50 ປີ​ແຫ່ງ​ການ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຈາກ​ມິດ​ຕະ​ພາບ​ຕະຫຼອດ​ຮອດ​ນ້ຳ​ໃຈ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ

(VOVWORLD) - ພາຍຫຼັງ 50 ປີແຫ່ງການຮ່ວມມື, ການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ບັນລຸໄດ້ຜົນສຳເລັດທີ່ເປັນໜ້າທັບໃຈຫຼາຍຢ່າງ. ຢູ່ກອງປະຊຸມສຳມະນາສາກົນ “50 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ: ຫວນຄືນ ແລະ ມຸ່ງໄປເຖິງ”, ໂດຍສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສົມທົບກັບສະຖານທູດ ອົດສະຕາລີ ຈັດຂຶ້ນໃນວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ບັນດາບົດປະກອບຄຳເຫັນໄດ້ຢັ້ງຢືນວ່າ ສອງປະເທດ ພວມສືບຕໍ່ມຸ່ງໄປເຖິງການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຕ່ລະປະເທດ ກໍ່ຄືປັບຕົວໃຫ້ແທດເໝະກັບສະພາບການໃໝ່ຂອງພາກພື້ນ ແລະ ໂລກ.

50 ປີ​ແຫ່ງ​ການ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຈາກ​ມິດ​ຕະ​ພາບ​ຕະຫຼອດ​ຮອດ​ນ້ຳ​ໃຈ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ - ảnh 1ພາບປະກອບ: TTXVN

ກ່ອນນີ້ກ່ວາ 50 ປີ, ໃນວັນທີ 26 ກຸມພາ ປີ 1973, ຫວຽດນາມ ແລະ ອົດສະຕາລີໄດ້ສ້າງຕັ້ງການພົວພັນທາງການທູດ. ປີ 2009, ສອງປະເທດ ໄດ້ສ້າງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຫຼັງຈາກນັ້ນ 9 ປີ ຄືໃນປີ 2018, ການພົວພັນນັ້ນໄດ້ສອງຝ່າຍເຫັນດີເປັນເອກະພາບ ຍົກຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດ. ນັບແຕ່ນັ້ນມາ, ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ເຫັນໄດ້ຄວາມສຳຄັນຂອງແຕ່ລະປະເທດໃນນະໂຍບາຍການຕ່າງປະເທດ, ການປ້ອງກັນຄວາມສະຫງົບ ແລະ ເສດຖະກິດຂອງກັນ.

ໄລຍະທາງ 50 ປີ ແຫ່ງຄວາມປະທັບໃຈ

ບັນດາບົດປະກອບຄຳເຫັນ ຢູ່ກອງປະຊຸມສຳມະນາ ລ້ວນແຕ່ເນັ້ນໜັກວ່າ ໄລຍະທາງ 50 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໄດ້ຢັ້ງຢືນການພົວພັນ ຫວຽດນາມ - ອົດສະຕາລີ ແມ່ນຫຼັກຖານພິສູດໃຫ້ເຫັນການຫັນປ່ຽນຍຸດທະສາດການພົວພັນສາກົນ ພາຍຫຼັງສົງຄາມເຢັນ (1947 - 1991) ມາຮອດປັດຈຸບັນ, ເມື່ອບັນດາປະເທດໃນໂລກ ໄດ້ຫັນ ການສູ້ຢັນກັນ ມາເປັນການ ສົນທະນາ ແລະ ຍູ້ແຮງການຮ່ວມມືດ້ານເສດຖະກິດສາກົນ. ການພົວພັນນີ້ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງແຮງ ແລະ ຕັ້ງໜ້າບົນພື້ນຖານຂອງການພົວພັນດ້ານການເມືອງເມືອງອັນໝັ້ນແກ່ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຢັ້ງຢືນວ່າ:

ບໍ່ມີເວລາໃດໃນປະຫວັດສາດເຊິ່ງການພົວພັນລະຫວ່າງສອງປະເທດ ພວກເຮົາ ມີຄວາມໝັ້ນແກ່ນ ແລະ ພັດທະນາຢ່າງດີງາມຄືໃນປັດຈຸບັນ. ການພົວພັນສອງຝ່າຍ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ ກໍ່ຄືການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ນັ້ນແມ່ນການຮ່ວມມືດ້ານປ້ອງກັນຊາດ, ການສຶກສາ, ການຄ້າ ຫຼືການພົວພັນແລກປ່ຽນປະຊາຊົນ. ນີ້ແມ່ນການເຊື່ອມຕໍ່ສຳຄັນລະຫວ່າງປະຊາຊົນສອງປະເທດ.

