100 ວັນເກີດການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ: ສະພາບການສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້

(VOVWORLD) -   ພາຍຫຼັງ ລັດເຊຍ ໄດ້ປຸກລະດົມບັ້ນການທະຫານພິເສດເປັນເວລາ 100 ວັນ ເພື່ອແນໃສ່ “ປອດຟາດຊິດ ແລະ ປອດການທະຫານ” ຢູ່ ຢູແກຼນ (ຄືວັນທີ 24 ກຸມພາ), ບັນດາການຕໍ່ສູ້ຢ່າງດຸເດືອດຍັງເກີດຂຶ້ນຢ່າງລຽນຕິດ ຢູ່ຫຼາຍນະຄອນທາງທິດຕາເວັນອອກຂອງ ຢູແກຼນ.
100 ວັນເກີດການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ: ສະພາບການສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້ - ảnh 1ຍານພາຫະນະຖືກທຳລາຍພາຍຫຼັງການຖືກຍິງປື່ນຢູ່ນະຄອນ Severodonetsk
(ພາບ: AFP)

ພາຍຫຼັງ ລັດເຊຍ ໄດ້ປຸກລະດົມບັ້ນການທະຫານພິເສດເປັນເວລາ 100 ວັນ ເພື່ອແນໃສ່ “ປອດຟາດຊິດ ແລະ ປອດການທະຫານ” ຢູ່ ຢູແກຼນ (ຄືວັນທີ 24 ກຸມພາ), ບັນດາການຕໍ່ສູ້ຢ່າງດຸເດືອດຍັງເກີດຂຶ້ນຢ່າງລຽນຕິດ ຢູ່ຫຼາຍນະຄອນທາງທິດຕາເວັນອອກຂອງ ຢູແກຼນ. ເລື່ອງທີ່ໜ້າວິຕົກກັງວົນ ນັ້ນແມ່ນ, ເກືອບຄືວ່າ, ບັນດາຄວາມມານະພະຍາຍາມທາງການທູດ ເພື່ອຊອກຫາທາງອອກໃຫ້ແກ່ການປະທະກັນ ໄປຄຽງຄູ່ກັບເລື່ອງ ອາເມລິກາ ແລະ ບັນດາປະເທດຕາເວັນຕົກ ໄດ້ເພີ່ມທະວີການສະໜອງອາວຸດ ແລະ ເຄື່ອງມືສົງຄາມໃຫ້ແກ່ ຢູແກຼນ.

   ໃນໄລຍະເກີດການຕໍ່ສູ້ເປັນເວລາກ່ວາ 3 ເດືອນ, ໄດ້ເກີດຄວາມເສຍຫາຍອັນໜັກໜ່ວງທັງດ້ານວັດຖຸ ແລະ ຊີວິດອິນຊີໃຫ້ທັງລັດເຊຍ ແລະ ຢູແກຼນ, ພ້ອມທັງໄດ້ກະທົບຢ່າງຮ້າຍແຮງສະຖຽນລະພາບທາງສັງຄົມ ແລະ ແງ່ຫວັງການພັດທະນາເສດຖະກິດຂອງພາກພື້ນເອີລົບ ກໍ່ຄືທົ່ວໂລກ. ພິເສດ, ສຳລັບ ຢູແກຼນ, ການປະທະກັນໄດ້ເຮັດໃຫ້ນັກຮົບ ແລະ ສາມັນຊົນນັບພັນຄົນເສຍຊີວິດ, ເຮັດໃຫ້ ປຊຊ ນັບລ້ານຄົນຕ້ອງໄປລົບໄພຢູ່ຕ່າງປະເທດ ແລະ ທຳລາຍລະບົບພື້ນຖານໂຄງລ່າງ, ພຶ້ນຖານເສດຖະກິດຢ່າງຮ້າຍແຮງ…

ສະພາບການສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້

   ມາຮອດຈຸດເວລານີ້, ສົງຄາມສ່ວນຫຼາຍແມ່ນສຸມໃສ່ເຂດຕາເວັນອອກຂອງ ຢູແກຼນ, ຊື່ງແມ່ນແຫ່ງທີ່ກຳລັງທະຫານລັດເຊຍ ຄວບຄຸມໄດ້ນະຄອນສຳຄັນຈຳນວນໜຶ່ງ, ພ້ອມທັງຍູ້ແຮງການບຸກໂຈມຕີບາງນະຄອນ, ເທດສະບານອື່ນໆອີກ. ກຳລັງທະຫານລັດເຊຍ ໄດ້ຮັບການຕີລາຄາວ່າ ຍັງມີທ່າແຮງລື່ນກາຍ ຢູແກຼນ, ແຕ່ກຳລັງແຮງລະຫວ່າງສອງຝ່າຍຍັງຄ່ອຍໆມີການປ່ຽນແປງ ໃນຂະນະທີ່ຝ່າຍຕາເວັນຕົກ ໄດ້ສະໜອງອາວຸດ ແລະ ເຄື່ອງມືສົງຄາມທີ່ທັນສະໄໝຢ່າງລຽນຕິດ ໃຫ້ແກ່ກຳລັງທະຫານ ຢູແກຼນ.

      ວັນທີ 1 ມິຖຸນາ, ທັງອາເມລິກາ, ອັງກິດ, ເຢຍລະມັນ ໄດ້ພ້ອມກັນປະກາດວ່າຈະສະໜອງບັນດາອາວຸດ, ເຄື່ອງອຸປະກອນການສູ້ຮົບທີ່ທັນສະໄຫມໃຫ້ແກ່ ຢູແກຼນ ຕື່ມອີກ. ໃນນັ້ນ, ທ່ານນາຍົກລັດະມົນຕີ ເຢຍລະມັນ Olaf Scholz ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມອບສົ່ງລະບົບປ້ອງກັນອາກາດທີ່ທັນສະໄໝທີ່ສຸດຂອງປະເທດນີ້ ໃຫ້ແກ່ ຢູແກຼນ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Ben Wallace ປະກາດວ່າ, ລອນດອນ ຈະສະໜອງປືນໃຫ່ຍ M270 ມີໄລຍະຍິງໄກເຖິງ 80 ກມ ໃຫ້ແກ່ ຢູແກຼນ. ໃນວັນດຽວກັນ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດບ້ວງເງິນອຸປະຖຳໃໝ່ຕື່ມອີກທີ່ມີມູນຄ່າ 700 ລ້ານ USD ໃຫ້ແກ່ ຢູແກຼນ.

  ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງຝ່າຍຕາເວັນຕົກ ເພີ່ມທະວີການສະໜອງອາວຸດປະເພດໜັກ ແລະ ທັນສະໄໝໃຫ້ແກ່ບັນດາກຳລັງທະຫານ ຢູແກຼນ ຈະເຮັດໃຫ້ປ່ຽນດຸນກຳລັງໃນສະໜາມຮົບ ຢູແກຼນ ຫຼາຍພໍສົມຄວນ, ເຮັດໃຫ້ສະພາບການປະທະກັນສັບສົນຂຶ້ນຕື່ມ ແລະ ຍາກທີ່ຈະຄາດຄະເນໄດ້. ວັນທີ 1 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ກ່າວເຕືອນວ່າ, ເລື່ອງຝ່າຍຕາເວັນຕົກ ອຸປະຖຳອາວຸດໃຫ້ແກ່ ຢູແກຼນ ບໍ່ແກ້ໄຂການປະທະກັນໄດ້, ກົງກັນຂ້າມ, ອາດຈະເຮັດໃຫ້ເພີ່ມການປະທະກັນໂດຍກົງລະຫວ່າງ ລັດເຊຍ ແລະ ບັນດາປະເທດຝ່າຍຕາເວັນຕົກ.

