50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ: ຄຸນຄ່າຂອງເອກະສານປະຫວັດສາດ

(VOVWORLD) -  ບັນດາຄຳບອກເຕືອນ ແລະ ຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ ໃນບົດພິໄນກຳ ແມ່ນແນວຄິດກ່ຽວກັບການກໍ່ສ້າງພັກກຳອຳນາດໂປ່ງໃສ, ໝັ້ນຄົງເຂັ້ມແຂງ. 

ປີ 2019 ແມ່ນປີ ຫວຽດນາມ ປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ ຄົບຮອບ 50 ປີ. ຄຳພິໄນກຳ ແມ່ນເອກະສານປະຫວັດສາດອັນປະເສີດເລີດລ້ຳ, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ ກ່ຽວກັບກິພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ ຫວຽດນາມ, ແມ່ນການອອກແບບທິດສະດີກ່ຽວກັບການປ່ຽນແປງໃໝ່ ແລະ ພັດທະນາ, ການຄາດຄະເນໃນອະນາຄົດຂອງປະເທດຊາດ ພາຍຫລັງການປະຕິວັດໄດ້ຮັບໄຊຊະນະຢ່າງສີ້ນເຊີງ ກ້າວເຂົ້າສູ່ການສ້າງສາ ແລະ ພັດທະນາ. 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ປະເທດຊາດ ຫວຽດນາມ ກໍ່ຍາດໄດ້ຜົນງານສຳຄັນຫລາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈ.

50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ: ຄຸນຄ່າຂອງເອກະສານປະຫວັດສາດ - ảnh 1 ປະທານ ໂຮ່ຈີມິນ (ພາບປະກອບ/TTXVN)

       ບັນດາແຖວຕົວໜັງສືທຳອິດຂອງບົດພິໄນກຳນີ້ ໂດຍປະທານ ໂຮ່ຈີມິນ ຂຽນໃນວັນທີ 10 ພຶດສະພາ 1965. ຄຳພິໄນກຳໄດ້ສະຫລຸບສະພາບຕົວຈິງບົດຮຽນໃນການນຳພາການປະຕິວັດ ແລະ ທິດທາງການພັດທະນາຂອງປະເທດຊາດ, ພ້ອມທັງສະແດງໃຫ້ບຸກຄະລິກກະພາບຂອງຜູ້ນຳຍິ່ງໃຫຍ່, ນັກວິລະຊົນປົດປ່ອຍປະເທດ ຫວຽດນາມ, ນັກວັດທະນະທຳດີເລີດ ໂຮ່ຈີມິນ.

ບັນດາຄຳບອກເຕືອນທີ່ມີຄວາມໝາຍປະຫວັດສາດ ແລະ ຍຸກສະໄໝ

        ບັນດາຄຳບອກເຕືອນ ແລະ ຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ ໃນບົດພິໄນກຳ ແມ່ນແນວຄິດກ່ຽວກັບການກໍ່ສ້າງພັກກຳອຳນາດໂປ່ງໃສ, ໝັ້ນຄົງເຂັ້ມແຂງ. ຮອງສາດສະດາຈານ, ປະລິນຍາເອກ ຢວານທິຈີ໊ນ, ຫົວໜ້າພະແນກແນວຄິດ ໂຮ່ຈີມິນ (ສະຖາບັນສື່ມວນຊົນ ແລະ ໂຄສະນາ) ໃຫ້ຮູ້ວ່າ: ໃນບົດພິໄນກຳປະຫວັດສາດຂອງປະທານ ໂຮ່ຈີມິນ, ຄຳບອກເຕືອນທຳອິດແມ່ນເວົ້າກ່ຽວກັບພັກ. ນັ້ນກໍ່ແມ່ນບັນຫາ ເຊິ່ງເພີ່ນມີຄວາມເປັນຫ່ວງເປັນໄຍໃນຕະຫລອດຊີວິດການເຄື່ອນໄຫວປະຕິວັດຂອງຕົນ ຍ້ອນວ່າພັກແມ່ນປັດໄຈສຳຄັນທີ່ຕັດສິນທຸກໄຊຊະນະຂອງການປະຕິວັດ.

