15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

(VOVWORLD) -  ໃນສະພາບການລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ, ການຮ່ວມມືຢູ່ທະເລ, ໃນນັ້ນມີການຮ່ວມມືຮ່ວມກັນຂຸດຄົ້ນສິນໃນນໍ້າຢູ່ອ່າວພາກເໜືອ ແມ່ນຈຸດໜຶ່ງທີ່ພົ້ນເດ່ັນ. ພາຍຫຼັງໄລຍະ 15 ປີ ແຫ່ງການລົງນາມໃນສັນຍາແບ່ງກໍານົດເຂດອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດ ແລະ ຜັນຂະຫຍາຍປະຕິບັດ ໄດ້ປະກອບສ່ວນສ້າງສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດອ່າວພາກເໜືອ.

ສັນຍາຮ່ວມມືອາຊີບຫາປາຢູ່ເຂດອ່າວພາກເໜືອລະຫວ່າງຫວຽດນາມ - ຈີນ ແມ່ນໜຶ່ງໃນບັນດາສັນຍາສໍາຄັນ, ມີຄວາໝາຍປະຫວັດສາດໃນການເຈລະຈາແບ່ງກໍານົດເຂດອ່າວພາກເໜືອລະຫວ່າງສອງປະເທດ. ສັນຍາຮ່ວມມືໃນອາຊີບຫາປາລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດນັບແຕ່ປີ 2004, ເຊິ່ງມີຜົນສັກສິດພາຍໃນ 12 ປີ ແລະ ຕໍ່ກໍານົດເວລາອີກ 3 ປີ.

        ຕາມສັນຍາສະບັບດັ່ງກ່າວແລ້ວ, 2 ຝ່າຍໄດ້ສ້າງຕັ້ງເຂດຫາປາລວມ ກວ້າງ 33.500 km2, ເຊິ່ງມີຂອບເຂດນັບແຕ່ເສັ້ນຂະໜານ 20 ລົງໄປຮອດເສັ້ນປິດປາກອ່າວພາກເໜືອ, ຫ່າງຈາກເສັ້ນແບ່ງກໍານົດໄປແຕ່ລະຝ່າຍປະມານ 30,5 ໄມ. ກໍານົດເວລາຂອງເຂດຫາປາລວມແມ່ນ 15 ປີ, ເຊິ່ງລວມມີ 12 ປີເຄື່ອນໄຫວເປັນທາງການ ແລະ ສາມາດຕໍ່ກໍານົດເວລາຕື່ມອີກ 3 ປີ.

ສ້າງສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດອ່າວພາກເໜືອ   

        ຕາມເນື້ອໃນທີ່ລະບຸໃນສັນຍາສະບັບດັ່ງກ່າວແລ້ວ, ເຂດເສດຖະກິດພິເສດ ຂອງປະເທດໃດ ແມ່ນປະເທດນັ້ນມີສິດກວດກາ, ຄວບຄຸມ ແລະ ແກ້ໄຂບັນດາກໍ່າປັ່່ນຫາປາທີ່ໄດ້ຮັບການອະນຸຍາດເຂົ້າເຂດຫາປາລວມ, ປະລິມານສິນທະເລ ແລະ ຈໍານວນກໍ່າປັ່ນທີ່ໄດ້ຮັບອະນຸຍາດເຂົ້າເຂດຫາປາລວມ ແມ່ນອີງຕາມຫຼັກການສະເໝີພາບ, ອີງຕາມປະລິມານສິນທະເລທີ່ອະນຸຍາດໃຫ້ຫາແມ່ນໄດ້ກໍານົດຜ່ານການກວດກາປະຈໍາໄລຍະ. ນອກຈາກນັ້ນ, ແຕ່ລະຝ່າຍຕ່າງກໍມີສິດຮ່ວມທຸລະກິດຮ່ວມມືກັບຝ່າຍທີ 3 ເພື່ອຫາປາ ໃນເຂດເສດຖະກິດພິເສດຂອງຕົນ.

