ກອງປະຊຸມຂັ້ນສູງອາຊີ-ເອີລົບ ຄັ້ງທີ 10 : ຊຸກຍູ້ການສົນທະນາເພື່ອການພັດທະນາແບບຍືນຍົງ

ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ-ເອີ​ລົບ ຄັ້ງ​ທີ 10 (ASEM - 10) ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 16/10 ຢູ່​ນະ​ຄອນ ມີ​ລານ ປະ​ເທດ​ອີ​ຕາ​ລີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາ​ມ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ຄວາມ​ສະ​ຫງົບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ພາ​ຄີ ແນ​ໃສ່​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື . ຕໍ່​ໄປ​ນີ້, ນັກ​ຂ່າວ vov ມີ​ມົດ​ທີ່​ພາດ​ຫົວ​​ຂໍ້ວ່າ :     “ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ-ເອີ​ລົບ ຄັ້ງ​ທີ 10 : ຊຸກ​ຍູ້​ການ​ສົນ​ທະ​ນາ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

  ເວ​ທີປາ​ໄສ​ຮ່ວມ​ມື​ອາ​ຊີ-ເອີ​ລ​ົ​ບ (ASEM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1966 ຕາມ​ຂໍ້​ລິ​ເລີ່ມ​ຂອງ​ສິງ​ກະ​ໂປ, ຝະ​ລັ່ງ ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຈາກ​ກຸ່ມ​ອາ​ຊຽນ. ນີ້​ແມ່ນ ເວ​ທີປາ​ໄສສົນ​ທະ​ນາ​ຢ່າງບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ບັນ​ດາ​ປະ​ມຸກ​ລັດ ແລະ ຜູ້​ນຳ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ແຊມ(ASEM), ການ​ນຳ​ສະ​ຫະ​ພາບ​ເອີ​ລົບ EU  ແລະ ຄະ​ນະ​ເລ​ຂາ​ອາ​ຊຽນ, ອາ​ແຊມ ໄດ້​ກວມ​ເອົາ​ປະ​ມານ 63%ຈຳ​ນວນ​ປະ​ຊາ​ກອນ​ຂອງ​ໂລກ, 57% ຈີ​ດີ​ພີ ແລະ 68% ມູນຄ່າ​ການ​ຄ້າ​ທົ່ວ​ໂລກ. ປະ​ຈຸ​ບັນ, ອາ​ແຊມມີຶ 53 ປະ​ເທດ​ສະ​ມາ​ຊິກ ແລະ ການ​ເປີດ​ກ້​ວາງ ເຕີບ​ໃຫຍ່​ຢ່າງບໍ່​ຢຸດຢັ້ງ​ຂອງ ອາ​ແຊມ ໄດ້ ແລະ ພ​ວມ​ຕໍ່​ກຳ​ລັງ​ແຮງ​ໃຫ້​ແກ່ ເວ​ທີປາ​ໄສ​ໃຫຍ່​ອັນ​ດັບ 2 ໃນ​ໂລກນີ້ ຖັດ​ຈາກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລະ ທັງ​ແມ່ນ​ກົນ​ໄກ​ລະ​ຫວ່າງ​ພາກ​ພື້ນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ປະ​ຈຸບ​ັນ.

ກອງປະຊຸມຂັ້ນສູງອາຊີ-ເອີລົບ ຄັ້ງທີ 10 : ຊຸກຍູ້ການສົນທະນາເພື່ອການພັດທະນາແບບຍືນຍົງ - ảnh 1
ພາບ​ປະ​ກອບ

  ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລວມ​ໃນ​ທົ່ວ​ໂລກ.

ເພີ່ມ​ທະ​ວີການ​ຮ່ວມ​ມື, ສົນ​ທະ​ນາ, ແນ​ໃສ່​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ນັ້ນ​ແມ່ນ​ຈຸດ​ສຸມ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້. ອາ​ແຊມ 10 ມີ​ຫົວ​ຂໍ້​ວ່າ “ ຄູ່​ຮ່ວມ​ມື​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພື່ອ​ການ​ເຕີບ​ໂຕ ແລະ ຄວາມ​ສະ​ຫງົບ​ໝັ້ນ​ຄົງ”, ຊຶ່ງ​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ເນື້ອ​ໃນ​ຕົ້ນ​ຕໍ 4 ປະ​ການ​ເຊັ່ນ : ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ - ການ​ເງິນ ແລະ ການ​ເຊື່ອມ​ຕໍ່​ອາ​ຊີ-ເອີ​ລົບ; ບັນ​ດາບ​ັນ​ຫາ​ທົ່ວ​ໂລກ; ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ; ກຳ​ນົດ​ທິດ​ໃຫ້​ອາ​ແຊມ​ໃນ​ອະ​ນາ​ຄົດ.

    ໃນ​ຕົວ​ຈິງ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ໃນຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ນັບ​ຮ​້ອຍ​ລ້ານ​ຄົນ​ຢູ່ 2 ທະ​ວີບນີ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶດ​ຫິວ​ທຸກ​ຍາກ. ຫຼາຍ​ປະ​ເທດ​ສາ​ມາດ​ບັນ​ລຸ​ລະ​ດັບ​ລາຍ​ຮັບ​ປານ​ກາງ, ບາງ​ປະ​ເທດ​ໄດ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ. ແຕ່​ໜ່ວ​ຍ​ໂລກນີ້ ພັດ​ພວມ​ຕ້ອງ​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ, ນ້ຳ​ທະ​ເລ​ຂຶ້ນ​ສູງ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຖືກ​ສູນ​ຫາຍ​ໄປ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຄວາມ​ໝັ້ນ​ຄົງ​ດ້ານສະ​ບຽງ​ອາ​ຫານ, ຄວາມ​ໝັ້ນ​ຄົງ​ຂອງ​ແຫຼ່ງນ້ຳ​, ລ້ວນແຕ່​ຖືກ​ນາບ​ຂູ່. ຍ້ອນ​ເຫດນີ້, ການ​ພ້ອມ​ກັນ​ກະ​ທຳ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ບັນ​ລຸ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ກໍ​ແມ່ນ​ຈຸດ​ໝາຍ​ຊໍຶ່ງ​ອາ​ແຊມພວມ​ມຸ່ງ​ໄປ​ສູ່. ສິ່ງນີ້​ໄດ້​ຮັບ​ການຢັ້ງ​ຢືນ​ຈາກ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ວັນ​ນິງ ທີ່ກອງ​ປະ​ຊຸມ​ຄັ້ງ​ໜຶ່ງ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ອາ​ແຊມ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ​ເມື​ອ່ບໍ່​ດົນ​ມ​ານີ້. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ວັນ​ນິງ ຢືນ​ຢັນ​ວ່າ : (ເທບ)

  “ ໃນ​ສະ​ພາ​ວະ​ຫັນ​ເປັນ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່ານັ້ນ, ການ​ອາ​ໄສ​ຊຶ່ງ​ກັນ ແລະ ກັ​ນ​ແມ່ນ​ນັບ​ມື້​ນັບ​ສູງ​ຂຶ້ນ. ບໍ່​ມີ​ປະ​ເທດ​ໃດ, ລັດ​ຖະ​ບານ​ໃດ ທີ່​ສາ​ມາດ​ກະ​ທຳ​ດ້ວຍ​ຕົນ​ເອງ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍໄດ້. ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລະ​ຫວ່າງ​ພາກ​ພື້ນ​ທີ່​ສຳ​ຄັນ, ດ້ວຍ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ດີ, ອາ​ແຊມມີ​ຄວາມ​ສາ​ມາດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ປະ​ກອບ​ສ່ວນ​ນຳ 2 ທະ​ວີບນີ້​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ ”

   ຫວຽດ​ນາມ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນອາ​ແຊມ

ຜ່ານ 18 ປີ​ແຫ່ງ​ການ​ເຂົ້າ​ຮ່ວມອາ​ແຊມ, ຫວຽດ​ນາມ​ຍາມ​ໃດ​ກໍ​ແມ່ນ​ສະ​ມາ​ຂິກ​ທີ່​ຕັ້ງ​ໜ້າ, ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ. ໂດຍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ສະ​ມາ​ຊິກ​ສ້າງ​ຕັ້ງ​ຂອງອາ​ແຊມ, ຫວຽດ​ນາມ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ໃຫ້​ແກ່​ເວ​ທີ​ປາ​ໄສ​ນີ້. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ນຳ​ສະ​ເໜີຫຼາຍ​ຂໍ້​ລິ​ເລີ່ມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືອາ​ແຊມ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຄວາມ​ໝັ້ນ​ຄົງດ້ານ​ພະ​ລັງ​ງ​ານ. ພິ​ເສດ​ຫວຽດ​ນາມ​ແມ່ນ​ປະ​ເທດ​ນຳ​ໜ້າໃນອາ​ແຊມ ຊຸກ​ຍູ້​ການ​ເຕີບ​ໂຕ​ຂຽວ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ ແທດ​ເໝາະ​ກັບ​ເປົ້າ​ໝາຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ຄວາມ​ຈິງ​ກ່ຽວ​ກັບ​ເຂົ້າ​ຮ່ວມ​ໃນ ອາ​ແຊມ, ຫວຽດ​ນາມ​ໄດ້​ຍາດ​ແຍງ, ຖອດ​ຖອນ​ໄດ້ຫຼາຍບ​ົດ​ຮຽນ, ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ຈາກ​ບັນ​ດາ​ສະ​ມາ​ຊິກ ອາ​ແຊມ​ໃນ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັກ​ສາ, ຂຸດ​ຄົ້ນ​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສິ່ງນີ້​ແມ່ນ​ສອດ​ຄ່ອງ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສົງ​ຄົມ​ຂອງ​ຫວຽດ​ນາມແຕ່ນີ້​ເຖິງ​ປີ 2020, ນັ້ນ​ແມ່ນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ໄວ, ຍືນ​ຍົງ, ຕິດ​ພັນ​ກັບ​ການ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ   ເຈີນ​ຮົ່ງ​ຮ່າ ຖື​ວ່າ :  (ເທບ)