        “ດ້ວຍແບບຢ່າງດີເດັ່ນ, ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນຈິດໃຈຊົນຊັ້ນ ແລະ ນ້ຳໃຈມິດສະຫາຍໃນພັກ, ແມ່ນປັດໄຈສຳຄັນ ເພື່ອຄວາມສາມັກຄີໃນພັກ. ເພີ່ນມີຄວາມຮຽກຮ້ອງຕ້ອງການວ່າ “ພັກຕ້ອງມີນ້ຳໃຈຖານສະຫາຍຮັກແພງກັນ”. ໃນບົດພິໄນກຳ, ປະທານ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງປັດໄຈຄຸນສົມບັດ ເມື່ອພັກກາຍເປັນພັກກຳອຳນາດ. ຕາມເພີ່ນແລ້ວ, ພັກກຳອຳນາດແມ່ນບາດກ້າວຫັນປ່ຽນສຳຄັນຍິ່ງໃນເຄື່ອນໄຫວດຳເນີນຊີວິດພັກ. ພັກກຳອຳນາດມີພາລະກຳຊີ້ນຳນຳພາຊົນຊັ້ນ ແລະ ປະເທດຊາດ ກໍ່ສ້າງສັງຄົມໃໝ່ - ສັງຄົມນິຍົມໃຫ້ປະສົບຜົນສຳເລັດ. ເພື່ອສ້າງພາລະກຳນັ້ນໃຫ້ສຳເລັດ, ພັກກອມມູນິດ ຫວຽດນາມ ຕ້ອງ “ແມ່ນຄຸນສົມບັດ, ແມ່ນຄວາມສີວິໄລ.”

        ແນວຄິດທີ່ພົ້ນເດັ່ນອື່ນໆໃນຄຳພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນແນວຄິດເຄົາລົບນັບຖືປະຊາຊົນ, ສະໜິດຕິດພັນກັບປະຊາຊົນ. ບົດພິໄນກຳໄດ້ເຕື້ອງເຖິງບັນດານະໂຍບາຍ ແລະ ມາດຕະການສຳລັບທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່, ລູກເມຍຂອງເຂົາເຈົ້າ, ສຳລັບແມ່ຍິງ, ຊາວໜຸ່ມ, ຊາວນາ, ພໍ່ແມ່ປະຊາຊົນຢູ່ເຂດທົ່ງພຽງກໍ່ຄືເຂດພູດອຍ, ຕ້ອງມີແຜນການທີ່ດີ ເພື່ອພັດທະນາເສດຖະກິດ ແລະ ວັດທະນະທຳ ແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ພັດທະນາການສຶກສາ, ວຽກງານສາທາລະນະສຸກ ແລະ ອະນາໄມ. ສາດສະດາຈານ, ປະລິນຍາເອກ ຮ່ວາງຈີ໊ບາວ, ນັກຊ່ຽວຊານຂັ້ນສູງ, ອະດີດສະມາຊິກສະພາທິດສະດີສູນກາງຖືວ່າ:

        “ສິ່ງສຳຄັນທີ່ສຸດແມ່ນເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຍ້ອນວ່າ ນີ້ແມ່ນປະຖົມປັດໄຈທາງດ້ານວັດຖຸ ເພື່ອກ້າວໄປເຖິງການສຶກສາແນວຄິດດ້ານການເມືອງ. ທີ 2 ແມ່ນ, ເຮັດແນວໃດໃຫ້ໄດ້ຄືຄຳເວົ້າຂອງປະທານ ໂຮ່ຈີມິນ ທີ່ວ່າ: ເບິ່ງແຍງດູແລບໍ່ພຽງແຕ່ເອົາໃຈໃສ່ເຖິງການດຳລົງຊີວິດຂອງປະຊາຊົນເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງພູມປັນຍາຂອງປະຊາຊົນ, ສິດຂອງປະຊາຊົນອີກດ້ວຍ. ເຄົາລົບນັບຖືປະຊາຊົນ, ມີການກະທຳເພື່ອປະຊາຊົນ ປະຊາຊົນຈຶ່ງມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະຕິບັດຕາມ.”

