງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຈີນ ຄືນໃຫມ່. ກອງປະຊຸມໃຫຍ່ ກໍ່ເຫັນດີຮັບຮອງເອົາແນວຄິດ ຂອງທ່ານ ສີຈິ້ງຜິງ ກ່ຽວກັບລັດທິສັງຄົມທີ່ເປັນເອກະລັກສະເພາະຂອງຈີນ ໃນຍຸກໃຫມ່ ພ້ອມທັງນຳເຂົ້າກົດລະບຽບຂອງພັກສະບັບປັບປຸງ. ເນື້ອໃນຂອງແນວຄິດ ແມ່ນຈຸດໝາຍ ຟື້ນຟູປະເທດຈີນ ໃນຫລາຍຂົງເຂດ, ຮອດປີ 2050 ນຳຈີນ ກາຍເປັນປະເທດມະຫາອຳນາດລັດທິສັງຄົມນິຍົມທັນສະໄຫມ ດ້ວຍລະດັບຜົນສະທ້ອນນຳຫນ້າໃນໂລກ.

ເຫດການທີ 4. ອາເມລິກາ ປະຕິບັດທິດນຳ “ປະເທດອາເມລິກາເຫນືອກວ່າສິ່ງໃດໝົດ

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 4

ດ້ວຍນະໂຍບາຍເສດຖະກິດໃຫມ່ຫລາຍຢ່າງຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump, ເສດຖະກິດ ອາເມລິກາ ມີສັນຍານດີຂຶ້ນ, ການເຕີບໂຕ GDP ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ຈຸດເວລາຫາສຽງເລືອກຕັ້ງປະທານາທິບໍດີເມື່ອປີ 2016, ອັດຕາຜູ້ວ່າງງານຫລຸດລົງຢູ່ໃນລະດັບຕ່ຳສຸດໃນໄລຍະ 17 ປີຜ່ານມາ (4,1% ໃນທ້າຍເດືອນຕຸລາ). ກ່ຽວກັບການພົວພັນຕ່າງປະເທດ ອາເມລິກາ ຫລຸດຜ່ອນບັນດາຄຳໝັ້ນສັນຍາກັບພັນທະມິດ, ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມປາຊິຟິກ (TPP), ສັນຍາ ປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຖອນອອກຈາກ ອົງການ UNESCO, ຮັບຮອງ Jelusalem ແມ່ນນະຄອນຫລວງຂອງ ອິດສະຣາແອນ, ຄວບຄຸມບັນຫາຊາວຕ່າງປະເທດເຂົ້າເມືອງຢ່າງເຂັ້ມງວດ. ອາເມລິກາ ກໍ່ມີມາດຕະການແຂງກະດ້າງສຳລັບບັນຫາອາວຸດນິວເຄຼຍຂອງ ສປປ ເກົາຫລີ, ເພີ່ມທະວີຄວາມເຄັ່ງຕຶງກັບ ລັດເຊຍ, ຊີຣີ, ກູບາ, ເວເນຊູເອລາ.

ເຫດການທີ 5. ແຫລມເກົາຫລີສືບຕໍ່ແມ່ນບັນຫາເຮັ່ງຮ້ອນແຖວຫນ້າຂອງໂລກ

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 5

ສປປ ເກົາຫລີ ເພີ່ມທະວີບັນດາເຫດທົດລອງລູກສອນໄຟນຳວິຖີ ແລະ ອາວຸດນິວເຄຼຍ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກປະຊາຄົມສາກົນ. ສປປ ເກົາຫລີ ໄດ້ດຳເນີນການຍິງລູກສອນໄຟຢ່າງຫນ້ອຍສຸດ 20 ລູກ, ໃນນັ້ນ ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ 3 ຄັ້ງ. ຈຸດສຸມແມ່ນເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບເມື່ອເດືອນ 11. ສະພາຄວາມໝັ້ນຄົງ ສປຊ ປະກາດໃຊ້ຫລາຍຄຳສັ່ງລົງໂທດສປປ ເກົາຫລີ. ອາເມລິກາ ກໍ່ນຳ ສປປ ເກົາຫລີ ກັບຄືນສູ່ບັນຊີລາຍຊື່ ຊື່ງ ອາເມລິກາ ເອີ້ນວ່າ “ບັນດາປະເທດປົກປ້ອງການກໍ່ການຮ້າຍ”

