APEC 2017 ຍົກສູງຖານະບົດບາດດ້ານການເມືອງຂອງ ຫວຽດນາມ

(VOVWORLD) - ປີ APEC 2017 ພວມມຸ່ງໄປເຖິງບັນດາການເຄື່ອນໄຫວສຸດທ້າຍ ໃນຂະນະທີ່ມີເວລາພຽງ 2,3 ວັນເທົ່ານັ້ນສັບປະດາຂັ້ນສູງ APEC ຈະຈັດຕັ້ງຢູ່ດ່ານັ້ງ, ນະຄອນທະເລທາງພາກກາງ ທີ່ສວຍງາມ ແລະ ຮັ່ງມີດ້ວຍຄວາມສາມາດບົ່ມຊ້ອນພັດທະນາຂອງ ຫວຽດນາມ. 
 
APEC 2017 ຍົກສູງຖານະບົດບາດດ້ານການເມືອງຂອງ ຫວຽດນາມ - ảnh 1 ທ່ານ ຫງວຽນມີງຫວູ, ຮອງຫົວໜ້າຄະນະເລຂາ, ຄະນະກຳມະການແຫ່ງຊາດ APEC 2017

ຜ່ານກອງປະຊຸມຂັ້ນ SOM (ເຈົ້າໜ້າທີ່ອາວຸໂສ APEC) 6 ຄັ້ງ, ກອງປະຊຸມຂັ້ນລັດຖະມົນຕີ 8 ຄັ້ງ ແລະ ກອງປະຊຸມໃຫຍ່, ນ້ອຍຕ່າງໆເກືອບ 100 ຄັ້ງ ທີ່ໄດ້ຮັບດຳເນີນໃນ 10 ແຂວງ, ນະຄອນຂອງ ຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນນັ້ນ, ບັນດາເນື້ອໃນແຫ່ງການຮ່ວມມືລະອຽດ ພວມຄ່ອຍໆຫັນເປັນຮູບປະທຳ, ສ້າງກຳລັງໜູນ ແລະ ພະລັງຊີວິດໃໝ່ໃຫ້ແກ່ເວທີປາໄສແຫ່ງການຮ່ວມມືແຖວໜ້າໃນພາກພື້ນ. ການຈັດຕັ້ງປີ APEC 2017 ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ເຫັນພາບພົດ ຫວຽດນາມ ປ່ຽນແຫ່ງໃໝ່, ເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທ່າອ່ຽງສັນຕິພາບ, ການຮ່ວມມືໃນພາກພື້ນ.

        ຜ່ານໄລຍະທາງແຫ່ງການສ້າງຕັ້ງ ແລະ ພັດທະນາມາເປັນເວລາເກືອບ 3 ທົດສະວັດນັ້ນ, ເວທີປາໄສຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ (APEC) ນັບມື້ນັບຢັ້ງຢືນທີ່ຕັ້ງ ແລະ ບົດບາດນຳໜ້າຢູ່ພາກພື້ນ ໃນວິວັດແຫ່ງການເຕີບໂຕ ແລະ ຮ່ວມສຳພັນທົ່ວໂລກ, ນຳ ອາຊີ - ປາຊີຟິກ ສືບຕໍ່ແມ່ນພາກພື້ນພັດທະນາຂະຫຍັນຂັນເຄື່ອນ, ມີທີ່ຕັ້ງພູມສາດເສດຖະກິດ, ການເມືອງ ນັບມື້ນັບສຳຄັນຢູ່ໃນໂລກ.

APEC 2017 ຫັນສິ່ງທ້າທາຍ ເປັນກາລະໂອກາດ ແລະ ກຳລັງໜູນຊຸກຍູ້ການເຕີບໂຕ

       ແຕ່ເຖິງຢ່າງໃດກໍ່ຕາມ, ໃນໂລກທີ່ເຕັມໄປດ້ວຍການຫັນປ່ຽນ ແລະ ພາກພື້ນ ອາຊີ - ປາຊີຟິກ ກໍ່ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃນ 3 ແງ່ມູມເສດຖະກິດ - ການຄ້າ, ສັງຄົມ - ມະນຸດ ນັບທັງ ຄວາມໝັ້ນຄົງ - ການເມືອງ. ນັ້ນແມ່ນທ່າອ່ຽງອາລັກຂາການຄ້າມີທ່າອ່ຽງເພີ່ມຂຶ້ນ. ນັ້ນແມ່ນມົນລະພິດ, ການປ່ຽນແປງຂອງດິນຟ້າອາກາດ. ພິເສດ, ສະຖານະການການເມືອງ - ຄວາມໝັ້ນຄົງໂລກ ກໍ່ມີການຫັນປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງ ທີ່ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງວິວັດທະນາການຮ່ວມມືໃນ APEC.

