G20 ຮັບ​ສະ​ຫະ​ພາບ ອາບຟ​ຼິກ​ກາ​ເຂົ້າ​ກຸ່ມ: ເພີ່ມ​ທະ​ວີ​ສຽງ​ເວົ້າ​ຂອງ​ໂລກ​ທາງ​ທິດ​ໃຕ້

(VOVWORLD) - ຢູ່ກອງປະຊຸມສຸດຍອດ ບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ ໂລກ G20  ທີ່ໄດ້ຈັດຂຶ້ນໃນວັນທີ 9 - 10 ກັນຍາຢູ່ນະຄອນຫຼວງ New Dehli ຢູ່ອິນເດຍ, ສະຫະພາບ ອາບຟຼິກກາ (AU) ໄດ້ຮັບການເຊື້ອເຊີນເຂົ້າເປັນສະມາຊິກຂອງກຸ່ມ G20 ຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນໄຊຊະນະທາງການທູດຂອງອາບຟຼິກກາ ແລະ ແມ່ນການຢັ້ງຢືນບົດບາດທີ່ນັບມື້ນັບສຳຄັນຂອງອາບຟຼິກກາ ເວົ້າສະເພາະ ກໍ່ຄືໂລກທາງທິດໃຕ້ ເວົ້າລວມໃນພື້ນຖານບໍລິຫານທົ່ວໂລກ.

G20 ຮັບ​ສະ​ຫະ​ພາບ ອາບຟ​ຼິກ​ກາ​ເຂົ້າ​ກຸ່ມ: ເພີ່ມ​ທະ​ວີ​ສຽງ​ເວົ້າ​ຂອງ​ໂລກ​ທາງ​ທິດ​ໃຕ້ - ảnh 1ກອງປະຊຸມສຸດຍອດ ບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າ ໂລກ G20 (ພາບ: ANI)

ຄຳເຊື້ອເຊີນສະຫະພາບອາບຟຼິກກາເຂົ້າເປັນສະມາຊິກກຸ່ມ G20 ໄດ້ຮັບການປະກາດຈາກທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເມື່ອໄຂກອງປະຊຸມສຸດຍອດ G20 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 9 ກັນຍາ ຢູ່ນະຄອນຫຼວງ New Dehli. ສະຫະພາບ ອາບຟຼິກກາ ຈະເປັນສະມາຊິກປະຈຳການຢ່າງຄົບຖ້ວນຂອງ G20 ນັບແຕ່ກອງປະຊຸມສຸດຍອດຂອງ ກຸ່ມ ໃນປີ 2024 ຢູ່ ບຣາຊິນ ແລະ ມີຖານະບົດບາດເທົ່າທຽມກັນກັບ ສະຫະພາບ ເອີລົບ (EU), ປ່ຽນແທນຖານະບົດບາດປັດຈຸບັນ ແມ່ນ ອົງການຈັດຕັ້ງສາກົນໄດ້ຮັບການເຊື້ອເຊີນ.

ໄຊຊະນະທາງການທູດໃຫ້ແກ່ອາບຟຼິກກາ

ສຳລັບ AU ໂດຍແມ່ນອົງການມີການເຂົ້າຮ່ວມຂອງບັນດາປະເທດອາບຟຼິກກາ ເກືອບທັງໝົດ (55 ປະເທດ), ນີ້ແມ່ນໄຊຊະນະທາງການທູດ ທີ່ມີຄວາມໝາຍປະຫວັດສາດ ຍ້ອນວ່າ AU ໄດ້ສະເໜີເຂົ້າເປັນສະມາຊິກຂອງ G20 ກ່ອນນີ້ 7 ປີ ແຕ່ບໍ່ປະສົບຜົນສຳເລັດ. ກ່ອນທີ່ດຳເນີນກອງປະຊຸມສຸດຍອດ G20 ປີນີ້, ປະເທດ ອາບຟິຼກກາ ໜຶ່ງດຽວໄດ້ເຂົ້າຮ່ວມກຸ່ມ G20 ແມ່ນ ອາບຟຼິກກາໃຕ້. ທ່ານ Azali Assoumani ປະທານາທິບໍດີ ປະເທດ Comores ທັງແມ່ນປະທານ AU ຖືວ່າ

ການຮັບ ສະຫະພາບ ອາບຟຼິກກາ ທີ່ມີສະມາຊິກ 55 ປະເທດ ແລະ GDP ນັບພັນຕື້ USD ເຂົ້າ ເປັນສະມາຊິກກຸ່ມ G20 ແມ່ນໄຊຊະນະທາງການທູດ. ນີ້ກໍ່ແມ່ນສານຢ່າງແຮງ, ກາລະໂອກາດໃຫຍ່ເພື່ອໃຫ້ ອາບຟຼິກກາປົກປ້ອງບັນດາຜົນປະໂຫຍດຂອງຕົນດີກ່ວາເກົ່າຢູ່ອົງການທີ່ເປັນສູນຄຸ້ມຄອງເສດຖະກິດທົ່ວໂລກ.