   “ ສຳ​ລັບ​ຫວຽດ​ນາມ​ແລ້ວ, ໂດຍ​ເລີ່ມ​ຈາກ​ປະ​ເທດ​ທີ່​ມີ​ລະ​ດັບ​ເສດ​ຖະ​ກິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ດັ່ງ​ນັ້ນ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ປະ​ຈຸ​ບັນ, ນັ້ນ​ແມ່ນ​ເຕັກ​ໂນ​ໂລ​ຢີ, ທຶນ​ຮອນ. ຮ້ອນ​ເຫດນີ້​ເອງ, ໃນ​ວິ​ວັດ​ການ​ພັດ​ທະ​ນາ, ຫວຽດ​ນາມ​ຄວນ​ກຳ​ນົດ​ເສັ້ນ​ທາງ, ບັນ​ດາ​ຂົງ​ເຂດ​ຮັບ​ບຸ​ລິ​ມະ​ສິດເມື່ອ​ລົງ​ທຶນ​ຕາມ​ທິດ​ເສດ​ຖະ​ກິດ​ຂຽວ, ເຕັກ​ໂນ​ໂລ​ຢີ​ຂຽວ ແລະ ພະ​ລັງງານສະ​ອາດ​ເພື່ອ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ ”

   ເຂົ້າ​ຮ່ວມກອງ​ປະ​ຊຸມ ອາ​ແຊມ 10 ຢູ່​ອີ​ຕາ​ລີ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແມ່ນ​ໜຶ່ງ​ໃນ​ຈຳ​ນວນການ​ນຳທຳ​ອິດ 3 ທ່ານ ຂຶ້ນ​ກ່າວ​ປາ​ໄສ​ເປີດ​ສາກກອງ​ປະ​ຊຸມ​ຄົບ​ຄະ​ນະ​ກ່ຽວ​ກັ​ບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ, ສືບ​ຕໍ່​ປະ​ກອບ​ສ່ວນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຊຶ່ງ​ພວມ​ແມ່ນ​ຄວາມ​ສົນ​ໃຈ​ລວມ​ຂອງ​ບັນ​ດາ​ປະ​ເທດ​ເກືອບ​ທັງໝົດ​ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຍັງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ການ​ນຳ​ຂັ້ນ​ສູງ 3 ທ່ານຂອງ​ອາ​ຊີ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ພົບ​ປະ ແລະ ສົນ​ທະ​ນາ​ກັບ​ບັນ​ດ​າ​ວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ທີ່​ມາ​ຈາກ 2 ທະ​ວ​ີບ​ອາ​ຊ​ີ-ເອີ​ລົບ​ໃນ​ຂອບ​ເຂດ ເວ​ທີປາ​ໄສ​ວິ​ສາ​ຫະ​ກິດອາ​ຊີ-ເອີ​ລ​ົ​ບຄັ້ງ​ທີ 14. ຢູ່ນອກກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຍັງ​ຈະ​ມີ​ການ​ແລກ​ປ່ຽນ, ພົບ​ປະ 2 ຝ​່າຍ​ກັບ​ປະ​ມຸກ​ລັດ ແລະ ຜູ້​ນຳ​ລັດ​ຖະ​ບານບ​ັນ​ດາ​ປະ​ເທດ​ອີກຫຼາຍ​ທ່ານ. ການ​ພົບ​ປະ​ເຫຼົ່າ​ນັ້ນ, ແນ່ນອນ​ວ່າ​ຈະ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຕື່ມ​ອີກ ແລະ ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຢູ່ 2 ທະ​ວີບນີ້./.

 

   

 

ຕອບກັບ

ຂ່າວ/ບົດ​ອື່ນ