50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ: “ໝັ້ນ​ຄົງ​ໜັກ​ແໜ້ນ, ດີ​ງາມ, ມີ​ຄວາມ​ໝັ້ນ​ໝາຍຫຼາຍ​ຢ່າງ”

(VOVWORLD) - ວັນທີ 21 ສິງຫາ 1973, ການາດາ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. 50 ປີຜ່ານມາ, ການພົວພັນຂ້າມປາຊີຟິກ ລະຫວ່າງສອງປະເທດນັບມື້ນັບພັດທະນາດີງາມ ແລະ ເປີດກວ້າງ. ຂີດໝາຍ 50 ປີແມ່ນ ພື້ນຖານອັນໝັ້ນຄົງໜັກແໜ້ນເພື່ອເປີດໜ້າປະຫວັດສາດໃໝ່ໃຫ້ແກ່ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ - ການາດາ.

50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ: “ໝັ້ນ​ຄົງ​ໜັກ​ແໜ້ນ, ດີ​ງາມ, ມີ​ຄວາມ​ໝັ້ນ​ໝາຍຫຼາຍ​ຢ່າງ” - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: TTXVN)

ຫວຽດນາມ ແລະ ການາດາ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ສິງຫາ 1973 ແລະ ຮອດເດືອນພະຈິກ ປີ 2017, ສອງປະເທດໄດ້ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ. ໃນຈຸດເວລານັ້ນ, ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດມີຄວາມໝາຍສຳຄັນຍິ່ງ ຕໍ່ສອງປະເທດ, ໂດຍສະແດງໃຫ້ເຫັນວິໄສທັດ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດໃນການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ສ້າງພື້ນຖານຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນໃຫ້ຫຼາຍກ່ວາອີກໃນສະພາບການສອງປະເທດນັບມື້ນັບແບ່ງປັນຜົນປະໂຫຍດຫຼາຍຢ່າງໃນຂອບເຂດຄືສອງຝ່າຍ, ພາກພື້ນ ແລະ ສາກົນ.

ການພົວພັນຄູ່ຮ່ວມມືຮອບດ້ານມີການພັດທະນາອັນດີງາມ

ນັບແຕ່ເວລາກຳນົດການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນ ຫວຽດນາມ - ການາດາ ນັບມື້ນັບເຂົ້າສູ່ລວງເລິກໃນຫຼາຍຂົງເຂດ. ໃນການພົວພັນດ້ານການເມືອງ - ການທູດ, ຫວຽດນາມ ແລະ ການາດາ ໄດ້ສະແດງການພົວພັນມິດຕະພາບ ບົນຈິດໃຈຮ່ວມມືຜ່ານການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ.

ພ້ອມກັບການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສອງປະເທດໄດ້ຮັກສາການພົບປະເປັນປະຈຳຢູ່ນອກກອງປະຊຸມລະດັບສູງ, ເວທີປາໄສຫຼາຍຝ່າຍສາກົນ ແລະ ພາກພື້ນ. ຫວ່າງແລ້ວນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ເປີດກວ້າງ ແລະ ເຮັດວຽກຢູ່ຍີ່ປຸ່ນ, ວັນທີ 20 ພຶດສະພາ, ຢູ່ນະຄອນ Hiroshima , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ເພື່ອແລກປ່ຽນ, ປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ, ກໍ່ຄືບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານໄດ້ຢັ້ງຢືນວ່າ ການຮ່ວມມືດ້ານການຄ້າແມ່ນຈຸດພົ້ນເດັ່ນດ້ວຍວົງເງິນສອງສົ້ນບັນລຸກ່ວາ 7 ຕື້ USD ໃນປີ 2022, ເຫັນດີເປັນເອກະພາບນຳວົງເງິນການຄ້າສອງຝ່າຍບັນລຸ 10 ຕື້ USD ໂດຍໄວ, ເພີ່ມທະວີການໜູນຊ່ວຍພັດທະນາ, ຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ນະວັດຕະກຳ…

ສອງຝ່າຍກໍ່ແບ່ງປັນຫຼາຍທັດນະທະທີ່ຄ້າຍຄືກັນໃນບັນດາບັນຫາສາກົນ, ການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາກົນໄກຫຼາຍຝ່າຍຄື: ສປຊ, ປະຊາຄົມ Francophonie, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC). ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດເປັນຂົວເຊື່ອມຕໍ່ຂອງ ການາດາ ກັບອາຊີ - ປາຊີຟິກ ແລະ ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງການາດາໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.