ໃນຈົດໝາຍເຊື້ອເຊີນ AU ເຂົ້າເປັນສະມາຊິກ G20, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ກໍ່ຢັ້ງຢືນວ່າ ເລື່ອງສະຫະພາບ ອາບຟຼິກກາ ເຂົ້າຮ່ວມ G20 ແມ່ນບາດກ້າວທີ່ຖືກຕ້ອງ, ມຸ່ງໄປເຖິງໂຄງສ້າງບໍລິຫານທົ່ວໂລກທີ່ມີຄວາມຍຸຕິທຳ, ຮອບດ້ານ ແລະ ມີລັກສະນະເປັນຕົນແທນກ່ວາເກົ່າ.

ຫຼາຍປະເທດທີ່ເປັນສະມາຊິກຫຼັກແຫຼ່ງຂອງ G20 ກໍ່ສະໜັບສະໜູນການຮັບສະໝັກ AU ເຂົ້າ G20. ກ່ອນທີ່ດຳເນີນກອງປະຊຸມສຸດຍອດ G20 ປີນີ້ ຢູ່ອິນເດຍ, ເຢຍລະມັນໄດ້ຂົນຂວາຍຢ່າງແຮງ ເພື່ອໃຫ້ G20 ຮັບສະໝັກ AU ເຂົ້າເປັນສະມາຊິກ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຖືວ່າ ນີ້ແມ່ນເຫດການທີ່ໄດ້ຮັບຄວາມລໍຄອຍແຕ່ດົນນານ”. ຢູ່ກອງປະຊຸມສຸດຍອດ G20 ປິ 2022 ຢູ່ ອິນໂດເນເຊຍ, ທ່ານປະທານາທິບໍດີ ອາເມລິກາ ໄດ້ກ່າວສະໜັບສະໜູນ G20 ຮັບ AU ເປັນສະມາຊິກຢ່າງເປັນທາງການ.

G20 ຮັບ​ສະ​ຫະ​ພາບ ອາບຟ​ຼິກ​ກາ​ເຂົ້າ​ກຸ່ມ: ເພີ່ມ​ທະ​ວີ​ສຽງ​ເວົ້າ​ຂອງ​ໂລກ​ທາງ​ທິດ​ໃຕ້ - ảnh 2ທ່ານ Narendra Modi  ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ Azali Assoumani ປະທານາທິບໍດີ Comoros (ພາບ: AFP)

ເພີ່ມທະວີກຳລັງແຮງໃນການເຈລະຈາ

ຕີລາຄາກ່ຽວກັບຄວາມໝາຍຂອງເລື່ອງ AU ເຂົ້າຮ່ວມ G20, ທ່ານ William Ruto ປະທານາທິບໍດີ Kenya ຖືວ່າ ຖານະບົດບາດເປັນສະມາຊິກຢ່າງຄົບຖ້ວນຈະອະນຸຍາດໃຫ້ ອາບຟຼິກກາ ມີຜົນກະທົບຕໍ່ວິວັດທະນາການຄຳການຕັດສິນຂອງ G20, ໃນນັ້ນມີຫຼາຍນະໂຍບາຍມີສ່ວນກ່ຽວຂ້ອງໂດຍກົງຕໍ່ຜົນປະໂຫຍດຂອງ ອາບຟຼິກກາ ຄືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນໜິ້ສິນໃຫ້ແກ່ບັນດາປະເທດທຸກຍາກ ຫຼືການປະຕິຮູບລະບອບລະບຽບການດ້ານການເງິນ ສາກົນຫຼາຍຝ່າຍ.

ທ່ານ Emmanuel Igah ນັກຄົ້ນຄ້ວາດ້ານການເມືອງມາຈາກ ນີເຊ ໃຫ້ຂໍ້ສັງເກດວ່າ, ເລື່ອງ G20 ຮັບສະຫະພາບ ອາບຟຼິກກາ ເຂົ້າເປັນສະມາຊິກແມ່ນການຍອມຮັບບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາປະເທດທາງທິດໃຕ້ຂອງໜ່ວຍໂລກ (Global South) ໃນບັນດາບັນຫາເສດຖະກິດ ແລະ ພູມີສາດການເມືອງທົ່ວໂລກ.