ສອງປະເທດລ້ວນແຕ່ມີທີ່ຕັ້ງສຳຄັນໃນຍຸດທະສາດການຕ່າງປະເທດຂອງກັນ. ກ່ຽວກັບພູມີສາດການເມືອງ, ອົດສະຕາລີຖືເປັນສຳຄັນ ຫວຽດນາມ, ຍ້ອນວ່າ ຫວຽດນາມ ມີທີ່ຕັ້ງພູມີສາດຍຸດທະສາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງແມ່ນສະຖານທີ່ປະສົມປະສານ ແລະ ນັບມື້ນັບດຶງດູດຄວາມສົນໃຈຈາກຫຼາຍປະເທດໃຫຍ່ໃນໂລກ. ໃນຍຸດທະສາດການຕ່າງປະເທດຂອງຕົນ, ອົດສະຕາລີໄດ້ຢັ້ງຢືນເປັນຫຼາຍຄັ້ງວາ, ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ເອກະລາດ ແລະ ມີອະທິປະໄຕ, ໃນນັ້ນ ບໍ່ອາດຂາດບົດບາດຂອງ ຫວຽດນາມ ໄດ້. ໃນຂະນະນັ້ນ, ຂົງເຂດເສດຖະກິດໄດ້ເຫັນປະຈັກຕາບາດກ້າວພັດທະນາຢ່າງກະໂດດຂັ້ນ ດ້ວຍຕົວເລກການເຕີບໂຕທາງການຄ້າທີ່ເປັນໜ້າປະທັບໃຈ. ທ່ານຮອງສາດສະດາຈານ, ປ.ອ ຕະມິງຕວັນ, ຮອງປະທານສະຖາບັນ ບັນດິດ ວິທະຍາສາດສັງຄົມ ຫວຽດນາມ ເນັ້ນໜັກວ່າ:

ພຽງແຕ່ໃນໄລຍະກ່ວາ 20 ປີຜ່ານມາ, ແຕ່ປີ 1991 ຫາປິ 2022, ມູນຄ່າການຄ້າສອງຝ່າຍລະຫວ່າງ ສອງປະເທດ ມີການເຕີບໂຕຢ່າງແຮງ, ຈາກລະດັບ 60 ລ້ານ USD ຂຶ້ນເຖິງກ່ວາ 15,7 ຕື້ USD. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 10 ຂອງອົດສະຕາລີ ແລະ ອົດສະຕາລີແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 7 ຂອງ ຫວຽດນາມ. ອົດສະຕາລີ ກໍ່ແມ່ນຄູ່ຮ່ວມມືໃຫ້ການໜູນຊ່ວຍພັດທະນາແຖວໜ້າ, ປະກອບສວ່ນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ໃນຫຼາຍທົດສະວັດຜ່ານມາ.

ຈຸດພິເສດສະເພາະໃນການພົວພັນລະຫວ່າງສອງປະເທດ ແມ່ນ ອົດສະຕາລີ ມີຈຳນວນພົນລະເມືອງເຊື້ອຊາດ ຫວຽດນາມ ຫຼາຍຢູ່ແຖວໜ້າໃນໂລກ. ປະຊາຄົມ ຫວຽດນາມ ປະຈຳ ອົດສະຕາລີ ມີປະມານ 350.000 ຄົນ (ຢຶ່ນຢູ່ດັນອັບທີ 5 ໃນຈຳນວນບັນດາປະຊາຄົມຊາວຕ່າງດ້າວ ອາໄສຢູ່ ອົດສະຕາລີ). ນອກຈາກນັ້ນ, ມີຈຳນວນນັກສຶກສາ ແລະ ນັກຄົ້ນຄ້ວາ ຫວຽດນາມ ປະມານ 31.000 ຄົນ ພວມຮ່ຳຮຽນຢູ່ ອົດສະຕາລີ. ນີ້ແມ່ນຂົວເຊື່ອມຕໍ່ສຳຄັນ, ບໍ່ພຽງແຕ່ກ່ຽວກັບທາງດ້ານວັດທະນະທຳເທົ່ານັ້ນ ຫາກຍັງກ່ຽວກັບທາງການຄ້າ, ການລົງທຶນ, ເຊື່ອມຕໍ່ເສດຖະກິດລະຫວ່າງວິສາຫະກິດສອງປະເທດອີກດ້ວຍ.