15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ - ảnh 1ກອງປະຊຸມສໍາມະນາ “ຕີລາຄາ 15 ປີ ແຫ່ງວັນປະຕິບັດສັນຍາຮ່ວມມືອາຊີບຫາປາໃນເຂດອ່າວພາກເໜືອ” ທີ່ຖືກຈັດຂຶ້ນຢູ່ແຂວງກວາງນິງ ຂອງຫວຽດນາມ  (ພາບ: laodong.vn)

        ທີ່ກອງປະຊຸມສໍາມະນາ “ຕີລາຄາ 15 ປີ ແຫ່ງວັນປະຕິບັດສັນຍາຮ່ວມມືອາຊີບຫາປາໃນເຂດອ່າວພາກເໜືອ” ທີ່ຖືກຈັດຂຶ້ນຢູ່ແຂວງກວາງນິງ ຂອງຫວຽດນາມ ຫວ່າງແລ້ວນີ້, ການນໍາກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ກະຊວງກະສິກໍາຊົນນະບົດຈີນ ຕ່າງກໍຢັ້ງຢືນວ່າ: ສັນຍາ ອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ທີ່ໄດ້ຜັນຂະຫຍາຍປະຕິບັດນັ້ນ ໄດ້ປະກອບສວນເຂົ້າໃນການສ້າງສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເຂດອ່າວພາກເໜືອ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືລະຫວ່າງສອງປະເທດ. ສອງປະເທດໄດ້ຈັດຕັ້ງວຽກງານຮັກສາການຜະລິດ ແລະ ຄວາມໝັ້ນຄົງຢູ່ທະເລໄດ້ເປັນຢ່າງດີ. ສ່ວນຫຼາຍຈໍານວນກໍ່າປັ່ນຫາປາທີ່ໄດ້ຮັບການອະນຸຍາດ ລ້ວນແຕ່ຮັບປະກັນປະຕິບັດຕາມຂໍ້ກໍານົດ, ຊາວປະມົງກໍປະຕິບັດຕາມການກວດກາ ແລະ ຕິດຕາມຂອງບັນດາກໍາລັງຕໍາຫຼວດທະເລ, ກໍາລັງຮັບຜິດຊອບກ່ຽວກັບສິນໃນນໍ້າ, ທະຫານປ້ອງກັນຊາຍແດນ. ສະເພາະຫວຽດນາມແລ້ວ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ຢັ້ງຢືນວ່າ:

        ສັນຍາສະບັບດັ່ງກ່າວ ໄດ້ກໍານົດຂອບເຂດ ແລະ ສ້າງກອບກົດໝາຍສາກົນ ຢ່າງຈະແຈ້ງ, ອັນໄດ້ສ້າງຄວາມສະດວກໃຫ້ແກ່ແຕ່ລະປະເທດຄຸ້ມຄອງ, ຂຸດຄົ້ນ, ພັດທະນາບັນດາບໍລິເວນທະເລ ແລະ ໄຫຼ່ທະວີບຂອງຕົນໃນອ່າວພາກເໜືອ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ສອງຝ່າຍ ມີພື້ນຖານເພື່ອຊຸກຍູ້ການຮ່ວມມື ແນໃສ່ພັດທະນາອ່າວພາກເໜືອແບບຍືນຍົງ, ຮັກສາສະຖຽນລະພາບພາຍໃນອ່າວ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ພັດທະນາການພົວພັນລວມລະຫວ່າງສອງປະເທດ

        ນັບແຕ່ເມື່ອສັນຍາສະບັບດັ່ງກ່າວມີຜົນສັກສິດ, ບັນດາອົງການທີ່ມີໜ້າທີ່ສອງປະເທດໄດ້ສົມທົບກັນພ້ອມກັນຮັກສາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນເຂດ, ກະຕຸກຊຸກຍູ້ຊາວປະມົງສອງຝ່າຍປະຕິບັດຕາມສັນຍາສະບັບດັ່ງກ່າວ, ຄວບຄຸມກໍ່າປັ່ນຫາປາຢູ່ເຂດຫາປາລວມ. ທ່ານ ອຸ໊ຍຄາງເຈິນ, ຮອງລັດຖະມົນຕີກະຊວງກະສິກໍາຊົນນະບົດຈີນ, ຕີລາຄາວ່າ:

        “ດ້ວຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ, ສອງຝ່າຍໄດ້ຮ່ວມມືກັນບົນເນື້ອໃນຈິດໃຈມິດຕະພາບ, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນແລະກັນ, ຄວາມເປັນລະບຽບຮຽບຮ້ອຍຂອງອາຊີບຫາປາໃນເຂດນ່ານນໍ້າທີ່ໄດ້ກໍານົດໄວ້ໃນສັນຍານັ້ນ ແມ່ນມີສະຖຽນລະພາບພໍສົມຄວນ, ໂດຍພື້ນຖານແມ່ນປະຕິບັດໄດ້ 3 “ສະຖຽນລະພາບ” ນັ້ນແມ່ນ ການປະກອບອາຊີບຫາປາ, ນໍ້າໃຈຄວາມຮັກແພງຂອງຊາວປະມົງ ແລະ ວິທີການຄຸມຄ້ອງອາຊີບຫາປາ. 15 ປີ ແຫ່ງການຈັດຕັ້ງປະຕິບັດສັນຍາສະບັບດັ່ງກ່າວ ແມ່ນ 15 ປີ ແຫ່ງການຮ່ວມມືໃນອາຊີບຫາປາຂອງສອງປະເທດ ບັນລຸໝາກຜົນທີ່ພົ້ນເດັ່ນ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດເຂດແຄມອ່າວ, ສ້າງສະຖຽນລະພາບຢູ່ເຂດຫາປາ”.

        ຊຸກຍູ້ການປະຕິບັດສັນຍາໃຫ້ມີປະສິດທິຜົນ

        ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ແມ່ນໝາກຜົນທີ່ບັນລຸໄດ້ບໍ່ແມ່ນເລື່ອງງ່າຍຂອງການສົ່ງເສີມການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ. ເຂດອ່າວພາກເໜືອມີທີ່ຕັ້ງຍຸດທະສາດສໍາຄັນສໍາລັບຫວຽດນາມ ແລະ ຈີນ ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ນອກຈາກຄວາມໝາຍກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລ້ວ, ອ່າວພາກເໜືອຍັງມີຄວາມໝາຍຢ່າງໃຫຍ່ຫຼວງໃນດ້ານເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ລ້ຽງປູກສິນທະເລຢູ່ເຂດອ່າວອີກດ້ວຍ.

        ເລື່ອງສັນຍາຮ່ວມມືອາຊີບຫາປາຢູ່ອ່າວພາກເໜືອໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນໃນໄລຍະ 15 ປີຜ່ານມາ ໄດ້ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງຈາກປະຫວັດສາດ, ສ້າງພື້ນຖານ ແລະ ກໍາລັງໜູນຊຸກຍູ້ວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ. ບົນພື້ນຖານ 15 ປີ ແຫ່ງການຮ່ວມມຶື, ສອງຝ່າຍ ພວມສືບຕໍ່ຍູ້ແຮງ ແລະ ປະຕິບັດວຽກງານໂຄສະນາ, ຈັດຊຸດຝຶກອົບຮົມໃຫ້ແກ່ຊາວປະມົງ ໄດ້ເປັນຢ່າງດີ, ຮັບປະກັນປະຕິບັດຕາມບັນດາຂໍ້ກໍານົດຂອງສັນຍາ ແລະ ກົດໝາຍ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍພວມດໍາເນີນການສໍາຫຼວດຕີລາຄາຜົນປະໂຫຍດທີ່ໄດ້ຮັບຈາກສິນທະເລ, ປ່ອຍແນວພັນໃໝ່ເພື່ອສ້າງແຫຼ່ງຜົນປະໂຫຍດຄືນໃໝ່, ເພີ່ມທະວີວຽກງານສົມທົບກັນລາດຕະເວນ, ຄວບຄຸມການເຄື່ອນໄຫວອາຊີບຫາປາໃນເຂດທະເລຕ່າງໆ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການພັດທະນາສິນໃນນໍ້າຢູ່ເຂດອ່າວພາກເໜືອແບບຍືນຍົງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການພົວພັນລວມລະຫວ່າງສອງປະເທດ ຫວຽດນາມ-ຈີນ./.


ຕອບກັບ

ຂ່າວ/ບົດ​ອື່ນ