Monsantoຕ້ອງມີຄວາມຮັບຜິດຊອບແກ້ໄຂຜົນຮ້າຍຢ້ອນຫຼັງເຖິງສິ່ງແວດລ້ອມຢູ່ ຫວຽດນາມ

(vovworld) ພາຍຫຼັງ​​ດຳ​ເນີນການ​ສືບ​ສວນເປັນ​ເວ​ລາ 6 ເດືອນ ແລະ ພິ​ພາກ​ສາ​ເປັນ​ເວ​ລາ 2 ວັນ, ວັນ​ທີ 18/4, ສານ​ສາ​ກົນ​ກ່ຽວ​ກັບ Monsanto ຢູ່​ລາ​ໄຮ (ປະ​ເທດ ໂຮນ​ລັງ) ໄດ້​ອອກ​ຄຳ​ຕັດ​ສິນ, ລົງ​ໂທດ​ກຸ່ມ​ບໍ​ລິ​ສັດ Monsanto ກ່ຽວ​ກັບ​ໂທດ​ທຳ​ລາຍ, ດັບ​ສ​ູນ​ສິ່ງ​ແວດ​ລ້ອມ, ກໍ່​ຜົນ​​ຮ້າຍ​ໃນ​ໄລ​ຍະ​ຍາ​ວ​ເຖິງ​ຊີ​ວະ​​ພາບ ແລະ ຊີ​ວິດ​ການ​ເປັນ​ຂອງ​ປະ​ຊາ​ຊົນ​ຢູ່ຫຼາຍ​ປະ​ເທດ, ໃນ​ນັ້ນ​ມີ ຫວຽດ​ນາມ. ຄຳ​ຕັດ​ສິນ​ຂອງ​ສານ​ພົນ​ລະ​ເຮືອນນີ້​ແມ່ນ​ບາດ​ກ້າວ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ໃຫ້ Monsanto ປະ​ຕິ​ບັດ​ກົດ​ໝາຍ, ມີ​ຄວາມ​ຮັບ​ຜິດ​ຊອບ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ໃນ​ການ​ສະ​ໜອງ​ທາດ​ພິດ​ສ​ີ​ສົ້ມ/ດີ​ໂອ​ຊິນ ໃຫ້​ກອງ​ທັບ ອາ​ເມລິ​ກາ ດຳ​ເນີນສົງ​ຄາມ​ເຄ​ມີ​ຢູ່ ຫວຽດ​ນາມ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ທູ​ຮ​ວາ ດ້ວຍ​ຫົວ​ຂໍ້​ວ່າ “Monsanto ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​​ເຖິງ​ສິ່ງ​ແວດ​ລ້ອມ​ຢູ່ ຫວຽດ​ນາມ”.

