G7 ຊຸກຍູ້ການຮ່ວມມືເພື່ອໂລກສັນຕິພາບ

(vovworld)- ພາຍ​ຫລັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ຊັ້ນ​ນຳ​ຂອງ​ໂລກ (G7) ຫາກໍ່​ສິ້ນ​ສຸດ​ຢູ່​ນະ​ຄອນ Hiroshima ປະ​ເທດ​ຍີ່​ປຸ່ນ ຊື່ງ​ແມ່ນ​ສະ​ຖ​ຖານ​ທີ່​ໄດ້​ຮັບ​ຖື​ວ່າ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ກ່ຽວ​ກັບ​​ໂທດ​ກຳ​ນຳ​ໃຊ້​ລະ​ເບີດ​​ປະ​ລະ​ມາ​ນູ.  ກອງ​ປະ​ຊຸມ G7 ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ເທດ​ເຈົ້າ​ພາບ​ຍີ່​ປຸ່ນ ສົ່ງ​ສານ​ເພື່ອ​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ ພ້ອມ​ທັງ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຫລັກ​ໝັ້ນ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ນາບ​ຂູ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ.

G7 ຊຸກຍູ້ການຮ່ວມມືເພື່ອໂລກສັນຕິພາບ - ảnh 1
ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7  ປະ​ຊຸມ​ຢູ່Hiroshima
ພາບ:vtv.vn
 

        “ຖະ​ແຫລງ Hiroshima” ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ພາຍ​ຫລັງກອງ​ປະ​ຊຸມ​ໄດ້​ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຊອ​ກ​ຫາ​ໂລກ​ປອດ​ໄພ​ກວ່າ​ໃຫ້​ທຸກ​ຄົນ, ພ້ອມ​ທັງ​ຊຸກ​ຍູ້​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ. ຖະ​ແຫລງ​ການ​ຮ່ວມ​ໄດ້​ຕຳ​ຫນິ​ຕິ​ຕຽນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງ​ອິດ​ສະ​ລາມ​ຫົວ​ຮຸ​ນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ​ຢູ່​ຕວກ​ກີ, ຝ​ລັ່ງ, ແບ​ນ​ຊິກ ແລະ Nigeria, ຄັດ​ຄ້ານ​ບັນ​ດາ​ເຫດ​ທົດ​ລອງ​ນິວ​ເຄຼຍ ແລະ ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫລີ ພ້ອ​ມ​ທັງ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​​​ພຽງລຳ​ພັງ​ຝ່າຍ​ດຽວ ເພື່ອ​ປ່ຽນ​ແປງ​ສະ​ພາບ​ເດີມ​​ບັນ​ດາ​ເຂດ​ທະ​ເລຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ.

        ສານ​ເພື່ອ​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ

        ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປ​ະ​ເທດ G7 ​ປີນີ້ໂດຍ​ມີກ​ານ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 7 ປະ​ເທດ ລວມ​ມີ: ກາ​ນາ​ດາ, ຝ​ລັ່ງ, ເຢຍ​ລະ​ມັນ, ອີ​ຕາ​ລີ, ຍີ່​ປຸ່ນ, ອັງ​ກິດ ແລະ ອາ​ເມ​ລິ​ກາ. ໂດຍ​ແມ່ນ​ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ຄົ​ນທຳ​ອິດ​ໄປ​ຢ້ຽມ​ຢາມນະ​ຄອນ Hiroshima, ເລື່ອງ​ທ່ານ John Kerry ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ໄດ້​ໄປ​ເຖິງ​ສວນ​ສາ​ທາ​ລະ​ນະ ແລະ ຫໍ​ພິ​ພິດ​ທະ​ພັນ​ອາ​ໄລ​ຫາ​ສັນ​ຕິ​ພາບ Hiroshima ຊື່ງ​ແມ່ນ​ສະ​ຖານ​ທີ່​ວາງ​ສະ​ແດງ​ບັນ​ດາ​ຮ່ອງ​ຮອຍ​ຂອງ​ລູກ​ລະ​ເບ​ີດ​ປະ​ລະ​ມາ​ນູ ເມື່ອ​ວັນ​ທີ 6/8/1945 ມ​ີ​ລັກ​ສະ​ນະ​ເປັນ​ສັນ​ຍາ​ລັກ​ເລິກ​ເຊິ່ງ, ແມ່ນ​ບາດ​ກ້າວ​ປະ​ຫວັດ​ສາດ ເພື່ອ​ມາ​ນະ​ພ​ະ​ຍາ​ຍາມ​ຊຸກ​ຍູ້​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ.

        ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປ​ະ​ເທດ G7 ດຳ​ເນີນ​ໄປ​ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງມໍ່ໆ​ມານີ້​ຢູ່​ແຫລມ​ເກົາ​ຫລີ ບໍ່​ທັນ​ມີ​ສັນ​ຍາ​ນ​ຫລຸດ​ລົງ​ເທື່ອ. ພາ​ຍ​ຫລັງ​​ເກີດ​ບັນ​ດາເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ສ​ປ​ປ ເກົາ​ຫລີ ສືບ​ຕໍ່​ອອກ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ນຳ​ໃຊ້​ອາ​ວຸດ​ເຄມ​ີ ເພື່ອ​ໂຕ້​ຕອບ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ, ອາ​ເມ​ລິ​ກາ ແລະ ສ​ເກົາ​ຫລີ. ພຽງ​ຢາງ​ກໍ​ຖະ​ແຫລງ​ຍູ້​ແຮງ​ການ​ປັບ​ປຸງ​ສາງ​ອາ​ວຸດ​ນິວ​ເຄຼຍ​ຂອງ​ຕົນ ແລະ ໃຫ້​ຮູ້​ວ່າ: ປະ​ເທດນີ້ ພ້ອມ​ແລ້ວ​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ບໍ່​ວ່າ​ໃນ​ເວ​ລາ​ໃດ ແລະ ຍາມ​ໃດ​ກໍ​ໃນ​ທ່າ “ບຸກ​ໂຈມ​ຕີ” ຖ້າ​ຫາກ​ຖືກ​ສັດ​ຕູ​ນາບ​ຂູ່. ຫວ່າງ​ແລ້ວນີ້, ບັນ​ດາ​ດາວ​ທຽມ​ສອດ​ແນມ​ຂອງ​ ອາ​ເມ​ລິ​ກາ ໄດ້​ພົບ​ເຫັນ​ມີ​ສັນ​ຍານ​ກ່ຽວ​ກັບ​ເລື່ອງ ສ​ປ​ປ ເກົາ​ຫລີ ພວມ​ກະ​ກຽມ​ໃຫ້​ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໂດຍບໍ່​ເຄີຍ​ມີ​ມາ​ກ່ອນ ດ້ວຍ​ໄລ​ຍະ​ຍິງ​ສາ​ມາດ​ໄປ​ເຖິງ​ເຂດ​ດິນ​ແດນ ອາ​ເມ​ລິ​ກາ. ບັນ​ດາ​ຂໍ້​ມູນ​ດັ່ງ​ກ່າວ​ຖືກ​ຍົກ​ອອກກົງ​ກັບ​ເວ​ລາ  ສ​ປ​ປ ເກົາ​ຫລີ ຖະ​ແຫລງ​ທົດ​ລອງ​ເຄື່ອງ​ຈັກ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ​ສຳ​ເລັດ​ເພື່ອອາດ​ສາ​ມາດ​ບຸກ​ໂຈມ​ຕີ ອາ​ເມ​ລິ​ກາ ເພື່ອ​ໂຕ້​ຕອບ​ການ​ຊ້ອມ​ຮົບ​ຮ່ວມ​ຂອງກອງ​ທັບ​ອາ​ເມ​ລິ​ກາ ແລະ ສ​ເກົ​າ​ຫລີ.