ເຫດການທີ 6. ອາຊຽນ ແລະ ຈີນ ບັນລຸບາດກ້າວສຳຄັນກ່ຽວກັບບັນຫາທະເລຕາເວັນອອກ.

ແຜນຮ່າງແມ່ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ໂດຍ ອາຊຽນ ແລະ ຈີນ ຮັບຮອງເອົາພາຍຫລັງປຶກສາຫາລືໃນໄລຍະຍາວ ແລະ ເກືອບ 4 ປີເຈລະຈາຢ່າງເປັນທາງການ. ເລື່ອງບັນລຸໄດ້ແຜນຮ່າງແມ່ COC ມີຄວາມໝາຍສຳຄັນ ເພາະສິ່ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມຂອງ ອາຊຽນ ໃນປີສະເຫລີມສະຫລອງ ການສ້າງຕັ້ງ ອາຊຽນ ຄົບຮອບ 50 ປີ ເທົ່ານັ້ນ ຫາກສຳຄັນກວ່າແມ່ນສະແດງໃຫ້ເຫັນຄວາມໝັ້ນສັນຍາຢ່າງແຮງຂອງ ອາຊຽນ ແລະ ຈີນ ປາດຖະຫນາຢາກເລີ່ມປະຕິບັດບັນຫາທີ່ຍັງຖືກໂຈະໄວ້ໃນຫລາຍປີ.

ເຫດການທີ 7. ເອີລົບ ປະເຊີນຫນ້າກັບບັນດາການຜັນແປດ້ານການເມືອງ ແລະ ຄວາມໝັ້ນຄົງສັບສົນ

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 6

ປີ 2017 ແມ່ນປີໄດ້ດຳເນີນການເລືອກຕັ້ງຫລາຍຄັ້ງຢູ່ ເອີລົບ, ໃນນັ້ນ ມີການເລືອກຕັ້ງໄດ້ສົ່ງຜົນກະທົບໃຫຍ່ສຳລັບອະນາຄົດຂອງ ອີຢູ. ການນຳຫນຸ່ມ ທ່ານ Emmanuel Macron ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ກາຍເປັນປະທານາທິບໍດີ ຝລັ່ງ; ທ່ານນາງ Angiela Merkel ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ເຢຍລະມັນ ຄືນໃຫມ່ຄັ້ງທີ 4 ຊ່ວຍສະພາບການ ເອີລົບ ມີຄວາມເປັນປົກກະຕິໃນໄລຍະຊົ່ວຄາວ, ປະກອບສ່ວນປັບປຸງຄວາມສາມັກຄີໃນອີຢູ ພາຍຫລັງເຫດການ Brexit. ເຂດ Catalonia ປະເທດ ແອດສະປາຍ ຖະແຫລງເອກະລາດ, ຕໍ່ຈາກນັ້ນ ແມ່ນ Venice ແລະ Lombardy ຂຶ້ນກັບ ປະເທດອີຕາລີ ໄດ້ຈັດຕັ້ງການລົງປະຊາມະຕິ ຮຽກຮ້ອງມອບສິດຄຸ້ມຄອງດ້ວຍຕົນເອງ. ບັນດາປະເທດ ເອີລົບ ໄດ້ຄິດໄລ່ເຖິງຫລາຍມາດຕະການແຮງ ເພື່ອຈຳກັດການແຜ່ລາມອອກຢ່າງກວ້າງຂວາງຂອງກຳລັງແຍກຕົວອອກ, ນາບຂູ່ເຖິງສັນຕິພາບ ແລະ ອະທິປະໄຕແຫ່ງຊາດ.