50 ປີ​ແຫ່ງ​ການ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ: ຈາກ​ມິດ​ຕະ​ພາບ​ຕະຫຼອດ​ຮອດ​ນ້ຳ​ໃຈ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ - ảnh 2ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ
(ພາບ: Baoquocte.vn)

ເສີມຂະຫຍາຍລວງເລິກຂອງການພົວພັນຄູ່ຮ່ວມມືຍຸດທະສາດ

ນັບແຕ່ເວລາ ຫວຽດນາມ ແລະ ອົດສະຕາລີ ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນລະດັບຄູ່ຮ່ວມມືຍຸດທະສາດໃນປີ 2018 ມາຮອດປັດຈຸບັນ, ອົດສະຕາລີ ຍາມໃດກໍ່ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ. ໃນຕົວຈິງ, ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ມີຫຼາຍກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນພັດທະນາ, ຍັງມີຫຼາຍຂົງເຂດທີ່ອາດສາມາດຂຸດຄົ້ນໄດ້ໃນການຮ່ວມມືສອງຝ່າຍ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ. ໃນສະພາບການຫັນເປັນໂລກກະພິວັດ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນ ສືບຕໍ່ແມ່ນທ່າອ່ຽງຫຼັກແຫຼ່ງຂອງ ສະພາບການສາກົນ ນັ້ນແນວໂນມ ພັດທະນາຂອງການພົວພັນ ຫວຽດນາມ - ອົດສະຕາລີ ພວມຄ່ອຍໆຫັນປ່ຽນໄປການເປັນການພົວພັນຄູ່ຮ່ວມມື ພ້ອມກັນພັດທະນາ. ທ່ານຮອງສາດສະດາຈານ, ປ.ອ ຫງວຽນຮູຍຮ່ວາງ, ຫົວໜ້າສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຖືວ່າ:

ໜຶ່ງໃນບັນດາແບບຢ່າງດີງາມໃນການພົວພັນສາກົນປັດຈຸບັນແມ່ນ ການພົວພັນ ຫວຽດນາມ - ອົດສະຕາລີ, ຈາກ ການພົວພັນຄູ່ຮ່ວມມື ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ພວມມີແງ່ຫວັງຫຼາຍຢ່າງຈະຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຫວຽດນາມ ມີຄວາມຫວັງຢ່າງຍິ່ງວ່າ ແງ່ຫວັງພັດທະນາການພົວພັນສອງປະເທດ ແມ່ນພື້ນຖານ ບໍ່ພຽງແຕ່ຊຸກຍູ້ສັນຕິພາບໃນພາກພື້ນ ອາຊີ - ປາຊີຟິກ, ມະຫາສະໝຸດອິນເດຍ - ປາຊີຟິກເທົ່ານັ້ນ ຫາກຍັງສ້າງກາລະໂອກາດໃຫ້ແກ່ການພັດທະນາ ຂອງ ທັງ ຫວຽດນາມ ແລະ ອົດສະຕາລີ, ປະກອບສ່ວນເຂົ້າໃນການສ້າງຄວາມເປັນລະບຽບຮຽບຮ້ອຍພາກພື້ນໃໝ່ໃນໄລຍະຈະມາເຖິງອີກດ້ວຍ.

50 ປີຜ່ານມາ, ການພົວພັນ ຫວຽດນາມ - ອົດສະຕາລີ ບັນລຸໄດ້ຜົນສຳເລັດທີ່ເປັນໜ້າປະທັບໃຈຫຼາຍຢ່າງ. ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດສ້າງການພົວພັນສອງຝ່າຍ ກາຍເປັນແບບຢ່າງທີ່ດີ, ການຮ່ວມມືຍຸດທະສາດ ຕ່າງຝ່າຍຕ່າງມີໄຊ ໃນໄລຍະທາງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