        ໄພ​ອັນ​ຕະ​ລາຍ​ເຊິ່ງ​ໂລກ​ຈະ​​ຕ້ອງປະ​ເຊີນ​ຫນ້າ​ກັບ​ອາ​ວຸດ​ນິວ​ເຄຼຍ ຍັງ​ກ່ຽວ​ຂ້ອງ​ເຖິງ​ການ​ກະ​ທຳ​ຢ່າງ​ຮ້າຍ​ແຮງ​ຂອງ​ອົງ​ການກໍ່​ການ​ຮ້າຍ, ພົ້ນ​ເດັ່ນ​ແມ່ນ ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ. ຕາມ​ແຫລ່ງ​ຂ່າວ​ສືບ​ລາ​ຊະ​ການ​ລັບ, ການ​ນຳ​ໃຊ້​ອາ​ວຸດ​ເຄ​ມີ​ຂອງ IS ພວ​ມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ແລະ ອາ​ວຸດ​ເຄ​ມີ ຊື່ງ IS ໄດ້​ນຳ​ໃຊ້​ແມ່ນ ​ທາດ​ເຄ​ມີ Mustard ທີ່​ຍັງ​ເຫລືອ​ຈາກ​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ 1. ເດືອນ 2 ຜ່ານ​ມາ, ອົງ​ການ​ສືບ​ລາ​ຊະ​ການ​ລັບສູນ​ກາງ ອາ​ເມ​ລິ​ກາ CIA ໄດ້​ກ່າວ​ຫາ IS ເປັນ​ຄັ້ງ​ທຳ​ອິດ​ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ ຢູ່ ອີ​ຣັກ ແລະ ຊີ​ຣີ, ໃນ​ນັ້ນ ມີ Mustard ​  ຫວ່າງມໍ່​ໆ​ມານີ້, ວັນ​ທີ 4/4 ຜ່ານ​ມາ, ລັດ​ຖະ​ບານ ຊີ​ຣີ ກໍ​ມີ​ຄຳ​ກ່າວ​ຫາ​ວ່າ IS ໄດ້​ຍິງ​ລູກ​ປືນ​ຈຳ​ນວນ​ຫນຶ່ງ​ບັນ​ຈຸ Mustard ໃສ່​ບັນ​ດາ​ຖານ​ທີ່​ໝັ້​ນ​ການ​ທະ​ຫານ​ຢູ່​ພາກ​ຕາ​ເວັນ​ອອກ​ປະ​ເທດນີ້ ຢູ່ ແຂວງ Deir al Zour. ສະ​ນັ້ນ ບັນ​ດາ​ນັກ​ການ​ທູດ​ຊັ້ນ​ນຳ​ຂອງ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ອ​ັງ​ກິດ, ກາ​ນາ​ດາ, ຝ​ລັ່ງ, ເຢຍ​ລະ​ມັນ ແລະ ອີ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສຳ​ເລັດ​ແຜນ​ການ​ດຳ​ເນີນ​ງານ G7 ຊື່ງ​ບັນ​ດາ​ການ​ນຳ​ກຸ​່ມນີ້​ໃຫ້​ສັດ​ຕະ​ຍາ​ບັນ​ທີ່ກອງ​ປະ​ຊຸມ​ສຸດຍອດ G7 ໃນ​ເດື​ອນ 5 ຈະ​ມາ​ເຖິງ. ເລື່ອງ​ເລືອກ​ເຟັ້ນ ນະ​ຄອນ Hiroshima ເປັນ​ຈັດ​ນັດ​ພົບ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ G7 ປີນີ້ ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້​ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ກຸ່ມ. ນະ​ຄອນ Hiroshima ແມ່ນ​ຫນຶ່ງ​ໃນ​ຮ່ອງ​ຮອຍ​ກ່ຽວ​ກັບ​ໂທດ​ກຳ​ສົງ​ຄາມ 2 ແຫ່ງ, ກາຍ​ເປັນ​ສັນ​ຍາ​ລັກ​ເພື່ອ​ຕັກ​ເຕືອນ​ໃຫ້​ໂລກ​ກ່ຽວ​ກັບ​ຄວາມ​ອັນ​ຕະ​ລາຍ​ຂອງ​ອາ​ວຸດ​ນິວ​ເຄຼຍ. ສິ່ງ​ດັ່ງ​ກ່າວ​ກໍ​ສ​ະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຕົ້ນ​ຕໍ​ປະ​ຈຸ​ບັນ​ກ່ຽວ​ກັບ​ດ້ານ​ການ​ເມືອງ ຄວາມ​ສະ​ຫງົບ​ປອດ​ໄພ ນັ້ນ​ແມ່ນ ບັນ​ຫາ​ນິວ​ເຄຼຍ ແລະ ກອງ​ປະ​ຊຸມ G7 ແມ່ນກ​າ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ສົ່ງ​ສານ​ດັ່ງ​ກ່າວ.

        ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ບົນ​ທະ​ເລ

        ບັນ​ຫາ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ແມ່ນ​ຫົວ​ເລື່ອງ​ຮ້ອນ​ເຮັ່ງ​ໃນ​ກອງ​ປະ​ຊຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ​່າງ​ປະ​ເທດ G7 ຄັ້ງ​ນີ້. ທະ​ເລ​ຕາ​ເວັນ​ອອກ ກໍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ຖະ​ແຫລງ​ການ​ຮ່ວມ​ຂອງກອ​ງ​ປະ​ຊຸມ ດ້ວຍ​ເນື້ອ​ໃນ​ວ່າ: ບັນ​ດາ​ລັດ​ຖະ​ມົນ​ຕີ ເຫັນ​ດີ​ເປັນ​ເອ​ກະ​ພາບ​ແມ່ນ​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ໂດຍ​ພື້ນ​ຖານ​ຂອງ​ການ​ຄຸ້ມ​ຄອງ ແລະ ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ບົນ​ທະ​ເລ​ໂດຍ​ສັນ​ຕິ​ວິ​ທີ. ປະ​ເທດ​ເຈົ້າ​ພາບ ຍິ່​ປຸ່ນ ຕັ້ງ​ຄວາມ​ຫວັງ​ວ່າ: ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7 ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ພຽງລຳ​ພັງ​ຝ່າຍ​ດຽວ ເພື່ອ​ປ່ຽນ​ແປງ​ໃຫ້​ສະ​ພາບ​ເດີມ​ຢູ່​ບັນ​ດາ​ເຂດ​ທະ​ເລ​, ພ້ອມ​ທັງ​ສົ່ງ​ເສີມ ຝ່າຍ​ຕາ​ເວັນ​ຕົກ ມີ​ທັດ​ສະ​ນະ​ຫລາຍກວ່າ​ເພື່ອ​ຕາງ​ຫນ້າ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

ເຖິງວ່າບໍ່​ເຕື້ອງ​ເຖິງ​ຈີນ​ໂດຍ​ກົງ​ກໍ​ຕາມ, ແຕ່​ໃນ​ຖ​ະ​ແຫລງ​ການ​ຂອງກອງ​ປະ​ຊຸມ ແມ່ນ​ຕຳ​ຫນິ​ຕິ​ຕຽນ​​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ປັກ​ກີງ ບົນ​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ ​ການ​ປະ​ເຊີນ​ຫນ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຫວ່າງ​ແລ້ວນີ້ ລະ​ຫວ່າງ​ອາ​ເມ​ລິ​ກາ ກັບ​ຈີນ ໄດ້​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​​ນັບ​ມື້​ນັບ​ຫລາຍໃນ​ພາກ​ພື້ນ ແລະ ໃນ​ໂລກ.

        ການ​ຮ່ວມ​ມື G7 ຕົ້ນ​ກຳ​ເນີດ​ແມ່ນ G8 (ຊື່ງ​ແມ່ນ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ແຖວ​ຫນ້າ​ໃນ​ໂລກ”, ​ຍ້ອນລັດ​ເຊຍ ຖອນ​ອອກ​ຈາກ​ກຸ່ມ​ດັ່ງ​ກ່າວແມ່ນ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ມົດ​ສະ​ກູ ໂຮມ​ເກາະ Crimea ເຂົ້າ​ເຂດ​ດິນ​ແດນ​ຂອງ​ຕົນ​ເມື່ອ​ປີ 2014 ໄດ້ ແລະ ພວມ​ກະ​ທົບ​ຢ່າງ​ແຮງ​ເຖິງ​ສະ​ພາບ​ການ​ທົ່ວ​ໂລກ ເພາະ​ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດກວ່າ​ໝູ່​ໃນ​ໂລກ. ສານ​ຈ​າກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G7 ຄັ້ງ​ນີ້ ອີກ​ຄັ້ງ​ຫນຶ່ງ​ເຮັດ​ໃຫ້​ປະ​ຊ​າ​ຄົມ​ສາ​ກົນ​ປາດ​ຖະ​ຫນາ​​ຕໍ່​ການປະ​ກອບ​​ສ່ວນຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​​ເພື່ອໃຫ້​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ, ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ.

ຕອບກັບ

ຂ່າວ/ບົດ​ອື່ນ