G77 ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຍຸ​ຕິ​ທຳ​ກວ່າ​ໃນ​ໂລກ

(VOVWORLD) - ກອງປະຊຸມສຸດຍອດກຸ່ມບັນດາປະເທດພວມພັດທະນາ (G77) ແລະ ຈີນ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ (15-16/09) ຢູ່ນະຄອນຫຼວງ ລາຮາວານ ຂອງ ກູບາ ໄດ້ເນັ້ນໜັກເຖິງບົດບາດຂອງວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ເປັນຕົ້ນແມ່ນກຳລັງໜູນພັດທະນາໃໝ່ຂອງບັນດາປະເທດພວມພັດທະນາ. ກອງປະຊຸມກໍຍົກສູງສານຂອງ G77 ກ່ຽວກັບເລື່ອງຕ້ອງປ່ຽນແປງພື້ນຖານຂອງຫຼາຍກົນໄກໃຫຍ່ໃນໂລກປັດຈຸບັນ.
G77 ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຍຸ​ຕິ​ທຳ​ກວ່າ​ໃນ​ໂລກ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ G77 ແລະ ຈີນ ຢູ່ນະຄອນຫຼວງ ລາຮາວານ  (ພາບ: ສຳນັກຂ່າສານຊິນຮວາ)

ສິ້ນສຸດກອງປະຊຸມພາຍຫຼັງ ດຳເນີນເປັນເວລາ 2 ວັນຢູ່ນະຄອນຫຼວງ ລາຮາວານ ຂອງ ກູບາ, ບັນດາປະເທດສະມາຊິກ G77 ໄດ້ອອກຖະແຫຼງການສຸດທ້າຍ ລວມມີເນື້ອໃນ 46 ປະການ, ຮຽກຮ້ອງປະຊາຄົມສາກົນ, ສປຊ ແລະ ບັນດາອົງການຈັດຕັ້ງການເງິນສາກົນ ໜູນຊ່ວຍຄວາມມານະພະຍາຍາມຂອງບັນດາປະເທດຝ່າຍທິດໃຕ້ ພັດທະນາ, ປັບປຸງລະບົບວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳປະເທດຊາດ. ຖະແຫຼງການກໍສ່ອງແສງຄວາມປາດຖະໜາລວມຂອງການນຳຫຼາຍປະເທດ G77 ທີ່ວ່າ ໂລກຕ້ອງມີຄວາມເປັນລະບຽບຮຽບຮ້ອຍໃໝ່ທາງດ້ານເສດຖະກິດ - ສັງຄົມທີ່ຍຸຕິທຳກວ່າເກົ່າ.

ຮັດແຄບຊ່ອງຫວ່າງ ແລະ ຄວາມບໍ່ສະເໝີພາບກ່ຽວກັບວິທະຍາສາດ - ເຕັກໂນໂລຢີ

ດ້ວຍຫົວຂໍ້ “ບັນດາສິ່ງທ້າທາຍເພື່ອພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ”, ກອງປະຊຸມສຸດຍອດກຸ່ມ G77 ແລະ ຈີນ ໄດ້ໃຊ້ເວລາສ່ວນຫຼາຍຂອງສອງວັນດຳເນີນກອງປະຊຸມ ເພື່ອແລກປ່ຽນ, ສະເໜີແນະບັນດາມາດຕະການ ແນໃສ່ຫັນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳເປັນຍຸດທະສາດພັດທະນາຂອງບັນດາປະເທດສະມາຊິກ. ບັນດາປະເທດ G77 ກໍເນັ້ນໜັກເຖິງການຮັດແຄບຊ່ອງຫວ່າງຂອງການພັດທະນາລະຫວ່າງບັນດາປະເທດ G77 ກັບບັນດາປະເທດພັດທະນາ, ມຸ່ງໄປເຖິງການລົບລ້າງການຈຳແນກການປະພຶດໃນການສຳຜັດກັບຜົນງານວິທະຍາສາດ, ເຕັກໂນໂລຢີຂອງໂລກ.

