10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019

  
10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 1

1. ສົງຄາມການຄ້າເວົ້າສະເພາະ, ການພົວພັນລະຫວ່າງອາເມລິກາ ແລະ ຈີນເວົ້າລວມ ເກີດຄວາມເຄັ່ງຕຶງ ແລະ ແກ່ຍາວ

ອາເມລິກາ ຈຳກັດ ຈີນ ລົງທຶນເຂົ້າຂົງເຂດເຕັກນິກ, ເຕັກໂນໂລຊີ, ນຳ Huawei ເຂົ້າບັນຊີລາຍຊື່ຫ້າມ, ຄວບຄຸມເຕັກໂນໂລຊີຢ່າງເຂັ້ມງວດ, ຮັດກຸມການຄຸ້ມຄອງນັກສຶກສາຈີນທີ່ພວມຮຽນຢູ່ ອາເມລິກາ. ຈີນ ໂຕ້ຕອບດ້ວຍວິທີຈຳກັດການນຳເຂົ້າສິນຄ້າຜະລິດຕະພັນກະເສດຈາກ ອາເມລິກາ, ທຳລາຍສະກຸນເງິນຢວນ. ສົງຄາມການຄ້າບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງເສດຖະກິດສອງປະເທດເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງແຮງເຖິງລະບົບສະຫນອງ ແລະ ພື້ນຖານເສດຖະກິດໂລກອີກດ້ວຍ. ວິກິດການການເມືອງ ສັງຄົມ ຢູ່ ຮົ່ງກົງ ປະເທດຈີນ ໄດ້ເກີດຂຶ້ນຢ່າງແຮງ ດ້ວຍຂອບຂະຫນາດໃຫຍ່ ນັບແຕ່ເດືອນມີນາ ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ ຮົ່ງກົງ. ຕໍ່ຈາກນັ້ນ ອາເມລິກາ ໄດ້ປະກາດໃຊ້ກົດໝາຍ “ປະຊາທິປະໄຕ ແລະ ສິດທິມະນຸດຮົ່ງກົງ” ແລະ ກົດໝາຍຫ້າມການສົ່ງອອກບັນດາປະເພດອາວຸດຄວບຄຸມຜູ້ແຫ່ຂະບວນປະທ້ວງໃຫ້ແກ່ຕຳຫລວດຮົ່ງກົງ ເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ເຄັ່ງຕຶງນັບທັງດ້ານການເມືອງ, ການທູດ ແລະ ເສດຖະກິດ.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 2

2. ສະພາບການຢູ່ແຫລມເກົາຫລີ ສືບຕໍ່ຜັນແປໄປຢ່າງສັບສົນ

ກອງປະຊຸມສຸດຍອດ ອາເມລິກາ ແລະ ສປປ ເກົາຫລີ ຄັ້ງທີ 2 ຢູ່ ຮ່າໂນ້ຍ ແລະ ການພົບປະສຸດຍອດ ອາເມລິກາ ແລະ ສປປ ເກົາຫລີ ຢູ່ Panmunjeom ບໍ່ບັນລຸໝາກຜົນ. ການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ ຖືກຢຸດສະງັກ, ພຽງຢາງ ໄດ້ທຳການທົດລອງອາວຸດເປັນຫລາຍຄັ້ງ, ໃນນັ້ນ ມີລູກສອນໄຟນຳວິຖີ. ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນ ອາດຈະນຳໃຊ້ມາດຕະການດ້ານການທະຫານສຳລັບ ສປປ ເກົາຫລີ.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 3