ຕາມທ່ານ Emmanuel Igah, ອາບຟຼິກກາ ພວມມີບັນດາທ່າໄດ້ປຽບພິເສດພໍສົມຄວນ ກ່ຽວກັບປະຊາກອນ ແລະ ຊັບພະຍາກອນທຳມະຊາດ. ກ່ຽວກັບປະຊາກອນ, ອາບຟຼິກກາ ມີປະຊາກອນ ເກືອບ 1,4 ຕື້ຄົນ, ສ່ວນຫຼາຍແມ່ນຊາວໜຸ່ມ ແລະ ຄາດວ່າຈະເພີ່ມຂຶ້ນທົບ 2 ເທົ່າໃນປີ 2050, ກວມເອົາ ¼ ຈຳນວນປະຊາກອນໂລກ. ອາບຟຼິກກາ ກໍ່ກວມເອົາ 60% ປະລິມານຊັບພະຍາກອນພະລັງງານທົດແທນຂອງໂລກ, 30% ບໍລິມານ ແຮ່ທາດປະເພດຕ່າງໆ ທີ່ສວມບົດບາດທີ່ຈຳເປັນສຳລັບບັນດາເຕັກໂນໂລຢີ ປ່ອຍທາດກາກບອນຕ່ຳ ເຊິ່ງໂລກພວມ ກໍ່ສ້າງເພື່ອແນໃສ່ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ອາບຟຼິກກາ ໄດ້ຮັບຜົນປະໂຫຍດຫຼາຍຢ່າງເມື່ອເຂົ້າເປັນສະມາຊິກຂອງ G20. ຍົກຕົວຢ່າງຄືການເຈລະຈາກ່ຽວກັບລາຄາວັດຖຸດິບສົ້ນເຂົ້າ, ປັດຈຸບັນ ບັນດາວັດຖຸດິບທີ່ຂຸດຄົ້ນຢູ່ ອາບຟຼິກກາ ລ້ວນແຕ່ຖືກໃຫ້ລາຄາຕ່ຳທີ່ສຸດ, ໃນຂະນະທີ່ທຸກໆປະເທດນຳເຂົ້າຫຼາຍທີ່ສຸດຂອງ ອາບຟຼິກກາລ້ວນແຕ່ເປັນສະມາຊິກຂອງ G20. ເຖິງຢ່າງໃດກໍ່ຕາມ, ກ່ອນອື່ນໝົດ ອາບຟຼິກກາ ຕ້ອງມີສຽງເວົ້າລວມ, ບໍ່ໃຊ້ດິນແດນປະເທດນີ້ຕ້ານປະເທດອື່ນ ພາຍໃນກຸ່ມ ທີ່ເຮັດໃຫ້ທົ່ວທະວີບຖືກເສຍຫາຍ.

ສຳລັບວົງການສັງເກດການແລ້ວ, ໄຊຊະນະທາງການທູດຂອງ ອາບຟຼິກກາ ຢູ່ກອງປະຊຸມສຸດຍອດ G20 ປີນີ້ ກໍ່ແມ່ນສັນຍານໃໝ່ ທີ່ຢັ້ງຢືນທ່າອ່ຽງທີ່ພົ້ນເດັ່ນໃນຊຸມປີຜ່ານມາບົນເວທີສາກົນ, ແມ່ນບົດບາດທີ່ນັບມື້ນັບເພີ່ມຂຶ້ນກ່ຽວກັບເສດຖະກິດ ແລະ ພູມີສາດການເມືອງ ຂອງໂລກທາງທິດໃຕ້, ໝາຍຄວາມວ່າບັນດາປະເທດພວມພັດທະນາ ຢູ່ອາບຟຼິກກາ, ອາຊີ ແລະ ອາເມລິກາ ລາຕິນ.

ນີ້ກໍ່ແມ່ນການຕີລາຄາຂອງທ່ານ Lula da Silva,  ປະທານາທິບໍດີ ບຣາຊິນ ເຊິ່ງແມ່ນປະເທດປະທານໝູນວຽນຕໍ່ໄປຂອງ G20. ທ່ານປະທານາທິບໍດີ ບຣາຊິນ ຢັ້ງຢືນວ່າ ເມື່ອກອງປະຊຸມສຸດຍອດ G20 ຈະດຳເນີນຢູ່ ບຣາຊິນ ໃນປີ 2024, ສຽງເວົ້າຂອງບັນດາປະເທດທາງທິດໃຕ້ຂອງໜ່ວຍຈະແຂງແຮງກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