10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

(VOVWORLD) - 

1.  ພັກປະກາດໃຊ້ບັນດາມະຕິສຳຄັນໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

ປີ 2018, ພັກໄດ້ປະກາດໃຊ້ບັນດາມະຕິແນໃສ່ຫັນບັນດາໜ້າທີ່ຈຸດສຸມເປັນລະອຽດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກໄດ້ວາງອອກ, ມີຄວາມໝາຍອັນໃຫຍ່ຫລວງສຳລັບການພັດທະນາແບບຍືນຍົງຂອງປະເທດຊາດ, ສົ່ງຜົນກະທົບຢ່າງແຮງ, ເລິກເຊິ່ງກ້ວາງຂວາງເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ພິເສດແມ່ນ ທີ່ກອງປະຊຸມຄັ້ງທີ 7, ສູນກາງພັກໄດ້ຮັບຮອງເອົາມະຕິ “ກ່ຽວກັບການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ມີຄຸນນະທາດ, ກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງ, ເທົາແທນກັບໜ້າທີ່ຢ່າງຄົບຖ້ວນ”; ກອງປະຊຸມສູນກາງພັກຄັ້ງທີ 8 ໄດ້ປະກາດໃຊ້ຂໍ້ກຳນົດ “ຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານສະມາຊິກພັກ, ກ່ອນອື່ນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາສູນກາງພັກ, ກຳມະການຄະນະບໍລິຫານງານສູນກາງພັກ”; ກອງປະຊຸມສູນກາງພັກຄັ້ງທີ 9 ໄດ້ວາງແຜນກຳນົດຄະນະບໍລິຫານງານສູນກາງພັກອາຍຸການ 2021 – 2026; ເປັນຄັ້ງທຳອິດສູນກາງພັກໄດ້ດຳເນີນການປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງກຳມະການກົມການເມືອງ, ຄະນະເລຂາສູນກາງພັກ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 1

2.  ສະພາແຫ່ງຊາດ ແລະ ລັດຖະບານປ່ຽນແປງໃໝ່ວິທີການເຄື່ອນໄຫວຢ່າງແຮງ, ຕັດສິນ ແລະ ຊີ້ນຳບັນດາບັນຫາສຳຄັນຂອງປະເທດຊາດຢ່າງມີໄຊ

ດ້ວຍທິດນຳສ້າງລັດຖະບານແຫ່ງການສ້າງສາມີຫົວຄິດປະດິດສ້າງ, ມີຄວາມສັດຊື່ບໍລິສຸດ, ມີການກະທຳ ແລະ ຮັບໃຊ້ປະຊາຊົນ, ໃນປີຜ່ານມາ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານໄດ້ຍູ້ແຮງການສ້າງສາ ແລະ ປັບປຸງລະບອບລະບຽບການ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ປັບປຸງລະບຽບການບໍລິຫານ, ດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ທັງຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ທັງເບິ່ງແຍງດູແລປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ເປັນຄັ້ງທຳອິດສະພາແຫ່ງຊາດສະເໜີລັດຖະບານລາຍງານໝາກຜົນ 3 ປີແຫ່ງການຜັນຂະຫຍາຍປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ກ່ຽວກັບການເງິນແຫ່ງຊາດ, ການລົງທຶນສາທາລະນະໄລຍະກາງ. ການເຄື່ອນໄຫວຕິດຕາມກວດກາໂດຍຜ່ານການຊັກຖາມ ແລະ ຕອບຕຳຊັກຖາມສືບຕໍ່ໄດ້ດຳເນີນຕາມວິທີການ “ຖາມໄວ, ຕອບສັ້ນ”; ບັນດາກອງປະຊຸມຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ປະຕິບັດຢ່າງມີປະຊາທິປະໄຕ, ມີຄວາມສັດຊື່ບໍລິສຸດ, ມີປະສິດທິຜົນຢ່າງແທ້ຈິງ; ປະຕິບັດການປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 2

3. ປະຕິບັດສຳເລັດເປົ້າໝາຍ “ຄູ່”: ທັງຮັກສາເສດຖະກິດມະຫາພາກເປັນປົກກະຕິຢ່າງໝັ້ນຄົງ, ທັງຊຸກຍູ້ການເຕີບໂຕເສດຖະກິດ, GDP ທັງປີຄາດວ່າບັນລຸໄດ້ 7%