3. ຈີນ ລະເມີດກົດໝາຍສາກົນຢ່າງແຮງ, ການກະທຳກະມຶງກະມັງຂອງຈີນ ຢູ່ ທະເລຕາເວັນອອກ

ສືບຕໍ່ປະຕິບັດກົນອຸບາຍຫັນ “ເສັ້ນ 9 ຕອນ”ໃຫ້ປະກົດຜົນເປັນຈິງ ເພື່ອຢຶດຄອງທະເລຕາເວັນອອກ, ຈີນ ສືບຕໍ່ກໍ່ສ້າງສິ່ງທີ່ເອີ້ນວ່າ “ນະຄອນ ຕາມຊາ”, ຫັນເປັນການທະຫານບັນດາເກາະທຽມຊື່ງຈີນ ໄດ້ກໍ່ສ້າງຢູ່ ເຈື່ອງຊາ; ຈີນ ໄດ້ນຳກຳປັ່ນ ໄຮ້ຢາງ 8 ລ່ວງລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມເປັນຫລາຍຄັ້ງ. ປະຊາຄົມສາກົນ ໄດ້ກ່າວປະນາມຢ່າງແຮງ. ກອງປະຊຸມ, ເວທີປາໄສ, ກອງປະຊຸມສຳມະນາສາກົນ ແລະ ພາກພື້ນ ຫລາຍຄັ້ງກໍ່ໄດ້ຊີ້ໃຫ້ເຫັນວ່າ ບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ ທະເລຕາເວັນອອກ, ຮຽກຮ້ອງ ປັກກີ່ງ ເຄົາລົບອະທິປະໄຕບັນດາປະເທດ ແລະ ກົດໝາຍສາກົນ.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 4

4. ລັດເຊຍ ພວມຜ່ານຜ່າຄວາມຫຍຸ້ງຍາກ, ເຕີບໃຫຍ່ທຸກດ້ານຢ່າງແຮງ

ເຖິງວ່າ ຕ້ອງປະເຊີນຫນ້າກັບການຂວ້ຳບາດ ປີດລ້ອມຢ່າງເຄັ່ງຄັດ ລຽນຕິດ ໃນຫລາຍປີຈາກ ອາເມລິກາ ແລະ ຝ່າຍຕາເວັນຕົກກໍ່ຕາມ ແຕ່ລັດເຊຍ ພວມເຕີບໃຫຍ່ໃນຫລາຍຂົງເຂດ. ປີ 2019 GDP ຂອງລັດເຊຍ ບັນລຸ 1,3%, ສູ້ຊົນບັນລຸ 2%ໃນປີ 2020 ແລະ ຮອດປີ 2024 ບັນລຸ 3,3% ກາຍເປັນພື້ນຖານເສດຖະກິດຢືນອັນດັບ 5 ຂອງໂລກ. ພ້ອມກັນນັ້ນ ລັດເຊຍ ມີບົດບາດນັບມື້ນັບສຳຄັນໃນເວທີສາກົນ ຢູ່ ຕາເວັນອອກກາງ, ອາຟຼິກາ, ເອີລົບ, ອາຊີ. ລັດເຊຍ ພວມຜັນຂະຫຍາຍໂຄງການສົ່ງທໍ່ອາຍແກສຈາກ ລັດເຊຍ ໄປຍັງ ເຢຍລະມັນ ດ້ວຍເງິນລົງທຶນກວ່າ 11 ຕື້ USD

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 5

5. ການສືບສວນພິຈາລະນາການກະທຳຜິດຂອງປະທານາທິບໍດີອາເມລິກາ

ການສືບສວນພິຈາລະນາການກະທຳຜິດຂອງປະທານາທິບໍດີ Donald Trump ບໍ່ພຽງແຕ່ແມ່ນເຫດການສະເພາະຂອງປະເທດອາເມລິກາ ເທົ່ານັ້ນ, ເພາະມັນຍັງກ່ຽວຂ້ອງເຖິງທ່ານປະທານາທິບໍດີຢູແກຼນ Volodymir Zelensky ອີກດ້ວຍ. ທ່ານປະທານາທິບໍດີ Donald Trump ຖືກກ່າວຫາວ່າໄດ້ເກັບບ້ວງເງິນອຸປະຖຳທີ່ສະຫງວນໃຫ້ຢູແກຼນ ໄວ້ ເພື່ອກໍ່ຄວາມກົດດັ່ນບັງຄັບໃຫ້ການນຳຢູແກຼນ ດຳເນີນການສືບສວນແນໃສ່ຄູແຂ່ງໃຫຍ່ທີ່ສຸດຂອງທ່ານ Donald Trump ໃນການເລືອກຕັ້ງປະທານາທິບໍດີໃນປີ 2020, ແມ່ນທ່ານອະດີດຮອງປະທານາທິບໍດີ Joe Biden. ເຫດການໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງອາເມລິກາ ແລະ ສາກົນ, ເພາະມັນຖືກດຳເນີນໃນຂະນະທີ່ທ່ານ Donald Trump ພວມຢູ່ໃນເຫດທີ່ກ່ຽວຂ້ອງເຖິງເຫດສືບສວນທີ່ວ່າ ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີອາເມລິກາ ເມື່ອປີ 2016. ມີບັນດາຂໍ້ສັງເກດໄດ້ຖືວ່າ, ເຫດການດັ່ງກ່າວອາດຈະເຮັດໃຫ້ທ່ານ Donald Trump ຖືກເສຍບັດເລືອກຕັ້ງຫຼາຍບັດໃນການເລືອກຕັ້ງປະທານາທິບໍດີໃນປີ 2020.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 6

