APEC ຍາດແຍ່ງທ່າອ່ຽງໃໝ່, ມຸ່ງໄປເຖິງການພັດທະນາແບບຍືນຍົງ

(VOVWORLD) - ນັບແຕ່ວັນທີ 09/05 ຈົນຮອດວັນທີ 21/05 ຢູ່ ຮ່າໂນ້ຍ ກໍ່ດຳເນີນບັນດາການເຄື່ອນໄຫວທີ່ນອນໃນຂອບເຂດປີ APEC 2017 ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໃຫຍ່ທີ 2 ໃນປີ 2017 ຊຶ່ງລວມມີບັນດາກອງປະຊຸມຂອງຄະນະກຳມະການ, ກຸ່ມປະຕິບັດງານ APEC ໃນຫລາຍຂົງເຂດທີ່ແຕກຕ່າງກັນ. ດ້ວຍຄວາມມານະພະຍາຍາມຂອງປະເທດເຈົ້າພາບ ຫວຽດນາມ, ບັນດາການເຄື່ອນໄຫວຄັ້ງນີ້ ມຸ່ງໄປເຖິງເປົ້າໝາຍ ນຳ APEC ສືບຕໍ່ແມ່ນກົນໄກຮ່ວມມືຮ່ວມສຳພັນເສດຖະກິດຢ່າງມີປະສິດທິຜົນ ແຖວໜ້າຂອງພາກພື້ນ, ຍາດແຍ່ງທ່າອ່ຽງໃໝ່, ນຳໜ້າລິເລີ່ມໃນການຊຸກຍູ້ບັນດາແນວຄວາມຄິດຮ່ວມສຳພັນເສດຖະກິດ ໃນ ສະພາບການຢູ່ພາກພື້ນ ແລະ ໂລກພວມຜັນແປຢ່າງສັບສົນ.
APEC ຍາດແຍ່ງທ່າອ່ຽງໃໝ່, ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1 (ພາບປະກອບ)

ພາຍຫລັງໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 28 ປີ, APEC ໄດ້ກາຍເປັນກົນໄກຮ່ວມສຳພັນເສດຖະກິດແຖວໜ້າຢູ່ ອາຊີ - ປາຊີຟິກ. ເຖິງຢ່າງໃດກໍ່ຕາມ, ໃນສະພາວະໂລກປະຈຸບັນ, APEC ພວມປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງຄື: ລັດທິປົກປ້ອງພວມຟື້ນຕົວຂຶ້ນ, ວິວັດການຟື້ນຟູເສດຖະກິດໂລກພວມຊັກຊ້າລົງ, ການເຕີບໂຕດ້ານການຄ້າຫລຸດລົງ…ອັນໄດ້ຮຽກຮ້ອງໃຫ້ການຮ່ວມສຳພັນການເຊື່ອມໂຍງ APEC ຕ້ອງໄດ້ຮັບການປັບປຸງແຂງແຮງກ່ວາ.

ຊຸກຍູ້ການຮ່ວມມື APEC ໃຫ້ເໝາະສົມກັບສະພາບແວດລ້ອມແຫ່ງການແກ່ງແຍ້ງສາກົນໃໝ່

        ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດໃນ APEC ແມ່ນຫົວເລື່ອງຮ່ວມມືສຳຄັນທີ່ສຸດໃນ APEC. ເຖິງຢ່າງໃດກໍ່ຕາມ, ການປະຕິວັດອຸດສາຫະກຳຄັ້ງທີ 4 ພວມພາໄປເຖິງປ່ຽນແປງຫລາຍຢ່າງໃນໂລກ. ຢູ່ຫລາຍປະເທດ, ອັດຕາສ່ວນປະຊາກອນໃນເກນອາຍຸສູງໄດ້ເພີ່ມຂຶ້ນ, ພົນລະເມືອງຫລາຍກຸ່ມທີ່ມີຄວາມສ່ຽງໄພສູງກໍ່ຫລາຍຂຶ້ນ. ຄວາມແຕກໂຕ່ນກັນດ້ານລາຍຮັບກໍ່ເພີ່ມຂຶ້ນ, ດັ່ງນັ້ນ, APEC ບໍ່ອາດຂາດການຄິດໄລ່ເຖິງເລື່ອງ ຕ້ອງຮັບມືໃຫ້ແທດເໝາະກັບບັນດາທ່າອ່ຽງໃໝ່ຄື: ເຕັກໂນໂລຢີ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຫັນເປັນຕົວເມືອງ, ການເຄື່ອນຍ້າຍແຮງງານ…ນອກຈາກເລື່ອງຊຸກຍູ້ການຮ່ວມມືຫັນການຄ້າ ແລະ ການລົງທຶນເປັນສະດວກ, ປະຈຸບັນ APEC ເອົາໃຈໃສ່ເປັນພິເສດເຖິງເລື່ອງຊຸກຍູ້ ບັນດາການຮ່ວມມືຊຸກຍູ້ຂົງເຂດອື່ນໆ, ມີລັກສະນະບໍ່ເຄີຍມີມາກ່ອນຄື: ການຕ້ານກໍ່ການຮ້າຍ, ການຮ່ວມມືເສດຖະກິດ - ເຕັກນິກ, ການຮ່ວມມືເພື່ອຮັບມືກັບໄພທຳມະຊາດ…ແນໃສ່ຊຸກຍູ້ການຮ່ວມສຳພັນ, ເຊື່ອມໂຍງ, ຕິດພັນກັບຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ. ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ທີ່ປຶກສາຂັ້ນສູງຄະນະກຳມະການແຫ່ງຊາດ APEC ຫວຽດນາມ 2017 ຖືວ່າ:

        “ຈຸດພິເສດໃຫຍ່ຂອງທົດສະວັດທີ 2 ໃນສະຕະວັດທີ 21 ແມ່ນການຫັນປ່ຽນຢ່າງວ່ອງໄວໃນພື້ນຖານເສດຖະກິດໂລກ, ການຫັນປ່ຽນຢ່າງໄວ ໃນການປ່ຽນແປງກ່ຽວກັບກຳລັງແຮງເສດຖະກິດລະຫວ່າງບັນດາປະເທດ, ຮຽກຮ້ອງໃຫ້ພວກເຮົາ ຕ້ອງຮັບມືສະພາບການນີ້ຢ່າງທັນການ. ນັ້ນກໍ່ແມ່ນການຫັນປ່ຽນຢ່າງວ່ອງໄວ ໃນເລື່ອງກໍ່ສ້າງບັນດາການຮ່ວມສຳພັນເສດຖະກິດ ແລະ ເພີ່ມລະດັບຄຳໝັ້ນສັນຍາຂຶ້ນຕື່ມ.”

        ໃຫ້ຂໍ້ສັງເກດກ່ຽວກັບບັນດາສິ່ງທ້າທາຍຊຶ່ງ APEC ພວມປະເຊີນໜ້າ ກໍ່ຄືຮຽກຮ້ອງໃຫ້ APEC ຕ້ອງມີເຄື່ອງມືໃໝ່, ທິດສະດີໃໝ່, ວິທີການຮ່ວມມືໃໝ່ ເພື່ອຕອບສະໜອງບັນດາເປົ້າໝາຍພັດທະນາໃໝ່ ທີ່ຕິດພັນກັບທ່າອ່ຽງໃໝ່, ທ່ານອະດີດຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູຄວານ ຖືວ່າ:

        “ຖ້າຫາກຄືເມື່ອກ່ອນ ລະບອບລະບຽບການຂອງ APEC ແມ່ນສິດຜູກຂາດ, ແຕ່ປະຈຸບັນ ພັດປະກົດມີຫລາຍລະບອບລະບຽບການອື່ນໆ, ຊຶ່ງພົ້ນເດັ່ນທີ່ສຸດ ແມ່ນກົນໄກຮ່ວມມື RCEP ຫຼື ບັນດາລະບອບລະບຽບການເສລີ 2 ຝ່າຍອື່ນໆ. ດັ່ງນັ້ນ APEC ຕ້ອງກຳນົດຄືແນວໃດ ໃນລະບອບລະບຽບການນີ້, ເພື່ອຫຼີກລ້ຽງຄວາມຊ້ຳຊ້ອນກັນ, ແກ່ງແຍ້ງກັນ

ຊຸມປີມໍ່ໆມານີ້, APEC ກໍໄດ້ຍົກອອກບັນດາເນື້ອໃນໃໝ່ເພື່ອຮ່ວມມື, ໃນນັ້ນມີການຫຼຸດຜ່ອນຜົນກະທົບໃນລະດັບຕ່ຳສຸດຈາກສິ່ງແວດລ້ອມເຖິງການພັດທະນາເສດຖະກິດ ກໍຄືການຜູກຮັດກ່ຽວກັບການເຕີບໂຕແບບຍືນຍົງກັບບັນຫາສິ່ງແວດລ້ອມ. ສິ່ງທັງໝົດນັ້ນ ໄດ້ສ້າງເງື່ອນໄຂໃຫ້ແກ່ບັນດາພື້ນຖານເສດຖະກິດພາຄີໃນ APEC ຮ່ວມສຳພັນຢ່າງແໜ້ນແຟ້ນນຳກັນ, ບໍ່ພຽງແຕ່ໃນຂອບເຂດຮ່ວມ APEC ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກລະຫວ່າງບັນດາສະມາຊິກຮ່ວມມືນຳກັນເພື່ອເພີ່ມທະວີການຮ່ວມສຳພັນ.