Monsantoຕ້ອງມີຄວາມຮັບຜິດຊອບແກ້ໄຂຜົນຮ້າຍຢ້ອນຫຼັງເຖິງສິ່ງແວດລ້ອມຢູ່ ຫວຽດນາມ - ảnh 1ພ​າບ​ປະ​ກອບ

ສົງ​ຄາມ​ເຄ​ມີ​ໂດຍ ອາ​ເມ​ລິ​ກາ ດຳ​ເນີນ​ຢູ່ ຫວຽດ​ນາມ ແມ່ນ​ສົງ​ຄາມ​ເຄ​ມີ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສ​ຸດ, ຍາວ​ນານ​ທີ່​ສ​ຸດ ແລະ ກໍ່​ຜົນ​ຮ້າຍ​ຢ້​ອນຫຼັງ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ທີ່​ມີ​ຕໍ່​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ​ຂອງ ຫວຽດ​ນາມ. ຕາມນັ້ນ​ແລ້ວ, ແຕ່​ປີ 1961 – 1971, ກອງ​ທັບ ອ​າ​ເມ​ລິ​ກາ ໄດ້​ຫວ່ານ​ທາດ​ເຄ​ມີ​ເກືອບ 80 ລ້ານ​ລິດ​, ໃນ​ນັ້ນ​ມີ 61% ແມ່ນ​ທາດ​ພິດ​ສີ​ສົ້ມ, ເຊິ່ງ​ບັ​ນ​ຈຸ 366 ກິ​ໂລ​ກາມດີ​ໂອ​ຊິນ​ລົງ​ພາກ​ໃຕ້ ຫວຽດ​ນາມ. ປະ​ຊາ​ຊົນ ຫວຽດ​ນາມ​ ປະ​ມານ 4,8 ລ້ານ​ຄົນ​ຖືກ​ຜົນ​ສະ​ທ້ອນ​​ຈາກ​ທາດ​ພິດເຄ​ມີ, ​ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​​​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ເກືອບ 3 ລ້ານ​ຄົນ, ປະ​ຊາ​ຊົນ​ນັບ​ແສນ​ຄົນ​ເສຍ​ຊີ​ວິດ, ມີຫຼາຍ​ຄົນ​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​​ຖືກຜົນ​ຮ້າຍ​​ຢ້ອນຫຼັງຈາກ​ທາ​ດ​ພິດ​ສີ​ສົ້ມ, ນັບ​ໝື່ນ​ຄົນ​ຖືກ​ຢຶດ​ເອົາ​ສິດ​ເປັນ​ພໍ່, ເປັນ​ແມ່. ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດ​ນາມ ​ລວມ​ມີຫຼາຍ​ບັນ​ຫາ​ໃຫຍ່ຄື: ຕີ​ລາ​ຄາ, ​ເພີ່ມ​ເຕີມ​ສະ​ພາບ​ການ​ດີ​ໂອ​ຊິນ ຍັງ​ຕົກ​ຄ້າງ ແລະ ຊອ​ກ​​ຫາ​ເຕັກ​ໂນ​ໂລ​ຢີ​ເໝາະ​ສົມ​ເພື່ອ​ກຳ​ຈັດມົນ​ລະ​ພິດ, ​ຈຳກັດ​ຈຳ​ນວນ​ຜູ້​ຖືກ​ຜົນ​ສະ​ທ້ອນ​ ໃໝ່​ ແລະ ບໍ່​ໃຫ້ສືບ​ພັນ​ສູ່​ຕໍ່​ຄົນ​ລຸ້ນຫຼັງ… ​ດັ່ງ​ນັ້ນຮ​ຽກ​ຮ້ອງ​​ໃຫ້​ມີການ​ໜູນ​ຊ່ວຍ​​ຢ່າງຫຼວງຫຼາຍຂອງ ຫວຽດ​ນາມ ແລະ ການ​ຊ່ວຍ​ເຫຼືອ​​ຈາກປະ​ຊາ​ຄົມ​ສາ​ກົນ.

