ກໍ່ສ້າງ ແລະ ປັບປຸງລະບົບອົງການອຳນາດບໍລິຫານໃຫ້ສົມບູນແບບ ຍົກສູງປະສິດທິຜົນການບໍລິຫານແຫ່ງຊາດ

(VOVWORLD) -ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ ແລະ ກຳນົດທິດຮອດປີ 2045 ສຳລັບບັນດາອົງການອຳນາດບໍລິຫານ ແມ່ນການກໍ່ສ້າງພື້ນຖານບໍລິຫານ ຮັບໃຊ້ປະຊາຊົນ, ເປັນມືອາຊີບ, ທັນສະໄຫມ, ເປີດເຜີຍ, ໂປ່ງໃສ. ຫວຽດນາມໄດ້ ແລະ ພວມມານະພະຍາຍາມເພື່ອເປົ້າໝາຍນີ້ ແນໃສ່ຍົກສູງປະສິດທິຜົນການບໍລິຫານແຫ່ງຊາດ.

ກໍ່ສ້າງ ແລະ ປັບປຸງລະບົບອົງການອຳນາດບໍລິຫານໃຫ້ສົມບູນແບບ ຍົກສູງປະສິດທິຜົນການບໍລິຫານແຫ່ງຊາດ - ảnh 1(ພາບປະກອບ: quochoi.vn)

ພາຍຫລັງ 2 ປີຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ, ຮອດກາງປີ 2022 ມີຫລາຍອົງການຈັດຕັ້ງສາກົນມີອິດທິພົນຊື່ສຽງ ໄດ້ຕີລາຄາສູງໝາກຜົນບັນລຸໄດ້ ແລະ ແງ່ຫວັງພັດທະນາຂອງ ຫວຽດນາມ ໃນຫລາຍຂົງເຂດຄື: ຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດ, ທ່າຟື້ນຟູເສດຖະກິດ, ສະແດງໃຫ້ເຫັນແງ່ມູມຕັ້ງຫນ້າສຳລັບ ຫວຽດນາມ ໃນຕະຫລາດທຶນສາກົນ; ທະນາຄານ Standard Chartered ຄາດຄະເນ GDP ເພີ່ມຂຶ້ນ 10,8% ໃນໄຕມາດ 3 ແລະ 3,9% ໃນໄຕມາດ 4, ທັງປີ ບັນລຸ 6,7%. ທະນາຄານ HSBC ຍົກລະດັບຄາດຄະເນການເຕີບໂຕຂອງ ຫວຽດນາມ ປີ 2022 ແມ່ນ 6,9%, ແທນທີ່ 6,6% ຄືກ່ອນນີ້.

   ບັນດາຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນຜົນງານ ແລະແງ່ຫວັງພັດທະນາຂອງປະເທດຊາດພາຍໃຕ້ການນຳພາຂອງພັກ, ລັດ, ຄວາມເປັນຈິດຫນຶ່ງໃຈດຽວຂອງທົ່ວປວງຊົນ, ໃນນັ້ນມີການບໍລິຫານ, ການຄຸ້ມຄອງຢ່າງມີປະສິດທິຜົນຂອງລັດຖະບານກ່ອນການຜັນແປຂອງສະພາບການຍາກທີ່ຄາດຄະເນໄດ້. ທ່ານ ສາດສະດາຈານ ປອ ວິທະຍາສາດ ຟານຊວນເຊີນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ໃຫ້ຂໍ້ສັງເກດວ່າ:

 “ປະຊາຄົມສາກົນ, ບັນດາອົງການຈັດຕັ້ງສາກົນ ຕີລາຄາສູງກ່ຽວກັບການບໍລິຫານຂອງລັດຖະບານ ຫວຽດນາມ. ເບິ່ງລວມແລ້ວ ການບໍລິຫານຂອງລັດຖະບານ ແມ່ນດີ ນັບທັງໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະໂລກລະບາດໂຄວິດ 19 ການເຕີບໂຕຂອງພວກເຮົາ ບໍ່ທັນມີໄລຍະໃດຕົກເຂົ້າສູ່ລະດັບເປັນລົບ ຕ່ຳສຸດຢູ່ໃນລະດັບກວ່າ 2%, ລັດຖະບານ ຫວຽດນາມບໍລິຫານຢ່າງຂະຫຍັນຂັນເຄື່ອນ, ວ່ອງໄວ ແລະ ແກ້ໄຂສະພາບການເກີດຂຶ້ນຢ່າງມີໄຫວພິບ, ປະດິດຄິດສ້າງ”