G77 ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຍຸ​ຕິ​ທຳ​ກວ່າ​ໃນ​ໂລກ - ảnh 2ທ່ານປະທານ ກູບາ  Miguel Diaz-Canel, ກ່າວຄຳເຫັນທີ່ກອງປະຊຸມ ໃນວັນທີ 15 ກັນຍາ 2023 (ພາບ: ສຳນັກຂ່າວສານ ຊິນຮວາ)

ທ່ານປະທານປະເທດເຈົ້າພາບ ກູບາ, Miguel Diaz-Canel ໃຫ້ຮູ້ວ່າ ຕາມຂໍ້ມູນຂອງ ສປຊ ໄດ້ຊີ້ໃຫ້ເຫັນວ່າ 10 ປະເທດໃນໂລກກວມເອົາ 90% ຈຳນວນໃບຢັ້ງຢືນການຜະລິດ ແລະ 70% ການສົ່ງອອກເຕັກໂນໂລຢີການຜະລິດດີຈີຕອນທີ່ກ້າວໜ້າ. ການນຳ ກູບາ ໄດ້ເນັ້ນໜັກວ່າ ບັນດາປະເທດ G77 ຕ້ອງຕໍ່ສູ້ເພື່ອລົບລ້າງຄວາມບໍ່ຍຸຕິທຳນີ້, ເພາະວ່າ ບັນດາເປົ້າໝາຍສ້າງໂລກໃຫ້ມີຄວາມຍຸຕິທຳກວ່ານັ້ນ ຈະບໍ່ສາມາດປະຕິບັດໄດ້ ຖ້າຫາກວ່າຈຳນວນໜ້ອຍພື້ນຖານເສດຖະກິດພັດທະນາໃນໂລກ ຍັງຄອບງຳ ແລະ ກວມເອົາສ່ວນໃຫຍ່ເຕັກໂນໂລຢີກ້າວໜ້າ ແລະ ບໍ່ຍອມແບ່ງປັນໃຫ້ກັນ.

ພວກເຮົາຕ້ອງຕໍ່ສູ້ເພື່ອສິດພັດທະນາ, ເພາະວ່າ ນັ້ນກໍແມ່ນສິດຄົງຕົວ. ເວລານັ້ນ ພວກເຮົາຈຶ່ງມີຈຸດຢືນທີ່ເທົ່າທຽມກັນໃນການເຂົ້າຮ່ວມປະຕິວັດວິທະຍາສາດ ແລະ ເຕັກໂນໂລຢີ”.

ທັດສະນະຂອງປະທານກູບາ ໄດ້ຮັບການສະໜັບສະໜູນຈາກການນຳຫຼາຍປະເທດ G77, ເຊິ່ງໄດ້ສະແດງໃນ 120 ບົດປະກອບຄຳເຫັນໃນ 2 ມື້ດຳເນີນກອງປະຊຸມ. ທ່ານປະທານາທິບໍດີ ບຣີຊິນ, Lula da Silva ຖະແຫຼງວ່າ ເມື່ອ ບຣາຊິນ  ຮັບດຳລົງຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ແຖວໜ້າໂລກ - G20 ໃນປີ 2024, ບຣາຊິນ ຈະສະເໜີສ້າງຕັ້ງບັນດາກຸ່ມປະຕິບັດງານກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ ເພື່ອແນໃສ່ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດພັດທະນາໃນຂົງເຂດນີ້.

ສິ້ນສຸດກອງປະຊຸມສຸດຍອດ, ບັນດາສະມາຊິກ G77 ໄດ້ອອກຖະແຫຼງການ Havana, ສະແດງຄວາມຮັບຮູ້ລວມ ແລະ ຄວາມເຫັນດີເຫັນພ້ອມຂອງກຸ່ມກ່ຽວກັບບາງຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ.

G77 ຕໍ່​ສູ້​ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຍຸ​ຕິ​ທຳ​ກວ່າ​ໃນ​ໂລກ - ảnh 3ທ່ານເລຂາທິການໃຫຍ່ ສປຊ  Antonio Guterres ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 15 ກັນຍາ 2023  (ພາບ: ສຳນັກຂ່າວສານ ຊິນຮວາ) 

ສ້າງຕັ້ງຄວາມເປັນລະບຽບຮຽບຮ້ອຍໃໝ່ທີ່ມີຄວາມຍຸຕິທຳກວ່າເກົ່າ

ນອກຈາກການຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລ້ວ, ບັນດາປະເທດ G77 ກໍໄດ້ສະແດງທັດສະນະຢ່າງແຮງຕໍ່ສະພາບການໂລກໃນປັດຈຸບັນ ແລະ ຮຽກຮ້ອງຕ້ອງມີການປ່ຽນແປງພື້ນຖານການຄຸ້ມຄອງບໍລິຫານທົ່ວໂລກ.