ປະ​ຊາ​ຊົນ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ທວງ​ເອົາ​ຍຸ​ຕິ​ທຳ

        ພາຍຫຼັງ​ກ່​ວາ 4 ທົດ​ສະ​ວັດ​ນັບ​ແຕ່​ເມື່ອ​ສົງ​ຄາມ​ໄດ້​ສິ້ນ​ສຸດ​ລົງ, ປະ​ຊາ​ຊົນ ຫວຽດນາມ ຍັງ​ຄົງ​ຮຽກ​ຮ້ອງ​ໃຫ້​ໂລກ​ສາ​ມັກ​ຄີ​ຕໍ່​ສູ້​ກັບ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ຂອງ ອາ​ເມ​ລິ​ກາ, ຮຽ​ກ​ຮ້ອງ​ແກ້​ໄຂ​ຜົນ​ຮ້າຍ​​ຢ້ອນຫຼັງຢ່າງ​ໜັກ​ໜ່​ວງ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ເຊິ່ງ ຫວຽດ​ນາມ ພວມ​ຕ້ອງ​ແບກ​ຫາບ. ວັນ​ທີ 30/1/2004, ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ ຫວຽດ​ນາມ ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​​ຂຶ້ນສານ​ຂອງ​ເມືອງ Brooklin, ນະ​ຄອນ ນິວ​ຢອກ, ທີ່​ຟ້ອງ​ຮ້ອງ​ບໍ​ລິ​ສັດ​ຜະ​ລິດ​ທາ​ດ​ເຄ​ມີ​ຂອງ ອາ​ເມ​ລິ​ກາ 37 ແຫ່ງ, ໃນ​ນັ້ນ​ມີ Monsanto, ຍ້ອນ​ໄດ້​ຜະ​ລິດ ແລະ ສະ​ໜອງ​ທາດເຄ​ມີ​ທີ່​ອັນ​ຕະ​ລາຍ​ເພື່ອ​ໃຫ້​ກອງ​ທັບ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ. ຄ​ຳ​ຕັດ​ສິນ​ໄຮ​້​ເຫດ​ຜົນ, ຂາດ​ຄວາມ​ຍຸ​ຕິ​ທຳ​ຂອງ​ບັນ​ດາ​ສານ​ຢູ່ ອາ​ເມ​ລິ​ກາ ​ທີ່​ປະ​ຕິ​ເສດ​ການ​ຮ້ອງ​ຟ້ອງນີ້​ໄດ້​ພາ​ໃຫ້​ເກີດ​ກະ​ແສ​ຟອງ​ຄັດ​ຄ້ານ ອາ​ເມ​ລິ​ກາ ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ, ນັບ​ທັງ​ຢູ່​ອາ​ເມ​ລິ​ກາ. ວັນ​ທີ 16 -17/5/2009, ສານ​ມະ​ໂນ​ທຳປະ​ຊາ​ຊົນ​ສາ​ກົນ​​ທີ່​ຈັດ​ຕັ້ງ​ຢູ່ ປາ​ຣີ (ປະ​ເທດ ຝ​ຣັ່ງ) ໄດ້​ອອກ​ຄຳ​ຕັດ​ສິນ, ຢັ້ງ​ຢືນ​ວ່າ ລັດ​ຖະ​ບານ ອາ​ເມ​ລິ​ກາ ແມ່ນ​ຕົວ​ການ​ນຳ​ໃຊ້​ທາດ​ດີ​ໂອ​ຊິນ, ເຊິ່ງ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ມັນ​ຕໍ່​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ອາດ​ໄດ້​ຮັບ​ຖື​ວ່າແມ່ນ “ດັບ​ສູນ​, ທຳ​ລາຍສິ່ງ​ແວດ​ລ້ອມ”; ບັນ​ດາ​ບໍ​ລິ​ສັດ​ຜະ​ລິດທາດ​ເຄ​ມີ​ຢູ່ ອາ​ເມ​ລິ​ກາ ແມ່ນ​ຜູ້​ຕ້ອງ​ໂທດໃນ​ບັນ​ດາ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ. ສານ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ອາ​ເມ​ລິ​ກາ ແລະ ບັນ​ດາ​ບໍ​ລິ​ສັດທາດ​ເຄ​ມີ​​ທີ່ສະ​ໜອງ​ທ​າ​ດ​ພິດ​ສີ​ສົ້ມ​ຕ້ອງ​ໂຊດ​ເຊີຍ​ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ທາ​ດ​ພິດ​ສີ​ສົ້ມ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ; ຕ້ອງ​ຮັບ​ຜິດ​ຊອບ​​ກຳ​ຈັດ​ສິ່ງ​ແວດ​ລ້ອມ, ລ້າງ​ທາດ​ພິດ​ສີ​ສົ້ມ​ຢູ່​ບັນ​ດາ​ສະ​ຖານ​ທີ່​ຖືກ​ມົນ​ລະ​ພິດ​​ທາດ​ເຄ​ມີຢູ່ ຫວຽດ​ນາມ…

        ເຖິງວ່າບັນ​ດາ​ກໍ​ລະ​ນີ​ຮ້ອງ​ຟ​້ອງ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ ​ຍັງ​ບໍ່​ທັນ​ບັນ​ລຸ​ຜົນ​​ເທົ່າ​ທີ່​ຄວນ, ແຕ່​ໃນ​ເບື້ອງ​ຕົ້ນ​ໄດ້​​ມີ​ການກະ​ທົບ​ຕັ້ງ​ໜ້າ​ເຖິງ​​ທີ່​ທີ ແລະ ການ​ກະ​ທຳ​ຂອງ​ຂະ​ແໜງ​ນິ​ຕິ​ບັນ​ຍັດ ແລະ ຂະ​ແໜງ​ປະ​ຕິ​ບັດ​ກົດ​ໝາຍ ອາ​ເມ​ລິ​ກາ. ເດືອນ 11/2006, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ອອກ​ຖະ​ແໜງ​ການ​ຮ່ວມ, ຢັ້ງ​ຢືນ​ວ່າ: “2 ຝ່າຍ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ ເພື່​ຶອ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​​ບໍ​ລິ​ເວນໃກ້​ກັບ​ບັນ​ດາ​ສາງ​ບັນ​​ຈຸ​ທາດ​ພິດ​ດີ​ໂອ​ຊິນ ກ່ອນນີ້ ສິ່ງ​ດັ່ງ​ກ່າວຈະ​ປະ​ກອບ​ສ່ວນ​ພໍ​ສົ​ມ​ຄວນ​ເຂົ້າ​ໃນ​ການ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ”. ຫຼັງ​ຈາກນັ້ນ, ກອງ​ທຶນ Ford, ກອງ​ທຶນ Bill & Melinda Gates…ຂອງ ອາ​ເມ​ລິ​ກາ ໄດ້ອຸ​ປະ​ຖ​ຳ​ບາງ​ໂຄງ​ການ, ຄື: ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຕ້ານ​ການ​ແຜ່​ລາມ​​​ທາ​ດ​ເຄ​ມີ​ຊົ່ວ​ຄາວ​ຢູ່​ສະ​ໜາມ​ບິນ​ດ່າ​ນັ້ງ, ກໍ່​ສ້າງ​ຫ້ອງ​ທົດ​ລອງ ດີ​ໂອ​ຊິນ… ຊຸມ​ປີ 2007, 2009, ສະ​ພາ​ແຫ່​ງ​ຊາດ ອ​າ​ເມ​ລິ​ກາ ໄດ້​ຮັບ​ຮອງ​ເອົາ​ບ້ວ​ງ​ເງິນ​ໜູນ​ຊ່ວຍ​ມີ​ມູນ​ຄ່າ 3 ລ້ານ USD/ປີ; ປີ 2010, ແມ່ນ 15 ລ້ານ USD ໃຫ້​ແກ່​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດ​ນາມ. ປີ 2011, ລັດ​ຖ​ະ​ບານ ອາ​ເມ​ລິ​ກາ ໄດ້​ໜູນ​ຊ່ວຍ​ 34 ລ້ານ USD ໃຫ້​ແກ່ ຫວຽດ​ນາມ ເພື່ອ​​ລ້າງ​ທາດ​ພິດຢູ່​ສະ​ໜາມ​ບິນ ດ່າ​ນັ້ງ. ແຕ່​ວ່າ, ບັນ​ດາ​ການ​ປະ​ກອບ​ສ່ວນນັ້ນ​​ຍັງໜ້ອຍ​ໂພດ​ສຳ​ລັບ​ຜົນ​ຮ້າຍ​ຢ້ອນຫຼັງ​ອັນ​ໃຫຍ່ຫຼວງ​ທີ່​ເຂົາ​ເຈົ້າ​ໄດ້​ກໍ່​​ຂຶ້ນ​ສຳ​ລັບ​ປ​ະ​ຊາ​ຊົນ ຫວຽດ​ນາມ.