ບົດບາດໃນບໍລິຫານ, ຄຸ້ມຄອງ ຂອງລັດຖະບານແມ່ນປະຖົມປັດໄຈອັນໜັກແຫນ້ນເພື່ອສືບຕໍ່ກໍ່ສ້າງ ແລະ ປັບປຸງລະບົບອົງການບໍລິຫານລັດໃຫ້ສົມບູນແບບ ຕາມການກຳນົດກໍ່ສ້າງລັດແຫ່ງອຳນາດກົດໝາຍ.     ສາດສະດາຈານ ຮ່ວາງເທລຽນ, ອະດີດ ຮອງລັດຖະມົນຕີກະຊວງຍຸຕິທຳ ຖືວ່າ:

 “ແນວຄວາມຄິດສ້າງສັນ ພັດທະນາ ກໍ່ແມ່ນຈິນຕະນາການບຸກທະລຸ, ຢັ້ງຢືນບົດບາດໃຫມ່. ເມື່ອສາມາດສ້າງ ບົດບາດສ້າງສັນໃນການພັດທະນານັ້ນ ລັດ ຕ້ອງມີກຳລັງຄວາມສາມາດຢ່າງແທ້ຈິງ, ຮຽກຮ້ອງຕ້ອງສືບຕໍ່ຍູ້ແຮງການປະຕິຮູບ. ໃນລັດແຫ່ງອຳນາດກົດໝາຍ ຢາກໃຫ້ລັດປະຕິບັດບົດບາດສ້າງສັນໃນການພັດທະນາໄດ້ ລັດ ຕ້ອງມີຄວາມໂປ່ງໃສ ແລະມີຄວາມຮັບຜິດຊອບອະພິປາຍຢ່າງຈະແຈ້ງ”

ຍູ້ແງການຈັດແບ່ງຂັ້ນ, ສິດອຳນາດ ກໍ່ແມ່ນຫນຶ່ງໃນບັນດາການກຳນົດທິດຂອງລັດຖະບານ ໃນອາຍຸການນີ້ ເພື່ອປະກອບສ່ວນສ້າງລັດແຫ່ງອຳນາດກົດໝາຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ:

 “ຍູ້ແຮງການຈັດແບ່ງຂັ້ນ, ສິດອຳນາດຢ່າງເໝາະສົມ, ຫັນຄວາມຮັບຜິດຊອບສ່ວນຕົວໄປຄຽງຄູ່ກັບການຍົກສູງກຳລັງຄວາມສາມາດຂັ້ນລຸ່ມ ພ້ອມທັງເພີ່ມທະວີການສົມທົບ, ກວດກາ, ຕິດຕາມກວດກາ ແລະ ກວດກາສິດອຳນາດ. ເສີມຂະຫຍາຍລັກສະນະເປັນເຈົ້າການ, ຄວາມຂະຫຍັນຂັນເຄື່ອນ ປະດິດຄິດສ້າງຢູ່ທຸກຂັ້ນ, ກໍ່ສ້າງກົນໄກ ສົ່ງເສີມ ແລະ ປົກປ້ອງພະນັກງານປ່ຽນແປງໃຫມ່, ປະດິດສ້າງຕັ້ງ, ກ້າຄິດ ກ້າເຮັດ ເພື່ອຜົນປະໂຫຍດລວມ”