100 ວັນເກີດການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ: ສະພາບການສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້ - ảnh 2
ລະບົບ HIMARS ຂອງອາເມລິກາ
(ພາບ: Gagadget)

ຢຶດໝັ້ນຄວາມມານະພະຍາຍາມເຈລະຈາເພື່ອຢຸດຕິສົງຄາມ

        ໃນສະພາບການທີ່ການປະທະກັນລະຫວ່າງລັດເຊຍ - ຢູແກຼນ ພວມສືບຕໍ່ມີການຜັນແປຢ່າງສັບສົນ ແລະ ເຖິງວ່າຮອບເຈລະຈາຄັ້ງຕ່າງໆໄດ້ຮັບການຈັດຂຶ້ນພາຍໃຕ້ການອຸປະຖຳຈາກສາກົນແຕ່ສອງຝ່າຍຍັງບໍ່ທັນຊອກໄດ້ສຽງເວົ້າລວມເທື່ອ, ບັນດາການນຳໂລກສືບຕໍ່ຮຽກຮ້ອງໃຫ້ຝ່າຍຕ່າງໆຢຶດໝັ້ນຕໍ່ຄວາມມານະພະຍາຍາມທາງການທູດ ແລະ ການເຈລະຈາເພື່ອຢຸດຕິສົງຄາມ.

        ໃນຖະແຫຼງການທີ່ປະກາດໃນວັນທີ 31 ພຶດສະພານັ້ນ, ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ໄດ້ສະເໜີໃຫ້ລັດເຊຍ ແລະ ຢູແກຼນ ຈັດການເຈລະຈາຄັ້ງໃໝ່ຢູ່ Istanbul, ພ້ອມທັງຢັ້ງຢືນວ່າ Ankara ພ້ອມແລ້ວທີ່ຈະຮັບບົດບາດເປັນຜູສັງເກດການ ແລະ ຈະມານະພະຍາຍາມຊຸກຍູ້ການເຈລະຈາໂດຍມີການໜູນຊ່ວຍຂອງ ສປຊ. ຕາມອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ຝ່າຍຕາເວັນຕົກ ຕ້ອງຈົດຈຳ ແລະ ຕີລາຄາຄວາມສຳຄັນຂອງລັດເຊຍ ກັບ ເອີລົບ ໃຫ້ຖືກຕ້ອງ.

        ສ່ວນສຳລັບລັດເຊຍ ແລ້ວ, ເຈົ້າໜ້າທີ່ປະເທດນີ້ສືບຕໍ່ຢັ້ງຢືນກຽມພ້ອມເຈລະຈາກັບ ຢູແກຼນ ເພື່ອຢຸດຕິການປະທະກັນ. ວັນທີ 1 ມິຖຸນາ, ທ່ານ Andrey Kartapolov, ປະທານກຳມາທິການປ້ອງກັນຊາດ ດູມາ ແຫ່ງຊາດ ລັດເຊຍ (ສະພາຕ່ຳລັດເຊຍ)  ໄດ້ປະກາດວ່າ ບັ້ນຮົບການທະຫານຂອງ Moscow ຢູ່ ຢູແກຼນ ອາດຈະຢຸດຕິລົງຖ້າຫາກ Kiev ເຫັນດີດຳເນີນການເຈລະຈາ. ກ່ອນນັ້ນໜຶ່ງວັນ, ທ່ານ Valentina Matviyenko, ປະທານສະພາສະຫະພັນລັດເຊຍ (ສະພາສູງ) ກໍ່ເນັ້ນໜັກ, ລັດເຊຍ ກຽມພ້ອມເຈລະຈາ ແລະ ລົງນາມໃນບັນດາຂໍ້ຕົກລົງເພື່ອມຸ່ງໄປເຖິງເປົ້າໝາຍສັນຕິພາບກັບ ຢູແກຼນ./.

ຕອບກັບ

ຂ່າວ/ບົດ​ອື່ນ