        ດ້ວຍບົດບາດຂອງຕົນ, APEC ອາດຈະໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຂອບເຂດສຳຄັນໃນພາກພື້ນ ເພື່ອໃຫ້ບັນດາພື້ນຖານເສດຖະກິດສະມາຊິກສົມທົບກັນຮັບມືກັບບັນດາສິ່ງທ້າທາຍນີ້. ດັ່ງນັ້ນ, ເນື້ອໃນ APEC 2017 ຕ້ອງເຮັດແນວໃດເພື່ອສ່ອງແສງຄວາມມຸ່ງມາດປາດຖະໜາລວມຂອງ 21 ພື້ນຖານເສດຖະກິດ ສະມາຊິກ APEC, ແມ່ນຄວາມຮັບຜິດຊອບຂອງປະເທດເຈົ້າພາບ ຫວຽດນາມ. ທ່ານ ຫງວຽນມີງຫວູ, ຮອງຫົວໜ້າຄະນະເລຂາ, ຄະນະກຳມະການແຫ່ງຊາດ APEC 2017, ໃຫ້ຮູ້ວ່າ:

        “ມາຮອດປະຈຸບັນ, ຫົວຂໍ້ ແລະ 4 ບຸລິມະສິດເຊິ່ງ ຫວຽດນາມ ຍົກອອກມາໃນປີ APEC 2017 ແມ່ນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”, ລວມມີການຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຍູ້ແຮງການຮ່ວມສຳພັນເສດຖະກິດພາກພື້ນຢ່າງເລິກເຊິ່ງ, ກ້ວາງຂວາງ; ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ; ແລະ ເພີ່ມທະວີການຄ້ຳປະກັນສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເນື້ອໃນລວມນີ້ ຂອງປີ APEC 2017 ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກ APEC ຍ້ອນມີລັກສະນະແທດຈິງ ແລະ ລະອຽດ.”

APEC 2017 ຍົກສູງຖານະບົດບາດດ້ານການເມືອງຂອງ ຫວຽດນາມ - ảnh 2ທ່ານ Raul Salazar, ຫົວໜ້າຄະນະປະຕິບັດງານບັນດາເຈົ້າໜ້າທີ່ຂັ້ນສູງ (SOM) APEC ຂອງ ເປຣູ 

        ຕາມທ່ານ Raul Salazar, ຫົວໜ້າຄະນະປະຕິບັດງານບັນດາເຈົ້າໜ້າທີ່ຂັ້ນສູງ (SOM) APEC ຂອງ ເປຣູ, ເຊິ່ງເປັນປະເທດເຈົ້າພາບຈັດຕັ້ງ APEC 2016 ແລ້ວ,ບັນດາເນື້ອໃນຂອງປີ APEC 2017 ເຊິ່ງ ຫວຽດນາມ ຍົກອອກມານັ້ນ ໄດ້ຕອບສະໜອງຖືກຕ້ອງ ບັນດາບັນຫາຂອງພື້ນຖານເສດຖະກິດທົ່ວໂລກ ເຊິ່ງພື້ນຖານເສດຖະກິດສະມາຊິກທັງໝົດເອົາໃຈໃສ່, ດັ່ງນັ້ນໄດ້ຮັບຄວາມເຫັນດີເຫັນພ້ອມໃນ APEC ຢ່າງວ່ອງໄວ:

“ຂ້າພະເຈົ້າຄິດວ່າ, ບັນດາກຳນົດທິດບຸລິມະສິດໃນຄັ້ງນີ້ແມ່ນສຳຄັນພິເສດ. ບັນຫາທຳອິດແມ່ນການໝູນໃຊ້ບັນດາຂໍ້ລິເລີມ ແລະ ເຕັກໂນໂລຊີໃໝ່. ຂ້າພະເຈົ້າຖືວ່າ, ຫວຽດນາມ ຄັດເລືອກບັນຫານີ້ແມ່ນຖືກຕ້ອງ ຍ້ອນນັ້ນແມ່ນວິທີພວກເຮົາຊ່ວຍໃຫ້ສັງຄົມພັດທະນາຕາມທິດຮອບດ້ານກວ່າ. ພວກຂ້າພະເຈົ້າຕີລາຄາສູງເລື່ອງຫວຽດນາມ ວາງທິດບຸລິມະສິດຈຸດສຸມ ເຂົ້າຕະຫຼາດທັນຍາຫານ ຍ້ອນສິ່ງນີ້ມີຄວາມສຳຄັນສຳລັບບັນດາພື້ນຖານເສດຖະກິດໃໝ່”.