        ຕໍ່​ໜ້າ​ບັນ​ດາ​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ໜັກ​ໜ່ວງ​ຂອງ ທ​າດ​ພິດ​ສີ​ສົ້​ມ/ດີ​ໂອ​ຊິນ ສຳ​ລັບ​ສຸ​ຂະ​ພາບ​ຂອງ​ມະ​ນຸດ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ, ​ຫວ່າງ​ແລ້ວນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ຢັ້ງ​ຢືນ​ວ່າ: “ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງບໍ່​ວ່າ​ຜູ້​ໃດ, ເຖິງວ່າ​ດ້ວຍ​ຈິດ​ໃຈ, ພຸມ​ປັນ​ຍາ, ວັດ​ຖຸ, ເຖິງວ່າ​ມີ​ແຕ່​​ແມ່ນ​ເງິນຫຼຽນ​ໜຶ່ງ, ຄື​ເງິນຫຼຽນ​ໜຶ່ງ​ຂອງ​ຊາວ ອາ​ເມ​ລິ​ກາ ​ທີ່ປະ​ກອບ​ເຂົ້າ​ໂຄງ​ການ​ລ້າງ​​ທາດ​ພິດ​ຢູ່​ສະ​ໜາມ​ບິນ ດ່າ​ນັ້ງ, ຫຼື ​ເງິ​ນຫຼຽນ​ໜຶ່ງ​ຂອງ​ບັນ​ດາ​ຜູ້​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຊື້​ຢຸກ​ຢາ, ເຄື່ອງ​ນຸ່ງ… ລ້ວນ​ແຕ່​​ລຳ​ຄ່າ​ທີ່​ສຸດ”. ດັ່ງ​ນັ້ນ, ຫວຽດ​ນາມ ຊົມ​ເຊີຍ​ເລື່ອງ​ສານ​ສາ​ກົນ Monsanto ​ທີ່ໄດ້​ສະ​ຫລຸບ​ວ່າ Monsanto ​ໄດ້ດັບ​ສູນ, ທຳ​ລາຍ​ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລະ ສະ​ເໜີ Monsanto ເຄົາ​ລົບ​ຂໍ້​ສະ​ເໜີ​ທາບ​ທາມ​ຂອງ​ສານ, ມີ​ບັນ​ດາ​ການ​ກະ​ທຳ​ແທດ​ຈິງ​ປະ​ກອບ​ສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​​ໂດຍ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ ກໍ່ຂຶ້ນ​ຕໍ່ສິ່ງ​ແວດ​ລ້ອມ ຢູ່ ຫວຽດ​ນາມ ໂດຍ​ໄວ.

        ເຖິງວ່າ, ສ​ະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອາ​ເມ​ລິ​ກາ ​ໄດ້​ມີ​ບັນ​ດາ​ບາ​ດ​ກ້າວ​ຕັ້ງ​ໜ້າ, ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ​ຢູ່ ຫວຽດ​ນາມ, ໃນ​ນັ້ນ​ມີ​ຜົນ​ສະ​ທ້ອນ​​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ແລ້ວກໍ່​ຕາມ, ແຕ່​ບັນ​ດາ​ບໍ​ລິ​ສັດ​ຂອງ ອາ​ເມ​ລິ​ກາ, ຄື Monsanto, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ເຄີ​ຍ​ສະ​ໜອງ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໃຫ້​ກອ​ງ​ທັບ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມຢ​ູ່ ຫວຽດ​ນາມ, ກໍ່​ຕ້ອງ​​ມີ​ຄວາມຮັບ​ຜິດ​ຊອບ​ໜູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