ທ່ານປະທານາທິບໍດີ ອາກຊັງຕິນ, Alberto Fernandez ຖືວ່າ, ໂລກລະບາດໂຄວິດ - 19 ໄດ້ສ້າງບາດລ້ຽວແກ່ຍຸກສະໄໝ ເມື່ອສ່ອງແສ່ງໃຫ້ເຫັນຄວາມບໍ່ຍຸຕິທຳໃນການສຳຜັດກັບວັກຊິນ ຢູ່ບັນດາປະເທດ, ເພາະວ່າ ມີເຖິງ 90% ຈຳນວນວັກຊິນກັນພະຍາດໂຄວິດ - 19 ແມ່ນໄດ້ແກ່ປະມານ 10 ປະເທດ. ທ່ານປະທານາທິບໍດີ ປາແລັດສະຕິນ, Mahmoud Abbas ແລະ ທ່ານປະທານາທິບໍດີ ໂກລົມເບຍ, Gustavo Petro ໄດ້ຕຳໜິຕິຕຽນບັນດາມາດຕະຖານຄວບຂອງຫຼາຍປະເທດມະຫາອຳນາດ ເມື່ອແກ້ໄຂບັນດາການປະທະກັນໃຫຍ່ໃນໂລກ, ພ້ອມທັງຮຽກຮ້ອງໃຫ້ ສປຊ ຖືສຽງເວົ້າຂອງບັນດາປະເທດຝ່າຍທິດໃຕ້ ເປັນສຳຄັນກວ່າ.

ຄຳຮຽກຮ້ອງດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກທ່ານເລຂາທິການໃຫຍ່ ສປຊ, Antonio Guterres. ການນຳ ສປຊ ຕີລາຄາວ່າ ໃນຫຼາຍທົດສະວັດຜ່ານມາ, ບັນດາປະເທດຝ່າຍທິດໃຕ້ ແມ່ນບັນດາປະເທດທີ່ຖືກຜົນກະທົບຫຼາຍທີ່ສຸດໃນວິກິດການ ທີ່ໄດ້ເລີ່ມຈາກບັນດາປະເທດພັດທະນາ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ສປຊ ຊົມເຊີຍຄວາມມານະພະຍາຍາມປົວແປງທີ່ຕັ້ງບົດບາດຂອງບັນດາປະເທດຝ່າດທິດໃຕ້ໃນເວທີສາກົນ ແລະ ຖືວ່າ ໂລກຕ້ອງປັບປຸງຄວາມຂາດຍຸຕິທຳນີ້ສຳລັບບັນດາປະເທດພວມພັດທະນາ.

“ຄວາມອຶດຫິວ, ທຸກຍາກ ພວມເພີ່ມຂຶ້ນ, ລາຄາສິນຄ້າກໍພວມເພີ່ມຂຶ້ນ, ບັນດາບ້ວງເງິນໜີ້ທີ່ໃຫຍ່ຫຼວງ ແລະ ບັນດາໄພພິບັດຈາກດິນຟ້າອາກາດ ກໍນັບມື້ນັບປະກົດຫຼາຍຂຶ້ນ. ບັນດາລະບົບ ແລະ ກົນໄກທົ່ວໂລກກໍຖືກປະລາໄຊ. ການສະຫຼຸບແມ່ນຈະແຈ້ງວ່າ: ໂລກພວມເຮັດໃຫ້ບັນດາປະເທດພວມພັດທະນາປະລາໄຊ”.

ວົງການນັກສັງເກດການຖືວ່າ ເລື່ອງກອງປະຊຸມສຸດຍອດ G77 ອອກຖະແລງການຢ່າງແຮງ ກ່ອນດຳເນີນສັບປະດາຂັ້ນສູງຂອງສະມັດຊາໃຫຍ່ ສປຊ ໄດ້ຊີ້ໃຫ້ເຫັນວ່າ ບັນດາປະເທດຝ່າຍທິດໃຕ້ ພວມນັບມື້ນັບມີຄວາມຕັດສິນໃຈສູງໃນການສ້າງຕັ້ງບົດບາດສຳຄັນ ແລະ ທີ່ຕັ້ງເປັນເອກະລາດກວ່າຂອງບັນດາປະເທດນີ້ໃນລະບົບຄຸ້ມຄອງບໍລິຫານທົ່ວໂລກ. ນອກນັ້ນ, ຄວາມຂັດໃຈຂອງບັນດາປະເທດ G77 ກໍຈະເຮັດໃຫ້ເພີ່ມກຳລັງກົດດັນ, ບັງຄັບຫຼາຍລະບອບການເມືອງ ແລະ ການເງິນສາກົນຕ້ອງມີການປະຕິຮູບຢ່າງແທດຈິງ ເພື່ອສາມາດຮັບມືກັບສິ່ງທ້າທາຍທົ່ວໂລກໄດ້ດີກວ່ານີ້ອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