Tunisia ຕໍ່ໜ້າໄພເກີດການປະຕິວັດຄັ້ງທີ 2

(vovworld) – ​ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ໃນ​ວິວັດ​ການ​ຂ້າມ​ຜ່ານ​ປະຊາທິປະ​ໄຕ ພາຍຫຼັງ​ຂະ​ບວນການ “ລະດູບານ​ໃໝ່​ອາຣັບ“ ຢູ່​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ​ເໜືອ, ​ແຕ່ປະຈຸ​ບັນ, Tunisia ພວມ​ຜ່ານ​ຜ່າ​ຊຸມ​ມື້​ຂາດ​ສະຖຽນ​ລະ​ພາບ ​ແລະ ອາດ​ຈະ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ຢູ່​ພາກ​ພື້ນ. ພາຍຫຼັງ​ການ​ປະຕິວັດ​ດອກຊ້ອນ ​ເມື່ອ​ເດືອນ 3/2011, ຄວາມ​ຂັດ​ແຍ້​ງ​ໃນ​ພັນທະ​ມິດ​ກຳ​ອຳນາດ ກໍ່​ຄື​ການ​ຄັດຄ້ານ​ຂອງ​ຝ່າຍ​ຄ້ານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ແລະ ອາດ​ຈະ​ພາ​​ໃຫ້​ເກີດ​ການ​ປະຕິວັດ​ຄັ້ງ​ທີ 2 ຢູ່​ປະ​ເທດ​ນີ້.

Tunisia ຕໍ່ໜ້າໄພເກີດການປະຕິວັດຄັ້ງທີ 2 - ảnh 1

ການແຫ່ຂະວນຂັດຄ້ານລັດຖະບານຢູ່ Tunisia

(ພາບອິນເຕີແນດ)

​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ຊາວ Tunisia ນັບ​ພັນ​ຄົນ ​ໄດ້ ລົງ​ຖະໜົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຄັດຄ້ານ​ລັດຖະບານ. ສະພາບ​ການ​ຢູ່ Tunisia ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຄິດ​ເຖິງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ເກີດ​ຂຶ້ນ​ກ່ອນ​ນີ້ 2 ປີ, ຂະນະ​ທີ່​ Mohamed Bouaziz ຊາວ​ໜຸ່ມ​ຜູ້​ໜຶ່ງ​ໄດ້​ເຜົາ​ຕົວ​ຕາຍ​ເພື່ອ​ຄັດຄ້ານ​ການ​ປາບ​ປາມ​ຂອງ​ອຳນາດ​ການ​ປົກຄອງ. ​ແປວ​ໄຟ​ແຫ່ງ​ຄວາມ​ຄຽດ​ແຄ້ນ​ດັ່ງກ່າວ ​ໄດ້​ແຜ່​ລາມ​ອອກ​ຢ່າງ​ກວ້າງຂວາງ​ໃນທົ່ວ​ປະ​ເທດ ​ແລະ ກາຍ​ເປັນ​ “ການ​ປະຕິວັດດອກຊ້ອນ“, ສ້າງ​ເປັນ​ຂີດ​ໝາຍ​ປະຫວັດສາດ ດ້ວຍ​ເລື່ອງ​ໂຄ່ນ​ລົ້ມ​ລະບອບ​ຜະ​ເດັດ​ການ​ຂອງປະທານາທິບໍດີ Ben Ali, ທັງ​​ເປັນ​ກຳລັງ​ໜູນຊ່ວຍ​​ໃຫ້​ການ​ປະຕິ​ຮູບ​ໃນ​ທົ່ວ​ເຂດ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ​ເໜືອ, ​ທີ່​ໃສ່ຊື່ວ່າ “ລະດູບານ​ໃໝ່​ອາຣັບ“.