ພາຍໃຕ້ການຊີ້ນຳນຳພາພັກ, ການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ປີ 2018, ປະເທດເຮົາປະຕິບັດໄດ້ ແລະ ລື່ນກາຍ 12 ຄາດໝາຍການພັດທະນາເສດຖະກິດ - ສັງຄົມ. GDP ບັນລຸໄດ້ 7,08%, ແມ່ນລະດັບສູງສຸດໃນເກືອບ 10 ປີຜ່ານມາ. ສິ່ງທີ່ເປັນໜ້າສົນໃຈ, ເຖິງວ່າການເຕີບໂຕສູງກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງສາມາດຮັກສາເສດຖະກິດມະຫາພາກເປັນປົກກະຕິ ດ້ວຍເລື່ອງຮັກສາໄດ້ຄາດໝາຍກ່ຽວກັບດັດຊະນີລາຄາໃຊ້ສອຍ (CPI), ການຂາດດຸນງົບປະມານຫລຸດລົງ, ຕະຫລາດຫຼັກຊັບເປັນປົກກະຕິ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 3

4.  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດໃຫ້ດຳລົງຕຳແໜ່ງເປັນປະທານປະເທດ

ດ້ວຍບັດເຫັນດີສູງ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັກສາດຳລົງຕຳແໜ່ງປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ. ນີ້ແມ່ນເຫດການການເມືອງສຳຄັນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ເລື່ອງທ່ານເລຂາທິການໃຫຍ່ຮັກສາດຳລົງຕຳແໜ່ງປະທານປະເທດ ຈະສ້າງຄວາມສະດວກໃຫ້ແກ່ວຽກງານຊີ້ນຳພາຍໃນ ແລະ ຕ່າງປະເທດ, ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ, ປະກອບສ່ວນປັບປຸງ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 4


5.
 ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກ້ວາງຂວາງ

ວັນທີ 12 ພຶດສະພາ 2018, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາ CPTPP ພ້ອມດ້ວຍບັນດາເອກະສານທີ່ກ່ຽວຂ້ອງ. ຕາມກະຊວງແຜນການ ແລະ ລົງທຶນ ຫວຽດນາມ ແລ້ວ, CPTPP ສາມາດຊຸກຍູ້ GDP ແລະ ການສົ່ງອອກຂອງ ຫວຽດນາມ ຮອດປີ 2035 ເພີ່ມຂຶ້ນປະມານ 1,32%  ແລະ ກ່ວາ 4%. ເລື່ອງໃຫ້ສັດຕະຍາບັນ CPTPP ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນເຊື່ອມໂຍງເຂົ້າກັບເສດຖະກິດສາກົນແມ່ນຈຸດສຸມ, ເຂົ້າຮ່ວມບັນດາພາກພື້ນການຄ້າເສລີ ແລະ ບັນດາສັນຍາການຄ້າເສລີໃໝ່, ສືບຕໍໍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດຕາມບັນດາມາດຕະຖານສາກົນ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 5

6.  ຫວຽດນາມ ຈັດຕັ້ງເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 ປະສົບຜົນສຳເລັດ

ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018) ດ້ວຍຫົວຂໍ້ວ່າ “ການປະຕິວັດອຸດສາຫະກຳ 4.0 ແມ່ນອະນາຄົດຂອງ ອາຊຽນ” ໄດ້ດຶງດູດຄວາມສົນໃຈພິເສດຈາກປະຊາຄົມສາກົນ. ຫວຽດນາມ ໄດ້ມີຂໍ້ລິເລີ່ມສ້າງການເຊື່ອມຕໍ່ກ່ຽວກັບແນວຄວາມຄິດ, ກ່ຽວກັບການປ່ຽນແປງໃໝ່ ແລະ ປະດິດຄິດສ້າງລະຫວ່າງ ອາຊຽນ ແລະ ເວທີປາໄສເສດຖະກິດໂລກ. ບັນດາຜູ້ແທນເຂົ້າຮ່ວມເວທີປາໄສໄດ້ຕີລາຄາສູງບັນດາຂໍ້ສະເໜີຂອງ ຫວຽດນາມ, ໃນນັ້ນ ມີຂໍ້ສະເໜີຖື ອາຊຽນ ເປັນໃຈກາງ, ສ້າງບັນດາຫຼັກການຂອງ ອາຊຽນ ໃນການຮ່ວມມືແບ່ງປັນຂໍ້ມູນ, ສ້າງຂອບເຂດການເຊື່ອມຕໍ່ບັນດາສູນປະດິດຄິດສ້າງລະດັບຊາດກັບຕາໜ່າງສູນປະດິດຄິດສ້າງຂອງທົ່ວພາກພື້ນ…

