ກອງປະຊຸມ G20 ຢືນຢືນບົດບາດສ້າງໂລກເຊື່ອມຕໍ່

(VOVWORLD) -ດ້ວຍຫົວເລື່ອງ “ ສ້າງໂລກເຊື່ອມຕໍ່”, ກອງປະຊຸມສຸດຍອດ ກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າຂອງໂລກ (G20) ຈະໄຂຂຶ້ນໃນວັນທີ 7 ກໍລະກົດ ຢູ່  Hamburg  ປະເທດ ເຢຍລະມັນ. ໃນສະພາວະມີການປ່ຽນແປງໃຫຍ່ກ່ຽວກັບດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ເສດຖະກິດໂລກ, ກອງປະຊຸມ G20 ປີນີ້ ມີແຜນນະໂຍບາຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາຕ້ານການກໍ່ການຮ້າຍ, ຕ້ານການອາລັກຂາການຄ້າ, ການປ່ຽນແປງຂອງດິນຟ້າອາກາດ, ນະໂຍບາຍຄົນເຂົ້າເມືອງ ແລະ ບັນດາຄຳໝັ້ນສັນຍາຂອງບັນດາປະເທດໃຫຍ່ສຳລັບບັນດາລະບອບຫລາຍຝ່າຍ.
ກອງປະຊຸມ  G20 ຢືນຢືນບົດບາດສ້າງໂລກເຊື່ອມຕໍ່ - ảnh 1

ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1999, ປະຈຸບັນ G20 ລວມມີ 19 ປະເທດສະມາຊິກມີພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ ແລະ ສະຫະພາບ ເອີລົບ (EU). ກອງປະຊຸມ G20 ໄດ້ກາຍເປັນເວທີປາໄສຕົ້ນຕໍເພື່ອປຶກສາຫາລືບັນດາຫົວເລື່ອງ ທີ່ຮ້ອນເຮັ່ງໃນທົ່ວໂລກ.

ບັນດາບັນຫາຮ້ອນເຮັ່ງຂອງ G20 ໃນປີ 2017

ນັບແຕ່ເມື່ອກອງປະຊຸມສຸດຍອດ G20 ຈັດຂຶ້ນເມື່ອເດືອນ ກັນຍາປີ 2016 ຢູ່ ຈີນ, ໂລກມີການຜັນແປຫລາຍຢ່າງຍາກທີ່ຄາດຄະເນໄດ້, ພື້ນຖານເສດຖະກິດໂລກສືບຕໍ່ປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ ເຮັດໃຫ້ລະດັບຈະເລີນເຕີບໂຕຊັກຊ້າ, ດ້ານການຄ້າ ແລະ ການລົງທຶນທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ໃນຂະນະທີ່ G20 ຍັງຄົງໃນໄລຍະກຳນົດທິດພັດທະນາພາຍຫລັງພາຍຫລັງວິກິດການການເງິນທົ່ວໂລກ. ກອງປະຊຸມ G20 ປີນີ້ ດຳເນີນໄປໃນສະພາວະເປັນຄັ້ງທຳອິດປະເທດເຈົ້າພາບຈັດຕັ້ງກອງປະຊຸມ G20 ຕ້ອງລະດົມກຳລັງຕຳຫລວດເປັນຈຳນວນຫລາຍເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມ ແມ່ນສະແດງໃຫ້ເຫັນວ່າ ໄພນາບຂູ່ວິກິດການພວມນັບມື້ນັບຄັບຂັນ ແລະ ກໍ່ແມ່ນຫົວເລື່ອງບຸລິມະສິດຢູ່ທັງໝົດເວທີປາໄສການຮ່ວມມືຫລາຍຝ່າຍເວົ້າລວມ ແລະ G20 ເວົ້າສະເພາະ. ໃນຂະນະນັ້ນ, 2,3 ມື້ ກ່ອນທີ່ດຳເນີນກອງປະຊຸມ G20, ສປປ ເກົາຫລີ ໄດ້ຍິງລູກສອນໄຟນຳວິຖີ, ກໍ່ຄວາມຂັດໃຈຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງເຫນືອ. ບັນດາຜູ້ຊ່ຽວຊານຖືວ່າ ສເກົາຫລີ, ຍີ່ປຸ່ນ ອາດຈະເລັ່ງລັດ G20 ເພີ່ມກຳລັງດັນຕໍ່ພຽງຢາງ, ຍາດແຍ່ງກາລະໂອກາດນີ້ ເພື່ອຮຽກຮ້ອງການສົມທົບຈາກປະຊາຄົມ ສາກົນ ໃນການຕອບໂຕ້ ສປປ ເກົາຫລີ.