​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ເຄີຍ​ມີ​ຜົນ​ສະທ້ອນ​ຈາກການ​ປະຕິ​ຮູບ, ວິວັດ​​ຂ້າມ​ຜ່ານດ້ານ​ການ​ເມືອງຢູ່ Tunisia ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ຄວາມ​ສະດວກ​ພໍ​ສົມຄວນ. ພາຍ​ຫຼັງ​ໂຄ່ນ​ລົ້ມ​ຜູ້ນຳ​ຜະ​ເດັດ​ການ Ben Ali ພຽງ​ສອງ, ສາມ​ເດືອນ, ການ​ເລືອກ​ຕັ້ງ​ປະຊາທິປະ​ໄຕ​ທຳ​ອິດ​ໄດ້​​ດຳ​ເນີນ​ໄປ, ອັນ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຄິດ​ວ່າ​ປະ​ເທດ​ນີ້​ຈະ​ກ້າວ​ເຂົ້າ​ຮູ່ສັງກາດ​ການ​ເມືອງ​ໃໝ່. ​ແຕ່​ການ​ຫັນປ່ຽນ​ຂອງ​ປະ​ເທດ​ນີ້​ພັດ​ແກ່ຍາວ​ບໍ່​ດົນ​ປານ​ໃດ ຍ້ອນການ​ຂັດ​ແຍ້​ງກັນ​ຢູ່ພາຍ​ໃນ​ລະຫວ່າງ​ຝ່າຍ​ໜຶ່ງ​ແມ່ນ​ກຳລັງຝ່າຍ​ຄ້ານ ​ແລະ ຝ່າຍ​ອິດສະ​ລາມ​ກຳ​ອຳນາດ. ນັບ​ແຕ່​ເກີດ​ເຫດ​ຄາດ​ຕະກຳ​ນັກ​ການ​ເມືອງ Chokri Belaid ​ເມື່ອ​ເດືອນ 2/2013, ຖັດມາ​ແມ່ນ ສສຊ ອິດສະ​ລາມ M. Brahmi ​ເມື່ອ​ເດືອນ 7/2013, ປະ​ເທດ​ນີ້​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ຈະລາຈົນຢ່າງ​ແທ້​ຈິງ. ຊາວ Tunisia ຫຼາຍ​ຄົນ​​ໄດ້ຖີ້ມ​ໂທດ​ໃຫ້​ພັກ​ອິດສາ​ລາມ​ສະຫງ່ຽມ​ຄ່ຽມຄົມ Ennahda ຢືນ​ຢູ່​ເບື້ອງ​ຫຼັງ​ເຫດ​ຄາດ​ຕະກຳ​ທັງ​ສອງ​ນີ້. ​ເຖິງ​ວ່າ​ທ້າຍ​ເດືອນ 7 ຜ່ານ​ມາ, ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ Lotdi BenJeddou ​ໄດ້​ຊີ້​ແຈ້ງວ່າ, ສະມາຊິກ​ຜູ້​ໜຶ່ງ​ໃນ​ຂະ​ບວນການ​ອິດສະ​ລາມ ນິກາຍ Sunni Saladist ​ແມ່ນ​ຜູ້​ທີ່​ໄດ້​ເຂັ່ນຂ້າທ່ານ M. Brahmi ​ແຕ່​ສິ່ງ​ດັ່ງກ່າວ ກໍ່​ອາດ​ເຮັດ​ໃຫ້​ຄວາມ​ຄຽດ​ແຄ້ນ​ຂອງ​ກຳລັງຝ່າຍຄ້ານ​ຫຼຸດ​ລົງ​​​ເທື່ອ.

ການ​ປະຕິ​ຮູບ​ຢູ່ Tunisia ຈະ​ບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ນັ້ນ, ຖ້າ​ຫາກ​ບໍ່​ມີ​ເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ອີ​ຢີບ, ສິ້ນ​ສຸດ​ອາຍຸ​ການ​ນຳພາ​ທີ່​ສັ້ນໆຂອງ​ປະທານາທິບໍດີ​ອີ​ຢີບ Mahamed Morsi. ການ​ຜັນ​ແປ​ຢູ່​ປະ​ເທດ​ອີ​ຢີບ ​ໄດ້​ກາຍ​ເປັນ​ແຫຼ່ງກຳລັງ​ໜູນ​ຊ່ວຍ​ໃຫ້​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ Tunisia, ສ້າງ​ເປັນ​ຂະ​ບວນການ​ຄັດຄ້ານຢ່າງຮຸນ​ແຮງ. ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ຝ່າຍ​ອິດສະ​ລາມ, ວິວັດທະນາ​ການ​ປະຊາທິປະ​ໄຕ ​ແລະ ການ​ຜັນ​ແປ​ຕ່າງໆທີ່​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ໃນ​ໄລຍະ​ຜ່ານ​ມາ​ຢູ່​ສອງ​ປະ​ເທດ​ນີ້ ​ໄດ້​​ເຮັດ​ໃຫ້ຫາ​ງສຽງວິຕົກ​ກັງວົນວ່າ, Tunisia ​ຈະ​ກາຍ​ເປັນ​ອີ​ຢີບ ທີ 2. ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ “ຫັນ​ອຳນາດ​ການ​ປົກຄອງ​ພົນລະ​ເຮືອນເປັນ​ອິດສະ​ລາມ“ ຄື​ດັ່ງ​ກົນອຸບາຍ​ຍຸດ​ທະ​ສາດ​ຂອງ​ພັກ Ennahda, ​ເຊິ່ງ​ແມ່ນ​ພັກ​ການ​ເມືອງ​ໃຫຍ່​ກວ່າ​ໝູ່​ໃນ​ພັນທະ​ມິດ​ກຳ​ອຳນາດ, ​ເພື່ອ​ແນ​ໃສ່​ຫັນ Tunisia ​ເປັນ​ປະ​ເທດ​ອິດສະ​ລາມ ​ແມ່ນ​ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ​ຢູ່​ປະ​ເທດ​ນີ້.