        ກ່ຽວກັບລັດທິສັງຄົມນິຍົມ ແລະ ການປ່ຽນແປງໃໝ່, ໃນບົດພິໄນກຳ, ປະທານ ໂຮ່ຈີມິນ ໄດ້ຍົກອອກທັດສະນະກ່ຽວກັບສັງຄົມນິຍົມ “ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດການປະຕິວັດໂລກ”. ເມື່ອເຕື້ອງເຖິງການປ່ຽນແປງໃໝ່, ເພີ່ນຖືວ່າ ນີ້ແມ່ນການຕໍ່ສູ້ຕ້ານຄືນສິ່ງໃດທີ່ໄດ້ເກົ່າແກ່, ເປ່ເພ ເພື່ອສ້າງສິ່ງໃໝ່ອ່ຽມ, ສິ່ງທີ່ດີງາມ…ແມ່ນການຕໍ່ສູ້ດ້ວຍຂອບຂະໜາດໃຫຍ່. ຕ້ອງປຸກລະດົມທົ່ວປວງຊົນ, ອົງການຈັດຕັ້ງ ແລະ ສຶກສາທົ່ວປວງຊົນ.

ປະຕິບັດຄຳພິໄນກຳຂອງເພີ່ນຢ່າງມີປະສິດທິຜົນເທື່ອລະກ້າວ

ໂດຍປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ໃນ 50 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກ. ພັກໄດ້ມີບັນດາບາດກ້າວເຕີບໃຫຍ່ຂະຫຍາຍຕົວກ່ຽວກັບການກໍ່ສ້າງ, ພັດທະນາແນວທາງການປະຕິວັດ, ຮັກສາບົດບາດຂອງພັກກຳອຳນາດໃຫ້ໝັ້ນຄົງ. ພ້ອມກັນນັ້ນ, ພັກ ແລະ ລັດໄດ້ປະກາດໃຊ້ບັນດານະໂຍບາຍສັງຄົມ ມຸ່ງໄປເຖິງການຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ຫວຽດນາມ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ ແລະ ວັດຖຸຮັບໃຊ້ມະນຸດ, ກຳນົດມະນຸດ ທັງເປັນເປົ້າໝາຍ, ທັງເປັນກຳລັງໜູນ, ທັງເປັນເຈົ້າປະດິດຄິດສ້າງວັດຖຸສິ່ງຂອງທຸກຢ່າງ; ຊີ້ນຳນຳພາປະຊາຊົນປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນບັນດາຂົງເຂດການເມືອງ, ເສດຖະກິດ - ສັງຄົມ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.

ຄຳພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນຄຳບອກເຕືອນຂອງຜູ້ນຳທີ່ມີຄວາມປີຊາສາມາດຂອງປະຊາຊົນ ຫວຽດນາມ ແມ່ນບົດສະຫລຸບພຶດຕິກຳຕົວຈິງ, ກຳນົດທິດໃນອະນາຄົດ ແລະ ແມ່ນປື້ມຕຳລາໃຫ້ແກ່ພັກກອມມູນິດ ຫວຽດນາມ ບົນເສັ້ນທາງກ້າວເດີນໄປທາງໜ້້າ. ນັ້ນແມ່ນພະຍານຫຼັກຖານຢັ້ງຢືນຄຸນຄ່າປະຫວັດສາດອັນລ້ຳຄ່າ, ຄວາມໝາຍທິດສະດີ ແລະ ພຶດຕິກຳຕົວຈິງຂອງເອກະສານປະຫວັດສາດ./.

ຕອບກັບ

ຂ່າວ/ບົດ​ອື່ນ