ຫນຶ່ງໃນບັນດາມາດຖານສຳຄັນຂອງລັດແຫ່ງອຳນາດກົດໝາຍ ແມ່ນເຊີດຊູບົດບາດເປີດເຜີຍ, ໂປ່ງໃສ ແລະ ຄວາມຮັບຜິດຊອບອະພິປາຍໃນການເຄື່ອນໄຫວ. ນີ້ກໍ່ແມ່ນຈຸດພິເສດສະເພາະຂອງລັດແຫ່ງອຳນາດກົດໝາຍ ສສ ຫວຽດນາມ ແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ ສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນ ແມ່ນເງື່ອນໄຂເພື່ອໃຫ້ປະຊາຊົນສາມາດປະຕິບັດສິດກວດກາ, ຕິດຕາມກວດກາຂອງຕົນ ດ້ວຍການເຄື່ອນໄຫວຂອງບັນດາອົງການລັດ.

           ເມື່ອມີພື້ນຖານບໍລິຫານປະຊາທິປະໄຕ, ເປັນມືອາຊີບ, ທັນສະໄໝ, ຖືປະຊາຊົນເປັນໃຈກາງ, ປະຊາຊົນຕິດຕາມ, ຖືຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ຫຼາວັດແທກ, ຕີລາຄາຄຸນນະພາບເຄື່ອນໄຫວຂອງກົງຈັກບໍລິຫານລັດນັ້ນ ການເຄື່ອນໄຫວຂອງກົງຈັກບໍລິຫານເວົ້າສະເພາະ, ຂອງ ລັດ ເວົ້າລວມ ນັບມື້ນັບມີປະສິດທິຜົນ. ທ່ານສາດສະດາຈານ ເຈິ່ນງອກເດືອງ, ປະທານສະພາໃຫ້ຄຳປຶກສາປະຊາທິປະໄຕກົດໝາຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຍົກອອກຄຳເຫັນວ່າ:

        “ຕ້ອງສ້າງກົນໄກຄວບຄຸມສິດອຳນາດຂອງປະຊາຊົນໃຫ້ມີຄວາມເຂັ້ມແຂງຢ່າງພຽງພໍ. ກ່ອນອື່ນໝົດ ແມ່ນສ້າງກົດໝາຍວ່າດ້ວຍການຕິດຕາມກວດກາ ແລະ ການຕີລາຄາສັງຄົມຂອງປະຊາຊົນ ເພື່ອສັງລວມໄດ້ທຸກເປົ້າໝາຍ ນັບທັງພົນລະເມືອງ, ສ່ວນບຸກຄົນ, ບັນດາອົງການຈັດຕັ້ງມີທີ່ມີປະຊາຊົນເຂົ້າຮ່ວມ ແລະ ການຄວບຄຸມສິດອຳນາດລັດ, ໂດຍສະເພາະແມ່ນໃນເງື່ອນໄຂລະບົບການເມືອງທີ່ມີພັກດຽວກຳອຳນາດຂອງ ຫວຽດນາມ ເຮົານັ້ນ ກົນໄກປະຊາຊົນຄວບຄຸມສິດອຳນາດລັດມີຄວາມສຳຄັນທີ່ສຸດ”.

        ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ  ກຳນົດວ່າໜຶ່ງໃນບັນດາມາດຕະການພື້ນຖານເພື່ອສ້າງ ແລະ ປັບປຸງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ແມ່ນໄດ້ກຳນົດຢ່າງຈະແຈ້ງກວ່າກ່ຽວກັບບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດອຳນາດຂອງບັນດາອົງການລັດໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ບົນພື້ນຖານຫຼັກການອຳນາດກົດໝາຍ, ຮັບປະກັນສິດອຳນາດລັດ ນັ້ນແມ່ນຄວາມເປັນເອກະພາບ, ມີການຈັດແບ່ງໜ້າທີ່ວຽກງານຢ່າງຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ. ທິດທາງນັ້ນ ພາບນັບມື້ນັບປະກົດເປັນຈິງ ເທື່ອລະກ້າວ ເພື່ອສ້າງກົງຈັກບໍລິຫານໃຫ້ສົມບູນແບບ, ຍົກສູງປະສິດທິຜົນການບໍລິຫານແຫ່ງຊາດ ແລະ ທ້ອງຖິ່ນ, ປະກອບສ່ວນສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ມີປະສິດທິຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