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 6

7.  ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫລວງ, ສູ້ຊົນຕ້ານໄພຫຍໍ້ທໍ້ໄດ້ຮັບການຜັນຂະຫຍາຍຢ່າງແຮງ. ພະນັກງານຂັ້ນສູງຫລາຍຄົນຖືກປະຕິບັດວິໄນ

“ບໍ່ມີເຂດຫ້າມ”, “ບໍ່ຍົກເວັ້ນ” ແລະ “ບໍ່ໃຫ້ພົ້ນຈາກການຮັບຜິດຊອບຄວາມຜິດ” - ຄວາມຕັດສິນໃຈດ້ານການເມືອງຢ່າງແຮງ, ເດັດຂາດ, ຈະແຈ້ງຂອງພັກ, ລັດ, ນຳໜ້າແມ່ນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນ, ຕອງສະໜອງຈາກທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ. ພະນັກງານຂັ້ນສູງຫລາຍຄົນຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນນັບທັງໄດ້ອອກບຳນານ ຫຼື ກຳລັງດຳລົງຕຳແໜ່ງລ້ວນແຕ່ຖືກປະຕິບັດວິໄນຢ່າງເຄັ່ງຄັດກ່ຽວກັບພັກ, ອຳນາດການປົກຄອງ ແລະ ນັບທັງການລົງໂທດທາງອາຍາ. ປີ 2018, ພັກ ແລະ ລັດໄດ້ປະຕິບັດວິໄນພະນັກງານຂັ້ນສູງຫລາຍຄົນ, ບາງຄົນມີຊັ້ນນາຍພົນໃນຕຳຫລວດ ແລະ ກອງທັບ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 7

8. ການສໍ້ໂກງໃນການສອບເສັງຈົບຊັ້ນມັດທະຍົມຕອບປາຍທົ່ວເທດປີ 2018; ຢູ່ບາງໂຮງຮຽນຂາດຄວາມປອດໄພ

ເລື່ອງບັນດາພະນັກງານໃນຂະແໜງສຶກສາຢູ່ ຮ່າຢາງ, ເຊິນລາ ແລະ ຮວ່າບິ່ງ… ແຊກແຊງ, ດັດແປງຄະແນນສອບເສັງໃນການເສັງຈົບຊັ້ນມັດທະຍົມຕອນປາຍທົ່ວເທດໄດ້ເຮັດໃຫ້ຫາງສຽງສັງຄົມບໍ່ພໍໃຈ. ພ້ອມກັບການສໍ້ໂກງໃນການສອບເສັງນັ້ນ ການໃຊ້ຄວາມຮຸນແຮງໃນການຮ່ຳຮຽນສືບຕໍ່ເປັນບັນຫາທີ່ເຄັ່ງຮ້ອນຂອງຂະແໜງການສຶກສາ. ໃນນັ້ນຕ້ອງເວົ້າເຖິງການທີ່ເອື້ອຍຄູຄົນໜຶ່ງ ຢູ່ກວ໋າງບິ່ງ ບັງຄັບໃຫ້ບັນດານັກຮຽນໃນຫ້ອງດຽວກັນຕົບໜ້າໝູ່ຮ່ວມຫ້ອງ 200 ບາດ ເຮັດໃຫ້ນັກຮຽນດັ່ງກ່າວຕ້ອງໄດ້ເຂົ້າໂຮງໝໍ ຫຼື ເຫດການຜູ້ອຳນວຍການໂຮງຮຽນກິນນອນຊົນເຜົ່າ ແທງເຊີນ, ຝູເທາະ ຖືກຈັບຕົວຍ້ອນຖືກຮ້ອງຟ້ອງດ້ວຍຂໍ້ຫາທຳຮ້າຍທາງເພດ. ບັນດາເຫດການໂສກເສົ້ານີ້ ໄດ້ການເປັນສຽງກ່າວເຕືອນກ່ຽວກັບບັນດາຈຸດອ່ອນໃນຂະແໜງການສຶກສາ ຄືພະຍາດຜົນງານ, ຄວາມເສີຍເມີຍ, ໄຮ້ຄວາມຮູ້ສຶກຂອງພະນັກງານ, ຄູອາຈານຈຳນວນໜຶ່ງ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 8