50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ: “ໝັ້ນ​ຄົງ​ໜັກ​ແໜ້ນ, ດີ​ງາມ, ມີ​ຄວາມ​ໝັ້ນ​ໝາຍຫຼາຍ​ຢ່າງ” - ảnh 2ພາບປະກອບ: TTXVN

ໝັ້ນໝາຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື

ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ການາດາ ແມ່ນພື້ນຖານອັນໝັ້ນຄົງໜັກແໜ້ນໃຫ້ແກ່ການພັດທະນາການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ. ນັບແຕ່ເວລາກຳນົດຄູ່ຮ່ວມມືຮອດບ້ານໃນປີ 2017, ວົງເງິນສົ່ງອອກນຳເຂົ້າລະຫວ່າງສອງປະເທດ ມີການເຕີບໂຕຢ່າງແຮງ.

ຄວາມສາມາດບົ່ມຊ້ອນໃຫ້ແກ່ສິນຄ້າ ຫວຽດນາມ ໃນການແຊກຊຶມເຂົ້າຕະຫຼາດການາດາຍັງໃຫຍ່ຫຼວງທີ່ສຸດ. ລັດຖະບານ ການາດາ ໄດ້ຕິດຕາມຍຸດທະສາດຫັນຕະຫຼາດເປັນຫຼາຍຮູບແບບ ແລະ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ. ນີ້ແມ່ນກາລະໂອກາດໃຫຍ່ທີ່ສຸດເພື່ອໃຫ້ບັນດາວິສາຫະກິດຫວຽດນາມເຂົ້າເຖິງຕະຫຼາດນີ້. ເດືອນມັງກອນປີ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງການຕ່າງປະເທດ, ການຄ້າ ແລະ ພັດທະນາ ການາດາ ໄດ້ເຊັ້ນບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຄະນະກຳມະການເສດຖະກິດປະສົມ ຫວຽດນາມ - ການາດາ. ໄປຄຽງຄູ່ກັນນັ້ນ, ການເຄື່ອນໄຫວລົງທຶນກໍ່ບັນລຸໄດ້ໝາກຜົນທີ່ເປັນໜ້າຊົມເຊີຍ. ໄລ່ຮອດເດືອນກໍລະກົດປີ 2023, ການາດາ ໄດ້ລົງທຶນໂດຍກົງ  253 ໂຄງການຢູ່ຫວຽດນາມ ດ້ວຍຍອດທຶນຈົດທະບຽນແມ່ນ 4,84 ຕື້ USD.

ການສຶກສາ ແລະ ບຳລຸງສ້າງ ແມ່ນຂົງເຂດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນການພົວພັນສອງຝ່າຍ ແລະ ການາດາ ຍາມໃດກໍ່ກຳນົດ ຫວຽດນາມ ແມ່ນຕະຫຼາດບຸລິມະສິດໃຫ້ແກ່ການຮ່ວມມືດ້ານການສຶກສາ. ປັດຈຸບັນມີນັກສຶກສາ ຫວຽດນາມ ປະມານ 21.000 ຄົນ ພວມຮ່ຳຮຽນຢູ່ ການາດາ. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຂອງສອງປະເທດ ຍາມໃດກໍ່ໄດ້ຮັບການຊຸກຍູ້. ປັດຈຸບັນມີບັນດາຄູ່ທ້ອງຖິ່ນເຊື່ອມຕໍ່, ຮ່ວມມືກັນຄື: ຮ່າຕິງ - Langley (ລັດ British Columbia), ດ່ານັງ - Vancouver, ນະຄອນໂຮ່ຈີມິນ -Toronto (ລັດ Ontario). ປັດຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ການາດາ ມີປະມານ 250.000 ຄົນ, ເຊິ່ງໄດ້ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ເຮັດໃຫ້ພື້ນຖານວັດທະນະທຳຂອງປະເທດການາດາອຸດົມສົມບູນຕື່ມອີກ.

ຫວນຄືນເສັ້ນທາງ 50ປີຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາມີການພັດທະນາ ຢ່າງບໍ່ຢຸດຢັ້ງ, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພົນພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກຍັງໃຫຍ່ຫຼວງທີ່ສຸດ. ດ້ວຍໄລຍະປະຫວັດສາດທີ່ຍາວນານຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ດ້ວຍນ້ຳໃຈຂອງການນຳຫຼາຍລຸ້ນຄົນ ແລະ ປະຊາຊົນສອງປະເທດທີ່ສະຫງວນໃຫ້ກັນ, ແນ່ນອນວ່າ ການພົວພັນສອງປະເທດຈະກ້າວໄປໄກກ່ວາອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