ເຫດການທີ 8. ອົງການ IS ຖືກຂັບໄລ່ອອກຈາກ ຊີຣີ ແລະ ອີຣັກ

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 7

ດ້ວຍການຫນູນຊ່ວຍຈາກລັດເຊຍ, ພາຍຫລັງ 6 ປີທຳການຕໍ່ສູ້ຢ່າງດຸເດືອດ, ກອງທັບ ຊີຣີ ໄດ້ຜາບແຜ້ IS , ປົດປ່ອຍ ແລະ ມອບສິດຄວບຄຸມທັງໝົດເຂດດິນແດນຂອງປະເທດຊາດໃຫ້ແກ່ອຳນາດການປົກຄອງຖືກຕ້ອງກັບກົດໝາຍ. ອີຣັກ ກໍ່ຖະແຫລງສິ້ນສຸດສົງຄາມທີ່ແກ່ຍາວໃນໄລຍະ 3 ປີ ຂັບໄລ່ອົງການ IS ອອກຈາກປະເທດນີ້. ເຖິງຢ່າງໃດກໍຕາມ ຄວາມວິຕົກກັງວົນວ່າ IS ຈະແບ່ງແຍກເປັນຫລາຍກຸ່ມນ້ອຍຢູ່ຫລາຍປະເທດໃນໂລກ, ໃນນັ້ນ ມີ ອາຊີຕາເວັນອອກສ່ຽງໃຕ້ ພວມຄ່ອຍໆປະກົດຜົນເປັນຈິງ.

ເຫດການທີ 9. ສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຈະແຈ້ງ

10 ເຫດການພົ້ນເດັ່ນຂອງໂລກໃນປີ 2017 - ảnh 8

ປີຜ່ານມາໄພທຳມະຊາດເກີດຂຶ້ນຢູ່ຫລາຍແຫ່ງໃນໂລກ, ພາຍຸຮ້າຍແຮງໄດ້ທຳລາຍເຂດ Caribe ແລະ ອາເມລິກາ, ນ້ຳແກ່ງ, ດິນເຊາະເຈືອນ ເກີດຂຶ້ນຢູ່ ເປຣູ, ຊີຣາເລອອນ, ໂກໂລມບີ, ສີລັງກາ, ແຜ່ນດິນໄຫວຢູ່ ເມຊີໂກ ແລະ ຢູ່ ອີຣານ ຕິດກັບ ອີຣັກ,  ເຫດພູເຂົາໄຟ ຢູ່ ອິນໂດເນເຊຍລະເບີດຂຶ້ນຄືນໃຫມ່ ພາຍຫລັງ 5 ທົດສະວັດ. ໄພທຳມະຊາດເຮັດໃຫ້ໂລກຖືກເສຍຫາຍກວ່າ 300 ຕື້  USD.

ເຫດການທີ 10. ປະກາດສຳເນົາເອກະສານ Paradise

ຕໍ່ຈາກສຳເນົາເອກະສານ Panama ໃນປີກາຍ, ໂລກສືບຕໍ່ສັ່ນສະເທືອນ ເມື່ອນັກຂ່າວສືບສວນສາກົນປະກາດສຳເນົາເອກະສານ Paradise ດ້ວຍເອກະສານ 13 ລ້ານສະບັບ, ເຜີຍແບບັນດາວິທີການສໍ້ໂກງອາກອນຂອງນັກການເມືອງ, ເຈົ້າເສດຖີໂລກກວ່າ 120 ຄົນ ແລະ ບາງບໍລິສັດນາໆຊາດຄື: Apple, Nike ແລະ Ube ກ່ຽວກັບການເຄື່ອນໄຫວສໍ້ໂກງພາສີອາກອນ. 

ຕອບກັບ

ຂ່າວ/ບົດ​ອື່ນ