9.  ອາກາດຮ້າຍແຮງ, ໄພທຳມະຊາດບໍ່ເປັນປົກກະຕິ ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງຕໍ່ບັນດາທ້ອງຖິ່ນ, ຂະແໜງການຕ່າງໆ

ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍທາງດ້ານເສດຖະກິດປະມານ 20.000 ຕື້ດົງ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 218 ຄົນ. ຝົນຕົກໜັກບໍ່ພຽງແຕ່ເຮັດໃຫ້ນ້ຳຖ້ວມທົ່ງນາ ແຕ່ຍັງເຮັດໃຫ້ຖະໜົນຫຼາຍສາຍຢູ່ບັນດາຕົວເມືອງໃຫຍ່ໃນທົ່ວປະເທດຄື: ຮ່າໂນ້ຍ, ດາໜັງ, ນະຄອນ ໂຮ່ຈີມິນ, ຂັນຮ່ວາ… ຖືກຖ້ວມເລິກ, ຈົນຢູ່ໃນນ້ຳ. ເມື່ອຕົ້ນເດືອນກັນຍາ 2018, ຝົນຕົກນ້ຳຖ້ວມໄດ້ເຮັດໃຫ້ການສັນຈອນໄປມາຢູ່ຫລາຍແຂວງທາງພາກຕາເວັນຕົກສ່ຽງເໜືອຖືກຕັດຂາດ, ເກີດດິນເຊາະເຈື່ອນ, ການຈາລະຈອນຕິດຂັດຢ່າງຮ້າຍແຮງ. ຜ່ານບັນດາເຫດການດັ່ງກ່າວນີ້ໄດ້ຍົກໃຫ້ເຫັນວ່າ ນອກຈາກສາຍເຫດຍ້ອນໄພທຳມະຊາດແລ້ວ “ໄພພິບັດໂດຍມະນຸດກໍ່ຂຶ້ນ” ກໍ່ກອບເອົາສ່ວນ 1 ທີ່ສຳຄັນ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 9

10.      ກິລາບານເຕະຫວຽດນາມ ສ້າງຜົນສຳເລັດອັນມະຫັດສະຈັນ ດ້ວຍສັນຍາຂີດໝາຍ ປັກຮາງແຊວ ແລະ ໝາກຜົນຂອງການເປັນທີມບານເຕະອາຊີບ, ມີແບບແຜນ

ປີ 2018 ເປັນປີແຫ່ງຄວາມສຳເລັດຢ່າແທ້ຈິງຂອງ ທີມບານເຕະ ຫວຽດນາມ ດ້ວຍ 3 ນັດຊະນະຢ່າງມະຫັດສະຈັນຢູ່ຂັ້ນທະວີບ ແລະ ພາກພື້ນ: ໂດຍທີມບານເຕະຫວຽດນາມ ໄດ້ຄ້ວາລາງວັນຊະນະເລີດໃນການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Suzuki Cup) ພາຍຫຼັງ 10 ປີແຫ່ງການລໍຄອຍ; ທີມບານເຕະ ໂອແລມປິກ ຫວຽດນາມ ໄດ້ຢືນຢູ່ອັບດັບທີ 4 ຂອງ ASIAD 2018; ທີມບານເຕະ U23  ຫວຽດນາມໄດ້ສ້າງ “ຊື່ສຽງ” ດ້ວຍຕຳແໜ່ງຮອງຊະນະເລີດ ລາຍການເຕະບານ U23 ທະວີບອາຊີ ຢູ່ ກວາງໂຈ (ສປ ຈີນ). ຜົນສຳເລັດຂອງທີມບານເຕະແຫ່ງຊາດ ມີຂີດໝາຍອັນເຂັ້ມຂົ້ນຂອງຄູຝຶກຊ້ອມຊາວ ສ.ເກົາຫຼີ - ປັກຮາງແຊວ, ໄດ້ສົ່ງແຫຼ່ງບັນດານໃຈ, ຄວາມໄຝ່ຝັນອັນແຮງກ້າ, ນ້ຳໃຈສາມັກຄີ ແລະ ແຜ່ກະຈາຍເອກອ້າງທະນົງໃຈຂອງຊາດໄປສູ່ຊາວ ຫວຽດນາມ ນັບສິບລ້ານຄົນ.

10 ເຫດການພົ້ນເດັ່ນພາຍໃນປະເທດ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 10

ຕອບກັບ

ຂ່າວ/ບົດ​ອື່ນ