ກົດ​ໝາຍ​ວ່າ​ດ້ວຍ​ການຢູ່​ອາ​ໄສ​ປີ 2020 ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ຢູ່​ອາ​ໄສ​ຂອງ​ພົນ​ລະ​ເມືອງ

(VOVWORLD) -ສິດເສລີໃນການຢູ່ອາໄສ ແມ່ນຫນຶ່ງໃນບັນດາສິດພື້ນຖານຂອງພົນລະເມືອງ ຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນຂອງ ລັດຫວຽດນາມ ສະບັບຕ່າງໆ ແລະ ໄດ້ເອົາເຂົ້າໃນເອກະສານນິຕິກຳ ວ່າດ້ວຍການຢູ່ອາໄສ ດ້ວຍບັນດາການກຳນົດລະອຽດກ່ຽວກັບເງື່ອນໄຂລະບຽບການຈົດທະບຽນການຢູ່ອາໄສ… ກົດໝາຍວ່າດ້ວຍການຢູ່ອາໄສ (ສະບັບປັບປຸງໂດຍສະພາແຫ່ງຊາດຫວຽດນາມ ຮັບຮອງເອົາໃນວັນທີ 13 ພະຈິກ ປີ 2020 ແລະ ຫາກໍ່ມີຜົນສັກສິດນັບແຕ່ວັນທີ  ກໍລະກົດປີ 2021 ເປັນຕົ້ນໄປ ອັນໄດ້ສ້າງບາດກ້າວຫັນປ່ຽນໃຫຍ່ໃນການຍົກສູງຄວາມສະດວກຫັນລະບຽບການບໍລິຫານເປັນງ່າຍດ່າຍໃຫ້ແກ່ປະຊາຊົນ ພິເສດ ແມ່ນການສຳຜັດອັນສອດຄ່ອງກັບວິວັດການຫັນເປັນດີຈີຕອນປະຕິຮູບລະບຽບການບໍລິຫານຮັບປະກັນສິດເສລີໃນການຢູ່ອາໄສ ຊື່ງແມ່ນຫນຶ່ງໃນບັນດາສິດທິພື້ນຖານຂອງພົນລະເມືອງ.

ພ້ອມກັບສິດເລືອກຕັ້ງ, ສະໝັກຮັບເລືອກຕັ້ງ, ສິດບໍ່ລ່ວງລ້ຳທີ່ຢູ່ອາໄສ, ຊີວິດສ່ວນຕົວ, ຄວາມລັບຂອງສ່ວນບຸກຄົນ, ສິດເສລີໃນການປາກເວົ້າ, ສື່ມວນຊົນແລ້ວ,  ສິດເສລີໃນການຢູ່ອາໄສ ໂດຍລັດຖະທຳມະນູນ ປີ 2013 ໄດ້ກຳນົດແມ່ນສິດທິມະນຸດ, ສິດພົນລະເມືອງໂດຍລັດ ຫວຽດນາມ ຮັບຮອງ, ເຄົາລົບ ແລະ ປົກປ້ອງ.

ປະຕິບັດແຜນນະໂຍບາຍຫັນເປັນລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງພົນລະເມືອງໃຫ້ເປັນທັນສະໄຫມ ແລະ ງ່າຍດ່າຍກວ່າ ພ້ອມທັງຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໃນການປະຕິບັດສິດເສລີໃນການຢູ່ອາໄສ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບໃນລະບົບກົດໝາຍ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານຄຸ້ມຄອງບໍລິຫານຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງລະບົບກົດໝາຍວ່າດ້ວຍການຢູ່ອາໄສໃຫ້ສົມບູນແບບ ສອດຄ່ອງກັບແຜນນະໂຍບາຍການປະຕິຮູບລະບຽບການບໍລິຫານ ແລະ ວິວັດການເຊື່ອມໂຍງ, ເປີດກ້ວາງການພົວພັນແລກປ່ຽນ,ຮ່ວມມືສາກົນໃນເງື່ອນໄຂ ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄຫມ ແລະ ທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນປະຈຸບັນ ພ້ອມທັງຮັບປະກັນສິດເສລີໃນການຢູ່ອາໄສຂອງພົນລະເມືອງກວ່າອີກ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃນສະພາບການໃຫມ່, ຫັນລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງການຈົດທະບຽນການຢູ່ອາໄສຂອງພົນລະເມືອງໃຫ້ງ່າຍດາຍກວ່າ, ກົດໝາຍວ່າດ້ວຍການຢູ່ອາໄສປີ 2020 ໄດ້ຮັບການສ້າງຂຶ້ນ ແລະ ໄດ້ຮັບການຮັບຮອງເອົາຢ່າງເປັນທາງການຈາກສະພາແຫ່ງຊາດ ຫວຽດນາມ ເມື່ອວັນທີ 13 ພະຈິກ ປີ 2020. ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດປີ 2021 ເປັນຕົ້ນໄປ ດ້ວຍຂໍ້ກຳນົດຫລາຍຢ່າງທີ່ສະແດງໃຫ້ເຫັນການຮັບປະກັນສິດເສລີໃນການຢູ່ອາໄສຂອງພົນລະເມືອງແມ່ນດີກວ່າເກົ່າ.