6. ຄວາມຂັດແຍ້ງກັນ,ການປະທະກັນອາຣັບ-ອິດສະຣາແອັນ ປິນຂັ້ນໄດ

ບັນດານະໂຍບາຍທີ່ກໍ່ຄວາມໂຕ້ຖຽງກັນຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຕົກເຂົ້າສູ່ສະພາບບໍ່ມີທາງອອກ. ເລື່ອງອາເມລິກາ ຍົກຍ້າຍສະຖານທູດໄປຍັງ Jerusalem, ຮັບຮອງລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວຂອງອິດສະຣາແອນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຮັບຮອງອະທິປະໄຕຂອງອິດສະຣາແອນ ຕໍ່ເຂດພູພຽງ Golanໂດຍອິດສະຣາແອັນ ຢຶດຄອງ, ໄດ້ກໍ່ໃຫ້ເກີດກະແສຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ເຮັດໃຫ້ຄວາມຂັດແຍ້ງກັນລະຫວ່າງໂລກອາຣັບ ແລະ ອິດສະຣາແອນ ເພີ່ມຂຶ້ນ. ການກະທຳດັ່ງກ່າວໄດ້ຮັບຖືວ່າ ແມ່ນການກະທຳຢຽບຍ່ຳກົດໝາຍສາກົນ, ເຮັດໃຫ້ບົດບາດຂອງອາເມລິກາ ຖືກຫຼຸດລົງໃນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ. ຫຼາຍປະເທດອາຣັບ, ພາກພື້ນ ແລະ ສາກົນ, ໃນນັ້ນມີທັງພັນທະມິດຂອງອາເມລິກາ, ໄດ້ອອກສຽງຕຳໜິຕິຕຽນອາເມລິກາ ຢ່າງຮ້າຍແຮງ.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 7

7. ວິວັດທະນາການ Brexit ຖືກໂຈະໄວ, ເວທີການເມືອງອັງກິດຖືກປັ່ນປ່ວນ

ວິວັດທະນາການປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ ສືບຕໍ່ຖືກໂຈະໄວ້, ບໍ່ດຳເນີນຖືກຕ້ອງຕາມການກຳນົດເວລາແມ່ນວັນທີ 31 ຕຸລາ 2019. ຄວາມບໍ່ລົງລອຍກັນຢູ່ພາຍໃນໄດ້ເຮັດໃຫ້ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ຖືກປົດຕຳແໜ່ງ ແລະ ຝ່າຍນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ Boris Johnson ຂຶ້ນກຳອຳນາດ. ເຖິງຢ່າງໃດກໍ່ຕາມ, ບັນຫາພາສີ, ຊາຍແດນຂອງອຽກລັງເໜືອ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນເທື່ອ, ສືບຕໍ່ແມ່ນສິ່ງກີດຂວາງຢ່າງໃຫຍ່ຫຼວງທີ່ສຸດຂອງວິວັດທະນາການ Brexit. ເພື່ອຊອກຫາທາງອອກໃຫ້ແກ່ວິກິດການດັ່ງກ່າວ, ອີຢູ ຕ້ອງເຫັນດີຕໍ່ກຳນົດເວລາ Brexit ຮອດວັນທີ 31 ມັງກອນ 2020.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 8