​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ຄວາມ​ຂັດ​ແຍ້​ງ ລະຫວ່າງ​ຝ່າຍ​ຕ່າງໆ​ພວມເພີ່ມ​ຂຶ້ນ​ນັ້ນ, Tunisia ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຸ່ມ​ອິດສະ​ລາມຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ Jihad, ທີ່ກ່ຽວຂ້ອງ​ເຖິງ​ອົງການ​ກໍ່​ການ​ຮ້າຍ Al-Qaeda, ພວມສ້າງ​ຖານ​ທີ່​ໝັ້ນ​ຢູ່​ຕາມ​ຮ່ອມ​ພູ​ຕິດ​ກັບ Algeria. ທ້າຍ​ເດືອນ 7 ຜ່ານ​ມາ, ທະຫານ Tunisia 8 ຄົນ​ໄດ້​ຖືກ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ກໍ່​ການ​ຮ້າຍ​ຢູ່​ເຂດ​ນີ້. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ພາ​ໃຫ້​ຝ່າຍ​ຄ້ານ​ກ່າວຫາ​ລັດຖະບານຖືກ​ປະລາ​ໄຊ​ໃນ​ການ​ຄວບ​ຄຸມ​ບັນດາ​ກຸມ​ອິດສະ​ລາມ​ຫົວ​ຮຸນ​ແຮງ. ນອກນັ້ນ​ແມ່ນ​ຄວາມ​ເສຍ​ຫວັງ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ລັດຖະບານນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເມື່ອ​ອັດຕາ​ການ​ຫວ່າງ​ງານ​ໄດ້​ຂຶ້ນ​ເຖິງ 18%, ​ໄພ​ສໍ້​ລາດ​ບັງ​ຫຼວງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ, ​ເສດຖະກິດ​ບໍ່​ພັດທະນາ​ເມື່ອ​ທຽບ​ໃສ່​ໄລຍະ​ກ່ອນ​ຈະ​ເກີດ​ການ​ປະຕິວັດ​ດອກ​ຊ້ອນ.

ປະຈຸ​ບັນ, ຕໍ່ໜ້າ​ຄວາມດັນ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ອງ, ທ່ານ​ນາຍົກລັດຖະມົນຕີ Tunisia , ການ​ນຳ​ພັກ​ອິດສະ​ລາມ Ennahda ກຳ​ອຳນາດ Ali Larayed ຖະ​ແຫຼ​ງຮັບ​ຮູ້​ຂໍ້​ສະ​​ເໜີ​ທັງ​ໝົດ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບລັດຖະບານ​ປະສົມ ຫຼື​ລັດຖະບານ​ກູ້​ຊາດ ​ແລະ ຮຽກຮ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ນີ້​ໃນ​ວັນ​ທີ 17/12 ຈະ​ມາ​ເຖິງ. ​ແຕ່​ລັດຖະບານ​ກໍ່​ປະຕິ​ເສດບໍ່​ວ່າ​ການ​ເຈລະຈາ​ໃດໆທີ່​ມີ​ເງື່ອນ​ໄຂ​​ຕິດ​ພ້ອມ​ແມ່ນທວງ​ໃຫ້​ຍຸບ​ເລີກຄະນະ​ລັດຖະບານ​. ຫາງ​ສຽງ​ວິຕົກ​ກັງວົນ​ວ່າ, ສະພາບ​ການ Tunisia ຈະ​ເຄັ່ງຮ້ອນ​ຂຶ້ນ​ຕື່ມ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ. ຕາມ​ວົງ​ການ​ນັກວິ​ເຄາະ​ແລ້ວ, ສິ່ງ​ດັ່ງກ່າວອາດ​ຈະ​ພາ​​ໃຫ້ເກີດການ​ປະຕິ​ວັດ​ຄັ້ງ​ທີ 2 ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອນີ້.



ຕອບກັບ

ຂ່າວ/ບົດ​ອື່ນ