ໃນຂົງເຂດເສດຖະກິດ, ເຖິງວ່າ ເສດຖະກິດໂລກ ປະຈຸບັນ ພວມພັດທະນາຢ່າງຕັ້ງຫນ້າກໍ່ຕາມ ແຕ່ຍັງຊ້ອນແຝງຄວາມສ່ຽງຫລາຍຢ່າງ. ທ່າອ່ຽງການອາລັກຂາ, ຕ້ານຄືນໂລກາພິວັດ ພວມວາງອອກບັນດາສິ່ງທ້າທາຍໃຫ້ແກ່ການພັດທະນາເສດຖະກິດ. ເລື່ອງອຳນາດການປົກຄອງໃຫມ່ຂອງ ອາເມລິກາ ປະຕິເສດບັນດາກົນໄກການຄ້າເສລີ, ອາລັກຂາການຜະລິດການຄ້າຢູ່ພາຍໃນປະເທດ ແລະ ສິ່ງທ້າທາຍໃຫຍ່ສຳລັບກອງປະຊຸມ G20 ຄັ້ງນີ້. ສະນັ້ນ ຈຸດສຸມຂອງກອງປະຊຸມ G20 ປີນີ້ ໄດ້ແບ່ງເປັນ 3 ຫົວເລື່ອງຕົ້ນຕໍ: ເພີ່ມທະວີລັກສະນະເພິ່ງຕົນເອງຂອງພື້ນຖານເສດຖະກິດໂລກ ແລະ ພື້ນຖານເສດຖະກິດບັນດາປະເທດ, ປຶກສາຫາລືກ່ຽວກັບບັນຫາພັດທະນາແບບຍືນຍົງ, ການແກ້ໄຂກໍ່ຄືມາດຕະການແກ້ໄຂບັນດາບັນຫາຂອງການພັດທະນາ. ທັງສາມຫົວເລື່ອງນີ້ລ້ວນແຕ່ສຸມໃສ່ປຶກສາຫາລືເຖິງບັນດານະໂຍບາຍ ແລະ ມາດຕະການແກ້ໄຂ.

ບໍ່ພຽງແຕ່ດ້ານການຄ້າ, ບັນດາການປ່ຽນແປງໃນນະໂຍບາຍການຕ່າງປະເທດ ຂອງ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ  Donald Trump ພວມຕັ້ງປະເທດອາເມລິກາຕົກເຂົ້າສະພາບບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະເທດສະມາຊິກ G20 ເກືອບທັງໝົດ ແລະ ເປັນຕົ້ນແມ່ນປະເທດເຈົ້າພາບ ເຢຍລະມັນ. ອາດຈະເຕື້ອງເຖິງບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດ ເມື່ອອາເມລິກາ ຖອນອອກຈາກສັນຍາ ປາຣີ ຫລື ບັນດາຄວາມຂັດແຍ້ງທີ່ກ່ຽວຂ້ອງເຖິງນະໂຍບາຍແຊກແຊງເຂົ້າການປະທະກັນຢູ່ ຕາເວັນອອກກາງ, ການພົວພັນ ລະຫວ່າງ ອາເມລິກາ ແລະ ອີຢູ ກັບລັດເຊຍ ກ່ຽວຂ້ອງເຖິງການກ່າວຫາ ເລື່ອງ ມົດສະກູ ແຊກແຊງເຂົ້າບັນດາການເລືອກຕັ້ງຢູ່ ເອີລົບ ແລະ ອາເມລິກາ. ທັງໝົດບັນຫານີ້ແມ່ນຮຽກຮ້ອງ G20 ຕ້ອງມານະພະຍາຍາມຮ່ວມມື, ຢືນຢັນບົດບາດສ້າງໂລກເຊື່ອມຕໍ່.