8. ວິກິດການດ້ານການເມືອງຮ້າຍແຮງທີ່ສຸດຢູ່ພາກພື້ນອາເມລິກາລາຕິງ

ຢູ່ເວເນຊູເອລາ, ເລີ່ມມາຈາກບັນຫາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນນັບແຕ່ທ່ານປະທານສະພາແຫ່ງຊາດ Juan Guaido ອ້າງຊື່ເອງວ່າແມ່ນປະທານາທິບໍດີຊົ່ວຄາວ ໄດ້ຮຽກຮ້ອງໃຫ້ກອງທັບລັດຖະປະຫານທ່ານປະທານາທິບໍດີຖືກຕ້ອງຕາມລັດຖະທຳມະນູນ Maduro ເມື່ອວັນທີ 30 ເມສາ, ພາຍຫຼັງທີ່ທ່ານປະທານາທິບໍດີ Maduro ຖະແຫຼງມ້າງທຳລາຍກົນອຸບາຍໂຄ່ນລົ້ມເປັນເວລາ 1 ວັນ. ຢູ່ ໂບລີເວຍ, ພາຍຫຼັງຮັບໄຊຊະນະໃນການເລືອກຕັ້ງເປັນເວລາ 1 ເດືອນ, ທ່ານປະທານາທິບໍດີ Evo Morales ກໍ່ຕ້ອງລາອອກຈາກຕ່ຳແໜ່ງ ຍ້ອນຖືກກ່າວຫາວ່າມີການສໍ້ໂກງໃນການເລືອກຕັ້ງ. ບັນດາຜູ້ສະໜັບສະໜູນທ່ານ Morales ແລະ ກຳລັງປ້ອງກັນຄວາມສະຫງົບໄດ້ມີການປະທະກັນ. ບັນດາກຳລັງຢູ່ ໂບລີເວຍ ບັນລຸໄດ້ຂໍ້ຕົກລົງຈັດການດຳເນີນການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ, ເພື່ອແນໃສ່ຫຼຸດພົ້ນອອກຈາກວິກິດການດ້ານການເມືອງຄືໃນປະຈຸບັນ.

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 9

9. ກ່າວເຕືອນສະພາບການປ່ຽນແປ່ງຂອງດິນຟ້າອາກາດໃນທົ່ວໂລກ

ປີ 2019, ໂລກໄດ້ເຫັນອາກາດຮ້ອນຜິດປົກກະຕິເປັນຫຼາຍຄັ້ງຢູ່ເອີລົບ, ບັນດາເຫດເກີດໄຟໄໝ້ປ່າທີ່ບໍ່ເຄີຍມີມາກ່ອນຢູ່ອາເມລິກາໃຕ້ ຕະຫຼອດຮອດອົດສະຕາລີ; ບັນດາເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ ສີລັງກາ, ກົງໂກ; ໄພແຫ້ງແລ້ງທີ່ບໍ່ເຄີຍເກີດຂຶ້ນຢູ່ນ້ຳຕົກຕາດ Victoria… ນີ້ແມ່ນບັນດາຜົນສະທ້ອນໂດຍກົງ ແຕ່ຍັງບໍ່ແມ່ນສຸດທ້າຍຂອງສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ທີ່ພວມເກີດຂຶ້ນຢ່າງສັບສົນທີ່ສຸດ. ທີ່ກອງປະຊຸມຄັ້ງທີ 25 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ເຊິ່ງດຳເນີນໃນວັນທີ 02 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ ວິກິດການດິນຟ້າອາກາດພວມນາບຂູ່ເຖິງພື້ນຖານສີວິໄລຂອງມວນມະນຸດ. ນີ້ໄດ້ຮັບຖືວ່າ, ແມ່ນຄຳກ່າວເຕືອນສຸດທ້າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມນາບຂູ່ເຖິງຄວາມເປັນຕາຍຂອງມະນຸດ ແລະ ໂລກຕ້ອງພ້ອມກັນກະທຳ ກ່ອນທີ່ໄພເກີດຂຶ້ນຢ່າງແຮງ

10 ເຫດ​ການ​ສາ​ກົນ​ທີ່ພົ້ນ​ເດັ່ນ​​ໃນ​ປີ 2019 - ảnh 10

10. ເຫດໄຟໄໝ້ໂບດ Notre Dame ຢູ່ ປາຣີ, ປະເທດຝລັ່ງ

ເຫດໄຟໄໝ້ໂບດ Notre Dame, ເຊິ່ງແມ່ນກິດຈະກຳມີຄວາມເປັນມາອາຍຸ 850 ປີ, ເປັນໜຶ່ງໃນບັນດາສັນຍາລັກຂອງຝລັ່ງ, ຖືກໄຟໄໝ້ຢ່າງຮ້າຍແຮງໃນຕອນຄ່ຳວັນທີ 15 ເມສາ. ໄຟໄໝ້ເກີດຂຶ້ນໃນເວລາປະມານ 18 ໂມງ ແລະ ແກ່ຍາວຮອດກາງຄືນ, ໄດ້ທຳລາຍຫຼັງຄາທັງໝົດ. ວິວັດການຊ້ອມແປງຄືນໃໝ່ອາດຈະເສຍເວລາເປັນຫຼາຍປີ ແລະ ຕ້ອງໃຊ້ເງິນນັບຕື້ເອີໂລ.


ຕອບກັບ

ຂ່າວ/ບົດ​ອື່ນ