APEC 2017 ຍົກສູງຖານະບົດບາດຂອງຫວຽດນາມ

        ໃນໄລຍະເກືອບ 20 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ແມ່ນສະມາຊິກຂະຫຍັນຂັນເຄື່ອນ ແລະ ມີຄວາມຮັບຜິດຊອບ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການຮ່ວມມື APEC ຢ່າງມີປະສິດທິຜົນ. ນີ້ແມ່ນເທື່ອທີ 2 ທີ່ຫວຽດນາມ ໄດ້ເປັນກຽດເປັນເຈົ້າພາບຈັດຕັ້ງເວທີປາໄສສຳຄັນນີ້, ທ່ວງທ່າ ແລະ ກຳລັງແຮງຂອງຫວຽດນາມ ໄດ້ມີຄວາມແຕກຕ່າງຢ່າງສິ້ນເຊິງ. ຫວຽດນາມ ໄດ້ສ້າງຕັ້ງ 13/21 ຂອບເຂດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບພື້ນຖານເສດຖະກິດສະມາຊິກ APEC. ການຢ້ຽມຢາມຂັ້ນສູງ 4 ຄັ້ງ, ໃນນັ້ນມີການຢ້ຽມຢາມຂອງທ່ານປະທານາທິບໍດີອາເມລິກາ Donald Trump ມາຫວຽດນາມ ເນື່ອງໃນໂອກາດນີ້ ເຊິ່ງບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ຫວຽດນາມ ນັບມື້ນັບໄດ້ຮັບການຍອມຮັບວ່າ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ. ທ່ານ ເຈີ່ນວຽດທ໋າຍ, ຮອງຫົວໜ້າສະຖາບັນຍຸດທະສາດການຕ່າງປະເທດ, ສະຖາບັນການຕ່າງປະເທດ, ປະທານສູນຄົ້ນຄວ້າ APEC ຫວຽດນາມ, ຖືວ່າ.

        “ເມື່ອຫວນຄືນປະທານທາທິບໍດີອາເມລິກາ 3 ຮຸ່ນ, ນັບທັງທ່ານອະດີດປະທານາທິບໍດີ Bill Clinton, ຜູ້ຕົກລົງຫັນການພົວພັນທາງການທູດກັບຫວຽດນາມ ເປັນປົກກະຕິນັ້ນ, ທ່ານກໍ່ພຽງແຕ່ມາຢ້ຽມຢາມຫວຽດນາມ ໃນທ້າຍອາຍຸການຂອງຕົນເທົ່ານັ້ນ. ແຕ່ສະເພາະທ່ານປະທານາທິບໍດີ Donald Trump ພັດເປັນເຈົ້າການມາຢ້ຽມຢາມຫວຽດນາມ ນັບແຕ່ຕົ້ນອາຍຸການ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຖານະບົດບາດຂອງຫວຽດນາມ ພວມເພີ່ມຂຶ້ນ ແລະ ບົດບາດຂອງຫວຽດນາມ ໃນຖານະແມ່ນປະເທດພວມນັບມື້ນັບພັດທະນາ, ເຊື່ອມໂຍງ, ຫັນການພົວພັນເປັນຫຼາຍຝ່າຍ ຫຼາຍຮູບຫຼາຍແບບ ພວມນັບມື້ນັບດີງາມຢູ່ພາກພື້ນ ກໍຄືໃນນະໂຍບາຍພົວພັນຕ່າງປະເທດ ແລະ ໃນການພົວພັນກັບອາເມລິກາ”.

        ໄລຍະທາງແຫ່ງການປ່ຽນແປງໃໝ່ຜ່ານມາ, ບັນດາປະເທດສະມາຊິກ APEC ຍາມໃດກໍ່ຮ່ວມເດີນທາງພ້ອມກັບຫວຽດນາມ. ໃນໄລຍະກຸນແຈຄືປະຈຸບັນ ແລະ ໃນໄລຍະຈະມາເຖິງ, ການຮ່ວມມື APEC ສືບຕໍ່ແມ່ນຈຸດສຸມບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ເປັນເຈົ້າພາບຈັດຕັ້ງ APEC 2017 ແມ່ນເພື່ອແນໃສ່ຫັນເປັນລະອຽດແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເຮັດໃຫ້ການພົວພັນຮອບດ້ານຂອງຫວຽດນາມ ກັບບັນດາຄູ່ຮ່ວມມືມີຄວາມເລິກເຊິ່ງ. APEC 2017 ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາສີສັນວັດທະນະທຳຂອງຊາດ, ພາບພົດປະເທດປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