    ຫວຽດນາມມານະພະຍາຍາມພ້ອມກັບ APEC ມຸ່ງໄປສູ່ອະນາຄົດ

  ມີຜູ້ແທນປະມານ 200 ຄົນ ຕາງໜ້າໃຫ້ແກ່ 21 ພື້ນຖານເສດຖະກິດພາຄີໄດ້ມາຫວຽດນາມໃນຄັ້ງນີ້ເພື່ອເຂົ້າຮ່ວມບັນດາກອງປະຊຸມ ແນໃສ່ຜັນຂະຫຍາຍບັນດາໂຄງການ, ແຜນການຮ່ວມມືຍາວນານໃນບັນດາຂົງເຂດທີ່ສຳຄັນ, ເປັນເອກະພາບກັນກ່ຽວກັບບັນດາເອກະສານເພື່ອຍື່ນສະເໜີຕໍ່ບັນດາລັດຖະມົນຕີອະນຸມັດຜ່ານ, ສ້າງເປັນພື້ນຖານເພື່ອກະກຽມເນື້ອໃນ, ເອກະສານໃຫ້ແກ່ກອງປະຊຸມສຸດຍອດໃນທ້າຍປີນີ້. ເປັນຄັ້ງທີ 2 ທີ່ຫວຽດນາມເປັນເຈົ້າພາບຈັດກອງປະຊຸມ APEC, ຫວຽດນາມມີຄວາມຫວັງສະແດງໃຫ້ເຫັນບົດບາດທີ່ຂະຫຍັນຂັນເຄື່ອນ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນເວທີປາໄສຮ່ວມມືເສດຖະກິດທີ່ສຳຄັນແຖວໜ້ານີ້ຢູ່ພາກພື້ນອາຊີ-ປາຊີຟິກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ຢືນຢັນວ່າ : (ເທບ)

    “ ຫວຽດນາມພວມກ້າວເຂົ້າສູ່ໄລຍະຍຸດທະສາດໃໝ່, ສືບຕໍ່ປ່ຽນແປງໃໝ່ຢ່າງກ້ວາງເລິກ, ສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ. ດັ່ງນັ້ນ, ອາຊີ-ປາຊີຟິກເວົ້າລວມ ແລະ ເວທີປາໄສ APEC ເວົ້າສະເພາະ ກໍມີຄວາມໝາຍສຳຄັນພິເສດສຳລັບຫວຽດນາມ. ເພາະສະນັ້ນ, ການກຳນົດທິດນະໂຍບາຍໃຫຍ່ຂອງຫວຽດນາມແມ່ນຮ່ວມມືພ້ອມກັບບັນດາປະເທດພາຄີ APEC ມຸ່ງໄປສູ່ການສ້າງຕັ້ງພາກພື້ນອາຊີ-ປາຊີຟິກສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມຈອດ, ພັດທະນາຢ່າງສະໝ່ຳສະເໝີ, ຍຸດຕິທຳ ແລະ ຍືນຍົງ ”

   ສະພາບການໂລກ ແລະ ພາກພື້ນມີການຜັນແປທີ່ສັບສົນຫຼາຍຢ່າງ. APEC ພວມກ້າວໄປສູ່ໄລຍະຮີບດ່ວນເພື່ອເຮັດສຳເລັດບັນດາເປົ້າໝາຍ Borgor ກ່ຽວກັບການຫັນການຄ້າ ແລະ ການລົງທຶນເປັນເສລີໃນປີ 2020. APEC ຕ້ອງການມີກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ພັດທະນາ, ອັນໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາພື້ນຖານເສດຖະກິດພາຄີ. ນີ້ກໍແມ່ນຈຸດສຸມບຸລິມະສິດຂອງຫວຽດນາມໃນເລື່ອງເປັນເຈົ້າພາບຈັດຕັ້ງເວທີປາໄສນີ້ເປັນຄັ້ງທີ 2 ./.

ຕອບກັບ

ຂ່າວ/ບົດ​ອື່ນ