G20 ສືບຕໍ່ຢືນຢັນບົດບາດວາງແຜນກຳນົດ ແລະ ນຳພາພື້ນຖານເສດຖະກິດໂລກ

ສະພາບດັ່ງກ່າວ ໄດ້ເຮັດໃຫ້ ເຢຍລະມັນ, ປະທານ G20 ເລືອກເຟັ້ນຫົວເລື່ອງຂອງໂຄງການດຳເນີນງານໃນບັນດາກອງປະຊຸມປີນີ້ ນັ້ນແມ່ນ “ກຳນົດຮູບຮ່າງໂລກເຊື່ອມຕໍ່”, ໃນນັ້ນ ຈຸດໝາຍຕົ້ນຕໍ ຍັງຄົງແມ່ນການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກທົ່ວໂລກ ແລະ ຊຸກຍູ້ການເຕີບໂຕເສດຖະກິດ ໄປຄຽງຄູ່ກັບການຮັບປະກັນການພັດທະນາແບບຍືນຍົງ. G20 ກໍ່ໃຫ້ບຸລິມະສິດຊຸກຍູ້ການປະຕິບັດໂຄງການດຳເນີນງານຮອດປີ 2030 ຂອງ ສປຊ ແລະການພັດທະນາແບບຍືນຍົງ, ຫນູນຊ່ວຍບັນດາປະເທດ ອາຟຼິກາ, ການຮ່ວມມືແກ້ໄຂບັນດາສິ່ງທ້າທາຍຂອງຊາວອົບພະຍົບສາກົນ, ບັນຫາແຮງງານ, ວຽກເຮັດງານທຳ, ຄວາມສະເຫມີພາບລະຫວ່າງ ຍິງຊາຍ. ເປັນຫນ້າສົນໃຈ, ນັ້ນແມ່ນ ປີນີ້ ເປັນຄັ້ງທຳອິດ ປະເທດເຈົ້າພາບ “ປີ APEC” ບໍ່ແມ່ນສະມາຊິກຂອງ G20  ນັ້ນແມ່ນ ຫວຽດນາມ ໄດ້ເຊື້ອເຊີນເຂົ້າຮ່ວມ ກອງປະຊຸມສຸດຍອດ G20. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ບັນດາສະມາຊິກ G20 ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດທີ່ຕັ້ງ ຂອງ APEC ໃນໂຄງປະກອບການບໍລິຫານພາກພື້ນ ແລະ ທົ່ວໂລກ. ຫົວເລື່ອງ “ປີ APEC 2017” ມີຫລາຍຈຸດຄ້າຍຄືກັນດ້ວຍຈຸດສຸມໂຄງການດຳເນີນງານຂອງ G20, ໃນນັ້ນ ພ້ອມກັນມຸ່ງໄປເຖິງການຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ, ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສົ່ງເສີມການປ່ຽນໃຫມ່, ມີຫົວຄິດປະດິດສ້າງ, ການຮ່ວມມືໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ. ນີ້ໄດ້ຮັບຖືວ່າ ແມ່ນ ພື້ນຖານ ແລະ ກາລະໂອກາດເພື່ອຊຸກຍູ້ການເຊື່ອມຕໍ່ບັນດາຈຸດສຸມໃນໂຄງການດຳເນີນງານຂອງ  APEC ແລະ G20 ເພື່ອແນໃສ່ເພີ່ມທະວີການປະສານສົມທົບໃນພາກພື້ນ ແລະ ທົ່ວໂລກ ໃນການແກ້ໄຂບັນດາບັນຫາເສດຖະກິດໃນສະພາບການໃຫມ່.

ດ້ວຍຂອບຂະຫນາດກວມເອົາ 2/3 ພົນລະເມືອງໃນທົ່ວໂລກ, 85% GDP ທົ່ວໂລກ ແລະ 80% ການຄ້າໂລກ, G20 ໄດ້ສະແດງໃຫ້ເຫັນວ່າ ຄວາມສາມາດ ແລະ ລະດັບຜົນສະທ້ອນໃຫຍ່ໃນການວາງແຜນກຳນົດ ແລະ ນຳພາພື້ນຖານເສດຖະກິດ. ພ້ອມກັບການເຊື່ອມຕໍ່ ແລະ ການສົມທົບກັບບັນດາອົງການຈັດຕັ້ງສາກົນອື່ນ, G20 ພວມ ສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງຄືນໃຫມ່ ແລະ ຮັກສາຄວາມສະຖຽນລະພາບຂອງເສດຖະກິດມະຫາພາກ, ຊຸກຍູ້ເສດຖະກິດໂລກຜ່ານຜ່າວິກິດການ.

ຕອບກັບ

ຂ່າວ/ບົດ​ອື່ນ