ຕາມນັ້ນແລ້ວ ກົດໝາຍວ່າດ້ວຍການຢູ່ອາໄສປີ 2020 ໄດ້ປ່ຽນແທນການຄຸ້ມຄອງຜູ້ຢູ່ອາໄສ ຈາກຮູບການຂຽນດ້ວຍມື ແລະ ໃຊ້ເຈ້ຍເອກະສານຕ່າງໆ ມາເປັນການຄຸ້ມຄອງດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ. ລະອຽດ ແມ່ນ ຄຸ້ມຄອງດ້ວຍການນຳໃຊ້ ລະຫັດສ່ວນບຸກຄົນເພື່ອເຂົ້າຄົ້ນຫາ, ອັບເດດ, ດັດປັບບົນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ທາງເຄືອຂ່າຍອິນເຕີເນັດ.

ກົດ​ໝາຍ​ວ່າ​ດ້ວຍ​ການຢູ່​ອາ​ໄສ​ປີ 2020 ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ຢູ່​ອາ​ໄສ​ຂອງ​ພົນ​ລະ​ເມືອງ - ảnh 1ສະພາແຫ່ງຊາດ ຫວຽດນາມ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການຢູ່ອາໄສ ສະບັບປັບປຸງ (ພາບ: ສຳນັກຂ່າວສານຫວຽດນາມ)

ພ້ອມກັນນັ້ນ ຂັ້ນຕອນ, ລະບຽບການຈົດທະບຽນການຢູ່ອາໄສຂອງພົນລະເມືອງຕາມການກຳນົດຂອງ ກົດໝາຍວ່າດ້ວຍການຢູ່ອາໄສປີ 2020 ກໍ່ໄດ້ຈັດຕັ້ງປະຕິບັດຕາມທິດຫັນລະບຽບການບໍລິຫານໃຫ້ເປັນງ່າຍດາຍກວ່າ. ກົດໝາຍສະບັບນີ້ ກໍ່ບໍ່ກຳນົດເງື່ອນໄຂສະເພາະເມື່ອຈົດທະບຽນພັກອາໄສຢູ່ ນະຄອນ ຂຶ້ນກັບສູນກາງ. ແທນທີ່ນັ້ນ ບັນດາເງື່ອນໄຂຈົດທະບຽນການພັກອາໄສ ລ້ວນແຕ່ໄດ້ເປັນເອກະພາບໃນທົ່ວປະເທດ ຊື່ງໄດ້ກຳນົດໃນມາດຕາ 21 ຂອງກົດໝາຍສະບັບນີ້ ສ້າງຄວາມສະເໝີພາບໃນການຄຸ້ມຄອງຜູ້ຢູ່ ອາໄສຂອງພົນລະເມືອງທຸກຄົນ, ປະກອບສ່ວນໃຫ້ວຽກງານຮັບປະກັນສິດເສລີໃນການຢູ່ອາໄສຂອງພົນລະເມືອງໃຫ້ດີກວ່າ.

ອີກອັນຫນຶ່ງ ພົນລະເມືອງ ມີສິດໄດ້ຈົດທະບຽນການພັກອາໄສ ທີ່ບ່ອນຢູ່ທີ່ຖືກຕ້ອງຕາມກົດໝາຍໂດຍເຊົ່າ, ຢືມ ຫລື ອາໄສຢູ່ນຳຜູ້ອື່ນ. ສິ່ງນີ້ ແມ່ນຮັບປະກັນສິດເສລີໃນການຢູ່ອາໄສຂອງພົນລະເມືອງໃນເງື່ອນໄຂພົນລະເມືອງຈົດທະບຽນການພັກອາໄສຢູ່ບ່ອນທີ່ບໍ່ແມ່ນກຳມະສິດຂອງຕົນ ໃຫ້ດີກວ່າ. ສິ່ງນີ້ແມ່ນສະແດງໃຫ້ເຫັນບາດກ້າວໃຫມ່ໃນການຮັບະກັນສິດເສລີໃນການຢູ່ອາໄຂອງພົນລະເມືອງ ຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນປີ 2013.

   ເບິ່ງລວມແລ້ວ ກົດໝາຍວ່າດ້ວຍການຢູ່ອາໄສປີ 2020 ໄດ້ສະແດງໃຫ້ເຫັນແຜນນະໂຍບາຍຫັນລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງພົນລະເມືອງໃຫ້ເປັນທັນສະໄຫມ ແລະ ງ່າຍດາຍກວ່າ ພ້ອມທັງຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງກວ່າ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງເມື່ອປະຕິບັດສິດເສລີໃນການຢູ່ອາໄສ. ກົດໝາຍສະບັບນີ້ ໄດ້ປະກອບສ່ວນສ້າງລະບົບກົດໝາຍວ່າດ້ວຍການຢູ່ອາໄສໃຫ້ສົມບູນແບບ ສອດຄ່ອງກັບແຜນນະໂຍບາຍປະຕິຮູບລະບຽບການບໍລິຫານ ແລະ ວິວັດການເຊື່ອມໂຍງ, ເປີດກວ້າງການພົວພັນແລກປ່ຽນ, ການຮ່ວມມືກັບສາກົນໃນເງື່ອນໄຂ ຫວຽດນາມ ໄດ້ ແລະ ພວມຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